ຍຸດທະສາດພັດທະນາຫຍີ້ຫໍ້ດັງຂອງຈີນຍັງໄດ້ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນຢ່າງບັງເກີດຜົນ.ຊິງຕາວ ເມືອງແຄມທະເລພາກຕາເວັນອອກຂອງຈີນແມ່ນໜຶ່ງໃນບັນດາຕົວເມືອງຂອງຈີນທີ່ປະຕິບັດຍຸດທະສາດພັດທະນາຫຍີ້ຫໍ້ດັງກ່ອນເພິ່ນ.ນັບມາຮອດປັດຈຸບັນ,ເມືອງຊິງຕາວມີຜະລິດຕະພັນ44ຊະນິດຂອງ22ວິສາຫະກິດໄດ້ຮັບນາມມະຍົດເປັນຜະລິດຕະພັນຫຍີ້ຫໍ້ດັງຂອງຈີນ.ທ່ານອູຈິ່ງຈ້ຽນ ຮອງເຈົ້າເມືອງຊິງຕາວບອກນັກຂ່າວວ່າ:
"ຜູ່ປະກອບການຂອງເມືອງຊິງຕາວໄດ້ສວຍໂອກາດແຫ່ງການໄຂຕະຫຼາດຢ່າງເຕັມສ່ວນ,ສ້າງຫຍີ້ຫໍ້ດັງຢ່າງພຽນໃຈ,ເຮັດໃຫ້ວິສາຫະກິດບັນລຸການພັດທະນາແບບກ້າວກະໂດດ.ຜະລິດຕະພັນຫຍີ້ຫໍ້ດັງແລະວິສາຫະກິດໃຫຍ່ໄດ້ກາຍເປັນກຳລັງສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດເມືອງຊິງຕາວພວກເຮົາພັດທະນາຢ່າງໄວວາ."ໃນການສ້າງຫຍີ້ຫໍ້ດັງ,ວິສາຫະກິດຂອງເມືອງຊິງຕາວໄດ້ອອກແຮງປະດິດສ້າງດ້ານເຕັກນິກແລະການຄຸ້ມຄອງ,ກໍ່ສ້າງລະບົບຄົ້ນຄວ້າພະທັດນາທີ່ເຕັມໄປດ້ວຍພະລັງແຮງ.ປັດຈຸບັນ,ເມືອງຊິງຕາວມີສູນປະດິດສ້າງເຕັກນິກລະດັບຊາດ10ແຫ່ງ,ສູນຄົ້ນຄວ້າພັດທະນາເຫຼົ່ານີ້ບໍ່ພຽງແຕ່ໄດ້ຄົ້ນຄວ້າຜະລິດແລະພັດທະນາຜະລິດຕະພັນເຕັກນິກສູງໃຫ້ວິສາຫະກິດຂອງຕົນໃນແຕ່ລະປີເທົ່ານັ້ນ,ແລະຍັງໄດ້ຫາບແບກໂຄງການເຕັກນິກຈຸດໜັກລະດັບຊາດນຳອີກ.
ກຸ່ມບໍລິສັດຮາຍເອີ ເຊິ່ງເປັນຍັກໃຫຍ່ຂອງເຄື່ອງໄຟຟ້າໃຊ້ໃນເຮືອນໄດ້ສ້າງຕັ້ງຂຶ້ນເມື່ອປີ1984,ໃນ20ກວ່າປີມານີ້,ການພັດທະນາຢ່າງສືບເນື່ອງແລະໜັກແໜ້ນໄດ້ເຮັດໃຫ້ກຸ່ມບໍລິສັດນີ້ກາຍເປັນກຸ່ມວິສາຫະກິດແບບສາກົນຂະໜາດໃຫຍ່ທີ່ມີຊື່ສຽງອ່າວສູງຢູ່ພາຍໃນປະເທດຈີນແລະຕ່າງປະເທດ.ປີ2004,ມູນຄ່າຂອງຫຍີ້ຫໍ້ຮາຍເອີໄດ້ບັນລຸ60ຕື້ກວ່າຢວນ. ໃນຜົນການສຳຫຼວດ10ຫຍີ້ຫໍ້ດັງລະດັບໂລກຂອງຈີນທີ່ໜັງສືພິມຟາຍແນນໂຊ ທາມສ໌ ຂອງອັງກິດປະກາດໃນຫວ່າງມໍ່ໆນີ້,ຮາຍເອີເປັນທີໜຶ່ງ.ເມື່ອກ່າວເຖິງການສ້າງຫຍີ້ຫໍ້ດັງຂອງກຸ່ມບໍລິສັດຮາຍເອີ,ທ່ານນາງ ຢາງມຽນໆ ປະທານກຸ່ມບໍລິສັດຮາຍເອີກ່າວວ່າ:
"ການສ້າງຫຍີ້ຫໍ້ດັງ,ມັນເປັນລະບົບໜຶ່ງ,ພວກຂ້າພະເຈົ້າຢາກສ້າງຫຍີ້ຫໍ້ຮາຍເອີເປັນຫຍີ້ຫໍ້ທີ່ມີສິດເປັນເຈົ້າຕົນເອງ.ພວກຂ້າພະເຈົ້າໄດ້ກຳວຽກສອງດ້ານ,ໜຶ່ງແມ່ນສິດຊັບສິນທາງປັນຍາຂອງຕົນເອງ,ອີກດ້ານໜຶ່ງແມ່ນການສ້າງຕະຫຼາດ."
ປັດຈຸບັນ,ກຸ່ມບໍລິສັດຮາຍເອີໄດ້ຮ້ອງຂໍສິດທິບັດ5400ກວ່າລາຍ,ໃນນັ້ນມີສິດທິບັດປະດິດສ້າງ600ກວ່າລາຍ.ກຸ່ມບໍລິສັດຮາຍເອີຍຶດໝັ້ນປະຕິບັດຍຸດທະສາດຫັນເປັນແບບສາກົນຢ່າງຮອບດ້ານ,ປັດຈຸບັນ,ໄດ້ສ້າງເຄືອຂ່າຍທົ່ວໂລກທີ່ມີກຳລັງແກ່ງແຍ່ງສາກົນ,ເຊິ່ງລວມທັງເຄືອຂ່າຍອອກແບບ,ເຄືອຂ່າຍຈັດຊື້,ເຄືອຂ່າຍຜະລິດ,ເຄືອຂ່າຍຈຳໜ່າຍແລະເຄືອຂ່າຍບໍລິການ.ກຸ່ມບໍລິສັດຮາຍເອີກ່າວວ່າ,ໃນຂັ້ນຕໍ່ໄປ,ຈະເຮັດໃຫ້ຜະລິດຕະພັນຮາຍເອີກາຍເປັນຫຍີ້ຫໍ້ສຳຄັນໃນປະເທດພັດທະນາ.
ຕາມການສະເໜີ,ຄຽງຄູ່ກັບເສດຖະກິດາການຄ້າກັບຕ່າງປະເທດຂອງຈີນໄດ້ພັດທະນາຢ່າງບໍ່ຢຸດຢັ້ງ,ບາດກ້າວພັດທະນາຫຍີ້ຫໍ້ດັງຂອງຈີນກໍໄດ້ເລັ່ງລັດໄວເຂົ້າຕື່ມອີກ.ປີນີ້,ຈີນຍັງຈະປະກວດຜະລິດຕະພັນຍີ່ຫໍ້ຊື່ດັງໃນໂລກງວດໜຶ່ງທີ່ມີກຳລັງແກ່ງແຍ່ງສາກົນເປັນຄັ້ງທຳອິດ,ອາໄສອິດທິພົນຂອງຫຍີ້ຫໍ້ດັງ,ຊຸກຍູ້ໃຫ້ວິສາຫະກິດຈີນເຕີບໃຫຍ່ຂຶ້ນແລະເຂັ້ມແຂງຂຶ້ນຕື່ມອີກ,ຊຸກຍູ້ໃຫ້ຜະລິດຕະພັນຂອງວິສາຫະກິດຈີນກ້າວໄປສູ່ໂລກຕື່ມອີກ,ແລະກາຍເປັນຫຍີ້ຫໍ້ດັງຂອງໂລກ. 1 2
|