ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 18:49:07    
ເຂົ້າ​ໜົມ​ຂອງ​ນະ​ຄອນ​ທຽນ​ສິນ(ສຽງ)

cri Author: sayvanny


ນະຄອນ​ທຽນ​ສິນ​ແມ່ນ​ເມືອງ​ແຄມ​ທະ​ເລ​ທາງ​ພາກ​​ເໜືອ​ຂອງ​ຈີນ,​ມໍ່​ກັບ​ນະຄອນຫຼວງ​ປັກ​ກິ່ງ​.​​ເຂົ້າໜົມເມືອງ​ທຽນ​ສິນ​ມີ​ຊື່​ສຽງ​ຫຼາຍ​ຢູ່​ຈີນ,ທັງ​ແຊບ ລາຄາກໍ​ຖືກ.


ຖະໜົນຂາຍ​ເຄື່ອງກິນ​ນານ​ຊື້​ທຽນ​ສິນ ຕັ້ງຢູ່​ຄຸ້ມຈະ​ເລີ​ນຢູ່ກາງ​ນະຄອນ​ທຽນ​ສິນ,ກວມ​ເນື້ອ​ທີ່​ບໍ່​ຮອດ 3 ​ເຮັກຕາ. ​​ຖະໜົນ​ສາຍ​ນີ້ສ້າງ​ຂຶ້ນ​ໃນ 20 ປີ​ກ່ອນ,ຮ້ານ​ຄ້າ​ສ່ວນ​ຫຼາຍ​ຍັງ​ປຸກແບບ​ບູຮານຢູ່,​ເບິ່ງງາມ​ດີ.ຢູ່​ແຫ່ງ​ນີ້ ​ມີຮ້ານ​ອາຫານ 100 ກວ່າ​ຮ້ານ,ມີ​ເຂົ້າໜົມທຽນ​ສິນທີ່​ມີ​ຊື່​ສຽງ​ເກືອບໝົດ​ຊູ່​ຢ່າງ.


ຖະໜົນຂາຍ​ເຄື່ອງກິນ​ນານ​ຊື້​ທຽນ​ສິນ

ຢູ່​ຈີນ,​ເມື່ອ​​ເວົ້າ​ເຖິງ​ທຽນ​ສິນ,ຄົນ​ສ່ວນ​ຫຼາຍຈະ​ຕ້ອງ​ຄຶດ​ເຖິງ"ກະລາ​​ເປົ່າໂກວປູ້​ຫຼີ".​ໃນ​ຖະໜົນຂາຍ​ເຄື່ອງກິນ,​ຮ້ານ​​ທີ່ຕິດປ້າຍ​​ປະຈັກ​ຕາກວ່າ​ໝູ່,ຮ້ານ​ໃຫຍ່​ກວ່າ​ໝູ່​ກໍ​ແມ່ນຮ້ານກະລາເປົ່າ​ໂກວປູ້​ຫຼີ​​.

​ນາງ​ເກີ​ງຈີ້​ງ ຜູ້ຈັດການຂອງຮ້ານກະລາ​ເປົ່າ​ໂກວປູ້​ຫຼີ​ບອກ​ນັກ​ຂ່າວ​ວ່າ,ຊື່​ຮ້ານ​ແມ່ນ​ມີ​ສ່ວນກ່ຽວຂ້ອງ​ກັບ​​ເຈົ້າຂອງຮ້ານກະລາເປົ່າ​ໂກວປູ້​ຫຼີ​ຜູ້​ທຳ​ອິດ.

"​​ແຕ່ກ່ອນ ຢູ່​ເມືອງ​ອູ​ຊິ່ງ​ແຂວງ​ເຫີ​ເປ ມີ​ຊາວນາຄອບຄົວ​ໜຶ່ງ,ຜົວອາຍຸ 40 ປີ​ຈຶ່ງ​ໄດ້​ລູກ​ຊາຍ,​ເພື່ອ​​ໃຫ້​ລູກຄ້ຳຄູນ,ຈຶ່ງ​ຕັ້ງຊື່ຫຼິ້ນ​ໃຫ້​ວ່າ"​ໂກວຈື່"​ແປ​ວ່າ ບັ໊ກໝານ້ອຍ.ພາຍຫຼັງ​ໂກວຈື່​ເຕີບ​ໃຫຍ່​​ແລ້​ວ,​​ເຂົາໄດ້​ປະ​ດິດກະລາ​​ເປົ່າຊະນິດ​ໜຶ່ງ,​ໃນ​​ໄສ້​​ກະລາ​​ເປົ່າຊະນິດນີ້ມີນ້ຳ​​ແກງ,​ແປ້ງ​ໝັກ​ບໍ່​ໃຫ້​ຟູ​ຫຼາຍ,ກະລາ​ເປົ່າ​ແບບ​ນີ້​ແຊບດີ ບໍ່​ມັນຫຼາຍ,ຄົນ​ບໍລິ​ເວນນີ້​ ບໍ່​ວ່າ​ຢູ່​​ໃກ້​ຢູ່ໄກ​ ​ໃຜ​ກໍ​ມັກ​ມາ​ຊື້​ກິນ. ຍ້ອນ​ວ່າ​ຂາຍ​ດີ​ຫຼາຍ,ລາວ​ບໍ່​ມີ​ເວລາ​ລົມ​ກັບ​ແຂກ,​​ເບິ່ງ​ຄື​ວ່າ ບໍ່​ຫົວຊາ​ນຳ​ໃຜ​ໝົດ,​ດົນ​​ແລ້ວ,ຄົນ​ທັງຫຼາຍ​ບໍ່ເອີ້ນ​ຊື່​ໝາກ​ນ້ອຍ​ອີກ,​ແຕ່​ຫາກ​ເອີ້ນ​ກັນ​ວ່າ"​ໂກວປູ້​ຫຼີ"​ແປ​ວ່າ,ໝາ​ບໍ່​ຫົວ​ຊາ."

ໄສ້ກະລາ​ເປົ່າມີນ້ຳ​,ແມ່ນ​ຈຸດ​ພິ​ເສດ​​ໜຶ່ງຂອງ​ກະລາ​ເປົ່າ​ໂກວປູ້​ຫຼີ. ອີງຕາມ​ວິທີ​ດັ້ງ​ເດີມ​,​ໃນ​ເວລາ​ປຸງ​ໄສ້​ມັນ ພໍ່ຄົວຮ້ານກະລາ​ເປົ່າ​ໂກວປູ້​ຫຼີ ຈະ​​ເອົາ​​ນ້ຳແກງ​ຕົ້ມກະດູກ​ໝູ​ແລະ​ນ້ຳສະອິວ​ແນວດີ​ແບ່ງ​ເປັນ​ຫຼາຍ​ເທື່ອ ປົນ​ໃສ່​ຊີ້ນ​ໝູ​​ຝັກ,​ແລ້ວ​ຄ່ອຍໆ​ຄົນ​ໄປ​ທາງ​ດຽວ​ໃຫ້​ນ້ຳ​ແກງ​ກັບ​ຊີ້ນ​ເຂົ້າກັນ​ດີໆ,​ແລ້ວ​​ເອົາ​​ແປ້ງນົວ ນ້ຳມັນ​ງາ ຜັກ​ບົ່ວ​ແລະ​ຂີງ​ຝັກ​ມຸ່ນໆ​ໃສ່,​ໄສ້​ກະລາ​ເປົ່າ"ໝາ​ບໍ່​ຫົວຊາ"ກໍ​ແປ​ວ່າ​ເຮັດ​ສຳ​ເລັດ.ຜູ້​ປະດິດກະລາ​ເປົ່າ​ໂກວປູ້​ຫຼີ ກໍ​ແມ່ນ​​ໃຊ້​ວິທີ​ທີ່​ຕ່າງ​ໝູ່​ແນວ​ນີ້,ເຮັດ​ອາຫານ​ແຊບຂອງ​ເມືອງ​ທຽນ​ສິນຈົນ​ມີ​ຊື່​ສຽງຢູ່​ຈີນ​ແລະ​ຕ່າງປະ​ເທດ.ກະລາ​ເປົ່າ​ຊະນິດ​ນີ້,​​ໄສ້​ອ່ອນ​ນຸ້ມ, ​ຫອມ ບໍ່​ມັນ,ບໍ່​ອືດ,​ແຊບ,ຖືກປາກ​ຖືກ​ຄໍ,ຈົນ​ພະ​ອັກຄະມະ​ເຫ​ສີ​ອົງ​ໜຶ່ງຂອງລາຊະວົງ​ຊິງ​ຈີນກໍ​ມັກ​ສະ​ເຫວີຍ.

1  2