ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 18:01:54    
ຊີມ​ອາ​ຫານ​ພື້ນ​ເມືອງ​ຢູ່​​ເມືອງ​ຄຸນ​ມິງ(ສຽງ)

cri


ປະຈຸ​ບັນ,ຄົນ​ຄຸນ​ມິ​ງຈຶ່ງ​ຖື​ການ​ກິນ​ເຂົ້າປຸ້ນ​ກົ້ວ​ຊຽວທີ່​ຮ້ອນໆ​ເປັນ​ລາຍ​ການ​ອາຫານ​ປະຈຳ​ວັນ.​ເຂົ້າ​ປຸ້ນ​ກົ້ວ​ຊຽວ​ມີນ້ຳ​ເຂົ້າປຸ້ນ ​ເຂົ້າປຸ້ນ​ແລະ​ເຄື່ອງ​ປຸງ​ຕ່າງໆ.ວິທີ​ເຮັດ​ນ້ຳ​ເຂົ້າ​ປຸ້ນ,ທຳ​ມະ​ດາ​ແລ້ວ​ແມ່ນ​​ເອົາຖ້ວຍ​ໃຫຍ່ໆ,​ໃສ່​ນ້ຳມັນ​ໄກ່ ​ແປ້ງ​ນົວ ພິກ​ໄທ​,​​ແລ້ວ​ຈຶ່ງ​ເອົາ​ນ້ຳຕົ້ມ​ໄກ່ ນ້ຳຕົ້ມ​ເປັດ ຫຼື​ນ້ຳຕົ້ມ​ດູກ​ຂ້າງ​ໝູ ນ້ຳ​ຕົ້ມ​ກະດູກ​ໝູ​ທີ່​ຟົດໆ,​ຖອກ​ໃສ່​ຖ້ວຍ​ໃຫຍ່,​ບັດນັ້ນ,​ເທິງ​ໜ້ານ້ຳ​ແກງ​ຈະ​ມີນ້ຳມັນ​ຟູ​ຂຶ້ນ,​ຮັກສາ​ນ້ຳ​ແກງ​ໃຫ້​ຮ້ອນ​ຢູ່​ສະ​ເໝີ.


ບາດ​ຈະ​ກິນ,ຕ້ອງ​ເອົາ​ຕ່ອນ​ຊີ້ນ​ປາດິບ ຊີ້ນ​ດິບ ຊີ້ນ​ໄກ່​ດິບ​ທີ່​ຊອຍ​ເປັນ​ແຜ່ນ​ບາງໆ​ລົງ​ໃສ່​ນ້ຳ​ແກງ,​ແລ້ວ​ໃຊ້​ໄມ້​ຖູ່​ຄົນ​ໃຫ້​ທົ່ວ,ຈຸ່ມ​ໃຫ້​ຊີ້ນ​ສຸກ;​ແລ້ວ​ຈຶ່ງ​ໃສ່​ຊີ້ນ​ສຸກ​ຕ່າງໆ,​ໃສ່​ຍອດ​ໝາກ​ຖົ່ວລັນ​ເຕົາ ຜັກ​ແປ້ນ​ອ່ອນ ຜັກ​ຕີນ​ເປັດ ​ເຕົ້າຮູ້​​ ​ແລະ​ເຂົ້າ​ປຸ້ນ,ສຸດ​ທ້າຍ​ແມ່ນ​ໃສ່​ນ້ຳສ​ະອິວ​ແລະ​ນ້ຳມັນ​ໝາກ​ເຜັດ​.​ບັດ​ນັ້ນ,​ເຂົ້າປຸ້ນ​ກົ້ວຊຽວທີ່​​ແຊບໆ​ຖ້ວຍ​ໜຶ່ງ​ກໍ​ປຸງ​ແຕ່ງ​ສຳ​ເລັດ.

​ເຂົ້າ​ປຸ້ນ​ກົ້ວ​ຊຽວບໍ່​ພຽງ​ແຕ່ມີ​ລົດ​ຊາດ​ແຊບ​ນົວ​,ທັງ​ມີ​ທາດ​ບຳລຸງ​ຫຼາຍ,​ເຮັດ​ໃຫ້​ຄົນ​ຈີນ​​ແລະ​ຄົນ​ຕ່າງປະ​ເທດ​ທີ່​ເຄີຍ​ກິນ​ກໍຍ້ອງ​ວ່າ​ແຊບ. ທ້າວ​ເດວິດ ​​ແຄມ​ແບ​ວທີ່​ມາ​ຈາກ​ອາ​ເມ​ລິ​ກາ​ຫາ​ກໍ່​​ໄປ​ຮອດ​ຄຸນ​ມິ​ງສອງ​ມື້,ກໍໄດ້​ກິນ​ເຂົ້າ​ປຸ້ນ​ກົ້ງ​ຊຽວ​ສາມ​​ເທື່ອ​ແລ້ວ. ລາວ​ເວົ້າ​ວ່າ: (3)


"ຂ້ອຍ​ຍັງ​ບໍ່​ຮູ້​ຊື່​ມັນ​ເທື່ອ,​ຮູ້ສຶກ​ວ່າ​ຄື​ໝີ່​ຊະນິດ​ໜຶ່ງ.​ແຕ່​ວ່າ​ແຊບ​ຫຼາຍ,​ມື້ວານ​ນີ້​ ຂ້ອຍ​ໄປ​ກິນ​ອີກ​ເທື່ອ​ໜຶ່ງ,ຈັ່ງ​ແມ່ນ​ແຊບ​ແທ້ໆ.​ຂ້ອຍ​ຮູ້ສຶກ​ວ່າ,​​ອາ​ຫານ​ຄຸນ​ມິງ​ແຊບ​ໝົດ​ສູ່​ຢ່າງ."

ຢູ່​ຕະ​ຫຼາດ​ອາ​ຫານ​ເໝີຍ​ຊື,ມີ​ຮ້ານ​ກິນ​ດື່ມ​ລຽນ​ກັນ​ເປັນ​ແຖວ.​ນອກ​ຈາກ​ເຂົ້າ​ປຸ້ນ​ກົ້ວ​ຊຽວ​ແລ້ວ,​ຍັງ​ມີ​ອາ​ຫານ​ຢຸນ​ນານ​ອີກ​ຫຼາຍ​ຢ່າງ.​ເຊັ່ນ:​ດອກ​ຊ້ອນ​ຂົ້ວ​ໄຂ່​ໄກ່ ປີ້ງ​ໝາກ​ເຂືອ ​ຈືນ​ກະດູກ​ຂ້າງ​ໝູ ປີ້ງ​ປາ,​​ເບິ່ງແຕ່​ປ້າຍ​ຊື່ອາ​ຫານ​ຂອງ​ຮ້ານ​ເຫຼົ່າ​ນີ້,ກໍ​​ເຮັດ​ໃຫ້​ຄົນ​ຢາກ​ກິນ​ແລ້ວ.
1  2