ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 17:03:35    
[ປະ​ເພນີ​ງານ​ແຕ່ງດອງຂອງ​ໄຕ້​ຫວັນ​ຈີນ]

cri

ໄຕ້​ຫວັນ​ແມ່ນ​ດິນ​ແດນພາກ​ສ່ວນ​ຫນຶ່ງ​ຂອງຈີນມາ​ແຕ່​ບູຮານ​ນະ​ການ​.​ປັດຈຸ​ບັນ ງານ​ແຕ່​ງດອງ​ດ້ວຍ​ຮູບ​ການ​ດັ້ງ​ເດີມ​ຍັງ​ມີ​ຜົນ​ສະທ້ອນ​ຢ່າງ​​ ​ຫຼວງຫຼາຍ​ຢູ່​ໄຕ້​ຫວັນ,ນີ້​ກໍຍ້ອນ​ວ່າ​ປະຊາ​ຊອນ​ໄຕ້ຫວັນ ສ່ວນ​ຫຼາຍ​ທີ່​ສຸດ​ລ້ວນ​ແຕ່​ແມ່ນຄົນ​ຮຸ້ນ​ຫຼັງ​ຂອງ ຊາວຍົກ​ຍ້າຍ​ຈາກ​​ແຂວງ​ຟູ​ຈ້ຽນ​ແຂວງ​ກວາງຕຸ້ງ​ແຜ່ນດິນ​ໃຫຍ່​ແລະ​ຈາກແຫ່ງ​ຕ່າງໆຂອງຈີນ  ​ໃນ​ເວລາ​ບັນພະບຸລຸດຊາວ​ແຜ່ນດິນ​ໃຫຍ່​ຈີນບຸກ​ເບີກ​ແລະ​ສ້າງ ສາ​ໄຕ້​ຫວັນ,ພວກ​​ເຂົາ​ເຈົ້າ​ໄດ້ຮັກສາ​ຮີດຄອງປະ​ເພນີ​ວັດທະນະທຂອງບ້ານ​ເກີດ​ເມືອງ​ນອນ​ໄປ​ໄຕ້​ຫວັນຢ່າງ​ສະ​ເຫມີ​ຕົ້ນ​ສະຫມີ​ປາຍ,​ພ້ອມ​ທັງສືບ​ທອດ​ແລະສົ່ງ​ເສີມ​​ໄປ​ທຸກ​ເຊັ່ນ​ຄົນ.​ເຖິງ​ແມ່ນ​ວ່າ​ມາຮອດ​ສັງຄົມຍຸກປັດຈຸບັນ,ຮີດຄອງປະ​ເພນີ​​ດັ້ງ​ເດີມຈຳນວນຫຼວງ​ຫຼາຍ​ຍັງ​ຄົງຮັກສາ​​ເປັນ​ຢ່າງ​ດີຄື​ເກົ່າ,ທັງ​ນີ້​ໄດ້​ສ່ອງ​ແສງ​​​ໃຫ້​ເຫັນໃນ​ດ້ານ​ງານ​ແຕ່ງດອງ​ຂອງ​ຊາວ​ຫນຸ່ມຢ່າງ​ພົ້ນ​ເດັ້ນ

ໃນ​​ແບບວິທີ​ດຳລົງ​ຊີວິດ​​ສະ​ໄຫມ​ປັດຈຸບັນ​ທີ່​ເຕັມ​ໄປ​ດ້ວຍ​ສະ​ໄຫມນິຍົມ, ຊາວຫນຸ່ມ ຈຳນວນ​ຫຼວງຫຼາຍ ຍັງ​ຄົງເລືອກ​​ເອົາຮູບ​ການ​ແຕ່ງດອງ​ດັ້ງ​ເດີມທີ່​ສືບ​ທອດ​ມາ​ແຕ່​ບູຮານ​ນະ​ການ,ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນບັນຍາກາດວັດທະນະທຳ​ດັ້ງ​ເດີມ​ຂອງ​ປະຊາ​ຊາດ​ຈີນທໍ່​ນັ້ນ,ຫາກ​ຍັງ​ມີ​ຄວາມ​ມ່ວນ​ຊື່ນທີ່ຕ່າງ​ກັນອີກຊະນິດ​.ການ​ໃຫ້ສິນ​ສອດ​ທອງ​ຫມັ້ນ ຂີ່​ຕະຫຼ່ຽງຫາມ​​ເປົ່າ​ປີ່​ສີ​ຊໍ​ໄປ​ຮັບ​ເອົາ​ເຈົ້າ​ສາວ  ຄູ່​ສົມລົດ​ໄຫວ້​ເທວະ​ດາ​ຟ້າ​​ແຖນ​ແລະ​ສົມ​ມາ​ຄາລະວະ​ພໍ່​ແມ່  ຜົວ​ເມຍ​​ຄາລະວະ​ກັນແລະພີ່ນ້ອງ​ຫມູ່​​ເພືອນງັຍດອງ​ແມ່ນ​ເນື້ອ​ໃນ​ທີ່​ຂາດ​ເຂີນ​ບໍ່​ໄດ້ໃນ​ງານ​ແຕ່ງດອງ​​ແບບ​ບູຮານ

1  2  3  4  5