|
|
(GMT+08:00)
2006-09-11 20:02:26
|
|
ຊີວິດທີ່ຢືນເອົາມາ
cri
Author: min
ໃນສະໄໝປະຖົມປະຖານ, ເທວະດາໄດ້ປັ້ນໂຕລວາ, ແລ້ວບອກມັນວ່າ, ຕັ້ງແຕ່ເຊົ້າເທົ້າຄ່ຳໃຫ້ເຈົ້າເຮັດວຽກຢູ່ບໍ່ເຊົາ ເຈົ້າຕ້ອງຕ່າງຂອງໜັກ ກິນແຕ່ຫຍ້າແລະບໍ່ມີສະຕິປັນຍາ, ເຈົ້າຈະມີຊີວິດຢູ່ໄດ້ 30 ປີ. ລວາອ້ອນວອນເທວະດາວ່າ, ຖ້າແມ່ນຊີວິດແບບນີ້ກໍຢ່າໃຫ້ຂ້າຍືນເກີນ 20 ປີເຖາະ. ເທວະດາເຫັນດີນຳຄຳຮ້ອງຂໍລວາ.
ເທວະດາໄດ້ປັ້ນໝາແລ້ວບອກມັນວ່າ, ເຈົ້າຕ້ອງລະວັງຢູ່ສະເໜີ, ຮັກສາມະນຸດແລະເຝົ້າເຮືອນໃຫ້ເຂົາເຈົ້າ ໃຫ້ເຈົ້າກິນເງື່ອນອາຫານຢູ່ເທິງໂຕະຂອງຄົນ ເຈົ້າຈະມີຊີວິດຢູ່ໄດ້ 25 ປີ. ໝາຂໍໃຫ້ເທວະດາຕັດຊີວິດຂອງຕົນໃຫ້ເຫຼື່ອແຕ່ 15 ປີ. ເທວະດາກໍຕົກລົງຄືກັນ.
ຈາກນັ້ນເທວະໄດ້ເວົ້າຕໍ່ລີງວ່າ, ເຈົ້າໂຫນຢູ່ເທິງຕົ້ນໄມ້, ເຮັດທ່າທາງໃຫ້ຄົນຫົວ, ເຈົ້າຈະມີຊີວິດຢູ່ໃນໂລກນີ້ເປັນເວລາ 20 ປິ. ເມື່ອລີງຟັງແລ້ວເລີຍຂໍໃຫ້ເທວະດາຢ່າໃຫ້ຕົນມີຊີວິດເປັນຕົວຕະຫຼົກແນວນີ້ຢູ່ໃນໂລກເກີນ 10 ປີ. ເທວະດາກໍ່ເຫັນດີຄືກັນ.
ສຸດທ້າຍ, ເທວະດາໄດ້ປັ້ນແຕ່ງຄົນແລ້ວບອກຄົນວ່າ, ເຈົ້າຕ້ອງດຳລົງຊີວິດຢູ່ໃນໂລກນີ້ຢ່າງມີສະຕິ, ໃຫ້ເຈົ້າໃຊ້ຄວາມສະຫຼາດຂອງເຈົ້າຮຽນຮູ້ທຸກສິ່ງທຸກຢ່າງ ຄວບຄຸມທຸກສີ່ງທຸກຢ່າງ, ເຈົ້າຈະມີຊີວິດຢູ່ໄດ້ 20 ປີ. ເມື່ອຄົນຟັງແລ້ວກໍ່ຕອບວ່າ, ເທວະດາ! ຊີວິດຂອງຄົນມີແຕ່ 20 ປີທໍ່ນັ້ນ, ມັນສັ້ນໂພດ, ຂໍໃຫ້ເອົາເວລາລວາ ໝາ ແລະລີງບໍ່ຢາກໄດ້ນັ້ນໃຫ້ຂ້າຈະໄດ້ບໍ່? ເທວະດາກໍ່ເຫັນດີຄືກັນ.
ໃນທີ່ສຸດ, ກໍ່ຄືກັບການຈັດວາງຂອງເທວະດາ, ທຳອິດ ຄົນໄດ້ດຳລົງຊີວິດຢ່າງບໍ່ຕ້ອງເປັນຫ່ວງນຳຫຍັງໝົດເປັນເວລາຫຼາຍປີ, ຕໍ່ມາ, ເຂົາໄດ້ສ້າງຄອບສ້າງຄົວ ມີວຽກເຮັດງານທຳ ເຮັດວຽກຢ່າງເອົາເປັນເອົາຕາຍດ້ວຍໜ້າທີ່ຮັບຜິດຊອບອັນໜັກໜາເໝືອນດັ່ງໂຕລວາ. ຕໍ່ມາ, ເຂົາຕ້ອງເບິ່ງແຍງລູກເຕົ້າຢ່າງເອົາຈິງເອົາຈັງເໝືອນດັ່ງໂຕໝາທີ່ມີຄວາມຈົ່ງຮັກພັກດີ, ເມື່ອເຖົ້າແລ້ວ, ເຂົາກໍ່ຢອກຫຼິ້ນກັບພວກຫຼານ, ເຮັດທ່າທາງຕະຫຼົກເພື່ອໃຫ້ຫຼານດີໃຈ, ຄືກັບໂຕລີງກ້ອກ.
1 2
|
|
|