ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-08 11:49:22    
ທ່ານ​ອູ​ຊິ​ມານ​ຜູ່​ປ້ອງ​ກັນ​ຊາຍ​ແດນ​ຂອງ​ເຜົ່າ​ເຄີ​ເອີ​ເຄີ​ຈື

cri


ລະຫວ່າງຕາແສງທູກູມາຍຕີເມືອງອາທູສເຂດປົກຄອງຕົນເອງຊິນຈ່ຽວຂອງເຜົ່າ
ອູຍອູວພາກຕາເວັນຕົກສຽງເໜືອຂອງຈີນກັບສາທາລະນະລັດກຽກກີສະຖານມີ
ເສັ້ນຊາຍແດນຍາວ100ກວ່າກິໂລແມັດ.ຜູ່ທີ່ເຝົ້າຮັກສາຢູ່ແຫ່ງນີ້ນອກຈາກມີນາຍ
ແລະພົນທະຫານປ້ອງກັນຊາຍແດນແລ້ວ,ຍັງມີຜູ່ປ້ອງກັນຊາຍແດນທີ່ເປັນຊາວ
ລ້ຽງສັດຂອງເຜົ່າເຄີເອີເຄີຈືຈຳນວນຫຼວງຫຼາຍ.

ລູງອູຊິມານແມ່ນຊາວບ້ານຜູ່ໜຶ່ງຂອງບ້ານອີຕາລຽງຕາແສງທູກູມາຍຕີ.ບ້ານນີ້ມີ
ຜູ່ປ້ອງກັນຊາຍແດນທາງການ9ຄົນ,ໃນນັ້ນ,ລູງອູຊິມານມີອາຍຸ50ກວ່າປີແມ່ນຜູ່ທີ່
ມີອາຍຸສູງກວ່າໝູ່.

ວຽກງານຕົ້ນຕໍຂອງລູງແມ່ນຊ່ອຍຕຳຫຼວດປະຊາຊົນຂອງຫ້ອງການຕຳຫຼວດປ້ອງ
ກັນຊາຍແດນຕິດຕາມຄຸ້ມຄອງເຂດຊາຍແດນ,ປ້ອງກັນບໍ່ໃຫ້ຄົນແລະສັດລ້ຽງຂ້າມ
ຊາຍແດນ.ລູງເວົ້າວ່າ:"ເລີ່ມແຕ່ພໍ່ຂ້ອຍ,ຄອບຄົວເຮົາສາມເຊັ່ນຄົນລ້ວນແຕ່ໄດ້ເຮັດ
ວຽກປ້ອງກັນຊາຍແດນແລ້ວ.ປັດຈຸບັນ,ຂ້ອຍກຳລັງບຳລຸງສ້າງລູກຂ້ອຍໃຫ້ເປັນຜູ່
ປ້ອງກັນຊາຍແດນ. "

ຄອບຄົວລູງອູຊິມານເຝົ້າຍາມຊາຍແດນມີປະຫວັດມາໄດ້ເຄິ່ງສະຕະວັດກວ່າແລ້ວ.ຕາມເສັ້ນຊາຍແດນຢູ່ຕາແສງທູກູມາຍຕີມີປາກພູນ້ອຍໃຫຍ່22ແຫ່ງ,ພູມສັນຖານສັບ
ສົນທີ່ສຸດ.ຢູ່ແຫ່ງນີ້ມີມູນເຊື້ອທີ່ທະຫານແລະປະຊາຊົນຮ່ວມກັນປ້ອງກັນຊາຍແດນ
ມາແຕ່ດົນແລ້ວ.

ເລີ່ມແຕ່ອາຍຸ16ປີ,ລູງອູຊິມານກໍໄດ້ຕິດຕາມພໍ່ເຝົ້າຍາມຊາຍແດນ.ລູງໄດ້ເຝົ້າຍາມ
ປາກພູປູເທີມູນາກທີ່ສູງຈາກລະດັບນ້ຳທະເລເກືອບ5000ແມັດ,ສິ່ງແວດລ້ອມຢູ່ຫັ້ນ
ຂີ້ຮ້າຍທີ່ສຸດ.ເຖິງວ່າໃນລະດູຮ້ອນ,ລາງເທື່ອອຸນຫະພູມມີພຽງ-20°C.ລູງອູຊິມານ
ໄດ້ເຝົ້າຍານປາກພູແຫ່ງນີ້ເປັນເວລາ26ປີແລ້ວ.ວຽກງານນີ້ມີຄວາມລຳປາກກາກກຳ
ຫຼາຍປານໃດຍິ່ງບໍ່ຕ້ອງເວົ້າເລີຍ,ຄວາມອັນຕະລາຍກໍມີກັບລູງເລື້ອຍໆ.

ລູງອູຊິມານຍັງຈື່ໄດ້ວ່າ,ມື້ໜຶ່ງເມື່ອ19ປີກ່ອນ,ລູງພາຄອບຄົວໄປລາດຕະເວນຢູເທິງພູ.
ບັງເອີນ,ຫິມະຕົກແຮງ,ໝົດຄອບຄົວ7ຄົນຖືກຄ້າງຢູ່ເທິງພູ.ຫິມະຍິ່ງຕົກຍິ່ງແຮງ,ໝົດ
ຄອບຄົວຕ້ອງສູ້ຊົນກັບຫິມະ,ເຖິງວ່າລູງອູຊິມານທີ່ເປັນຄົນພູພຽງກໍຈົນປັນຍາເຮັດ
ຫຍັງບໍ່ໄດ້.ຮອດມື້ທີຫ້າ,ໝົດຄອບຄົວໄດ້ຕົກຢູ່ໃນຄວາມສິ້ນຫວັງ.ໃນຂະນະນັ້ນ,
ພວກເຂົາເຈົ້າໄດ້ຍິນສຽງຍົນດັງມາຈາກທາງໄກ.ນັ້ນກໍຍ້ອນວ່າ,ເມື່ອໄດ້ຮູ້ວ່າຄອບ
ຄົວລູງອູຊິມານໄດ້ຄ້າງໃນທ່າມກາງຫິມະ,ກອງທະຫານເຂດຊິນຈ່ຽງໄດ້ແຕ່ງຍົນເຮ
ລິກົບທີ່ແຂ່ງລົມແລະຫິມະ,ໄປກອບກູ້ຄອບຄົວລູງອູຊິມານໂດຍດ່ວນ.ລູງເວົ້າວ່າ:ປະ ສົບການເທື່ອນັ້ນເຮັດໃຫ້ລູງມີຄວາມໝັ້ນໃຈເດັດດ່ຽວກວ່າເກົ່າໃນການປົກປັກຮັກ
ສາຊາຍແດນ:"ຂ້າພະເຈົ້າຂອບອົກຂອບໃຈນຳບຸນຄຸນຂອງອົງການປົກຄອງ,ເພື່ອ
ໃຊ້ແທນບຸນຄຸນດັ່ງກ່າວ,ເຖິງຈະເຫຼືອແຕ່ເລືອດຢອດສຸດທ້າຍ,ຂ້າພະເຈົ້າກໍຈະເຮັດ
ວຽກໃຫ້ດີ."

1  2