ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-08 11:49:22    
ທ່ານ​ອູ​ຊິ​ມານ​ຜູ່​ປ້ອງ​ກັນ​ຊາຍ​ແດນ​ຂອງ​ເຜົ່າ​ເຄີ​ເອີ​ເຄີ​ຈື

cri

ເດືອນມິຖຸນາແລະເດືອນກໍລະກົດແຕ່ລະປີແມ່ນຍາມທີ່ລູງອູຊິມານຂຸ້ນນຳວຽກຫຼາຍ.
ເພາະວ່າ,ຄຽງຄູ່ກັບການເປີດທົ່ງພຽງໃນລະດູຮ້ອນ,ຫຼາຍໆຄົນລ້ວນແຕ່ຈະໄປລ້ຽງ
ສັດຢູ່ປາກພູປູເທີມູນາກ,ຄັນບໍ່ລະວັງ, ກໍມີ ງົວແລະແກະຂ້າມຊາຍແດນເພື່ອເພີ່ມ
ທະວີສະຕິເຄົາລົບກົດໝາຍແລະປົກປັກຮັກສາຊາຍແດນຂອງຊາວລ້ຽງສັດ,ເມື່ອ
ຮອດປາກພູແຫ່ງໜຶ່ງ,ລູງອູຊິມານກໍໄດ້ໃຊ້ວິທີຕ່າງໆ,ໂຄສະນາສຶກສາໃນໝູ່ຊາວ
ລ້ຽງສັດ.

ປາກພູປູເທີມູນາກມີພູມສັນຖານສັບສົນຫຼາຍ,ແຕ່ອັອກຊີແຊນໜ້ອຍທີ່ສຸດ,ຄົນທຳ
ມະດາຂຶ້ນໄປຍາກ.ສະນັ້ນ,ຈິ່ງມີຄົນຢາກສວຍໃຊ້ປາກພູດັ່ງກ່າວລັກຂ້າມຊາຍແດນ.
ຕອນບ່າຍມື້ໜຶ່ງໃນເດືອນພຶດສະພາປີກາຍນີ້,ຢູ່ກາງທາງກັບບ້ານ,ລູງອູຊິມານໄດ້
ພົບຫຼາຍຄົນໜ້າແປກ.ຕາມປະສົບການໃນຫຼາຍປີມານີ້,ລູງຮູ້ວ່າຄົນເຫຼົ່ານີ້ຢາກລັກ
ຂ້າມຊາຍແດນແນ່ນອນ.ສະນັ້ນ,ລູງຂີ່ມ້າຂ້ຽວໄປລາຍງານໃຫ້ຫ້ອງການຕຳຫຼວດ
ປ້ອງກັນຊາຍແດນຢ່າງງຽບໆ.ຫ້ອງການຕຳຫຼວດໄດ້ແຕ່ງກຳລັງຕຳຫຼວດຢ່າງໄວ
ວາ,ຂ້ຽວເດີນທາງໄປປາກພູປູເທີມູນາກ,ຈັບໄດ້ຜູ່ຕ້ອງຫາສອງຄົນທີ່ກຽມລັກຂ້າມ
ຊາຍແດນ.ໃນຫຼາຍປີມານີ້,ລູງອູຊິມານພ້ອມກັບຕຳຫຼວດປະຊາຊົນຈັບໄດ້ແລະລັດ
ທາງຜູ່ຕ້ອງຫາທີ່ຂ້າມຊາຍແດນ35ຄົນ.

ໃນເວລາລາດຕະເວນ,ລູງອູຊິມານໄດ້ເຮັດວຽກນຳກັນກັບຕຳຫຼວດປະຊາຊົນຂອງ
ຫ້ອງການຕຳຫຼວດປ້ອງກັນຊາຍແດນເລື້ອຍໆ.ຕຳຫຼວດປະຊາຊົນເຫຼົ່ານີ້ແມ່ນມາ
ຈາກແຫ່ງຕ່າງໆ,ເມື່ອຮອດຍາມບຸນ,ລູງອູຊິມານກໍ່ໄດ້ເຊີນພວກເຂົາເຈົ້າມາກິນ
ເຂົ້າຢູ່ເຮືອນ,ພ້ອມທັງຂ້າແກະສົ່ງໃຫ້ຫ້ອງການຕຳຫຼວດເລື້ອຍໆ.

ສະຫາຍທັງຫຼາຍຂອງຫ້ອງການຕຳຫຼວດກໍໄດ້ຖືລູງອູຊິມານເປັນຄົນຄອບຄົວດຽວ.
ທ່ານຢາລີຄຸນ ຕຳຫຼວດປະຊາຊົນຜູ່ໜຶ່ງກ່າວວ່າ:"ລູງອູຊິມານແມ່ນຜູ່ປ້ອງກັນ
ຊາຍແດນພວກເຮົາ,ເມື່ອພວກເຮົາປະສົບຄວາມຫຍຸ້ງຍາກ,ເພິ່ນກໍຊ່ອຍແກ້ໄຂໃຫ້,
ເພິ່ນເຮັດໃຫ້ພວກເຮົາຮູ້ສຶກຕື້ນຕັນໃຈເລື້ອຍໆ."

ທ່ານຢາລີຄຸນທົບທວນຄືນວ່າ:ມີເທື່ອໜຶ່ງ,ໃນເວລາລາດຕະເວນ,ທ່ານເຈັບທ້ອງ
ກະທັນຫັນ,ເລີຍຕົກຈາກມ້າ.ລູງອູຊິມານພ້ອມກັບຜູ່ປ້ອງກັນຊາຍແດນອີກຜູ່ໜຶ່ງ
ໄດ້ເດີນທາງມື້ໜຶ່ງ,ຈິ່ງສົ່ງທ່ານໄປຮອດໂຮງໝໍຢູ່ຕີນພູ.ທ່ານຢາລີຄຸນເປັນອັກເສບ
ໄສ້ຕິ່ງກະທັນຫັນ.ຖ້າວ່າໄປໂຮງໝໍຊ້າໜ້ອຍໜຶ່ງກໍມີຄວາມອັນຕະລາຍເຖິງແກ່ຊີ
ວິດ.ທ່ານເວົ້າວ່າ:ແມ່ນລູງອູຊິມານເປັນຜູ່ກອບກູ້ເອົາຊີວິດຂອງຕົນ.

ໃນ26ປີມານີ້,ລູງອູຊິມານໄດ້ເດີນທາງເກືອບ1ແສນກິໂລແມັດຕາມເສັ້ນຊາຍແດນ
ຢູ່ປາກພູປູເທີມູນາກ.ດິນກ້າມເທິງພູພຽງຈົນບໍ່ມີຫຍ້າເກີດຢູ່ຫັ້ນ,ເຫວຊັນ,ທາງພູທີ່
ມ້າກໍໄປບໍ່ໄດ້,ລູງພັດໄດ້ຍ່າງໄປມາເປັນເວລາຫຼາຍ10 ປີແລ້ວ.ລູງຍັງຈື່ໄດ້ວ່າ,ມີ
ເທື່ອໜຶ່ງ,ລູງລາດຕະເວນໃນທ່າມກາງຫິມະຕົກແຮງ,ໄດ້ຕົກຈາກມ້າຫຼາຍເທື່ອ,ພາຍຫຼັງລູງຍຶດໝັ້ນສຳເລັດການລາດຕະເວນຢູ່ເສັ້ນຊາຍແດນຕອນນັ້ນແລ້ວ,ພັດ
ລົ້ມລົງ,ຖືກຫິມະຝັງໝົດຕົນໂຕ.ໃນທີ່ສຸດ,ບ້າອູວລູຊິນຜູ່ເປັນເມຍໄດ້ຊອກເຫັນ
ເພິ່ນ:

 "ຟ້າຄ່ຳແລ້ວ,ເປັນຫຍັງຜົວຍັງບໍ່ກັບເຮືອນນໍ?ໃນຄາວນັ້ນ,ຂ້ອຍວິຕົກກັງວົນ
ຫຼາຍ,ເລີຍພາລູກໄປຊອກຜົວຕາມຮອຍຕີນຂອງເພິ່ນ.ພວກເຮົາໄດ້ຍ່າງໄກເຕີບ,
ໃນທີ່ສຸດໄດ້ພົບເຫັນເພິ່ນຖືກຫິມະຝັງແລ້ວ,ເພິ່ນກໍສະຫຼົບໄປ.ຂ້ອຍແກ່ເພິ່ນຈາກ
ກອງຫິມະ,ແລ້ວເອົາມ້າຕ່າງເພິ່ນເມືອບ້ານ,ແຕ່ຕີນເບື້ອງໜຶ່ງຂອງເພິ່ນກະດ້າງ
ຈົນເປັນພະຍາດ."

ລູງອູຊິມານມີລູກຊາຍ5ຄົນ,ປະຈຸບັນ,ລູກຫຼ້າກໍແມ່ນຜູ່ປ້ອງກັນຊາຍແດນຄືກັນ,ລາວໄດ້ຕິດຕາມພໍ່ເຝົ້າຮັກສາແລະລາດຕາເວນຢູ່ຊາຍແດນເລີ່ມແຕ່ອາຍຸ6ຂວບ.ໃນການລາດຕະເວນຢູ່ເຂດຊາຍແດນເປັນເວລາຫຼາຍປີ,ລາວກໍໄດ້ມີປະສົບການ
ຫຼາຍ.

"ທ່ານຜູ່ຟັງ,ເຜົ່າເຄີເອີເຄີຈືມີນາມມະຍົດວ່າເປັນຊົນເຜົ່າຮັກສາຊາຍແດນຂອງ
ຈີນ,ພວກເຂົາເຈົ້າເຫັນວ່າ,ພູເປັນພໍ່,ນ້ຳເປັນແມ່.ສະນັ້ນ,ພວກເຂົາເຈົ້າມີຄວາມ
ຮັກແພງອັນເລິກເຊິ່ງຕໍ່ພູຜາແມ່ນ້ຳຈົນກະທັ້ງຕົ້ນໄມ້ຕົ້ນຫຍ້າຂອງປະເທດຊາດ.
ຢູ່ເທິງພູພຽງເພເມຍສ(pamirs),ຍັງມີຜູ່ປ້ອງກັນຊາຍແດນຄືດັ່ງລູງອູຊິມານອີກ
ຫຼາຍໆຄົນ,ພວກເຂົາເຈົ້າໄດ້"ວັດແທກ"ດິນແດນອັນສັກກາລະຫວງແຫນ
ຂອງປະເທດຊາດດ້ວຍຊີວິດຂອງຕົນ,ແລະກໍໄດ້"ວັດແທກ"ຄວາມຈົງຮັກ
ພັກດີແລະຄວາມຮັກຫອມຕໍ່ປະເທດຊາດແລະບ້ານເກີດເມືອງນອນ.
 


1  2