ຄຽງຄູ່ກັບເສດຖະກິດການຄ້າກັບຕ່າງປະເທດຂອງຈີນໄດ້ມີການພັດທະນາ,ຜະລິດຕະພັນຈີນໄດ້ກວມອັດຕາສ່ວນສູງຂຶ້ນເລື້ອຍໆໃນຜະລິດຕະພັນທົ່ວໂລກ.ແຕ່ວ່າ,ເມື່ອເວົ້າເຖິງຜະລິດຕະພັນຫຍີ້ຫໍ້ດັງຂອງຈີນ,ຜູ່ບໍລິໂພກຕ່າງປະເທດພັດຮູ້ໜ້ອຍທີ່ສຸດ.ສະພາບດັ່ງກ່າວອາດຈະມີການປ່ຽນແປງໃນຫຼາຍປີຂ້າງໜ້າ.ປັດຈຸບັນ,ຈີນໄດ້ເລັ່ງລັດບາດກ້າວພັດທະນາຜະລິດຕະພັນຫຍີ້ຫໍ້ດັງ,ໃນຕະຫຼາດສາກົນໃນພາຍໜ້າ,ຈະປະກົດມີຜະລິດຕະພັນຫຍີ້ຫໍ້ດັງຂອງຈີນນັບມື້ນັບຫຼາຍ.
ຕັ້ງແຕ່ຈີນດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກມານີ້,ຖານະຂອງຈີນໃນເສດຖະກິດໂລກໄດ້ສູງຂຶ້ນເລື້ອຍໆ.ແຕ່ວ່າ,ຍ້ອນລະດັບເຕັກນິກກວມລວມຂອງອຸດສະຫະກຳຈີນອ່າວຫຼ້າຫຼັງ,ແລະຂາດເຂີນເຕັກນິກແກນກາງທີ່ມີສິດຊັບສິນທາງປັນຍາຂອງຕົນເອງ,ຜະລິດຕະພັນຂອງວິສາຫະກິດຈຳນວນບໍ່ໜ້ອຍມີຄຸນຄ່າຕ່ຳ,ໄດ້ກຳໄລໜ້ອຍ,ບາງວິສາຫະກິດປຸງແຕ່ງມີແຕ່ໄດ້ກຳໄລໜ້ອຍດຽວຈາກຄ່າປຸງແຕ່ງເທົ່ານັ້ນ,ກຳໄລສ່ວນຫຼາຍຖືກວິສາຫະກິດຫຍີ້ຫໍ້ດັງຂອງຕ່າງປະເທດເອົາໄປ.ທ່ານຊຸນໂປ ຫົວໜ້າພະແນກຄຸ້ມຄອງຄຸນນະພາບຂອງກົມໃຫຍ່ຕິດຕາມກວດກາຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນກ່າວວ່າ,ຈີນຢາກປັບປຸງອົງປະກອບເສດຖະກິດ,ຫັນປ່ຽນຮູບການເຕີບໂຕຂອງເສດຖະກິດ,ບັນລຸເປົ້າໝາຍທີ່ເຮັດໃຫ້ເສດຖະກິດພັດທະນາຢ່າງສືບເນື່ອງ,ວ່ອງວາແລະກົມກຽວກັນ,ກໍຕ້ອງເລັ່ງລັດຊຸກຍູ້ແລະບົ່ມເພາະຜະລິດຕະພັນຫຍີ້ຫໍ້ດັງງວດໜຶ່ງ,"ບັນຫາຫຍີ້ຫໍ້ດັງກ່ຽວພັນເຖິງການປັບປຸງອົງປະກອບເສດຖະກິດແລະການຫັນປ່ຽນຮູບການເຕີບໂຕຂອງເສດຖະກິດໃນສະເພາະໜ້ານີ້,ຍິ່ງກ່ຽວພັນເຖິງເສດຖະກິດຈີນພັດທະນາຢ່າງສືບເນື່ອງຍາວນານ,ກ່ຽວພັນເຖິງການສ້າງສາຈີນໃຫ້ທັນສະໄໝແລະອະນາຄົດຂອງປະເທດ,ບັນຫານີ້ແມ່ນບັນຫາຍຸດທະສາດສຳຄັນຂໍ້ໜຶ່ງ."
ອີງຕາມຍຸດທະສາດພັດທະນາຫຍີ້ຫໍ້ດັງທີ່ລັດຖະບານຈີນວາງອອກ,ຈີນຈະສົ່ງເສີມວິສາຫະກິດປະຕິບັດການຮ່ວມສຳພັນແບບຂ້າມເຂດແຄວ້ນ,ຂ້າມຂະແໜງການ,ຍາດແຍ່ງສ້າງຜະລິດຕະພັນຫຍີ້ຫໍ້ດັງໃນສາກົນທີ່ມີກຳລັງແກ່ງແຍ່ງອ່າວແຂງແຮງໃນສາກົນ.ນອກນີ້,ແຕ່ປີ2000ເປັນຕົ້ນມາ,ລັດຖະບານຈີນຍັງໄດ້ຕັ້ງໜ້າຊັກນຳອົງການສື່ກາງທີ່ກ່ຽວຂ້ອງດຳເນີນວຽກງານປະເມີນຜະລິດຕະພັນຫຍີ້ຫໍ້ ດັງຂອງຈີນ.ໃນ5ປີມານີ້,ໄດ້ມີຜະລິດຕະພັນ160ກວ່າປະເພດຖືກຈັດເຂົ້າໃນບັນຊີລາຍຊື່ປະເມີນ,ຜະລິດຕະພັນ900ກວ່າຊະນິດໄດ້ຮັບນາມມະຍົດທີ່ວ່າຜະລິດຕະພັນຫຍີ້ຫໍ້ດັງຂອງຈີນ.ວິສາຫະກິດທີ່ຜະລິດຜະລິດຕະພັນເຫຼົ່ານີ້ໄດ້ແຈກຢາຍຢູ່ເຂດບໍລິຫານຂັ້ນແຂວງທັງໝົດຂອງຈີນ.
ຈີນປະຕິບັດຍຸດທະສາດຫຍີ້ຫໍ້ດັງໄດ້ຊຸກຍູ້ການປັບປຸງອົງປະກອບເສດຖະກິດແລະຈັດສັນຊັບພະຍາກອນຢ່າງບັງເກີດຜົນ,ຊຸກຍູ້ຊັບພະຍາກອນໄຫຼເຂົ້າສູ່ວິສາຫະກິດທີ່ມີທ່າແຮງແລະວິສາຫະກິດຫຍີ້ຫໍ້ດັງ,ໄດ້ຍົກສູງຄຸນນະພາບແລະປະສິດທິຜົນແຫ່ງການເຕີບໂຕຂອງເສດຖະກິດຢ່າງບັງເກີດຜົນ.ຜົນການສຳຫຼວດຫຼ້າສຸດທີ່ກົມສະຖິຕິແຫ່ງຊາດຈີນປະກາດໃນຫວ່າງມໍ່ໆນີ້ສະແດງໃຫ້ເຫັນວ່າ,ຜະລິດຕະພັນຫຍີ້ຫໍ້ດັງຂອງຈີນໄດ້ຮັກສາຖານະທ່າແຮງໃນຂົງເຂດສ່ວນຫຼາຍ,ໄທເມືອງຈີນ60%ຂຶ້ນໄປນິຍົມຊື້ຜະລິດຕະພັນຫຍີ້ຫໍ້ດັງຂອງຈີນ.
1 2
|