ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 17:03:35    
[ປະ​ເພນີ​ງານ​ແຕ່ງດອງຂອງ​ໄຕ້​ຫວັນ​ຈີນ]

cri

 


ມ່ວນ​ຊື່ນ​ກວ່າ​ເພິ່ນ​ໃນ​ພິທີ​ແຕ່ງງານ​ແມ່ນ​ງານ​ລ້ຽງ ທົ່ວ​ໄປ​ເອີ້ນ​ວ່າ​ງານ​ສິລິ​ມຸງ​ຄຸນ ສະ​ນັ້ນ ຄົນທັງຫຼາຍ​ເອີ້ນ​ການ​ເຂົ້າຮ່ວມ​ງານ​ແຕ່ງດອງ​ວ່າ​ດື່ມ​ເຫຼົ້າ​ດອງ ໃນ​ຫມູ່​ປະຊາຊົນ ງານ​ແຕ່ງດອງ​ພິຖີ​ພິຖັນ​ຫຼາຍ​ຈັດ​ຢ່າງ​ໃຫຍ່​ໂຕ ຄັນ​ງານ​ແຕ່​ງດອງ​ຈັດ​ຂຶ້ນ​ຢ່າງ​ຄຶກຄື້ນ ກໍ​ສະ​ແດງ​ວ່າ​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ໃນ​ເວລາ​ກິນລ້​ຽງ ​ເຈົ້າ​ສາວ​ຕ້ອງ​ເຫ​ຍັ້ນ​ເຫຼົ້າ ຄີບ​ອາຫານ​ໃຫ້​ແຂກ ​ເພື່ອ​ຂອບ​ອົກ​ຂອບ​ໃຈ​ນຳ​ແຂກ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ແຕ່ງດອງ  ຫ້ອງ​ນອນຂອງ​ຄູ່​ສົມລົດ ​ເອີ້ນ​ວ່າ​ຫ້ອງ​ສິລິ​ມຸງຄຸນ ການ​ໄປ​ຢອກ​ໃຍ​ເຈົ້າ​ບ່າຍ​ເຈົ້າ​ສາຍ​ໃນ​ຫ້ອງ​ນອນ​ແມ່ນ​ລາຍການ​ສຸດ​ທ້າຍ​ໃນ​ພິທີ​ແຕ່ງງານ ຜູ່​ເຂົ້າ​ຮ່ວມ​ສ່ວນ​ຫຼາຍ​ແມ່ນ​ຊາວ​ຫນຸ່ມ​ຍິງ​ຊາຍ​ທີ່​ຍັງ​ບໍ່​ທັນ​ແຕ່ງງານ ຄົນ​ທັງຫຼາຍ​ຊອກ​ຫາ​ທຸກວິທີ​ກວນ​ເຈົ້າ​ບ່າວ​ເຈົ້າ​ສາວ ຫຼື​ວ່າຕັ້ງ​ບັນຫາ​ຍາກ​ໃຫ້​ຄູ່​ຜົວ​ເມຍ​ໃຫມ່​ຫຼື​ວ່າ​ເຮັ​ດ​ເລື່ອງ​ຊວນ​ຫົວ ຫຼື​​ໃຫ້​ເຈົ້າບ່າວ​ເຈົ້າ​ສາວ​ສະ​ແດງ​ລາຍການ​ເປັນຕົ້ນ  ຈຸດປະສົງ​ແມ່ນ​ເພື່ອ​ເສີມ​ບັນຍາກາດກາດ​ມ່ວນ​ຊື່ນ​​ໃນ​ພິທີ​ແຕ່ງງານ,​ເຮັ​ດ​ໃຫ້​ຄູ່​ຜົວ​ເມຍໃຫມ່​ລືມ​ຍາກຈົນ​ຕະຫຼອດ​ຊີວິດ

1  2  3  4  5