ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 14:26:28    
ວົງ​ການ​ວິ​ຈິດ​ຕະກຳ​ອາ​ຊີ​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ​ເປັນ​ຄັ້ງ​ທຳ​ອິດ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ

cri

ບັນຫາ​ທີ່​ທ່ານ​ທັງ​ໂກກ​ບິນ​ກ່າວ​ມານັ້ນກໍ່​ແມ່ນ​ຫົວ​ຂໍ້​​ເດັ່ນ​ໃນ​ເວທີ​ປາ​ໃສ​ເທື່ອ​ນີ້, ຜູ່​ແທນ​ຂອງ​ມຽນມາ ກຳປູ​ເຈຍ​ແລະ​ອິນ​ໂດ​ເນ​ເຊຍ​ທີ່​ຮ່ວມ​ປະຊຸມ​ທະຍອຍ​ກັນ​ກ່າວ​ວ່າ, ຫໍ​ວິຈິດ​ຕະກຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ຄວນ​ສວຍ​ໃຊ້​ເວທີ​ປາ​ໃສນີ້, ພ້ອມ​ກັນ​ຫາ​ລື​ເຮັດ​ແນວ​ໃດ​​ເພື່ອ​ປົກ​ປ້ອງ​ຖານະ​ຂອງ​ສິນ​ລະ​ປະ​ອາຊີ​ໃນ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ສາ​ກົນ​ທີ່​.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຟ້າ​ນດີ​ອານ ຫົວຫນ້າ​ຫໍ​ວິຈິດ​ຕະກຳ​ຈີນກ່າວວ່າ, ຈຸດ​ພິ​ເສດ​ຂອງ​ວິຈິດ​ຕະກຳ​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ, ດ້ານ​ຫນຶ່ງ​ແມ່ນ​ພວມ​ຈາກ​ດັ້ງ​ເດີມ​ຫັນ​ໄປ​ສູ່​ທັນ​ສະ​ໄຫມ, ດ້ານ​ຫນຶ່ງ​ອີກ​ແມ່ນ​ການ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ວັດທະນະທຳພື້ນ​ເມືອງກັບ​ວັດທະນະທຳ​ສາກົນ, ວົງ​ການ​ສິນລະປະ​ວິຈິດ​ຕະກຳ​ອາ​ຊີຖ້າ​ສາມາດ​ແລກປ່ຽນ​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ​ເກົ່າ, ​ເຮັດ​ໃຫ້​ວົງ​ການ​ວິຈິດ​ຕະກຳ​ສາກົນ​ໄດ້​ເຫັນ​ຈຸ​ພິ​ເສດ​ຂອງ​ວິ​ຈິດຕະກຳ​ອາຊີ,ນີ້​ກໍ່​ເປັນ​ການ​ເລືອກ​ເອົາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ອັນ​ສຳຄັນ​ແນວ​ຫນຶ່ງ​ຂອງ​ບັນດາ​ປະ​ເທດ​ອາຊີ.ທ່ານ​ຟ້າ​ນດີ​ອານ​ເວົ້າວ່າ, ການ​ຈັດ​​ເວທີ​ປາ​ໃສ​ເທື່ອ​ນີ້​​ເປັນ​​ໂອກາດຫນຶ່ງ​ທີ່​ໃຫ້​ວົງ​ການ​ສິນລະປະ​ວິຈິດຕະກຳ​ອາ​ຊີ​ຮ່ວມ​ມື​ກັນ​.ທ່ານ​ເວົ້າວ່າ:

ປະ​ເທດ​ຕ່າງໆ​ໃນ​ອາຊີ​ມີ​ຊັບ​ພະ​ຍາ​ກອນ​ວິຈິດ​ຕະກຳ​ອັນອຸດົມສົມບູນ, ​ແຕ່​ຍ້ອນ​ການ​ແລກປ່ຽນ​ກັນ​ລະ​ຫວ່າງ​ຫໍ​ວິຈິດ​ຕະກຳ​ຍັງ​ບໍ່​ສະ​ດວກ​ແລະ​ບໍ່​ກວ້າງຂວາງ​ປານ​ໃດ,ຈິ່ງ​ເຮັດ​ໃຫ້​ຊັບພະຍາກອນ​ວິຈິດ​ຕະກຳ​ເຫລົ່າ​ນີ້​ບໍ່​ໄດ້​ຖືກ​ມວນ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ພ້ອມ​ກັນ​ຊົມ​ໃຊ້, ຂ້າພະ​ເຈົ້າຄິດ​ວ່າ, ຄຽງຄູ່​ກັບ​ການ​ຈັດ​ເວທີ​ປາ​ໃສ​ເທື່ອ​ນີ້, ການ​ແລກປ່ຽນ​ກັນ​ໃນ​ພາກ​ພື້ນ,ການ​ແລກປ່ຽນ​ກັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ​ໄດ້​​ເປີດ​ກວ້າງ​ອອກ, ຊັບ ພະຍາກອນວິຈິດ​ຕະກຳ​ຂອງ​ອາຊີ​ຍ່ອມ​ຈະ​​ໄດ້​ຮັບ​ການ​ຊົມ​ໃຊ້​ຈາກ​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ​ໄດ້,ນີ້​ແມ່ນ​ຫມາກຜົນ​ທີ່​ພວກ​ເຮົາ​ຄ່ອງ​ຄອຍ​ຢູ່.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຄົກ​ຄຽນ​ໂຈ​ວ ຫົວຫນ້າ​ຫໍ​ວິຈິດ​ຕະກຳ​ແຫ່ງ​ຊາດ​ສິງກະ​ໂປ​ໄດ້​ຮັບ​ມອບ​ຫມາຍ​ຈາກ​ຫົວຫນ້າຫໍ​ວິຈິດ​ຕະກຳ​ທ່ານ​ຕ່າງໆ,ບັນ​ລະ​ຍາຍ​ຄວາມ​ຫວັງ​ຮ່ວມ​ຂອງ​ພວກ​ທ່ານ.ທ່ານ​ເວົ້າວ່າ:

ພວກ​ຂ້າພະ​ເຈົ້າຫວັງ​ວ່າ​ຈະ​ຮ່ວມ​ມື​ກັນ​ສ້າງ​ເວທີ​ຫນຶ່ງ​ຢູ່​ອາຊີ, ສົ່ງ​ເສີມ​ການ​ແລກປ່ຽນ​ຂໍ້​ມູນ​ຢ່າງ​ມີ​ຜົນ​ສັກສິດ​ແລະ​ທັນ​ການ​ກວ່າ​ເກົ່າ, ຈັດ​ງານ​ວາງສະ​ແດງ​ແລະ​ສ້າງ​ໂຄງການ​ຄົ້ນຄວ້າ​ຮ່ວມກັນ, ​ເພື່ອ​ຈັດ​ກິດຈະ ກຳ​ຄົ້ນຄວ້າ​ແລະ​ວາງສະ​ແດງ​ທີ່​ມີຊີວິດ​ຊີວາ​ກວ່າ​ເກົ່າ,​ເຮັດ​ໃຫ້​ຫໍ​ວິຈິດ​ຕະກຳ​ອາຊີ​ກາຍ​ເປັນ​ເວທີ​ສຳຄັນ​ທີ່​ວາງສະ​ແດງ ຫາລື ບັນ​ລະ​ຍາຍ​ການ​ພັດທະນາ​ຂອງ​ວັດທະນະທຳ​ອັນ​ສຳຄັນ.ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ນຳ​ຄວາມ​ສຳຄັນ​ຂອງ​ຫໍ​ວິຈິດ​ຕະກຳ​ທີ່​ມີຕໍ່​ການ​ຂະຫຍາຍຕົວ​ຂອງສິນລະປະ​ວິຈິດ​ຕະກຳ,ທັງ​ສົນ​ໃຈ​ນຳ​ການ​ຮ່ວມ​ມື​ກັບ​ຄູ່​​ຮ່ວມ​ມື​ໃນພາກ​ພື້ນ​ແລະ​ອົງການ​ຈັດຕັ້ງສາກົນ​​ຕ່າງ​ໆ,​ມີ​ແຕ່​ເຮັດ​ແນວ​ນີ້, ກາ​ນ​ຂະ​ຫຍາຍ​ຕົວ​ຂອງ​ສິນລະປະ​ແລະ​ຫໍ​ວິຈິດ​ຕະກຳ​ຈິ່ງ​ສາມາດ​ສະ​ແດງ​ບົດ​ບາດ​ອັນ​ສຳຄັນ​ໃນ​ສະພາບ​ແວດ​ລ້ອມທີ່​ຖື​ຄົນ​ເປັນ​ກົກ.


1  2