ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 20:02:48    
ຊີວິດ​ທີ່​ຢືນ​ເອົາ​ມາ

cri Author: min

ນີ້​ພຽງ​ແຕ່​ແມ່ນ​ນິທານ​ອຸປະມາ​ທໍ່​ນັ້ນ, ມັນ​ໄດ້​ບອກ​​ໃຫ້ຄົນ​ເຮົາ​ຮູ້​ວ່າ, ຊີວິດ​ຂອງ​ຄົນ​ເຮົາ​ແມ່ນ​ຢືນ​ເອົາ​ມາ, ​ໃນ​ເມື່ອ​ຊີວິດ​ໃຫ້​ທຸກ​ຄົນ​ມີ​ສິດ​ມ່ວນ​ຊື່ນ, ຄົນ​ກໍ່ຕ້ອງ​ຫາບ​ແບກ​ໜ້າ​ທີ່​ທີ່​ມັນ​ມອບ​ໃຫ້​ເຮົາ.

​ໃນ​ໜັງ​ສື​ເຫຼັ້ມ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ທີ່​ໃຫ້​ຊື່​ວ່າ​"ຊ້າຍ​ແກນ​ຕານ"​ມີ​ຄວາມ​ເວົ້າ​ຕອນ​ໜຶ່ງ​ຂຽນ​ວ່າ, ຟ້າ​ດິນ​ຈະ​ຊົງ​ຕົວ​ຢູ່​ໄດ້​ຊົ່ວ​ກາ​ລະ​ນານ ​ແຕ່​ຄົນ​ເຮົາ​ມີ​ຊີ​ວິດ​ພຽງ​ເທື່ອ​ດຽວ ຊີ​ວິດ​ຂອງ​ຄົນ​ຢ່າງ​ຫຼາຍ​ຢູ່​ໄດ້​ພຽງ​ແຕ່​ຮ້ອຍ​ກວ່າ​ປີ ມັນ​ຜ່ານ​ໄຫ​ວັບໆ​ຢ່າງ​ຂວາງ​ກັ້ນບໍ່​ໄດ້. ຜູ່​ທີ່​ໄດ້​ມີ​ຊີວິດ​ຢູ່​ໃນ​​​​ໂລກ​ນີ້​ນັບ​ວ່າ​ໂຊກ​ດີ, ​ຄວນ​ຮູ້​ຄວາມ​ມ່ວນ​ຊື່ນ​ໃນ​ຊີ​ວິດ, ​ແຕ່​ກໍ່​ຕ້ອງ​ເຕືອນ​ຕົວ​ເອງ​ບໍ່​ຄວນ​ນັ່ງ​ລ້າ​ຢູ່​ດາຍ, ​ສະ​ເຫວີຍ​ຄວາມ​ມ່ວນ​ຊື່ນ​ແຕ່​ກໍ່​ອົດທົນ​ຄວາມທຸກ​ທໍ​ລະມານ.

ທ່ານ​ນາງ​ຈ່າງ​ອ້າຍ​ລິງ ນັກ​ປະພັນ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ເຄີຍ​ເວົ້າວ່າ, ຖື​ຊາ​ຫຍັງຫຼາຍ​ແທ້?​ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ໄດ້​ພຽງຫຼາຍສິບ​ປີ, ​ໄປ​ຖື​ຊາ​ຄວາມທຸກ​ຄວາມສຸກຫຼາຍປານ​ນັ້ນ​ເຮັດ​ຫຍັງ?​ ບໍ່​ວ່າຄວາມ​ທຸກຫຼືຄວາມສຸກ, ລ້ວນ​ແຕ່​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ສຳລັບ​ຊີວິດ​ຂອງ​ຄົນ​ເຮົາ. ຄົນ​ເຮົາ​ມາ​ຮອດ​ໂລກ​ນີ້​ດ້ວຍ​ສອງ​ມື​ເປົ່າໆ ​ແລະ​ເວລາ​ລາ​ຈາກ​ໂລກ​ນີ້​ກໍ​ເອົາ​ຫຍັງ​ໄປ​ນຳ​ບໍ່​ໄດ້, ມີ​ຄົນ​ເວົ້າວ່າ: ຄົນ​ເຮົາ​ເກີດ​ມາ​ໂລກ​ນີ້​ແມ່ນ​ເພື່ອ​ຊີມ​ລົດ​ຊາດ​ຕ່າງໆ​ໃນ​ຊີວິດ ສຳລັບ​ຊີວິດ​ທັງ​ຊາດ​ທີ່​ສັ້ນ​ເທື່ອ​ດຽວນນີ້​ແລ້ວ, ຄວາມທຸກ​ຍາກ​ລຳ​ບາກ​ກັບ​ຄວາມສຸກ​ແມ່ນ​ລ້ຳ​ຄ່າ​ເຊັ່ນ​ດຽວ​ກັນ.

ສຸດ​ທ້າຍ​ນີ້, ​ຂໍ​ໃຫ້​ທຸກ​ຄົນ​ຖື​ຊີ​ວິດ​ຂອງ​ຕົນ​ເປັນ​ໄລ​ຍະ​ເວລາ​ທີ່​ຢືນ​ເອົາ​ມາ, ​ບໍ່​ວ່າ​ຈະ​ທຸກ​ທໍ​ລະ​ມານ​ຫຼື​ມີ​ຄວາມ​ສຸກ​ກໍ່​ຄວນ​​ຖະ​ໜອມ​ຫວງ​ແຫນ!
1  2