ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-08 11:49:28    
ບ້ານ​ເຜົ່າ​ຕູ​ລົງ​ເທິງ​ຈອມ​ພູ​ສູງ

cri


ຢູ່​ລ້ອງ​ແມ່​ນ້ຳ​ຕູ​ລົງ ​ແຂວງ​ຢຸນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ມີ​ເຜົ່າ​ຕູ​ລົງທີ່​ມີ​ປະ​ຊາ​ກອນ​ພຽງ5800​ກວ່າ​ຄົນດຳລົງ​ຊີວິດ​ຢູ່​ຫັ້ນ.​ພວກ​ເຂົາ​ເຈົ້າ​ແມ່ນເຈົ້າ​ຂອງ​ແມ່​ນ້ຳ​ຕູ​ລົງ​ມາແຕ່​ບູຮານ​ນະ​ການ,​ແມ່ນ​ຊົນ​ເຜົ່າ​ໜຶ່ງ​ທີ່​ມີ​ປະຊາ​ກອນ​ໜ້ອຍ​ທີ່​ສຸດ​ຂອງ​ຈີນ.​ເຜົ່າ​ຕູ​ລົງ​ບໍ່​ມີ​ຕົວ​ໜັງສື​ຂອງ​ຕົນ,​ຕຳລາ​ປະ​ຫວັດ ສາດ​ກ່ຽວ​ກັບ​ຊົນ​ເຜົ່າ​ນີ້​ກໍ​ໜ້ອຍ​ທີ່​ສຸດ.​ກ່ອນ​ປະ​ເທດ​ຈີນ​ໃໝ່​ສະຖາ​ປະ​ນາ​ຂຶ້ນ​ເມື່ອ​ປີ1949,​ເຜົ່າ​ຕູ​ລົງ​ຍັງ​ຢູ່​ໃນ​ທ້າຍ​ຍຸກ​ສະຫະ​ຊີບ​ປະຖົມ​ບູ​ຮານ,​ເຂົາ​ເຈົ້າ​ທຳ​ການ​ຜະ​ລິດ​ແບບ​ປະ​ຖົມ​ປະ​ຖານ​ແລະ​ລ່າ​ເນື້ອ​ເພື່ອ​ລ້ຽງ​ກຸ້ມ​ຕົນ​ເອງ.​50ກວ່າ​ປີ​ຜ່ານ​ໄປ​ແລ້ວ,​ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ຕູ​ລົງ​ໃນ​ຊູ່​ມື້​ນີ້​ເປັນແນວ​ໃດ​ແດ່?​ ພວກ​ເຮົາ​ຂໍ​ເຊີນຊວນ​ທ່ານ​ໄປພ້ອມ​ກັບ​ນັກ​ຂ່າວ​ພວກ​ເຮົາໄປ​ເບິ່ງ​ບ້ານ​ເຜົ່າ​ຕູ​ລົງ​ແຫ່ງ​ໜຶ່ງ.
 
ຕອນ​ເຊົ້າ​ມື້ໜຶ່ງ​ທີ່ຝົນ​ຕົກ,​ຢູ່​ເມືອງ​ປົກຄອງ​ຕົນ​ເອງ​ເຜົ່າ​ຕູ​ລົງ​ເຜົ່າ​ນູ້​ກົ້ງ​ຊ່ານ​ກິ່ງ​ແຂວງ​ນູ້​ຈ່ຽງ​ແຂວງ​ຢຸນ​ນານ,​ນັກ​ຂ່າວ​ພວກ​ເຮົາ​ໄດ້​ໄປ​ຮອດ​ຕີນ​ພູ​ສູງ​ທີ່​ບໍ່​ຮູ້​ຊື່​ແຫ່ງ​ໜຶ່ງ,​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ທີ່​ລຳ​ບາກ.​ຈຸດໝາຍ​ປາຍ​ທາງ​ຂອງ​ພວກ​ເຮົາ​ແມ່ນ​ຈອມ​ພູ​ທີ່​ສູງ​ກວ່າ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ​1800​ກວ່າ​ແມັດ.​ຢູ່​ຈອມ​ພູມີ​ບ້ານ​ເຜົ່າ​ຕູ​ລົງ​ບ້ານ​ໜຶ່ງ​ຊື່ວ່າ​ບ້ານ​ສ້ຽວ​ສາ​ລ້າ.​ເມື່ອ​ໄດ້​ປີນ​ພູ2​ຊົ່ວ​ໂມງ​ປາຍ​ແລ້ວ,​ໃນ​ທີ່​ສຸດ,​ພວກ​ເຮົາ​ໄດ້​ໄປ​ຮອດ​ບ້ານ​ດັ່ງ​ກ່າວ.
 
ໝາ​ຂອງ​ເຮືອນ​ທ່ານ​ມູ້​ກວ່າງ​ມິງທີ່​ຢູ່​ຫົວ​ບ້ານ​ມີ​ສະຕິ​ລະວັງ​ຕົວ​ທີ່​ສຸດ,​ໄດ້​ເຫັນ​ພວກ​ເຮົາ​ແລ້ວ​ກໍ​ເຫົ່າ​ຂຶ້ນ​ໂລດ.
 
ເມື່ອ​ໄດ້​ຍິນ​ໝາ​ເຫົ່າ,​ໝົດ​ຄອບ​ຄົວ​ທ່ານ​ມູ້​ກວ່າງ​ມິງ​ໄດ້​ອອກ​ມາ​ຕ້ອນ​ຮັບ​ພວກ​ເຮົາ​ເຂົ້າ​ເຮືອນ​​ໂດຍ​ໄວ​ແລະ​ດ້ວຍ​ຄວາມ​ອົບ​ອຸ່ນ.​ຄອບ​ຄົວ​ມູ້​ກວ່າ​ງມິ​ງມີ4​ຄົນ,​ຜົວ​ເມຍ​ສອງ​ຄົນ​ພ້ອມ​ລູກ​ຊ້າຍ​ແລະ​ລູກ​ສາວ​ທີ່​ພວມ​ຮຽນ​ຊັ້ນ​ມະ​ທັດ​ຍົມ​ຕົ້ນ.ພວກ​ເຮົາ​ໄປ​ຢາມ,​ໝົດ​ຄອບຄົວ​ເພີ່ນ​ດີ​ໃຈ​ຫຼາຍ,​ທັງ​ຂ້ຽວ​ຕື່ມ​ຟືນ​ໃສ່​ເຕົາ​ໄຟ​ເພື່ອ​ໃຫ້​ພວກ​ເຮົາ​ຂາງ​ເສື້ອ​ປຽກ​ຍ້ອນ​ຝົນ​ຮຳ.​ຊາວ​ເຜົ່າ​ຕູ​ລົງ​ມີ​ນິດ​ໄສ​ຮັກ​ແຂກ​ຮັກ​ຄົນ,​ພວກ​ເຂົາ​ເຈົ້າ​ມັກ​ຖື​ຈຳນວນ​ຄົນ​ທີ່​ມາ​ຢາມ​ບ້ານ​ເປັນ​ສັນ​ຍາ​ລັກ​ທີ່​ຈຳ​ແນກ​ຄຸນ​ສົມ​ບັດ​ດີ​ຫຼື​ບໍ່​ດີ.​ຈະ​ແຈ້ງ​ແລ້ວ​ວ່າ,​ຄົນ​ໃນ​ຄອບ​ຄົວ​ນີ້ມີ​ໄມຕີ​ຈິດ​ຕໍ່​ຄົນ​ທີ່​ສຸດ,​ແລະ​ໄດ້​ດຳ​ລົງ​ຊີວິດ​ແບບ​ກະ​ທັດ​ຮັດ​ແຕ່ມີ​ຄວາມ​ສຸກ.
 
ໃນ​ຂະນະ​ທີ່​ຂາງ​ເສື້ອຢູ່​ນັ້ນ,​ນັກ​ຂ່າວ​ໄດ້ຫຼຽວ​ເບິ່ງ​ເຮືອນ,​ໃນ​ເຮືອນ​ໄມ້​ທີ່​ມືດ​ມົວ,​ນ້ຳ​ຝົນທີ່​ຊຶມ​ອອກ​ຈາກ​ຫຼັງຄາ​ມຸງ​ຫຍ້າ​​ໄດ້​ຢອດລົງ​ດັງ​"ປັອກໆ"​ແສງ​ອ່ອນ​ໄດ້​ຊອດ​ເຂົ້າ​ເຮືອນ​ຈາກ​ຫວ່າງ​ຝາ​ໄມ້ ແປ້ນ.​ການ​ຈັດ​ວາງ​ໃນ​ເຮືອນ​ກະ​ທັດ​ຮັດ​ທີ່​ສຸດ.​ແຕ່​ໃນ​ແຈ​ເຮືອນ,​ນັກ​ຂ່າວ​ໄດ້​ເຫັນ​ມີ​ໂທ​ລະ​ພາບ​ໃໝ່​ເຄື່ອງ​ໜຶ່ງ.​ເມື່ອ​ກ່າວ​ເຖິງ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ພຽງ​ເຄື່ອງ​ດຽວ​ນີ້,​ທ່ານ​ມູ້​ກວ່າງ​ມິງຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ສຸດ:​"ໂທ​ລະ​ພາບ​ນີ້​ຮັບ​ລາຍ​ການ​ໄດ້20​ຊ່ອງ,​ຫາ​ກໍ່​ຊື້​ມາ​ບໍ່​ຮອດ​ສອງ​ເດືອນ,​ກ່ອນ​ຊື້​ໂທ​ລະ​ພາບ​ນີ້,​ພວກ​ເຮົາ​ບໍ່​ເຄີຍ​ເບິ່ງ​ລາຍ​ການ​ໂທລະ​ພາບ​ຈັກ​ເທື່ອ."
 
ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ຈາກ​ການ​ຂາຍ​ເຄື່ອງ​ປ່າ​ຂອງ​ດົງ,​ລັດ​ກໍ່​ໄດ້​ຫຼຸດ​ພາ​ສີ​ກະ​ສິ​ກຳ,​ຊີ​ວິດ​ການ​ເປັນ​ຢູ່​ຂອງຄົນ​ໃນ​ບ້ານ​ຕູ​ລົງ​ໄດ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.​ນອກ​ຈາກ​ທ່ານ​ມູ້​ກວ່າງ​ມິງ​ແລ້ວ,​ຍັງ​ມີ​ຄອບ​ຄົວ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ຊື້​ໂທ​ລະ ພາບ​.
 
ໂທລະ​ພາບ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຄອບ​ຄົວ​ທ່ານ​ມູ້​ກວ່າງ​ມິງ​ມີ​ຊີ​ວິດ​ຊີວາ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.​ນາງ​ມູ້​ຈິນ​ຮວາ ລູກ​ສາວ​ທີ່​ພວມ​ຮຽນມ2​ແມ່ນ​ດີ​ໃຈ​ກວ່າ​ໝູ່:​"ຂ້ອຍ​ມັກ​ເບິ່ງ​ໂທ​ລະ​ພາບ​ທີ່​ສຸດ,​ເພາະ​ວ່າ​ຈາກ​ໂທລະ​ພາບ​ຂ້ອຍ​ສາມາດ​ຮຽນ​ຄວາມ​ຮູ້​ໄດ້​ຫຼາຍ​ຢ່າງ​ທີ່​ປຶ້ມ​ຮຽນ​ບໍ່​ມີ,​ແລະ​ກໍ​ສາ​ມາດ​ຮູ້​ໂລກ​ພາຍ​ນອກ."
 
 ນາງ​ມູ້​ຈິນ​ຮວາ​ກັບທ້າວ​ມູ້​ຊົງ​ຢົງ ຜູ່​ເປັນ​ນ້ອງ​ຊາຍ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕາ​ແສງ​ທີ່​ຢູ່​ຕີນ​ພູ,​ຍາມ​ທຳ​ມະ​ດາ​ແມ່ນ​ກິນ​ນອນ​ຢູ່​ໂຮງ​ຮຽນ.​ມື້​ນີ້,​ຄ້ອມ​ພໍດີ​ແມ່ນ​ມື້​ພັກ​ຮຽນ,​ເອື້ອຍ​ນ້ອງ​ສອງ​ຄົນ​ທີ່​ເປັນ​ລູກ​ຄຳ​ຮູ້ໄດ້​ຂ້ຽວ​ມາ​ຊ່ອຍ​ພໍ່​ແມ່​ເຮັດ​ວຽກ​ຢ້າວ​ການ​ເຮືອນ​ໂດຍ​ສະ​ເພາະ.
1  2