ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-13 18:49:07    
ເຂົ້າ​ໜົມ​ຂອງ​ນະ​ຄອນ​ທຽນ​ສິນ(ສຽງ)

cri Author: sayvanny


ກະລາ​ເປົ່າໂກວປູ້​ຫຼີທຳ​ອິດ​ແມ່ນ​ມີ​ແຕ່​ໄສ້​ໝູ,ພາຍຫຼັງມາ,ໄດ້ມີ​ໄສ້ຊີ້ນ​ງົວ ຊີ້ນ​ແກະ​ ​ໄສ້​​ກຸ້ງ​​ແລະ​ອື່ນໆຫຼາຍ​ຢ່າງ. ຖ້າ​ແຂກສັ່ງ​ກະລາ​ເປົ່າຊະນິດ​ນີ້,​ເຈົ້າຂອງຮ້ານ​ກໍ​ຈັດ​​ໃຫ້ຜູ້​ຮັບ​ໃຊ້​ເອົາ​ແປ້ງທີ່​ຄັ້ນແລ້ວ​ແລະ​ໄສ້​ກະລາ​ເປົ່າ​ໄປ​ວາງ​ໄວ້ເທິງ​ໂຕະ​ຂອງ​ແຂກ,ຊວນ​ແຂກ​ຫໍ່​ນຳ​ກັນ,ອີກ​ບຶດໜຶ່ງ,​ແຂກ​ກໍ​ຈະ​ໄດ້​ກິນ​ເຂົ້າໜົມກະລາ​ເປົ່າທຽນ​ສິນ​ທີ່​ຕົນ​ຫໍ່​ເອງ.

ເຂົ້າໜົມທີ່​ມີ​ຊື່ສຽງ​ຂອງ​ເມືອງ​ທຽນ​ສິນ​ຍັງ​ມີ​ຫຼາຍຢ່າງ.ຖ້າວ່າ​ຢາກ​ຊື້​​ເຂົ້າໜົມທຽນ​ສິນ​​ເມືອ​ຕ້ອນ​ໝູ່​ແລ້ວ,"​ເຂົ້າໜົມມາ​ຮ່ວາກຸ້ຍ​ຟ່າຊຽງ"​ກໍແມ່ນ​​ເຂົ້າໜົມ​ແຊບ​ຢ່າງ​ໜຶ່ງ. ​ເຂົ້າໜົມມາ​ຮ່ວາ​ແມ່ນ​ອາຫານ​ທຳ​ມະ​ດາ​ທີ່​ຊາວ​ຈີນ​ມັກ​ກິນ​ມາ​ແຕ່​ໃດ,​ເອົາແປ້ງ​ໝີ່​ທີ່​ຄັ້ນ​ແລ້ວ​ນວດ​ເປັນ​ເສັ້ນຫຼາຍ​ເສັ້ນ,​ແລ້ວຝັ້ນກັນ​,​ແລ້ວ​ລົງ​ຈືນ​ໃນ​ນ້ຳມັນ,ຍ້ອນ​ຄື​ກັບ​ເຊືອກຝັ້ນ,ຈຶ່ງຕັ້ງຊື່​​ເຂົ້າໜົມມາ​ຮ່ວາ ​ແປ​ວ່າ​ເຂົ້າໜົມ​ເຊືອກຝັ້ນ. ທີ່​ຈິງ​ແລ້ວ ຢູ່​ຫຼາຍ​ແຫ່ງ​ຂອງ​ຈີນກໍ​ມີ​ເຂົ້າໜົມຈືນຊະນິດ​ນີ້​,​ແຕ່​ບໍ່​ວ່າ​ແມ່ນ​ຄົນທ້ອງ​ຖິ່ນ​ໃດ,​ເມື່ອ​ໄປ​ເມືອງ​ທຽນ​ສິນ,ກໍ​ຕ້ອງ​ຊື້​"​ເຂົ້າໜົມຝັ້ນກຸ້ຍ​ຟ່າຊຽງ"​​ໄປ​ຕ້ອນ​​ພີ່ນ້ອງ​ແລະ​ໝູ່​ເພື່ອນ.

​ເຮັດ​ເຂົ້າໜົມຈືນຊະນິດ​ນີ້​ ມີ 10 ບາດກ້າວ,ຕ່າງ​ກັບ​ເຂົ້າໜົມຊະນິດ​ດຽວ​ກັນ​ຂອງ​ທ້ອງ​ຖິ່ນ​ອື່ນ​ຂອງ​ຈີນ,​ເຂົ້າໜົມມາ​ຮ່ວາ​ກຸ້ຍ​ຟ່າຊຽງ​ຍັງ​ມີ​ໄສ້ຫຼາຍຢ່າງ​ຄື ດອກ​ອົບ​ເຊີຍ ​ໝາກ​ມັນຫໍ້ ​ແລະ​ເນື້ອແກ່ນ​ໝາກ​ໂມ​ເປັນຕົ້ນ,​ແລະຍັງ​ມີນ້ຳຕານ​ກ້ອນ​ໃສໆ,​ຈຶ່ງ​ກິນ​ຫອມ​ປາກ​ຫອມ​ຄໍ​.​ເຂົ້າໜົມ​ຊະນິດ​ນີ້​​ປະ​ໄວ້​ຢູ່​ບ່ອນ​ແຫ້ງ ອາກາດ​ລຸ​ລ່ວງ ​ຫຼາຍ​ເດືອນ ລົດ​ຊາດ​ກໍ​ບໍ່​ເສຍ,ບໍ່​ອ່ອນ ຄຸນ​ນະພາ​ບກໍບໍ່​ປ່ຽນ​​.

ນາງ​ເຊລິນ​ນາ ຫຼີ ​ນັກ​ທ່ອງ​ທ່ຽວອາ​ເມ​ລິ​ກາບ​ອກນັກ​ຂ່າວ​ວ່າ:

"ເຂົ້າໜົມຝັ້ນກຸ້ຍ​ຟ່າຊຽງ​ທຽນ​ສິນຈັ່ງແມ່ນ​ແຊບ​ອີຫຼີ.ຂ້ອຍ​ມັກ​ຫຼາຍ."


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ເຂົ້າໜົມທຽນ​ສິນ​ແນວແຊບໆຍັງມີ​ຫຼາຍ​ຢ່າງ​ຫຼາຍ​ແນວ,​ ເວົ້າ​ຕັ້ງດົນ ກໍ​ພຽງ​ແຕ່​ແນະນຳທໍ່ນັ້ນ. ຖ້າ​ມີ​ໂອກາດໄປທຽນສິນ,ຢ່າລືມໄປ​ເລາະຖະໜົນ​ຂາຍເຄື່ອງກິນ​ນານ​ຊື້ແດ່ເດິ.ຢູ່​ທາງເສັ້ນນັ້ນ,ທ່ານ​ຈະ​ໄດ້ຊີມ​ລົດ​ເຂົ້າໜົມ​ແຊບ​ໆທີ່​ມີ​ຊື່​ສຽງ​ໝົດ​ຊູ່ຢ່າງ​ຂອງ​ເມືອງ​ທຽນ​ສິນ.

1  2