ບ້ານເຜົ່າຕູລົງເທິງຈອມພູສູງ
cri
ທ່ານມູ້ກວ່າງມິງໄດ້ລ້ຽງໝູ5ໂຕແລະໄກ່ຈຳນວນໜຶ່ງ,ແຕ່ວ່າລາຍໄດ້ຂອງຄອບຄົວຕົ້ນຕໍຍັງແມ່ນອາໄສການເກັບຮາກໄມ້ຫ້ານຢາໃນປ່າດົງ,ແລ້ວເອົາໄປຂາຍຢູ່ຕະຫຼາດຢູ່ຕີນພູ.ປີໜຶ່ງ,ສ້າງລາຍໄດ້ປະມານ1000ກວ່າຢວນ,ເຖິງວ່າເງິນບໍ່ຫຼາຍປານໃດ,ແຕ່ວ່າ,ຍ້ອນວ່າໃນສອງປີມານີ້,ທາງລັດໄດ້ປະຕິບັດນະໂຍບາຍດີ,ຄືຄອບຄົວຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍ,ລູກເຕົ້າເຂົ້າຮຽນບໍ່ຕ້ອງເສຍຄ່າຮຽນຄ່າສາລະພັດ,ແລະຍັງໄດ້ຮັບເງິນອຸດໜຸນຄ່າຄອງຊີບຈຳນວນໜຶ່ງ,ສະນັ້ນ,ຊີວິດຂອງໝົດຄອບຄົວພໍຢູ່ພໍກິນ. ນັກຂ່າວພ້ອມກັບຄອບຄົວທ່ານມູ້ກວາງມິງ ນັ່ງອ້ອມເຕົ້າໄຟ,ເບິ່ງໂທລະພາບ,ຮູ້ສຶກວ່າອົບອຸ່ນທີ່ສຸດ. ເມື່ອຢາມຄອບຄົວທ່ານມູ້ກວ່າງມິງດົນເຕີບແລ້ວ,ພວກເຮົາໄດ້ອຳລາຈາກຄອບຄົວນີ້,ແລ້ວໄປຢາມແມ່ຍິງສັກລາຍໜ້າຜູ່ໜຶ່ງ.ແມ່ຍິງສັກລາຍໜ້າແມ່ນປະເພນີທີ່ແປກຊະນິດໜຶ່ງຂອງເຜົ່າຕູລົງໃນເມື່ອກ່ອນ.ສາວເຜົ່າຕູລົງເມື່ອຮອດອາຍຸປະມານ12ຫາ13ປີ,ກໍຕ້ອງສັກລາຍໜ້າ.ຄືເອົາເຂັມໄມ້ໄຜ່ສັກລາຍຢູ່ເທິງໜ້າ,ແລ້ວເອົາຂີ້ໝິ້ນໝໍ້ທາໃສ່,3,5ມື້ຜ່ານໄປ,ບ່ອນສັກລາຍກໍໄດ້ປະກົດເປັນສີສິ້ວ,ກາຍເປັນລາຍໜ້າທີ່ບໍ່ຕົກສີຕະຫຼອດໄປ.ຊູ່ມື້ນີ້,ແມ່ຍິງສັກລາຍໜ້າມີໜ້ອຍທີ່ສຸດແລ້ວ,ເຫຼືອພຽງ50ກວ່າຄົນເທົ່ານັ້ນ. ແມ່ເຖົ້າມູ້ເວິນຊິນ ມີອາຍຸ70ກວ່າປີແລ້ວ,ແມ່ນແມ່ຍິງສັກລາຍໜ້າຜູ່ໜຶ່ງ,ເພິ່ນກຳລັງຜ່າຟືນດັງໄຟໃນເຮືອນ. ເມື່ອພວກເຮົາໄປຢາມເພິ່ນ,ເພີ່ນຄືວ່າດີໃຈຫຼາຍ.ລວດລາຍທີ່ຍັງເຫັນຄັກຢູ່ເທິງໜ້າແມ່ເຖົ້າໄດ້ພາໃຫ້ພວກເຮົາເກີດມີຄວາມສົນໃຈຢ່າງຫຼວງຫຼາຍຕໍ່ຄວາມເປັນມາຂອງປະເພນີການສັກລາຍໜ້າ.ແມ່ເຖົ້າໄດ້ເລົ່ານິທານອັນເກົ່າແກ່ສູ່ຟັງວ່າ: "ຕາມເພິ່ນເລົ່າລືກັນວ່າ,ແຕ່ກີ້ແຕ່ກ່ອນ,ຄົນຢູ່ເຂດຕິເບດພຸ້ນມັກມາຍາດເອົາສາວງາມບ້ານເຮົາໄປເປັນຂ້າທາດ,ສະນັ້ນ,ນາງສາວຂອງບ້ານເຮົາຈິ່ງສັກລາຍໜ້າ,ດັ່ງນັ້ນ,ພວກເຂົາກໍຈິ່ງບໍ່ມາຍາດຜູ່ສາວອີກ" ທີ່ຈິງແລ້ວ,ກ່ຽວກັບຄວາມເປັນມາຂອງການສັກລາຍໜ້າຍັງມີທີ່ມາຫຼາຍອັນຫຼາຍແນວ,ຕົວຢ່າງຄື,ລາງຄົນເວົ້າວ່າ,ແມ່ນຍ້ອນແມ່ຍິງທີ່ສັກລາຍໜ້າ,ໃນເມື່ອອຳລາຈາກໂລກ,ດວງວິນຍານສາມາດກາຍເປັນແມງກະເບື້ອທີ່ສວຍງາມແລ້ວຂຶ້ນເມືອງສະຫວັນແລະອື່ນໆ. 50ກວ່າປີກ່ອນ,ແມ່ເຖົ້າມູ້ເວິນຊິນໄດ້ຍ້າຍຈາກບ້ານຕູລົງຈ່ຽງທີ່ເປັນບ້ານໃກ້ຄຽງມາຕັ້ງພູມລຳເນົາຢູ່ບ້ານຕູລົງ.ໃນຄາວນັ້ນ,ຊາວເຜົ່າຕູລົງສ່ວນຫຼາຍໄດ້ດຳລົງຊີວິດຢູ່ບ້ານຕູລົງຈ່ຽງ.ແຕ່ວ່າ,ຢູ່ແຫ່ງນັ້ນ,ການໄປມາບໍ່ສະດວກທີ່ສຸດ,ໃນປີໜຶ່ງຫິມະໄດ້ອັດຕັນທາງພູດົນເຖິງ6ເດືອນ,ມີແຕ່ບໍ່ພໍເທົ່າໃດເດືອນທີ່ສາມາດຕິດຕໍ່ກັບພາຍນອກໄດ້.ຕັ້ງແຕ່ພັດພາກຈາກແຫ່ງນັ້ນແລ້ວ,ແມ່ເຖົ້າມູ້ເວິນຊິງມີແຕ່ເມື່ອຢາມບ້ານເທື່ອດຽວໃນ20ກວ່າປີກ່ອນ,ຕອນນັ້ນ,ການເດີນທາງຂອງແມ່ເຖົ້າໄດ້ກິນເວລາສາມມື້ປາຍ. ເມື່ອພວກເຮົາບອກແມ່ເຖົ້າວ່າ,ທາງຫຼວງເຂົ້າບ້ານຕູລົງຈ່ຽງໄດ້ສ້າງສຳເລັດແລ້ວ,ແມ່ເຖົ້າຕື້ນຕັນໃຈຫຼາຍ. "ເມື່ອມີທາງຫຼວງແລ້ວ,ມັນກໍ່ສະດວກກວ່າແຕ່ກ່ອນຫຼາຍ,ຫວັງວ່າຖ້າມີໂອກາດເຮົາຈະເມື່ອບ້ານຕູລົງຈ່ຽງ,ໄປຢາມຍາດຕິພີ່ນ້ອງຢູ່ແຫ່ງນັ້ນ." 1 2
|
|