ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-14 17:30:05    
[ຄວາມ​ເປັນ​ມາ​ຂອງ​ໂຄມ​ໄຟ​ນ້ຳ​ກ້າມ]

cri

ໂຄມ​ໄຟ​ນ້ຳກ້າມ​ມີ​ສະ​ເພາະ​ແຕ່​ແຂວງ​ເຮິ​ຍລົງ​ຈ່ຽງ, ​ແລະ​ກໍ່​ແມ່ນ​ຄວາມ​ພາກພູມ​ໃຈ​ຂອງ​ຊາວ​ເຮິ​ຍລົງ​ຈ່ຽງ. ​ແຕ່​ເຮັດ​​ໃນ​ອ່າງ​ແລະ​ຖັງ​ຮອດ​ງານ​ວາງສະ​ແດງ​ໂຄມ​​ໄຟນ້ຳກ້າມ​ຢ່າງ​ຂະໜາດ​ໃຫຍ່​ທີ່​ຈັດ​ຂຶ້ນປີ​ລະ​ເທື່ອ, ສິລະ​ປະ​ໂຄມ​ໄຟ​ນ້ຳກ້າມ​ຂອງ​ເມືອງ​ຮາ​ເອີ​ປິ່ນ​ນັບ​ມື້​ນັບ​ຍິ່ງ​ໃຫຍ່, ​ແລະ​ມີ​ຊື່​ສຽງ​ດົງ​ດັງ​ຢູ່​ພາຍ​ໃນ​​ແລະ​ຕ່າງປະ​ເທດ. ປີ 1985, ຊາວ​ເມືອງ​ຮາ​ເອີ​ປິ່ນ​ທີ່​ດຸ​ໝັ່ນ​ທັງ​ສະຫຼາດ​ໄດ້​ຄົ້ນຄິດ​ແລະ​ພັດທະນາ​ຊັບພະຍາກອນ​ນ້ຳກ້າມ​ແລະ​ຫິມະຕື່ມ​ອີກ, ຖື​ງານ​ທ່ຽວ​ຊົມ​ໂຄມ​ໄຟ​ນ້ຳກ້າມ​ທີ່​ມີ​ຊື່ສຽງດົງ​ດັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເປັນ​​ໃຈກາງ, ຈັດຕັ້ງງານ​ນ້ຳກ້າມ​ແລະ​ຫິມະ​ເມືອງ​ຮາ​ເອີ​ປິ່ນ​ເຊິ່ງລວມມີຫຼາຍ ກິດຈະກຳ ​ເຊັ່ນ ສິລະ​ປະ​ນ້ຳກ້າມ​ແລະ​ຫິມະ ກິລາ​ນ້ຳກ້າມ​ແລະ​ຫິມະ ວັດທະນະທຳ​ນ້ຳກ້າມ​ແລະ​ຫິມະ ການທ່ອງທ່ຽວ​ນ້ຳກ້າມ​ແລະ​ຫິມະ​ແລະ​ເສດຖະກິດ​ການ​ຄ້າ​ນ້ຳກ້າມ​ແລະ​ຫິມະ​ເປັນຕົ້ນ, ປ່ຽນ​ນ້ຳກ້າມ​ແລະ​ຫິມະ​ທີ່​ໜ້າ​ຢ້ານ​ກົວ​ມາ​ເປັນ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ, ​ສ້າງ​ບັນຍາກາດ​​ໃນລະດູ​ໃບ​ໄມ້​ປົ່ງ​ໃຫ້​ເມືອງ​ຮາ​ເອີ​ປິ່ນ​ໃນ​ຍາມລະດູ​ໜາວ. ພາຍຫຼັງມາ ວັນ​ທີ 5 ມັງ​ກອນ​ຂອງ​ທຸກໆ​ປີ​ກໍ​​ເລີຍ​ກາຍ​ເປັນ​ມື້ບຸນ​ປະຈຳ​ທ້ອງ​ຖິ່ນ​ຂອງ​ປະຊາຊົນ​ເມືອງ​ຮາ​ເອີ​ປິ່ນ. ຊາວ​ພາກ​ເໜືອ​ຈີນ​ກໍ​ປ່ຽນ​ຄວາມຊີ​ນ​ເຄີຍ​ທີ່​ພັກ​ຢູ່​ແຕ່​ໃນ​ເຮືອນ​ໃນ​ຍາມ​ລະດູ​ໜາວ, ​ເລີ່​ມ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ນ້ຳກ້າມ​ແລະ​ຫິມະ​ຊະນິດ​ຕ່າງໆ, ​ເມືອງ​ຮາ​ເອີ​ປິ່ນ​ໃນ​ຍາມ​ລະດູ​ໜາວ​ບໍ່ຫງ່ວມ​ເຫງົາ​ອີກ​ແລ້ວ, ​ເມືອງ​ຮາ​ເອີ​ປິ່ນ​ໃນ​ລະດູ​ໜາວ​​ໄດ້​ມີ​ຊີວິດ​ຊີວາ​ຂຶ້ນ​ແລ້ວ.

​ໃນ​ສະ​ໄໝ​ກ່ອນ, ​ເຕັກນິກ​ເຮັດ​ໂຄມ​ໄຟ​ນ້ຳກ້າມ​ງ່າຍ​ດາຍ​ທີ່​ສຸດ, ​ໂຄມ​​ໄຟ​ນ້ຳ​ກ້າມ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​ທຸກ​ວັນນີ້​ແມ່ນ​ສະ​ລັບ​ສັບ​ຊ້ອນ​ຫຼາຍ, ມັນ​​ແມ່ນ​ສິລະ​ປະ​ສ້າງ​ສວນ​ນ້ຳ​ກ້າມ​ແລະ​ຫິມະ​ທີ່​ເປັນ​ສີສັນ​ພິ​ເສດ​ທີ່​​ເຊື່ອມ​ໂຍງ​ຫຼາຍ​ພາກ​ສ່ວນ​ເຂົ້າກັນ ​ເຊັ່ນ ສວນ​ດອກ​ໄມ້ ການ​ກໍ່ສ້າງ ການ​ແກະ​ສະ​ຫຼັກ ການ​ແຕ້ມ​ ວັນນະຄະດີ​ແລະ​ດົນຕີ​ເປັນຕົ້ນ, ພ້ອມ​ກັນນັ້ນ ກໍ່​ໄດ້ນຳ​ໃຊ້​ເຕັກນິກ​ວິທະ​ຍາ​ສາດ​ທັນ​ສະ​ໄໝ ​ເຊັ່ນ ສຽງ ສີ ​ແສງ​​ແລະ​ຮູບ​ເປັນຕົ້ນ ສ້າງ​ໂລກ​ສິລະ​ປະ​ທີ່​ງາມ​ປານີດ​ແລະ​ມີ​ຫຼາຍ​ສີ​ຫຼາຍ​ສັນ, ມັນ​ເຊື່ອມ​ໂຍງ​ວັດ​ທະ​ນະ​ທຳ​ທີ່​ກວ້າງ​ຂວາງ ​ເຊັ່ນ ປະຫວັດ​ຊົນ​ຊາດ​ຈີນ​ທີ່​ດົນ​ນານ ວິຊາ​ກໍ່ສ້າງ​ຈີນ​ແລະ​ຕ່າງປະ​ເທດ​ແລະ​ຮີດຄອງ​ປະ​ເພນີ​ເປັນຕົ້ນ, ​ແມ່ນ​ດອກ​ໄມ້​ທີ່​ສວຍ​ສົດ​ງົດ​ງາມ​ດອກ​ໜຶ່ງ​ໃນ​ຄັງ​ສິລະ​ປະ​ພື້ນ​ເມືອງ​ອັນ​ລ້ຳ​ເລີດ​ຂອງ​ໂລກ.

ການ​ເຮັດ​ໂຄມ​​ໄຟນ້ຳກ້າມ​ແມ່ນ​ໂຄງການ​ທີ່​ເປັນ​ລະບົບ, ຈະ​ແບ່ງກຳມະ​ວິທີອອກ​ເປັນຫຼາຍຂັ້ນ ຕອນ​ຄື​ດັ່ງ​ນີ້ ​​ຄື ໃນ​ມື້​ອາກາດ​ໜາວ​ຈົນ​​ລົບ 20 ກວ່າ​ອົງສາໃນ​ລະດູ​ໜາວ, ​​​ເຈາະ​ເອົາ​ນ້ຳກ້າມທີ່​ແຂງ​ແກ່ນ​ຈາກ​ແມ່​ນ້ຳ, ​ເລື່ອຍ​ເປັນ​ທ່ອນໆ​ທີ່​ມີ​ຂະໜາດ​ຕ່າງໆ​​ຕາມ​ການ​ອອກ​ແບບ, ​​ແລ້ວໃຊ້​​ກົບ​ແລະ​ຊວ້ານ​​ແບນ​ຂອງ​ຊ່າງ​ໄມ້ມາ​ເຫຼົາ​ເປັນ​ດິນ​ຈີ່​ນ້ຳ​ກ້າມ​ຫຼື​ເຄື່ອງ​ປະ​ກອບ​ອື່ນໆ, ​ໃຊ້​ນ້ຳ​ຕາງ​ຢາງ​ກາວ, ສ້າງ​ເປັນ​ສິ່ງ​ກໍ່​ສ້າງ​ນ້ຳກ້າມ​ທີ່​ສູງ​ສະຫງ່າ​​ຫຼື​ເປັນ​ເຄື່ອງ​ສິ​ລະປະ​ທີ່​ງາມ​ປານີດດ້ວຍ​ການ​​ແກະ​ສະ​ຫຼັກ​ນ້ຳ​ກ້າມ​ທີ່​ໃສ​​ເຢັນ​ໃຫ້​ເປັນ​ສິລະ​ປະ​ອອກ​ມາ.


1  2