ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 20:02:48    
ຊີວິດ​ທີ່​ຢືນ​ເອົາ​ມາ

cri Author: min


ໃນ​ສະ​ໄໝ​ປະ​ຖົມ​ປະ​ຖານ, ​ເທວະ​ດາ​ໄດ້​ປັ້ນ​ໂຕ​ລວາ, ​ແລ້ວ​ບອກ​ມັນ​ວ່າ, ​ຕັ້ງ​ແຕ່​ເຊົ້າ​ເທົ້າ​ຄ່ຳ​ໃຫ້​ເຈົ້າ​ເຮັດ​ວຽກ​ຢູ່​ບໍ່​ເຊົາ ​ເຈົ້າ​ຕ້ອງ​ຕ່າງ​ຂອງ​ໜັກ ກິນ​ແຕ່​ຫຍ້າ​ແລະ​ບໍ່​ມີ​ສະຕິ​ປັນຍາ, ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ໄດ້ 30 ປີ. ​ລວາ​ອ້ອນ​ວອນ​ເທວະ​ດາ​ວ່າ, ​ຖ້າ​ແມ່ນ​ຊີ​ວິດ​ແບບ​ນີ້​ກໍ​ຢ່າ​ໃຫ້​ຂ້າ​ຍືນ​ເກີນ 20 ປີ​ເຖາະ.
ເ​ທວະ​ດາ​ເຫັນ​ດີ​ນຳ​ຄຳ​ຮ້ອງ​ຂໍ​ລວາ.

​ເທວະ​ດາ​ໄດ້​ປັ້ນໝາ​ແລ້ວ​ບອກ​ມັນ​ວ່າ, ​ເຈົ້າຕ້ອງ​ລະວັງ​ຢູ່​ສ​ະ​ເໜີ, ​ຮັກສາ​ມະນຸດ​ແລະ​ເຝົ້າ​ເຮືອນ​ໃຫ້​ເຂົາ​ເຈົ້າ ​ໃຫ້​ເຈົ້າກິນ​ເງື່ອນ​ອາຫານ​ຢູ່​ເທິງ​ໂຕະ​ຂອງ​ຄົນ ​ເຈົ້າຈະ​ມີ​ຊີວິດ​ຢູ່​ໄດ້ 25 ປີ. ໝາ​ຂໍ​ໃຫ້​ເທວະ​ດາ​ຕັດ​ຊີ​ວິດ​ຂອງ​ຕົນ​ໃຫ້​ເຫຼື່ອ​ແຕ່ 15 ປີ.
​ເທວະ​ດາ​ກໍ​ຕົກລົງ​ຄື​ກັນ.

ຈາກ​ນັ້ນ​ເທວະ​ໄດ້​ເວົ້າຕໍ່​ລີງ​ວ່າ, ​ເຈົ້າ​ໂຫນ​ຢູ່​ເທິງ​ຕົ້ນ​ໄມ້, ​ເຮັດ​ທ່າ​ທາງ​ໃຫ້​ຄົນ​ຫົວ, ​ເຈົ້າຈະ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ເປັນ​ເວລາ 20 ປິ. ​ເມື່ອ​ລີງ​ຟັງ​ແລ້ວ​ເລີຍ​ຂໍ​ໃຫ້​ເທວະ​ດາ​ຢ່າ​ໃຫ້ຕົນ​ມີ​ຊີ​ວິດ​ເປັນ​ຕົວ​ຕະຫຼົກ​ແນວ​ນີ້​ຢູ່​ໃນ​ໂລກ​ເກີນ 10 ປີ.
ເທວະ​ດາກໍ່​ເຫັນ​ດີ​ຄື​ກັນ.

ສຸດ​ທ້າຍ, ​ເທວະ​ດາ​ໄດ້​ປັ້ນ​ແຕ່ງ​ຄົນ​ແລ້ວ​ບອກ​ຄົນ​ວ່າ, ​ເຈົ້າຕ້ອງ​ດຳລົງ​ຊີວິດ​ຢູ່​ໃນ​ໂລກ​ນີ້​ຢ່າງ​ມີ​ສ​ະຕິ, ​ໃຫ້​ເຈົ້າ​ໃຊ້​ຄວາມ​ສະ​ຫຼາດ​ຂອງ​ເຈົ້າ​ຮຽນ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ ຄວບ​ຄຸມ​ທຸກ​ສີ່ງ​ທຸກ​ຢ່າງ, ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ໄດ້ 20 ປີ. ​ເມື່ອ​ຄົນ​ຟັງ​ແລ້ວກໍ່​ຕອບ​ວ່າ, ​ເທວະ​ດາ! ຊີວິດ​ຂອງ​ຄົນ​ມີ​ແຕ່ 20 ປີ​ທໍ່​ນັ້ນ, ມັນສັ້ນ​ໂພດ, ຂໍ​ໃຫ້​ເອົາ​ເວລາ​ລວາ ໝາ ​ແລະ​ລີງ​ບໍ່​ຢາກ​ໄດ້​ນັ້ນ​ໃຫ້​ຂ້າຈະ​ໄດ້​ບໍ່?
​ເທວະ​ດາກໍ່​ເຫັນ​ດີ​ຄື​ກັນ.

​ໃນ​ທີ່ສຸດ, ກໍ່​ຄື​ກັບ​ການຈັດ​ວາງ​ຂອງ​ເທວະ​ດາ, ທຳ​ອິດ ຄົນ​ໄດ້​ດຳລົງ​ຊີວິດ​ຢ່າງ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ຫຍັງ​ໝົດ​ເປັນ​ເວລາຫຼາຍປີ, ຕໍ່​ມາ, ​ເຂົາ​ໄດ້​ສ້າ​ງຄອບ​ສ້າງ​ຄົວ ມີ​ວຽກ​ເຮັດ​ງານ​ທຳ ​ເຮັດ​ວຽກ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ​ດ້ວຍ​ໜ້າ​ທີ່​ຮັບຜິດຊອບ​ອັນ​ໜັກ​ໜາ​ເໝືອນ​ດັ່ງ​ໂຕ​ລວາ. ຕໍ່​ມາ, ​ເຂົາ​ຕ້ອງ​ເບິ່ງ​ແຍງ​ລູກ​ເຕົ້າຢ່າງ​ເອົາ​ຈິງ​ເອົາ​ຈັງ​ເໝືອນ​ດັ່ງ​ໂຕ​ໝາ​ທີ່​ມີ​ຄວາມ​ຈົ່ງ​ຮັກ​ພັກດີ, ​ເມື່ອ​ເຖົ້າ​​ແລ້ວ, ​ເຂົາກໍ່ຢອກຫຼິ້ນກັບ​ພວກຫຼານ, ​ເຮັດ​ທ່າ​ທາງ​ຕະຫຼົກ​ເພື່ອ​ໃຫ້ຫຼານດີ​ໃຈ, ຄື​ກັບ​ໂຕລີງ​ກ້ອກ.

1  2