ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 15:09:32    
ເພື່ອນ​ມິດ​ຜູ້​ຟັງ060908:​ນັ່ງ​ເຮັດ​ວຽກ​ດົນ ເຈັບ​ແອວ​​ເຈັບ​ຫັຼງຈະປົ​ວ​ແນວ​​ໃດ

cri


ສຳລັບພະນັກງານທີ່ເຮັດວຽກໃນຫ້ອງການດົນ​ນານນັ້ນ,ທຸກໆ1—2ຊົ່ວ​ໂມງກໍ່​ຄວນ​ບິດ​ຄໍ​ໄປ​​ມາເບື້ອງຊ້າຍ​ແລະ​​ເບື້ອງຂວາຫຼາຍ​ເທື່ອ,​ໃນ​ເວລາ​ບິດຄໍ​ຄວນ​ບິດ​ຄ່ອຍໆ​ແລະ​ຊ້າໆ,​ເພື່ອບິດ​ໄປ​ຈົນສຸດເທົ່າ​ທີ່​ຈະ​ເຮັດ​ໄດ້,ຫຼື​ໃຫ້​ບ່າ​ໜີບ​ເຂົ້າກັນ,ບ່າສອງ​ເບື້ອງໜີບ​ແໜ້ນ​ຊ້າ​ຊ້າ​3-5ວິນ​າທີ,​ແລ້ວສອງ​​ບ່າ​ຍົກຂຶ້ນ​ຮັກສາ3-5​ວິນາທີ,​ແລະ​ຍັງ​ສາມາດ​ໃຊ້​ໂຕະຫ້ອງ​ການ2​ໜ່ວຍ,​ສອງ​ມື​ຄ້ຳໜ້າ​ໂຕະ,ຍົກຕີນ​ຂຶ້ນ​ວິດ​ພື້ນ,ຮັກສາ​​ໄວ້​ປະມານ5ວິນາທີ,​ເຮັດ​ຄືນ​ໃໝ່3-5​ເທື່ອ.    ຜູ້​ຟັງ​ບາງ​ທ່ານ​ອາດ​ຈະ​ຖາມ​ວ່າ,ຍັງ​ມີ​ວິທີ​ງ່າຍໆ​ກວ່າ​ນີ້ບໍ່?ຄັນ​ຊັ້ນ,ກໍ່​ຈະ​ແນະນຳ​ດັ່ງ​ນີ້.   ບາງ​ຄົນຂ​ຽນ​ເອກະສານ​ຢູ່​ໃນ​ຫ້ອງການ​​ເປັນ​ເວລາ​ຫຼາຍ​ຊົ່ວ​ໂມງ​ກໍ່​ບໍ່​ລຸກ​ຢືນ​ພໍ​ເທື່ອ,​ແຕ່​ກໍ​ບໍ່​ໄດ້​ເປັນ​ພະຍາດ​​ເຈັບຂໍ້​ເຈັບ​ແອວ.​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນີ້?ທີ່​ຈິງ​ແລ້ວ​ເຫດຜົນ​ແມ່ນ​ງ່າຍ​ທີ່​ສຸດ,ຄື​ເຂົາ​ເຈົ້າ​ມັກ​ຢຽດ​ຄ້ານ,​​ເມື່ອ​ເຮັດວຽກ​ໄປ​ດົນໆ​ແລ້ວ ກໍ່​ໃຫ້​ລຸກ​ຢືນ​ຂຶ້ນ,ຢຽດ​ໝົດຕົນ​ໂຕ​ໃຫ້​ຄັກໆ​ຈົນ​ຮູ້ສຶກ​ສະບາຍໝົດ​ຕົນ​ໂຕ.    ​ເພາະວ່າເວລາ​ຢຽດ​ຄ້ານ,ສາມາດ​ເຮັດ​​ໃຫ້​​ອະ​ໄວ​ຍະ​ວະ​ຕ່າງ​ໆ​ໃນ​ໂຜ້ງ​ເອິກ​ ​ເຊັ່ນ,​ຫົວໃຈ​ແລະ​ປອດ​ເປັນ​ຕົ້ນ​ເຄື່ອນ​​ໄຫວຢ່າງ​ເຕັມທີ່,​ເຮັດໃຫ້​ມີອົກຊີ​ເຊນ​ຫຼາຍ​ກວ່າ​ເກົ່າ​ສະໜອງ​​ໃຫ້​ອະ​ໄວ​ຍະ​ວະ​ຕ່າງໆ,ພ້ອມ​ກັນ​ນັ້ນ,ກໍ່ສາມາດ​ສະໜອງ​ເລືອດ​ທີ່​ມີ​ອົກຊີ​ເຊນ​ນັ້ນ​ໃຫ້​ແກ່​ສະໝອງ,ດັ່ງ​ນັ້ນ​ກໍ່​ເຮັດ​ໃຫ້​ສະໝອງ​ປອດ​ໂປ່​ງ​ແລະ​ຮູ້ສຶກ​ສະບາຍ.ວິຊາ​ລະ​ລິ​ລະວິ​ທະ​ຍາບ​ອກໃຫ້​ຮູ້​ວ່າ,ນ້ຳໜັກ​ສະໝອງ​ຂອງ​ຄົນ​ເຖິງ​ວ່າ​​ກວມພຽງ1​ສ່ວນ50​ຂອງ​ນ້ຳ​ໜັກຮ່າງກາຍ​​ເທົ່າ​ນັ້ນ,​ແຕ່​ສະໝອງ​ພັດສິ້ນ​ເປືອງອົກ​ຊີ​ເຊ​ນ1/4ຂອງ​ຮ່າງກາຍ.ຍ້ອນ​ວ່າ​ນະ​ນຸດ​ຍ່າງ​​ໃນ​ທ່າ​ຢືນ,ສ່ວນ​ເທິງ​ຂອງ​ຮ່າງກາຍ​​ແລະ​ສະໝອງ​ມັກຂາ​ດການ​ສະໜອງ​ເລື​ອດ​ແລະອົກ​ຊີ​ເຊ​ນ​ຢ່າງ​ເຕັມທີ່​ງ່າຍ,ຖ້າວ່າ​ນັ່ງ​ດົນບໍ່​ເຄື່ອນ​ທີ່,ກໍ່​ພາ​ໃຫ້​ເກີດ​ອາ​ການ​ທີ່​ສະ​ໝອງ​ຂາດ​ເຂີນ​ເລືອດ​ແລະ​ໂອ​ຊີ​ເຈັນ​ງ່າຍ,​ເຮັດ​ໃຫ້​ຄົນ​ຢາກ​ນອນ,ມຶນ​ຂາ​ເຈັບ​ແອວ,ປະສິດ​ທິພາ​ບ​ເຮັດ​ວຽກ​ຈຶ່ງ​ຕ່ຳ​ລົງ.​ການ​ຢຽດ​ຄ້ານ​ເປັນກິລິຍາ​ທ່າ​ທາງ​ທຳ​ມະ​ດາ​ແຕ່​ມີ​ຜົນ​ດີ​ຢ່າງ​ໜ້າອັດ​ສະ​ຈັນ,ທ່ານຜູ້​ຟັງ​ທີ່​ນັ່ງ​ດົນ​​ໆ​ຖ້າລອງ​ຢຽດ​ເບິ່ງ​ກໍ່​ຄົງ​ຈະ​ດນອກ​ນີ້,ຍັງ​ມີ​ຂໍ້​ໜຶ່ງ​ທີ່ຕ້ອງ​ເຕືອນ​ໃຫ້​ທ່າ​ນຮູ້,ດຽວນີ້,ຫ້ອງການຊັ້ນ​ສູງ​ສ່ວນ​ຫຼາຍຈະຕິດ​ຕັ້ງ​ເຄື່ອງ​ປັບ​ອາກາດ​ລວມ,ປ່ອງຢ້ຽມ​ປິດ​​ແຈບ​ໝົດ,​ເມື່ອ​ຮອດ​ຕອນ​ທ່ຽງ,​ໃນ​ຫ້ອງການ​ກໍ່​ເລິ່ມຂາດອົກ​ຊີ​ເຊ​ນ,ບວກ​ກັບ​ໝົດຕອນ​ເຊົ້າ​ກໍ່​​ເຮັດ​ວຽກ​ໃຊ້​ສະ​ໝອງ​ຢ່າ​ງ​ເຕັມ​ທີ່,​​ໂດຍ​ສະ​ເພາ​ະ​ເມື່ອ​ໄດ້​ກິນ​ເຂົ້າທ່ຽງ​ແລ້ວ,​ເພື່ອ​ຊ່ອຍ​​ຍ່ອຍ​ອາຫານ,​ເລືອດກໍ່​​ໄຫຼ​ຈາກ​ສະ​ໝອງ​ໄປ​ສູ່​ກະ​ເພາະ​ແລະ​ລຳໄສ້,​​ໃນ​ຂະນະ​ນີ້,ເລືອດ​​ທີ່ໄຫຼ​ຜ່ານ​ສະໝອງຈຶ່ງ​ບໍ່ພ​ຽງພໍ.


ສະ​ໝອງ​ແມ່ນ​ອະ​ໄວ​ຍະ​ວະ​ທີ່​ມີ​ຄວາ​ມຮູ້ສຶກໄວ​ທີ່​ສຸດ​ຕໍ່​ການ​ຂາດ​ອົກ​ຊີ​​ແຊນ,ຂາດ​ອົກ​ຊີ​​​ແຊນ​ກໍ່​ຈະ​ຮູ້ສຶກ​ເຈັບຫົວ,ຢາກ​ນອນ,ຫາວ,ຫົວ​ຄຶດ​ຊ້າລົງ.ສະ​ນັ້ນ,ພະນັກງານ​ທີ່​ເຮັດ​ວຽກ​ໃນ​ຫ້ອງການ,​ເມື່ອ​ກິນ​ເຂົ້າທ່ຽງ​​ແລ້ວກໍ່​ຕ້ອງ​ກິນ​ກາ​ເຟຈອກ​ໜຶ່ງ,ເພື່ອ​​ໃຫ້​ຮູ້ສຶກ​ສົດ​ຊື່ນ​,​​ແຕ່​ດົນ​ໄປ​ແລ້ວ,ລະບົບ​ປະສາດ​ຂອງ​ຄົນ​ກໍ່​ຈະ​ລື້​ງອາ​ໄສ​ກາ​ເຟ,ສະ​ນັ້ນ,ມີ​ແຕ່​ກິນ​ຫຼາຍ​ກວ່າ​ເກົ່າ​ຈຶ່ງ​ມີປະສິດທິ​ຜົນ​ຊ່ຳເກົ່າ.​ແຕ່​ກາ​ເຟກໍ່​ບໍ່​ມີ​ທາດ​ບຳລຸງຫຍັງ​ຫຼາຍປານ​ໃດ

ນອກ​ນີ້,​​ເມື່ອ​ຈື້ງຕາເບິ່ງ​ສິ່ງ​ຂອງ​​​ແບບໃກ້ໆ​​ເປັນ​ເວລາ​ດົນ​,​ໂດຍ​ສະ​ເພາະ​ແມ່ນ​ກົ້ມ​ຫົວ,ຈະມີ​ຜົນ​ສະທ້ອນ​ຕໍ່​ດູກກ້ານ​ຄໍ​ແລະດູກ​ແອວ,ທັງ​ພາ​ໃຫ້​ເມື່ອຍຕາ​ງ່າຍ.ດັ່ງ​ນັ້ນ​​ເມື່ອ​ກົ້ມ​ຫົວ​ເຮັດ​ວຽກດົນ​ແລ້ວ,​ຄວນ​ເງິ​ຍໜ້າ​ເບິ່ງໄປ​ທາງ​ໄກນຳ​ແດ່

 ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,ຜູ້​ຈັດ​ລາຍການ​ໄດ້​ເວົ້າ​ເຖິງ​ວ່າ,ຜູ້​ເຮັດ​ວຽກ​ໃນ​ຫ້ອງການ​ນັ້ນ​ມີຫຼາຍຄົນ,ຍ້ອນ​ວ່າ​ນັ່ງ​ດົນ,ຫົວ​ກໍ່​ກົ້ມໄປທາງ​ໜ້າ,​ເຮັດ​ໃຫ້​ເສັ້ນ​ເລືອດຄໍຖືກ​ກົດໜີບ,ຈົນ​ເຮັດ​ໃຫ້​​​ເລືອດ​ໃນ​ສະໝອງ​ຖືກ​ຈຳກັດ,​​ເຮັດ​ໃຫ້ການ​ສະໜອງອົກ​ຊີ​ເຊ​ນ​ໄປ​ສູ່​ສະໝອງ​ບໍ່ພ​ຽງພໍ,ພາ​ໃຫ້​ເກີດ​ມີ​ອາການ​ຕ່າງໆ ​ເຊັ່ນ,ວິນ​ຫົວ,ອິດ​ເມື່ອຍ,ນອນ​ບໍ່ຫຼັບ,ຄວາມ​ຈື່​ຈຳ​ອ່ອນ​ລົງ​ເປັນ​ຕົ້ນ.ນອກ​ນີ້,ທີ່​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ແມ່ນ,ຍ້ອນນັ່ງ​ເຮັດ​ວຽກ​ດົນ,​ໜ້າ​ເອິກ​ຈຶ່ງຂະ​ຫຍາ​ຍກວ້າງ​ບໍ່​ໄດ້,​ຫົວ​ໃຈ​ແລະ​ປອດ​ຖືກກົດ​ໜີບ,​​ເຮັດ​ໃຫ້​ອັດຕາ​ເປັນ​ພະຍາດ​ຫົວ​ໃຈ​ແລະ​ພະຍາດປອດ​ເພິ່ມຂຶ້ນ.ການສະ​ສະໜອງ​ເລືອດ​ໄປ​ສູ່​​ໂຜ້ງ​ທ້ອງຫຼຸດ​ໜ້ອຍ​ລົງ,ພາ​ໃຫ້​ກະ​ເພາະ​ແລະລຳ​ໄສ້​​ເໜັງ​ຕີງ​ຊ້າລົງ,ນ້ຳ​ຍອຍ​ອາຫານ​ຊະນິດ​ຕ່າງໆ​ຊຶມ​ອອກ​ໜ້ອຍ​ລົງ,ຈຶ່ງ​ພາ​ໃຫ້​ເກີດ​ມີ​ອາການກິນ​ເຂົ້າ​ບໍ່​ແຊບ,ຍື່ງ​ທ້ອງ,ທ້ອງຜູກ​ເປັນ​ຕົ້ນ​.​ການ​ນັ່ງ​ດົນ​ຕໍ່​ຍັງ​ເຮັດ​ໃຫ້​ເສັ້ນ​ເລືອດ​ດຳ​ຕາມ​ຂາ​ໄຫຼ​ກັນ​ບໍ່​ສະດວກ.

​ເພື່ອ​ຜ່ອນ​ຄາຍຄວາມ​ອິດ​ເມື່ອຍ​ທີ່​ນັ່ງ​ຢູ່​ໃນ​ຫ້ອງ​ການ​​ດົນ​ໂພດ,ພວກ​ເຮົາ​ຂໍ​ແນະນຳ​ວິທີ​ຫັດກາຍໃຫ້​ທ່ານ, ລອງ​​ເຮັດເບິ່ງວ່າ​ຈະ​ໄດ້ຜົນຫຼື​ບໍ່?    ອັນ​​ທີ1,​ເວລາຫວີ​ຜົມ​ໃຫ້ໃຊ້​ນິ້ວມື​​ແທນ​ຫວີ,​ເລິ່ມຈາກໜັງ​ຫົວ​ທາງໜ້າຜາກ​ຫວີ​ໄປ​ຮອດ​ງ່ອມ​ດົ້ນ,​ແລ້ວ​ຫວີ​ຈາກ​ທາງ​ໜ້າໄປ​ຮອດ​​ຫຼັງ​ຫູອີກ.​ຊ້ຳ​ແບບ​ນັ້ນ​ຈັກ10​-20​ເທື່ອ,ຈະພາ​ໃຫ້ເລືອດ​​ໄຫຼໄປ​ສູ່​ສະໝອງດີຂຶ້ນ,​ເຮັ​ດ​ໃຫ້​ສະໝອງ​ປອດ​​ໂປ່​ງ,ຍັງ​ສາມາດ​ຫຼຸດລົງ​ຄວາມດັນ​ເລືອດອີກ​

ອັນທີ2​ແມ່ນ​ການດິດຫົວ:ນັ່ງ​ຢູ່​ເທິງ​ຕັ່ງ,​ໃຊ້​2ຝາ​ມື​ອັດ​ຫູ2​ເບື້ອງ​ແລ້ວ,​​ໃຊ້​ນີ້ວຊີ້,ນີ້ວກາງ​ແລະ​ນີ້ວນາງ​ດິດຫົວ​ຄ່ອຍໆ,ຕົນ​ເອງ​ຈະ​ໄດ້​ຍິນສຽງ​ດີດ.​ແຕ່​ລະ​ມື້​ເຮັດ10-20​ເທື່ອ,ຈະ​ຊ່ອຍ​ແກ້​ອິດ​​ເມື່ອຍ,ກັນ​ວິນ​ຫົວ,​ຫູ​ດີກ​ວ່າ​ເກົ່າ​ແລະ​ແກ້ຫູອື້.

ອັນ​ທີ3​ແມ່ນ​ການ​ດືງ​ຫູ:​ໃຫ້​ເອົາ​ມື​ຊ້າຍ​ກ່າຍ​ຂ້າມ​ຫົວ,ໃຊ້​ນີ້ວ​ມື​ຈັບ​ໃບ​ຫູ​ເບື້ອງ​ຂວາ,ແລ້ວ​ດືງ​ຂຶ້ນ​14​ເທື່ອ,​ແລ້ວ​ປ່ຽນ​ເອົາ​ມື​ຂວາ​ກ່າຍ​ຂ້າມ​ຫົວ,​ໃຊ້​ນີ້ວ​ມື​ຈັບ​ໃບ​ຫູ​ເບື້ອງ​ຊ້າຍ,ດືງ​ຂຶ້ນ​14​ເທື່ອ,ຈະ​ຊ່ອຍ​ແກ້​ຮ້ອນ​ໃນ,​ເຮັດ​ໃຫ້ຫາ​ຍ​ໃຈ​ສະ​ບາຍ​ແລະ​ນອນ​ຫຼັບ.

 ອັນ​ທີ4​ແມ່ນ​ການຝຶກ​ຕາ:​​ເມື່ອ​ອ່ານໜັງສື,​ເບິ່ງ​ເອກະສານ​ຈົນ​ເມື່ອຍ​ຕາ​ແລ້ວ,​ໃຫ້​ເບິ່ງ​ອອກ​ໄກ​ນອ​ປ່ອງຢ້ຽມ​ໄກໆ​ປະມານ10ນາທີ,​ແລະ​ອອກ​ແຮງ​ພັບ​ຕາ​ຫຼາຍ​ເທື່ອ,ຫຼື​​ເຫຼືອກ​ໄປມາຈະ​ຊ່ອຍຜ່ອນ​ຄາຍ​ກ້າມຊີ້ນຕາ,ຊຸກ​ຍູ້​ການ​ໝູນວຽນຂອງ​ເລືອດ​ຕາມ​ຂອບ​ຕາ,​ເຮັດ​ໃຫ້​ຕາ​​ໄດ້ພັກຜ່ອນ​ດ້ວຍ

ອັນທີ5​ແມ່ນ​ການປິ່ນ​ຄໍ:​ພະຍາຍາມເງິ​ຍຫົວ​​ແຫງນ​ໄປ​ທາງຫຼັງ,​​ແລະ​ກົ້ມ​ລົງ​ທາງ​ໜ້າ​ຈົນໃຫ້​ຄາງກະ​ໄຕ​ຈຸ​ເຖິງ​ໜ້າ​ເອິກ,​ເຮັດ​ໃຫ້​ກ້າມຊີ້ນ​ຄໍ​ແລະ​ຫຼັງ​ຕຶງ,​ແລະ​ງ່ຽງ​ໄປ​ມາເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ10ຮອດ15​ເທື່ອ,​ແລ້ວນັ່ງ​​ໃຫ້​ແອວ​ຕິດພະນັກ​ຕັ່ງ,ສອງ​ມື​​ໂອບ​ກ້ານ​ຄໍ​ບຶດໜຶ່ງ

ອັນ​ທີ6​ແມ່ນ​ການຢຽດ​​ຄ້ານ:ການຢຽດ​ຄ້ານ​ສາມ​າດ​​ພາ​ໃຫ້​ເລືອດ​ໝູນວຽນ​​ໄວ​ຂຶ້ນ,ຜ່ອນຄາຍ​ກ້າມ​​ຊີ້ນ​ໝົດ​ຄີງ,ປັບປຸງ​ກະດູກ​ສັນຫຼັງ​ທີ່​ໂຄ້ງໄປ​ໜ້າເກີນ​ໄປ,ຮັກ​ສາ​ຮູບ​ຮ່າງ​ໄດ້​ດີ.; ອັນ​ທີ7​ແມ່ນ​ການນວດ​ທ້ອງ:​​ໃຊ້​ຝາມື​ຂວານ​ວດ​ທ້ອງ​ອ້ອມ​ລາຍ​ບື​ໄປ​ທາງ​ທິດ​ເຂັມ​ໂມງ36ຮອບ,ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ເປັນ​ທ້ອງ​ຜູກ​ແລະ​ຊ່ອຍ​ຍ່ອຍ​ອາ​ຫານ​ດີເປັນ​ຕົ້ນ.(ດົນຕີ​ຂັ້ນ)

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,​ໃນ​ລາຍ​ການ​ພາກ​ນີ້,ພວກ​ເຮົາ​ໄດ້​ແນະນຳ​ ຫຼາຍ​ວິ​ທີ​ຮັກສາ​ສຸຂະພາບ​ສຳ​ລັບ​ຜູ້​ຕ້ອງ​ນັ່ງ​ເຮັດ​ການ​ຢູ່ໃນ​ຫ້ອງ​ການ​ດົນໆ.ເອົາ​ລະ,ລາຍການ​​ເພື່ອນ​ມິດ​ຜູ້​ຟັງພາກ​ນີ້​ກໍ​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້ກ່ອນ​ຈາກ​ກັນ,ພວກ​ເຮົາ​ຂໍ​ຈັດ​ເພງມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາຍ​ການ​ຢູ່​ໃນ​ຂະ​ນະ​ນີ້,ເພງ​ນີ້​ຊື່​ວ່າ"ຈູ້ນີ​ພີງ​ອ່ານ",ແປວ່າ"ຂໍ​ໃຫ້​ເຈົ້າ​ຈົ່ງ​ສຸກ​ສະ​ບາຍ",ຂໍ​ອວຍ​ພອນ​ຜູ້​ຟັງ​ທຸກ​ຄົນ​ຈົ່ງ​ມີສຸ​ຂະ​ພາບ​ເຂັ້ມ​ແຂງ,ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ໜ້າ​ທີ່ວຽກ​ງານ​ແລະ​ຄອບຄົວ​ມີ​ຄວາມສຸກ. ພົບ​ກັນ​ໃໝ່​ໃນ​ວັນ​ສຸກ​ໜ້າ,ສະບາຍດີ.


1  2