ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 17:30:05    
[ຄວາມ​ເປັນ​ມາ​ຂອງ​ໂຄມ​ໄຟ​ນ້ຳ​ກ້າມ]

cri

ສະ​ບາຍ​ດີ​ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ​ອາ​ລະ​ຍະ​ທຳ​ຈີນ. ​ໂຄມ​ໄຟ​ນ້ຳ​ກ້າມ​ແມ່ນ​ຮູບ​ແບບ​ສິ​ລະ​ປະ​ພື້ນ​ເມືອງທີ່​ມີ​ມາ​ແຕ່​ດົນ​ນານ​ຊະ​ນິດ​ໜຶ່ງ​ທີ່​​ແຜ່​ຫຼາຍ​ຢູ່​ພາກ​ເໜືອ​ຈີນ. ຍ້ອນ​​ທ່າ​ແຮງ​ດ້ານ​ພູມ​ສາດ, ສາມາດ​ເວົ້າ​ໄດ້​ວ່າ ​​ແຂວງ​ເຮິ​ຍລົງ​ຈ່ຽງ​ແມ່ນ​ບ່ອນ​ເຮັດ​​ໂຄມ​​ໄຟ​ນ້ຳ​ກ້າມ​​ກ່ອນ​ໝູ່. ຕາມ​ເລົ່າ​ລື​ກັນ​ວ່າ, ​ແຕ່​ກີ້​ແຕ່​ກ່ອນ, ​ເມື່ອ​ຮອດ​ຕອນ​ຄ່ຳ​ໃນ​ລະ​ດູ​ໜາວ, ຢູ່​ທົ່ງ​ພຽງ​ທີ່​ກວ້າງ​ສຸດ​ສາຍ​ຕາ, ຄົນ​ທັງ​ຫຼາຍ​ມັກ​ເຫັນ​ມີຊາວ​ກຳ​ສິ​ກອນ​ແລະ​ຊາວ​ຫາ​ປາ​ເປັນ​ໝູ່ໆ​ພວມ​​ເອົາ​ຫຍ້າ​ໃຫ້​ມ້າ​ກິນ​ແລະ​ຫາ​ປາ​ຢ່າງ​ບໍ່​ຟ້າວ​ບໍ່​ຝັ່ງ, ພາ​ຫະ​ນະ​ໃຫ້​ຄວາມ​ສະ​ຫວ່າງ​ທີ່​ພວກ​ເຂົາ​ເຈົ້າ​ໃຊ້​ນັ້ນກໍ​ແມ່ນ​ໂຄມ​​ໄຟ​ທີ່​ໃຊ້​ນ້ຳ​ກ້າມ​ມາ​ເຮັດ​​. ​ແລະ​ມັນກໍ​ແມ່ນ​ໂຄມ​​ໄຟ​ນ້ຳ​ກ້າມ​ທີ່​ໄດ້​​ເຮັດ​ກ່ອນ​ໝູ່. ​ ກຳມະ​ວິທີ​ເຮັດ​​ໂຄມ​​ໄຟ​ນ້ຳ​ກ້າມ​ໃນ​ຄາວ​ນັ້ນ​ງ່າຍ​ດາຍ​ທີ່​ສຸດ, ຄື ​ເອົາ​ນ້ຳ​ລົງ​ໃສ່​ຖັງ​ໄມ້​ ​ໃຫ້​ມັນ​ຈັບ​ເປັນ​ກ້ອນ​ນ້ຳ​ກ້າມ, ​ແລ້ວ​ເຈາະ​ສ່ວນ​ກາງ​ໃຫ້​ເປັນ​ຊ່ອງ​, ​​ໃສ່​ຕະ​ກຽງ​​ເຂົ້າ​ໄປທາງ​ໃນ, ​ໃຊ້​ເພື່ອ​​ໃຫ້​ແສງ​ສະ​ຫວ່າງ, ຍ້ອນ​ມີໂປະ​ນ້ຳ​ກ້າມ​ບັງ​ຢູ່​ທາງ​ນອກ​ກັ້ນ​ລົມ​ແຮງ​ໃນ​ລະດູ​ໜາວ, ​ໃນ​ເວ​ລາ​ກາງ​ຄືນ​ຈຶ່ງ​ມີ​ໂຄມ​ໄຟ​ໃຫ້​ຄວາມ​ຮຸ່ງ​ແຈ້ງ​ໂດຍ​ບໍ່​ຖືກ​ລົມ​ພັດ​ດັບ​ຈັກ​ເທື່ອ, ​ໂຄມ​​ໄຟນ້ຳກ້າມ​​ໄດ້ກາຍ​ເປັນ​ສິ່ງທີ່​ຂາດ​​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ​ທັງ​ຫຼາຍ. ພາຍ​ຫຼັງ​ມາ, ​ເມື່ອ​ຮອດຄ່ຳ​ຄືນ​ບຸນ​ກຸດ​ຈີນ, ຄົນ​ທັງ​ຫຼາຍ​ກໍ​ປະ​ດັບ​ປະດາ​ໂຄມ​​ໄຟ​ນ້ຳ​ກ້າມ​ໃຫ້​ມັນ​ງາມ​ຕາ, ​ໂຄມ​​ໄຟ​ນ້ຳ​ກ້າມ​​ເລີຍ​ກາຍ​ເປັນ​ຮູບ​ແບບ​ສະ​ແດງ​ສິລະ​ປະທີ່​ມີ​ສີ​ສັນ​ພິ​ເສດ​ເພື່ອ​ໃຫ້​ຄົນ​ທັງຫຼາຍ​ໄດ້​ເບິ່ງ​ໄດ້​ຊົມ. ໜັງສື​ປະຫວັດສາດ​ໃນ​ລາຊະວົງ​ຊິ່ງຂອງ​ຈີນ​ໄດ້​ບັນທຶກ​ໄວ້​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ເຮັດ​ໂຄມ​​ໄຟ​ນ້ຳ​ກ້າມ. ​

​ເມືອງ​ຮາ​ເອີ​ປິ່ນຖືວ່າ​ເປັນ​ບ່ອນ​ກຳ​ເນີ​ດສິລະ​ປະ​ນ້ຳກ້າມຂອງ​ຈີນ, ​ໂຄມ​​ໄຟນ້ຳກ້າມ​ເມືອງຮາ​ເອີ​ປິ່ນ​ມີ​ຊື່​ສຽງ​ດົງ​ດັງຢູ່​ຈີນ​ແລະ​ຕ່າງປະ​ເທດ. ​ເມືອງ​ຮາ​ເອີ​ປິ່ນ​ເຮັດ​ແລະ​ສະ​ແດງ​ໂຄມ​​ໄຟນ້ຳກ້າມ​ຢ່າງ​ຂະ​ໜາດ​ໃຫຍ່​ແລະ​ມີ​ການ​ຈັດ​ຕັ້ງ​ແມ່ນ​ເລີ່​ມ​ແຕ່​ປີ 1963, ຄົນ​ທັງ​ຫຼາຍ​ເອົາ​ນ້ຳ​ໃສ່​ເບົ້າ​ທີ່​ງ່າຍ​ດາຍ ​ເຊັ່ນ ອ່າງ​ລ້າງ​ໜ້າ​ແລະ​ຖັງ​ເປັນ​ຕົ້ນ, ​ເມື່ອ​ນ້ຳ​ຈັບ​ເປັນ​ນ້ຳກ້າມ​ແລ້ວ​ຈຶ່ງ​​ແກະ​ສະ​ຫຼັກນ້ຳ ກ້າມ​​ໃຫ້​ເປັນ​ໂຄມ​​ໄຟທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ພັນ​ກວ່າ​ໜ່ວຍ​ແລະ​ດອກ​ນ້ຳກ້​າມ​ຫຼາຍ​ສິບ​ດອກ, ວາງ​ສະ​ແດງ​ຢູ່​ສວນ​ສາ​ທາ​ລະ​ນະ​ໃນ​ມື້ບຸນ​ຂະ​ໜົມ​ບົວ​ລອຍ, ​​ແລະ​ມີ​ຄວາມ​ຟົດ​ຟື້ນ​ໄປ​ທົ່ວ​ເມືອງ. ຈົນ​ຮອດ​ຊູ່​ມື້​ນີ້, ຊາວ​ເມືອງ​ຮາ​ເອີ​ປິ່ນຍັງ​ຈື່​ຈຳ​ພາບ​ອັນ​ມະ​ໂຫລານ​ນັ້ນ​ເປັນ​ຢ່າງ​ດີ, ​ແລະ​ຍັງ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ນີ້​ກໍ່​ແມ່ນ​ງານ​ທ່ຽວ​ຊົມ​ໂຄມ​​ໄຟ​ນ້ຳ​ກ້າມ​ທີ່​ມີ​ການ​ຈັດ​ຕັ້ງ​ຄັ້ງ​ທຳ​ອິດ​ຂອງ​ຈີນ. ​ໃນ​ຄາວ​ນັ້ນມີ​ຄົນ​ໄດ້​ຂຽນ​ບົດ​ກະວີ​ມາ​ພັນ​ລະ​ນາ​ຄວາມ​ອັດສະຈັນ​ຂອງ​ງານ​ວາງສະ​ແດງ​ໂຄມ​​ໄຟນ້ຳກ້າມ​ດັ່ງກ່າວ.

1  2