|
|
(GMT+08:00)
2006-09-20 18:01:54
|
|
ຊີມອາຫານພື້ນເມືອງຢູ່ເມືອງຄຸນມິງ(ສຽງ)
cri
ເມືອງຄຸນມິງ ເທດສະບານແຂວງຢຸນນານທີ່ຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ,ແຕ່ໃດມາກໍມີຊື່ງາມນາມມ່ວນວ່າ"ເມືອງລະດູບານໃໝ່".ໃນລາຍການສີສັນແດນມັງກອນພາກນີ້,ດາລາວັນຈະພາທ່ານໄປທ່ຽວຄຸນມິງ,ໂດຍສະເພາະແມ່ນໄປຊີມອາຫານແຊບໆຢູ່ແຫ່ງນັ້ນ. (1)
ວັດທະນະທຳອາຫານການກິນທີ່ອຸດົມສົມບູນແມ່ນພາກສ່ວນໜຶ່ງທີ່ຂາດເຂີນບໍ່ໄດ້ໃນຊີວິດການເປັນຢູ່ຂອງຊາວຄຸນມິງ.ບໍ່ວ່າແມ່ນສິ່ງທີ່ບິນຢູ່ເທິງຟ້າ ພືດທີ່ປູກຢູ່ໃນດິນ ຫຼືສັດທີ່ລອຍຢູ່ໃນນ້ຳ,ທະແນມແຕ່ບໍ່ແມ່ນຊະນິດທີ່ຫາຍາກແລະສິ່ງທີ່ຕ້ອງສະຫງວນ,ມີຫຼາຍໆຢ່າງໄດ້ຖືກຈັດເຂົ້າເປັນລາຍການອາຫານຄຸນມິງ.
ເມື່ອເວົ້າເຖິງວັດທະນະທຳອາຫານຂອງຈີນແລ້ວ,ບາງຄົນອາດຈະຮູ້ແລ້ວວ່າ,ອາຫານຈີນແບ່ງເປັນ 8 ລະບົບຕາມເຂດແຄວ້ນ ຄື ອາຫານຊານຕຸ່ງ ອາຫານເຊສວນ ອາຫານກວາງຕຸ້ງ ອາຫານຟູຈ້ຽນ ອາຫານຈ່ຽງຊູ່ ອາຫານເຈີ້ຈ່ຽງ ອາຫານຫູນານແລະອາຫານອ່ານຫຸ່ຍ.ທ່ານອາດຈະສັງເກດແລ້ວວ່າ,ໃນ 8 ລະບົບອາຫານ,ບໍ່ມີອາຫານຢຸນນານ.
ຄົນຈີນມັກເວົ້າວ່າ,ຈຸດພິເສດເດັ່ນກວ່າໝູ່ຂອງອາຫານຢຸນນານກໍແມ່ນບໍ່ມີຈຸດພິເສດ.ເວົ້າແບບນີ້ ຟັງແລ້ວຄືວ່າເຂົ້າໃຈຍາກ,ແຕ່ຖ້າຟັງຄຳອະທິບາຍຂອງທ່ານວັງຢື້ຫຼິນ ຊາວຄຸນມິງແລ້ວ,ທ່ານກໍຈະເຂົ້າໃຈໂລດວ່າ ມັນບໍ່ໄດ້ໝາຍຄວາມວ່າ ອາຫານຢຸນນານບໍ່ແຊບ,ຫາກແມ່ນຄວາມຍ້ອງຍໍອີກແນວໜຶ່ງ. (2)
"ອາຫານຢຸນນານຂອງພວກຂ້າພະເຈົ້າບໍ່ຢູ່ໃນ 8 ລະບົບອາຫານດັ່ງກ່າວ,ແຕ່ວ່າ,ອາຫານຢຸນນານໄດ້ຖອດຖອນເອົາຈຸດພິເສດຕ່າງໆຂອງ 8 ລະບົບອາຫານດັ່ງກ່າວ,ອາຫານທຳມະດາຂອງຢຸນນານກໍຄືກັນ.ເຊັ່ນ,ອາຫານເຊສວນເຜັດ ອາຫານກວາງຕຸ້ງຫວານແລະຈາງ ອາຫານຊານຕຸ່ງເຄັມ,ລົດຊາດແບບນີ້ໃນອາຫານຄຸນມິງກໍມີໝົດ,ສະນັ້ນ,ນັກທ່ອງທ່ຽວບໍ່ວ່າມາແຕ່ແຫ່ງຫົນໃດ,ເມື່ອຄ່ຳມາ,ກໍຕ້ອງໄປຊີມລົດອາຫານຄຸນມິງທຸກມື້."
ທ່ານວັງເວົ້າວ່າ,ບ່ອນກິນອາຫານແຊບທີ່ສຸດ,ແມ່ນຢູ່ບ່ອນມໍ່ກັບຖະໜົນຄົນຍ່າງຢູ່ນານພີງທີ່ກາງເມືອງ.ຖະໜົນນານພີງແມ່ນບ່ອນສີວິໄລຮຸ່ງເຮືອງທີ່ສຸດໃນເມືອງຄຸນມິງ,ຢູ່ສອງຟາກຖະໜົນທີ່ຍາວປະມານ 700 ແມັດ,ເຕັມໄປດ້ວຍຮ້ານຂາຍຂອງ ຮ້ານບັນເທີງແລະຮ້ານກິນດື່ມ.ສ່ວນບ່ອນທີ່ມີຮ້ານກິນດື່ມຫຼາຍກວ່າໝູ່,ແມ່ນຢູ່ຕະຫຼາດອາຫານເໝີຍຊືທີ່ຢູ່ຟາກກົງກັນຂ້າມກັບຖະໜົນນານພີງ.ເບິ່ງທາງນອກ,ຕະຫຼາດແຫ່ງນີ້ເໝືອນກັບປ້ອມປາການແບບບູຮານຂອງຈີນ,"ປ້ອມປາການ"ມີ4ປະຕູ,ໃນນັ້ນມີປະຕູໜຶ່ງແປະກັບຕະຫຼາດຖະໜົນຄົນຍ່າງ, ສະນັ້ນ,ຫຼາຍຄົນຫຼັງຈາກເລາະຕະຫຼາດແລ້ວ,ກໍມາກິນເຂົ້າຢູ່ທີ່ນີ້.
ອາຫານຢຸນນານທີ່ມີຊື່ສຽງທີ່ສຸດແມ່ນ"ເຂົ້າປຸ້ນກົ້ວຊຽວ",ແປວ່າ"ເຂົ້າປຸ້ນຂ້າມຂົວ".ເຂົ້າປຸ້ນກົ້ວຊຽວມີປະຫວັດ 100 ກວ່າປີແລ້ວ,ມີຂຶ້ນກ່ອນເພິ່ນແມ່ນຢູ່ເມືອງເມີງຈື້ພາກຕາເວັນອອກສຽງໃຕ້ແຂວງຢຸນນານ.ຕາມເລົ່າລືກັນວ່າ,ຢູ່ນອກເມືອງເມີງຈື້ມີໜອງແຫ່ງໜຶ່ງ,ຢູ່ກາງໜອງມີເກາະໜຶ່ງ,ແມ່ນບ່ອນທີ່ພວກນັກຮຽນສະໄໝບູຮານຮຽນໜັງສື,ໃນພວກນັກຮຽນເຫຼົ່ານີ້ມີຜູ້ໜຶ່ງໝັ່ນຮຽນຫຼາຍ,ຈົນຈ່ອຍລົງສູ່ມື້,ເມຍລາວອີຕົນລາວຫຼາຍ.ເທື່ອໜຶ່ງ,ເມຍລາວຂ້າໄກ່ໂຕໜຶ່ງ,ຕົ້ມແກງແລ້ວເອົາໄປໃຫ້ຜົວກິນ.ເມື່ອໄປຮອດເກາະນັ້ນ,ນາງໄດ້ປະກົດເຫັນວ່າ,ໝໍ້ດິນຮັກສາຄວາມຮ້ອນໄດ້ດີຫຼາຍ,ຈົນໄປຮອດບ່ອນ ນ້ຳແກງກໍຍັງຮ້ອນໆຢູ່.ສະນັ້ນ,ເມຍລາວຈຶ່ງເອົາເຂົ້າປຸ້ນແລະເຄື່ອງປຸງທີ່ຄົນທ້ອງຖິ່ນມັກກິນນັ້ນລົງໃສ່,ກາຍເປັນເຂົ້າປຸ້ນນ້ຳໄກ່ໃຫ້ຜົວກິນ.ຈາກນັ້ນມາ,ເຂົ້າປຸ້ນນ້ຳໄກ່ຈື່ງມີຊື່ສຽງຊັກໄຊ້.ຍ້ອນວ່າເມຍເອົາເຂົ້າປຸ້ນໄປໃຫ້ຜົວກິນ,ຕ້ອງຂ້າມຂົວຂົວໜຶ່ງ,ຄົນທ້ອງຖິ່ນນັ້ນຈຶ່ງຕັ້ງຊື່ເຂົ້າປຸ້ນຊະນິດນີ້ເປັນ"ເຂົ້າປຸ້ນກົ້ວຊຽວ"ແປວ່າເຂົ້າປຸ້ນຂ້າມຂົວ.
1 2
|
|
|