ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 09:43:49    
ງານ​ແຂ່ງ​ຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້​ຂອງ​ຈີນ

cri Author: sayvanny

​ໃນ 21 ປີຕັ້ງ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ມາ​ຈົນ​ຮອດ​ປັດ​ຈຸ​ບັນ,ກໍ່​ຍ້ອນ​ມີ​ນັກ​ຟ້ອນ​ທຸກ​ເຊັ່ນ​ຄົນ​ທຳ​ຄວາມ​ພະ​ຍາ​ຍາມ,​ເຮັດ​ໃຫ້​ລະດັບ​ການ​ຟ້ອນ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ.ທ່ານ​ເສີນ​​ເຟີ​ຍຮວາ ຜູ່​ຮັບ​ຜິດ​ຊອບ​ງານປະ​ກວດ​ເຫັນ​ວ່າ, ​ໃນ​ການ​​ແຂ່ງ​ຂັນ​ປີ​ນີ້, ຈາກ​ນັກ​ຟ້ອນ​ຈົນ​ຮອດ​ການ​ຟ້ອນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ ຮອບ​ດ້ານ, ​ໄດ້​ບັນລຸ​ຈຸດ​ປະ​ສົງ​ທີ່​ແລກ​ປ່ຽນ​ຜົນ​ງານ​ແລະ​ກໍ່​ສ້າງ​ຜູ່​ໃຫມ່.​ໃນ​ຖານະ​ເປັນ​ງານ​ແຂ່ງ​ຂັນ​ການ​ຟ້ອນ​ທີ່​ມີ​ລະ​ດັບ​ສູງ​ສຸດ​ຂອງ​ຈີນ, ຂັນ​ຖາວ​ຫລີ້​ໄດ້​ກາຍ​ເປັນ​ສະຖານ​ທີ່​ຮຽນ​ແລະ​ແລກ​ປ່ຽນ​ບົດ​ຮຽນ​ແກ່​ນັກ​ຟ້ອນ​ທັງ​ຫລາຍ.ຄະ​ນະ​ກຳ ມະ​ການ​ຈັດ​ງານ​ແຂ່ງຂັນ​ເທື່ອ​ນີ້​ໄດ້​ເຊີນ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ຕ່າງ​ປະ​ເທດ​ຈຳ ນວນ​ຫນຶ່ງ​ມາ​ເຂົ້າ​ຮ່ວມ, ​ເພື່ອ​ເຜີຍ​ແຜ່​ຊື່​ສຽງ​ຂອງ​ຂັນ​ຖາວ​ຫລີ້.ປີ​ນີ້ ມີ​ນັກ​ຟ້ອນ​ທີ່​ມາຈາກ​ອາ​ເມ​ລິ​ກາ ສິງ​ກະ​ໂປ ​ເຂດ​ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ​ມາ​ຮ່ວມ. ທ່ານ​ເສີນ​ຊົງ​ເຈຍ​ແມ່ນ​ອາຈານ​ສອນ​ການ​ຟ້ອນ​ທີ່​ມາ​ຈາກ​ໄຕ​ເປ​, ທ່ານ​ໄດ້​ຮູ້​ຂັນ​ຖາວ​ຫລີ້​ໂດຍ​ຜ່ານ​ການ​​ໂອ້​ລົມ​ກັບ​ຫມູ່​ຮ່ວມ​ອາ​ຊີບ​ດຽວ​ກັນ​ຜ່ານ​ທາງອິນ​ເທີ​ແນັດ.ສະ​ນັ້ນ, ທ່ານ​ໄດ້​ພາ​ນັກ​ຟ້ອນ​ເພດ​ຍິງທີ່​ມີ​ອາຍຸ 17 ປີ​ຜູ່​ຫນຶ່ງ​ມາ​ຮ່ວມ​ການ​ແຂ່ງ​ຂັນ.ທ່ານ​ເວົ້າວ່າ:

ຂ້າ​ພະ​ເຈົ້າ​ໄດ້​ພາ​ນັກ​ຟ້ອນ​ຜູ່​ຫນຶ່ງ​ມາ​ຮ່ວມ​ການ​ແຂ່ງ​ຂັນ,ຫວັງ​ວ່າ​ຜູ່​ນີ້​ຈະ​ສາ​ມາດ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ສິນ​ລະ​ປະ​ຂອງ​ຕົນ​ເອງ​ໃຫ້​ສູງ​ຂຶ້ນ.​ໃນ​ການ​ແຂ່ງ​ຂັນ​ການ​ຟ້ອນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ການ​ຟ້ອນ​ຂອງ​ໄຕ້​ຫວັນ​ຈຸດ​ຫນັກ​ແມ່ນ​ການ​ຟ້ອນ​​ແບບ​ທັນ​ສະ​ໄຫມ, ການ​ຂະ​ຫຍາຍ​ຕົວ​ກໍ່​ໄວ​ຫລາຍ, ​ແຕ່​ການ​ຟ້ອນ​ຊົນ​ເຜົ່າ​ພັດ​ຍັງ​ຢຸດຢູ່​ກັບ​ໃນ​ການ​ຟ້ອນ​ງິ້ວ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຜ່ານ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ການ​ຟ້ອນ​ຊີງ​ຂັນ​ຖາວ​ຫລີ້,ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຟ້ອນ​ຊົນ​ເຜົ່າ​ເຊິ່ງ​ກັນ​ແລະ​ກັນ, ​ເຮັດ​ໃຫ້​ເດັກ​ນ້ອຍ​ໄຕ້​ຫວັນ​ຫລາຍ​ກວ່າ​ເກົ່າ​​ໄດ້​ຮຽນ​ການ​ຟ້ອນ​ຊົນ​ເຜົ່າ​ຂອງ​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ.


ນອກ​ນີ້, ​ເພື່ອ​ເຮັດ​ໃຫ້​ການ​ແຂ່ງ​ຂັນ​ປີ​ນີ້​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ, ຝ່າຍ​ຈັດ​ການ​ແຂ່ງ​ຂັນ​ໄດ້​ເຊົ່າ​ໂຮງ​ລະ​ຄອນ​ຊັ້ນ​ຍອດ​ສາມ​ແຫ່ງ, ອຸ​ປະ​ກອນ​ເຄື່ອງ​ສຽງ​ແລະ​ໄຟ​ຟ້າ​ລ້ວນ​ແຕ່​ຢູ່​ໃນ​ລະ​ດັບ​ຫນຶ່ງ.ການ​ແຂ່ງ​ຂັນ​ເທື່ອ​ນີ້​ໄດ້​ດຶງ​ດູດ​ຜູ່​ຮັກ​ຫອມ​ການ​ຟ້ອນ​ຢ່າງ​ຫລວງ​ຫລາຍ. ນັກ​ຂ່າວ​ໄດ້​ຊາບ​ຈາກ​ຄະນະ​ກຳ​ມະ​ການ​ຈັດ​ການ​ແຂ່ງ​ຂັນ​ວ່າ, ປີ້​ເຂົ້າ​ຊົມ​ການ​ແຂ່ງ​ຂັນ​ເທື່ອ​ນີ້​ໄດ້​ຂາຍ​ຫມົດ​ໃນ​ມື້​ທີ​ສອງ​ຫລັງ​ຈາກ​ເປີດ​ງານ,​ໃນ​ການ​ແຂ່ງ​ຂັນ​ທີ່​ໂລດ​ໂຜນ​ຈຳ​ນວນ​ຫນຶ່ງ,ຢູ່​ທາງ​ຫນ້າ​ຂອງ​ໂຮງ​ລະ​ຄອນ​ກໍ່​ມີ​ຄົນ​ຢືນ​ເບິ່ງ​ເຕັມ​ຫມົດ.ນາງ​ກິ່ມ ນັກ​ສຶກ ສາ​ສ.​ເກົາ​ຫລີ​ທີ່​ມາ​ຮຽນ​ພາ​ສາ​ຈີນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ​ປັກ​ກິ່ງ​ມາ​ຈີນ​ໄດ້​ປີ​ເຄິ່ງ​ແລ້ວ, ນາງ​ສົນ​ໃຈ​ນຳ​ການ​ຟ້ອນ​ຂອງ​ຈີນ​ຫລາຍ, ໄປ​ຊົມ​ການ​ແຂ່ງ​ຂັນ​ໃນ​ເວລາ​ຫວ່າງ​​ເກືອບ​ທຸກ​ມື້.ນາງ​ເວົ້າ​ວ່າ:

ສ.​ເກົາ​ຫລີ​ມີ​ແຕ່​ຊົນ​ເຜົ່າ​ດຽວ,ຈີນ​ມີ​ຫລາຍໆ​ຊົນ​ເຜົ່າ, ການ​ຟ້ອນ​ກໍ່​ມີ​ຫລາຍໆ​ຊະ​ນິດ,ມີ​ວາດ​ຟ້ອນ​ຢ່າງ​ຫລວງ​ຫລາຍ, ​ເຄື່ອງ​ນຸ່ງ​ກໍ່​ງາມ,ຂ້ອຍ​ມັກ​ການ​ຟ້ອນ​ຈີນ​ທີ່​ສຸດ.


1  2  3  4