ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 15:09:32    
ເພື່ອນ​ມິດ​ຜູ້​ຟັງ060908:​ນັ່ງ​ເຮັດ​ວຽກ​ດົນ ເຈັບ​ແອວ​​ເຈັບ​ຫັຼງຈະປົ​ວ​ແນວ​​ໃດ

cri

ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ",ມື້​ນີ້​ສັງຂານ ຈູມ​ຄຳ​ພັນ​ເປັນ​ຜູ້​ດຳ​ເນີນ​ລາຍ​ການ​ຕາມ​ເຄີຍ

 ຄຽງ​ຄູ່​ກັບລະດັບ​​ເຕັກ​ນິກວິທະຍາສາດ​ ​ນັບ​ມື້​ນັບ​ສູງ​ຂຶ້ນ,ພະຍາດ​ອາຊີບຕ່າງໆ​ກໍ່​​ເກີດ​​ຂຶ້ນຕາມ,ຜູ້​​​ເຮັດ​ວຽກ​ຢູ່​​ໃນ​ຫ້ອງ​ກາ​ນ,ຍ້ອນ​ວ່າ​ນັ່ງ​​ແບບ​ເກົ່າ​ເປັນເວລາ​ດົນເລື້ອຍໆ,ຈຶ່ງ​ພາ​ໃຫ້ເປັນ​ພະຍາດ​ອາຊີບ ຄື​ພະຍາດດູກກ້ານ​ຄໍ​,​ແລະເຈັບຫຼັງ​ປວດແອວ​​​ເລື້ອຍໆ,​​​ແຂນ​ຂາ​ກໍ່​ບໍ່​ມີ​ແຮງ.   ຫວ່າງ​ມໍ່ໆ​​ນີ້,ທ່ານ​ດາ​ຮື ປໍ​ສະ​ເບີ​ຮັນ​ແສງ​ມົວ​ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ຫົວພັນ​ປຸງ​ແຕ່ງ​ຢອງແບກ​ຈຳກັດ​ສົ້ນ​ຂົວ​ນ້ຳ​ເປີ​ນ ບ້ານ​ບວມ​ງາມ ​ເມືອງ​ຫົວ​ເມືອງ ​ແຂວງ​ຫົວພັນ​ກໍ່ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ບອກ​ວ່າ​ທ່ານ​ໄດ້​ເປັນ​ພະຍາດຄ້າຍຄື​ແບບ​ທີ່​ເວົ້າ​ມາ,ແລະຖາມ​ວິທີ​ປິ່ວປົວ​ພະຍາດ​​,​ໃນ​ຈົດໝາຍ,ທ່ານ​ດາ​ຮື​ຂຽນ​ວ່າ:ການ​ທີ່​ເຮົາ​ນັ່ງເຮັດ​ວຽກ​ຢູ່​ປະນາມ​ໜຶ່ງ​ຊົ່ວ​ໂມງ​ຫຼື​ສອງ​ຊົ່ວ​ໂມງ​ມັກ​ຈະ​ມີ​ອາການ​ເຈັບ​ປວດສັນຫຼັງ​ຫຼື​ໝາກ​ໄຂ່ຫຼັງ,ນັ້ນ​ແມ່ນ​ຍ້ອນ​ສາ​ເຫດ​ໃດ?​​ຈະ​ມີ​ວິທີ​ຮັກສາ​ແນວ​ໃດບໍ່?    ທີ່​ຈິງ​ແລ້ວ,ພະນັກງານCRIພວ​ກ​ເຮົາ​ກໍ່​ມີ​ບັນຫາ​ດັ່ງກ່າວ​ນີ້​ຄື​ກັນ,ສຳລັບຜູ້​ທີ່​ນັ່ງເຮັດ​ວຽກ​ຢູ່​ໃນ​ຫ້ອງການດົນ​ໂພດ,​ເກືອບ​ໝົດ​ທຸກ​ຄົນ​ກໍ່​​ເຄີຍຮູ້​ສຶກ​ເຈັບ​ກ້ານຄໍຫຼື​ເຈັບຫຼັວປວດ​ແອວ​,​ໃນ​ລາຍການ​ພາກ​ນີ້,ພວກ​ເຮົາ​ກໍ່​ມາ​ຊອກ​ຫາ​ສາເຫດ​ທີ່​ເຮັດ​ໃຫ້​​ບໍ່​ສະບາຍ​,​ແລະ​​ຮຽນຮູ້ວິທີ​ຮັກສາ​ສຸຂະ​ພາບ​ຫຼາຍຢ່າງນຳ​ກັນ,ຫວັງ​ວ່າ​​ຄົງ​ຈະ​ມີ​ປະ​ໂຫຍ​ດຕໍ່ທ່ານ​ໄດ້.(ດົນຕີ​ຂັ້ນ)    ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ພະນັກງານ​​ໃນຫຼາຍອາຊີບ ​ເຊັ່ນ,ພະນັກ​ງານ​ບັນ​ຊີ,ນັກ​ປະພັນ,ບັນນາທິການ,ນັກ​ພິມ​ດີດ​ແລະ​ເລຂານຸການ​ເປັນ​ຕົ້ນ,ຍ້ອນ​ວ່າ​​​ກົ້ມ​ໜ້າເຮັດ​ວຽກ​ເປັນ​ເວລາ​ດົນ​ໂພດ,ດູກກ້ານຄໍ​ຈຶ່ງ​ຢູ່​ໃນ​ສະພາບ​ຄົດ​ໂຄ້ງ​ຫຼື​ຮ່າງຄີງປ່ຽນຊົງໄປແບບໃດແບບໜຶ່ງ,ບໍ່ພຽງແຕ່ເຮັດໃຫ້ຫວ່າງຂໍ້ກະດູກກ້ານຄໍ​ມີ​ຄວາມກົດ​ດັນສູງ​ຂຶ້ນ,ຍັງເຮັດ​​ໃຫ້ກ້າມຊີ້ນ​ກ້ານຄໍ​ຕ້ອງ​ຮັບ​ນ້ຳ ໜັກ​ດົນ​ນານ​ຢ່າງ​ບໍ່​ກົມກຽວ​ກັນ,ກ້ານ​ຊີ້ນເອັນທີ່ຈ່ອງ​ດຶງ​ກ້ານຄໍ​ກໍ​ຈະ​ປວດ​ງ່າຍ,​ນອກ​ນີ້,ດ້ານໜ້າດູກ​ກ້ານຄໍ​ຍ້ອນ​ຮຸກ​ຖູ​ກັນ,​​ພາ​ໃຫ້​ດູກ​ງອກ​ບວກ​ກັນ​ທ່າ​ທີ​ງວາກ​ໄປ​ງວາກ​ມາ,​ເຮັດ​​ໃຫ້​ດູ​ກກ້ານຄໍ​ຄົດ​ໂຄ້ງ​ໄປ​ທາງ​ດຽວຫຼາຍ​ເກີນ​ໄປ,ຈຶ່ງ​ເຮັດ​ໃຫ້​​ເຈັບປວດ​ເຂົາ​ຕື່ມ​,​ແລ້ວ​ເຮັດ​ໃຫ້​ເປັນ​ພະຍາດ​ກະດູກກ້ານຄໍ.    ພະນັກງານ​ທີ່​ເຮັດ​ວຽກ​ໃນ​ຫ້ອງການ​ຄວນພະຍາຍາມ​ຮັກສາທ່າ​ນັ່ງ​​ແບບທຳ​ມະ​ຊາດ,ຫົວກົ້ມ​ໄປ​ທາງໜ້າ​ເລັກ​ໜ້ອຍ,ຮັກສາ​​ເສັ້ນ​ໂຄ້ງ​​ທີ່​​ເປັນປົກ​ກະຕິລະຫວ່າງ​ຫົວ,​ກ້ານຄໍ​ແລະ​ເອິກ,ຄວນ​ປັບປຸງ​ໂຕະ​ແລະ​ຕັ່ງໃຫ້​ສູງ​ຂຶ້ນ​ຫຼືຕ່ຳລົງ​ເພື່ອ​ບໍ່​ໃຫ້ຫົວ​ແລະ​ກ້ານຄໍ​ເອນ​ໄປ​ທາງ​ຫຼັງ​​ໂພດ​ຫຼື​ກົ້ມ​ໄປ​ທາງໜ້າ​ໂພດ,ນອກ​ນີ້,ຖ້າວ່າ​ສາມາດສັ່ງ​ເຮັດ​ແຜ່ນ​ກະດານ​ເຮັດ​ວຽກ​ທີ່ງ່ຽງ​​ເປັນ​ມຸມ10ຫາ30ອົງສາ​ກັບ​ໜ້າ​ໂຕະ,ກໍ່​ຍິ່ງ​ສະດວກ​ໃນ​ການ​ປັບ​ທ່າ​ນັ່ງ​ໃຫ້​ດີ​ຂຶ້ນ.

1  2