ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 15:11:42    
CD​ໃໝ່​ຂອງນາງ​ໂມ້​ອ້ຽນລີ​ນຊຸດ"ຢາກ​ເປັນ​ໂສດຕະຫຼອດໄປ"

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ແສງ​ແກ້ວ​ຍິນ​ດີ​ຕ້ອນຮັບ​ທ່ານ​​ເຂົ້າສູ່​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ຂອງ​ວິທະຍຸCRI, ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວ​ຂໍ​​ແນະນຳ​CD​ຊຸດທຳ​ອິດ​ຂອງ​ນາງ​ໂມ້​ອ້ຽນລີ​ນ ນັກ​ຮ້ອງ​ໃໝ່, ​ເພງ​ຊຸດ​ນີ້​ໃຫ້ຊື່ວ່າ"ຢາກ​ເປັນ​ໂສດຕະຫຼອດ​ໄປ".

ນາງ​ໂມ້​ອ້ຽນລີ​ນ​ແມ່ນ​ນັກ​ຮ້ອງ​ໃໝ່​ຜູ້ດີ​​ເດັ່ນ​ທີ່​ປະກົດ​ຕົວ​ຂຶ້ນ​ໃນ​ວົງ​ການ​ເພງຂອງ​ແຜ່ນດິນ​ໃຫຍ່​ຈີນ​ປີ​ນີ້, ນາງ​ບໍ່ພຽງ​ແຕ່​ຮ້ອງ​​ເພງມ່ວນ, ​ແຕ່ງ​ເພງ​ກໍ​ເກັ່ງຫຼາຍ. ​ໃນ 1996, ນາງ​ໂມ້​ອ້ຽນລີ​ນກໍ​ໄດ້​ຮ້ອງ​ເພງ​ຢູ່​​ໃນບາ​ເມືອງ​ອູ​ຮ້ານ, ​ພຽງສອງ​ປີ​ນາງກໍ​ກາຍ​ເປັນ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ໃນ​ທ້ອງ​ຖິ່ນ. ປີ 2003, ນາງ​ໂມ້​ອ້ຽນລີ​ນ​ໄດ້​ແຕ່ງ​ເພງ"​ຊົມ​ທະ​ເລ", ​ເພງ​ນີ້​​ໄດ້​ຈັດ​ເຂົ້າCD ທີ່​ຊື່ວ່າ"ລະດູ​ຮ້ອນ"​ຊຶ່ງ​ເປັນ CD ຊຸດ​ທຳ​ອິດ​ຂອງ​ນາງ​ໂຈ​ວຊຸ້ນ ນັກ​ຮ້ອງ​​ແຜ່ນດິນ​ໃຫຍ່​ຈີນ, ທັງ​ເປັນ​ເພງ​ເອກ​ຂອງCDຊຸດ​ນີ້. ຍ້ອນ​ມີເພງ​ນີ້, ນາງ​ໂຈ​ວຊຸ້ນ​ໄດ້​ຮັບ​ລາງວັນ​ເພງ​ດີ​ເລີດ​ແລະ​ລາງວັນ​ນັກ​ຮ້ອງ​ໃໝ່​ຂອງ​ວົງ​ການ​ເພງ​ຈີນ​ໃນ​ປີນັ້ນ.

​ເດືອນ​ມີນາ​ປີ​ນີ້, ນາງ​ໂມ້​ອ້ຽນລີ​ນ​ໄດ້​ອັດ​ຈຳໜ່າຍ​CD​ຊຸດ​ທຳ​ອິດ​ທີ່​ໃຫ້​ຊື່ວ່າ"ຢາກ​ເປັນ​ໂສດ​ຕະ​ຫຼອດ​ໄປ", ​​ເຊິ່ງ​ເປັນCD​ຊຸດ​ໃໝ່ຂອງ​ບໍລິສັດ​ທ້າຍ​ເຫີ​ມ້າຍຖຽນ​ໃນ​ປີ​ນີ້. ​ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງdai zou ໜີໄປ, ​ເພງນີ້​​ສອນ​ໃຫ້​ຄົນ​ຮຽນ​ຮູ້​ການລືມ​​ເລື່ອງ​ລາວ​ໃນອະ​ດີດ, ​ໃນ​​ເມື່ອ​ທຸກສິ່ງ​ທຸກ​ຢ່າງ​ຕ່າວ​ຄືນ​ບໍ່ໄດ້​ແລ້ວ, ດີ​ທີ່ສຸດ​ກໍ​ຈົ່ງ​ປ່ອຍ​ມັນ​ໄປ, ລືມ​ຄວາມ​ໂສກ​ເສົ້າ​ແຫ່ງ​ຄວາມ​ຮັກ, ​ເອົາ​ມັນ​ຝັງ​ໄວ້ຢູ່​ພື້ນ​ທະ​ເລ​​ແຫ່ງ​ການ​ເວ​ລາ. ​ເນື້ອ​ເພງ​ມີ​ຢູ່​ວ່າ: "​ເຈົ້າຈະ​ບໍ່​ມາ​ອີກ​ແລ້ວ, ​ເໝືອນ​ດັ່ງ​ຄວາມ​ເປົ່າ​ຫວ່າງ​ຢູ່​ເທິງ​ທ້ອງ​ຟ້າ, ຄວາມ​ຮັກ​ມີແຕ່ຈົ່ງ​ໄວ້​ໃຫ້​ຜູ້ລໍຄອຍ, ແຕ່ລໍຄອຍ​ດົນ​​ປານໃດ​ກໍ​ບໍ່​ມີ​ຄຳ​ຕອບ, ຂ້ອຍຈຶ່ງເຊົາຄອງຄອຍ, ເຊົາໄຟ່ຝັນ​, ​ໃຫ້​ຄວາມ​ຊົງ​ຈຳ​ຈົມ​ລົງພື້ນ​ທະ​ເລ​ແຫ່ງ​ການເວລາ."

​​ໃນ​CD​ຊຸດ​ໃໝ່​ຂອງ​ນາງ​ໂມ້​ອ້ຽນລີ​ນ, ​​ເພງ​ໃດ​ກໍ​ແມ່ນ​ເລື່ອງເລື່ອງ​ໜຶ່ງ, ​ເປັນການສະ​ແດງ​ຈິດ​ໃຈຢ່າງ​ໜຶ່ງ. ​ເພງ"ຢາກ​ເປັນ​ໂສດ​ຕະ​ຫຼອດ​ໄປ" ​ແມ່ນ​ເພງ​ສະ​ແດງ​ອອກ​ເຖິງ​ຊີ​ວິດ​ໃນ​ສະ​ໄໝ​ໃໝ່​ຂອງ​ນາງ, ຈະ​ຖື​ເປັນ​​ສານ​ປະ​ກາດ​ຄວາມເປັນໂສດ​ຂອງ​ແມ່​ຍິງກໍ​ວ່າ​ໄດ້. ​ໃນ​ເພງ​ນີ້, ນາງ​ໂມ້​ອ້ຽນລີ​ນ​ໄດ້​ເລົ່າ​ເລື່ອງ​ຄວາມ​ຮັກ​ທີ່​ບໍ່​ມີ​ຄວາມ​ໝາຍ​ຕອນ​ໜຶ່ງຢູ່​ຟັງ, ນາງ​ຮຽກຮ້ອງ​ໃຫ້​ຜູ້ຍິງ​ທີ່​ເບື່ອ​ໜ່າຍ​ຄວາມ​ຮັກ​ຄວາມຊັງ​ລະຫວ່າງ​ຍິງ​ຊາຍ​ນັ້ນ​ຜີກ​ໜີອອກ​ຈາກ​​ເກມ​ຄວາມ​ຮັກ​ທີ່​ບໍ່​​ແລ້ວ​ບໍ່​ທົ່ວ, ​ເພື່ອ​ສະ​ເຫວີຍ​ຄວາມສຸກ​ທີ່​ເປັນ​ໂສດ​ທີ່​ບໍ່​ມີ​ສິ່ງຜູກ​ມັດ​​ແລະ​ຢູ່​ຢ່າງ​ອິດ​ສະ​ຫຼະ​ເສ​ລີ.

1  2