ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 14:26:28    
ວົງ​ການ​ວິ​ຈິດ​ຕະກຳ​ອາ​ຊີ​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ​ເປັນ​ຄັ້ງ​ທຳ​ອິດ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ

cri

​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ເວທີ​ປາ​ໃສ​ຫົວ​ຫນ້າ​ຫໍ​ວິຈິດ​ຕະ​ກຳ​ອາຊີ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ,ນີ້​ເປັນ​ການ​ພົບ​ປະ​ລະ​ດັບ​ສູງ​ຂອງ​ຫົວ​ຫນ້າ​ຫໍ​ວິ​ຈິດ​ຕະກຳ​ອາ​ຊີ​ຄັ້ງ​ທຳ​ອິດ,ຫົວ​ຫນ້າ​ແລະ​ຜູ່​ແທນ​ຫໍ​ວິຈິດ​ຕະ​ກຳ​​ເກືອບ 50 ທ່ານ​ຂອງ 15 ປະ​ເທດ​ໄດ້​ພ້ອມ​ກັນ​ຫາ​ລື​ຄົ້ນຄວ້າ​ສະ​ພາບ​ການ​ຂອງ​ຫໍ​ວິຈິດ​ຕະ​ກຳ​ອາ​ຊີ​ໃນ ປັດຈຸບັນ​ແລະ​ການ​ພັດ​ທະ​ນາ​​ໃນ​ພາຍ​ຫນ້າ.​ວັນ​ທີ 31 ສິງຫາ, ​ໃນ​ທ່າມ​ກາງ​ດົນ​ຕີ​ຊົນ​ເຜົ່າ​ຂອງ​ອາຊີ

​ຕ​າເວັນ​ອອກ​ສຽງ​ໃຕ້​ອັນ​ມ່ວນ​ຊື່ນ,ຫົວ​ຫນ້າ​ຫໍ​ວິຈິດ​ຕະກຳ​ຂອງ 15 ປະ​ເທດ​ຄື ຈີນ,ຍີ່​ປຸ່ນ,ສ.​ເກົາ​ຫລີ,1ປະ​ເທດ​ສະ​ມາ​ຊິກ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາເວັນ​ອອກ​ສຽງ​ໃຕ້​ຫລື​ອາ​ຊຽນ​ແລະ​ອິນ​ເດຍ,ບັງ​ກຼາ​ເດັດ​ທີ່​ໄດ້​ຮັບ​ເຊີນ​ເປັນ​ພິ​ເສດ, ພ້ອມ​ກັບ​ຫົວ​ຫນ້າ​ຫໍ​ວິຈິດ​ຕະກຳ​ແລະ​ຜູ່​ຊ່ຽວຊານ​ນັກວິຊາ​ການ​ທີ່​ຄົນ​ຄວ້າ​ວິ​ຈິດ​ຕະກຳ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ບາງ​ແຂວງ​ແລະ​ຮົງ​ກົງ,ມາ​ກາວ,​ ໄຕ້​ຫວັນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ, ​ເພື່ອ​ເຂົ້າຮ່ວມ​ພິທີ​ໄຂ​ເວທີ​ປາ​ໃສ​ຫົວຫນ້າ​ຫໍ​ວິຈິດ​ຕະ​ກຳ​ອາ​ຊີ.​ໃນ​ພິທີ​ໄຂ​ງານ,ທ່ານ​ຊຸນ​ເຈ່ຍ​ເຈິ້ງ ລັດຖະມົນຕີ​ວ່າການ​ກະຊວງ​ວັດ​ທະ​ນະ​ທຳ​ຈີນ​ເວົ້າວ່າ, ປະ​ເທດ​ຕ່າງໆ​ໃນ​ອາຊີມີ​ວັດ​ທະ​ນະ​ທຳ​ອັນ​ອຸ​ດົມ​ສົມ​ບູນ​ແລະ​ຫລາກ​ຫລາຍ​ສີ​ສັນ,ຄຽງ​ຄູ່​ກັບ​ຍຸກໂລກາ​ພິວັດ,ວັດ​ທະ​ນະ​ທຳ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊີ,​ແລະ​ວັດທະນະທຳ​ອາ​ຊີ​ກັບ​ແຫ່ງ​ອື່ນໆ​ໃນ​ໂລກ​ໄດ້​ເຊື່ອມ​ໂຍງ​​ແລະ​ແລກ​ປ່ຽນ​ກັນ,​ເຮັດ​ໃຫ້​ສິນລະ ປະ​ວັດທະນະທຳ​ຂອງ​ອາຊີ​ມີ​ຈຸດ​ພິ​ເສດ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ອອກ​ໃນ​ໂລກ.ທ່ານ​ເວົ້າວ່າ:

ຕັ້ງ​ແຕ່​ເຂົ້າສູ່​ສັດ​ຕະ​ວັດ​ໃຫມ່, ໃນ​ການ​ພົວ​ພັນ​ລະຫວ່າງ​ປະ​ເທດ ບົດບາດ​ຂອງ​ວັດ​ທະ​ນະ​ທຳ​​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ການ​ແລກ​ປ່ຽນ​ດ້ານ​ວັດທະ ນະ​ທຳ​ໄດ້​ກາຍ​ເປັນ​ກຳລັງ​ຊຸກ​ຍູ້​​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດຖະ ບານ,ຫໍ​ວິຈິດ​ຕະກຳ​ແຫ່ງ​ຊາດ​ໃນ​ຖານະ​ເປັນ​ສັນຍະລັກ​ຂອງ​ໂສມ​ຫນ້າ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຫນຶ່ງ, ກໍ່​ຍ່ອມ​ຕ້ອງ​ພິຈະ​ລະນາ​ເຖິງ​ບັນຫາ​ການ​ຄົງຕົວ​​ແລະ​ພັດທະນາ​​ໃນ​ສະ​ພາບ​ການ​ໃຫມ່, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເວທີ​ປາ​ໃສ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຜົນຢ່າງ​ສູງ, ​ແລະ​ເປັນເວທີ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ ​ໃຫມ່​​ໃຫ້ແກ່​ຫົວ​ຫນ້າ​ຫໍ​ວິຈິດ​ຕະ​ກຳ​ອາ​ຊີ​ແລະ​ຜູ່​ຊ່ຽວຊານ.

​ເວທີ​ປາ​ໃສ​ເທື່ອ​ນີ້​ໄດ້​ໃສ່​ຊື່ວ່າ​ກອງ​ປະຊຸມ​ຫົວ​ຂໍ້​ສະ​ເພາະ​ອາ​ຊຽນຈີນ​ຍີ່​ປຸ່ນ​ແລະ​ສ.​ເກົາຫລີ,ຈຸດປະສົງ​ແມ່ນ​​ຫໍ​ວິຈິດ​ຕະ​ກຳ​ຂອງ​ບັນດາ​ປະ​ເທດ​ອາ​ຊີ​ຮ່ວມ​ສຳພັນ​ກັນ,​ໂດຍ​ສະ​ເພາະ​ແມ່ນ​ຫໍ​ວິຈິດ​ຕະກຳ​ຂອງ​ອາ​ຊຽນ​+3,ຫາລື​ບັນ​ຫາການ​ສະ​ສົມ,ການ​ວາງ​ສະ​ແດງ​ແລະ​ການຄົ້ນຄວ້າ​ຂອງ​ຫໍ​ວິຈິດ​ຕະກຳ​ອາຊີ,​ເຮັດ​ໃຫ້​ຫໍ​ວິຈິດ​ຕະກຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ກາຍ​ເປັນ​ເວທີ​ສຳຄັນ​ທີ່​ວິຈິດ​ຕະກຳ​ອາຊີ​ຂະ​ຫຍາຍ​ຕົວ​ຢ່າງ​ທັນ​ສະ​ໄຫມ.

ໃນ​ເວທີ​ປາ​ໃສ​ເທື່ອ​ນີ້,ຫົວ​ຫນ້າ​ແລະ​ຜູ່​ແທນ​ຂອງ​ຫໍ​ວິຈິດ​ຕະກຳ​ທີ່​ມາ​ຈາກ​ປະ​ເທດ​ຕ່າງ​ໆ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ຢ່າງ​ກວ້າງ​ຂວາງ​ແລະ​ລົງ​ສູ່​ລວງເລິກ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​,ທ່ານ​ທັງ​ໂກກ​ບິນ ຫົວຫນ້າ​ຫໍ​ວິຈິດ​ຕະ ກຳ​ແຫ່ງ​ຊາດ​ຫວຽດນາມ​ເວົ້າວ່າ, ທ່ານ​ຈະ​ແນະນຳບົດຮຽນຮັກສາ​ແລະ​ສ້ອມ​ແປງ​ເຄື່ອງ​ສິນລະປະກຳ​ໃຕ້​ອາກາດ​​ຮ້ອນ,ພ້ອມ​ກັນນັ້ນ, ຍັງ​ຫວັງ​ແລກປ່ຽນ​ກັບ​​ເພື່ອນຮ່ວມ​ອາຊີບ​ດຽວ​ກັນ​ຂອງ​ຈີນ​ໃນ​ດ້ານ​​ເກັບ​ຮັກສາ​ແລະ​ສ້ອມ​ແປງ​ເຄື່ອງ​ສິນລະປະກຳ​ແລະ​ການຈັດ​ງານ​ວາງສະ​ແດງ​ຫົວ​ຂໍ້​ສະເພາະ.ທ່ານ​ທັງ​ໂກກ​ບິນ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ,​ເວທີ​ປາ​ໃສ​ນີ້​ໄດ້​ສ້າງ​ໂອກາດ​​ໃຫ້​ແກ່​ການຮ່ວມ​ມືອັນ​ດີ.ທ່ານ​ເວົ້າວ່າ:

ໃນ​ເວທີ​ປາ​ໃສ​ເທື່ອ​ນີ້,ພວກ​ຂ້າພະ​ເຈົ້າຈະ​ສະ​ເຫນີຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການຮ່ວມ​ມື​ບາງ​ຢ່າງ,ຕົວຢ່າງ​ຄື ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້ຈັດ​ງານ​ວາງສະ​ແດງ​ສິນລະປະກ່ຽວ​ກັບ​ວັດທະນະທຳ​ດ້ານ​ກະສິກຳຂອງ​ອາ​ຊຽນ+3,​ແລະ​ຜົນ​ສະທ້ອນ​ຂອງ​ສາສະຫນາ​ຄຼິສຕຽນ​ແລະ​ສາສະຫນາ​ພຸດ​ທີ່​ມີ​ຕໍ່​ສິນລະປະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ແລະ​ອື່ນໆ,ຈະ​ມີ​ຫົວ​ຂໍ້​ຫລາຍ​ກວ່າ​ນີ້ຈັດ​ງານ​ວາງສະ​ແດງ​ໄດ້,ອາດ​ເວົ້າ​ໄດ້​ວ່າ,ປະ​ເທດ​ຕ່າງໆ​ຢູ່​ພາກ​ພື້ນ​ນີ້​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ຈີນ​ແລະ​ອິນ​ເດຍ ​ເຊິ່ງ​ເປັນສອງ​ປະ​ເທດ​ອາ​ລະຍະ​ທຳ​ບູຮານ​ບໍ່​ຫລາຍ​ກໍ່​ຫນ້ອຍ.​ພາຍ​ໃຕ້​ຍຸກ​ໂລກາ​ພິ​ວັດ,ພວກ​ເຮົາ​ຕ້ອງ​ພິຈາລະນາ​ວ່າ​ຈະ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ສາມາດປົກ​ປັກ​ຮັກ​ສາ​ສິນ​ລະ​ປະ​ວັດທະນະທຳ​ດັ້ງ​ເດີມ​ໃນ​ຂະນະ​ທີ່​ປະ​ເທດ​ຫັນ​ເປັນ​ທັນ​ສະ​ໄຫມ,​ເຮັດ​ໃຫ້​ໂລກ​ສາ​ມາດ​ອະ​ນຸ​ລັກ​ຈຸດ​ພິ​ເສດ​ວັດທະນະທຳ​ຂອງ​​ປະ​ເທດຕົນ​ໄດ້​ດີ​ທັງ​ຫັນ​ເປັນ​ໂລກາ​ພິວັດ​ໄປ​ພ້ອມ​ກັນ.

1  2