ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 18:28:47    
ແຊນ​ສາມາດ​ຕອບຄຳ​ຖາມ​ທີ່​ວ່າ​ພວກ​ເຮົາ​ມາ​ຈາກ​ໃສ​ບໍ

cri
ເມື່ອ​ບໍ່​ດົນ​ມານີ້,ນັກວິທະຍາສາດ​ທັງຫຼາຍປະກາດ​ວ່າ,ຮູບ​ສີ​ຈຸ​ແຊນ​ຂອງ​ມະນຸດ​ຈະ​ເຮັດ​ສຳ​ເລັດ​ໃນ​ໄວໆ​ນີ້,ປະຈຸ​ບັນ,ຫນ້າ​ທີ່​ວັດ​ແທກ​ລຳດັບ​ຈຸ​ແຊນ​ມະນຸດ​ຫນຶ່ງ​ສ່ວນ​ຮ້ອຍ​ທີ່​ນັກວິທະຍາສາດ​ຈີນ​ຮັບ​ພາລະ​ນັ້ນກໍ​ຈະ​ເຮັດ​ສຳ​ເລັດ​ໃນ​ໄວໆ​ນີ້​ແລ້ວ,ຈຸ​ແຊນ​ຂອງ​ມະນຸດ​ແມ່ນ​ຫນັງສື​ເທວະ​ເຫຼັ້ມຫນຶ່ງ​ທີ່​ມີ​ຄວາມ​ເລິກ​ລັບ​ຂອງ​ຊີ​ວິດ​ເຊື່ອ​ງຊ້ອນ​ຢູ່,​ເຊິ່ງ​ໄດ້​ຕັດສິນ​ການ​ເກີດ,ການ​ເຖົ້າ​ແກ່,ການ​ເຈັບ​ໄຂ້ ​ແລະ​ການ​ຕາຍ​ຂອງ​ຄົນ​ເຮົາ,ມີ​ບາງ​ຄົນ​ເວົ້າວ່າ,ຫລັງ​ຈາກ​ມະນຸດ​ກຳ​ແຊນ​ຂອງ​ຕົນ​ໄດ້​ຫມົດ​​ແລ້ວ,ຄົນ​ກໍ​ຈະ​ຍືນ​ຮອດ ຮ້ອຍ​ປີ 200 ປີ​ເຊິ່ງບໍ່​ແມ່ນ​ຄວາມ​ຝັນ​ອີກ​ແລ້ວ,ບໍ່​ຫນຳ​ຍັງ​ມີ​ບາງ​ຄົນ​ໄດ້​ເວົ້າຂາດ​ຕົວ​ວ່າ,ຄົນ​ຈະ​ຍືນ​ຮອດ 1200 ປີ,ຄັນຊັ້ນ,​ແຊນ​ກໍ​ເປັນ​ສິ່ງ​ອັດ​ສະ​ຈັນ​ຄື​ດ​ແນວ​ນີ້​ແທ້​ບໍ່?ນອກຈາກ​ພາໃຫ້​ມີ​ອາຍຸ​ຍືນ​ແລ້ວ,ມັນ​ຍັງ​ຕອບ​ບັນຫາ​ທີ່​ວ່າ ພວກ​​ເຮົາ​ມາ​ຈາກ​​ໃສ​ໄດ້​ບໍ່?​ໃນ​ລາຍການ"ສາລະ​ຄະດີ​ວິທະຍາສາດ"ພາກ​ນີ້,​ເຮົາ​ຈິ່ງ​ຢາກ​ລົມ​ບັນຫາ​ນີ້​ນຳ​ທ່ານ,ສະ​ເພາະ​ໃນ​ລາຍການ​ພາກ​ນີ້​ເຊີນ​ທ່ານ​ຟັງ​ພາກ​ຕົ້ນກ່ອນ.

ຄຽງ​ຄູ່​ກັບ​ການ​ລົງ​ເລິກ​ຄົ້ນຄວ້າ​ຈຸ​ແຊນ​ຂອງ​ມະນຸດ​ນັ້ນ,ການ​ຊອກ​ຄົ້ນວິວັດທະນາ​ການ​ຂອງ​ມະນຸດ​ໄດ້​ປະກົດ​ມີ​ສະຖານະ​ພາບ​ທີ່​ມີ​ນັກປາດ​ຫຼາຍສຳນັກ​ຕ່າງ​ຄົນ​ຕ່າງ​​ເວົ້າ,​ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ຕົນ​ເອງ​ຢ່າງ​ເລິກ​ເຊິ່ງ,ພ້ອມ​ທັງ​ໃນ​ຄວາມ​ຫມາຍ​ດ້ານ​ຊີວະ​ສາດ​ແລະ​ມະນຸດ​ສາດ​ຕົວ​ຈິງ​ແຕ່​ຫາກ​ບໍ່​ແມ່ນ​ໃນ​ຄວາມ​ຫມາຍ​ທາງ​ສັງຄົມ​ວິທະຍາ,ວັນນະຄະດີ​ແລະ​ປັດຊະ​ຍາມາ​ຕອບ​ບັນຫາ​ສຸດ​ທ້າຍ​ທີ່​ວ່າ​ພວກ​ເຮົາ​ແມ່ນ​ໃຜ,ພວກ​ເຮົາ​ມາ​ຈາກ​ໃສ,ພວກ​ເຮົາ​ຈະ​ເດີນ​ໄປ​ທິດ​ໃດ?

​ໃນ​ດ້ານວິວັດທະນາ​ການ​ແລະ​ທີ່​ມາ​ຂອງ​ຄົນ​ນັ້ນ,ຈາກ​ຜົນ​ຂອງ​ການຄົ້ນຄວ້າ​ແຊນ​ໃນ​ຊູ່​ມື້​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ກ່ອນ​ມະນຸດ​ທະ​ນີ--ຮູບ​ທີ່​ຫາ​ກໍ​ຈໍ່​ຕົວ​ຂຶ້ນຂອງ​ຄົນ​ນັ້ນ,​ແຊນຂອງ​ຄົນ​ກໍ​ຄ້າຍຄື​ກັນ​ກັບ​ສັດ​ຫຼາຍຊະນິດ,ພ້ອມ​ກັນນັ້ນກໍ​ມີຫຼາຍບ່ອນ​ແມ່ນ​ຄ້າຍຄື​ກັນ​ກັບ​ສັດຊັ້ນຕ່ຳ​ພິ​ເສດ​ນຳ​ອີກ,ຫນຶ່ງ​ໃນ​ຫລັກ​ຖານ​ແມ່ນ​ຜົນ​ຂອງ​ການ​ວັດ​ແທກ​ລຳດັບ​ທັງ​ຫມົດ​ຂອງ​ແຊນ​ແມງ​ໄມ້​ເມື່ອ​ບໍ່ດົນ​ມາ​ນີ້,ຜົນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຊນ​ຂອງ​ແມງ​ໄມ້​ຢ່າງ​ຫນ້ອຍ​ກໍ​ມີ​ເຄິ່ງຫນຶ່ງ​ແມ່ນ​ຄ້າຍຄື​ກັນ​ກັບ​ແຊນ​ຂອງ​ສັດ​ທີ່​ລ້ຽງລູກ​ດ້ວຍ​ນ້ຳນົມ,ພ້ອມ​ກັນນັ້ນ​ໃນ​ຈຳນວນ​ແຊນ​ຂອງ​ແມງ​ໄມ້​ແມ່ນມີ 177 ອັນ​ຄ້າຍຄື​ກັນ​ກັບ​ແຊນ​ທີ່​ພາ​ໃຫ້​ເຈັບ​ໄຂ້​ຢູ່​ໃນ​ຮ່າງກາຍ​ຂອງ​ຄົນ,​ໃນ​ນັ້ນລວມທັງ​ແຊນມະ​ເຮັງ​ທີ່​ມະນຸດ​ຮູ້ຈັກ​ແລ້ວ 67%, ​ໃນ​ຈຳນວນ 8 ​ແຊນ​ຂອງ​ພະຍາດຫມາກ​ໄຂ່ຫລັງ​ແລະ​ແຊນ​ຂອງ​ພະຍາດ​ເສັ້ນປະສາດ​ຂອງ​ມະນຸດ​ເປັນຕົ້ນ​ແລະ​ອື່ນໆ,ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຫນຶ່ງ​ແຊນ​ຂອງ​ແມງ​ໄມ້​ແມ່ນ​ຄ້າຍຄື​ກັນ​ກັບ​ແຊນ​ຂອງມະນຸດ​ເຊິ່ງສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ຫນຶ່ງ​ເຖິງ​ຫລັກການ​ລວມ​ແຫ່ງ​ວິວັດທະນາ​ການ​ຂອງ​ຊີວະ​ຊາດ,ຄື​ຈາກ​ອະ​ນິນ​ຊີ​ໄປ​ສູ່​ອີນຊີ,ຈາກ​ຂັ້ນຕ່ຳ​ໄປ​ຫາ​ຂັ້ນສູງ,ພ້ອມ​ກັນນັ້ນກ່ອນ​ມະນຸດ​ທະ​ນີ,ຄົນ​ກັບສັດຊັ້ນຕ່ຳ​ແມ່ນ​ເຄີຍ​ມີ​ບັນພະບຸ​ລຸດຮ່ວມ​ກັນ​ຕັ້ງ​ແຕ່​ປາງ​ກີ້​ປາງ​ກ່ອນ,ພ້ອມ​ກັນນັ້ນກໍ​ມີ​ຄວາມອາດ​ສາມາດ​ວ່າ​ຄົນ​ກໍ​ວິວັດທະນາ​ການ​ມາ​ຈາກ​ແມງ​ໄມ້​ເຊິ່ງ​ເປັນ​ສັດຊັ້ນຕ່ຳ,ສອງ​ໃນ​ທ່າມກາງ​ວິວັດທະນາ​ການ​ນັ້ນ,ມີ​ແຊນ​ແນວ​ບໍ່​ດີ​ຈຳນວນ​ຫນຶ່ງ​ກໍ​ຕິດຕາມ​ມາ​ນຳ​ຄົນ​ແລະ​ສັດ​ຄື​ກັນ,​ແຕ່​ວ່າ​ຢູ່​ໃນ​ຮ່າງຄີງ​ຂອງ​ຄົນ​ໄດ້​ສະ​ແດງ​ອອກ​ເຖິງ​ການ​ເຈັບ​ໄຂ້​ໄດ້​ປ່ວຍ,​ແຕ່​ຢູ່​ໃນ​ຮ່າງຄີງ​ຂອງ​ສັດ​ມັນ​ພັດ​ບໍ່​ແນ່ນອນ​ວ່າ​ຈະ​ພາ​ໃຫ້​ເຈັບ​ໄຂ້​ໄດ້​ປ່ວຍ,ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າຄວາມ​ສາມາດ​ຂອງ​ສັດ​ແລະ​ຄົນ​ທີ່​ເຫມາະ​ກັບ​ສິ່ງ​ແວດ​ລ້ອມ​ນັ້ນບໍ່​ຄື​ກັນ,ສ່ວນວ່າ​ແມ່ນ​ໃຜ​ສູງ​ໃຜ​ຕ່ຳ

ນັ້ນກໍ​ຍັງ​ວິຈານ​ຍາກ​ຢູ່,​ເພາະສະນັ້ນ,ຄົນ​ກັບ​ສັດ​ນັ້ນ​ແມ່ນ​ໃຜ​ຈະ​ເຫມາະ​ກັບ​ສິ່ງ​ແວດ​ລ້ອມ​ກໍ​ຍັງ​ຕ້ອງ​ລົງ​ເລີກ​ຄົ້ນຄວ້າ​ຕໍ່​ໄປ​ອີກ,​ແຕ່​ວ່າ​ຜູ່​ຄົ້ນຄວ້າ​ແມ່ນ​ຢືນຢັນ​ແນ່ນອນ​ວ່າ,ຈາກ​ການຄົ້ນຄວ້າ​ແຊນ​ຂອງ​ຊີວະ​ຊາດ​ຊັ້ນຕ່ຳ​ຄື​ແມງ​ໄມ້​ເປັນຕົ້ນກໍ່​ຄົ້ນ​ເຫັນ​ມູນ​ເຫດ​ສຸດ​ທ້າຍ​ຂອງ​ຄົນ​ທີ່​ເປັນ​ພະຍາດ​ແລະ​ຮ່ອງຮອຍ​ຂອງ​ມະນຸດ​ທີ່​ຫຼຸດພົ້ນອອກ​ຈາກ​ຊີວະ​ຊາດ​ຊັ້ນຕ່ຳ​ແລະ​ວິວັດທະນາ​ການ​ມາ​ເປັນ​ສັດຊັ້ນສູງ.

ພ້ອມ​ກັນນັ້ນ,ບາງ​ຜົນ​ຂອງ​ການຄົ້ນຄວ້າ​ແຊນ​ກໍ​ໄດ້​ຕັ້ງຂໍ້​ທ້າທາຍ​ຕໍ່​ຊ່ອງ​ທາງ​ວິວັດທະນາ​ການ​ກ່ຽວ​ກັບຄົນ​ແມ່ນ​ມາ​ຈາກ​ລິງ​ອີກ​ດ້ວຍ.ກ່ອນ​ອື່ນ​ແມ່ນ​ຜູ່​ຄົ້ນຄວ້າ​ຂອງ​ຫໍພິພິດທະພັນ​ທຳ​ມະ​ຊາດ​ຂອງ​ອາ​ຟຼິລິ​ກາ​ໃຕ້​ເປັນ​ຜູ່​ຕັ້ງບັນຫາ​ຂຶ້ນວ່າ,ຄົນ​ແມ່ນ​ວິວັດທະນາ​ການ​ມາ​ຈາກ​ຫມາ ຕໍ່​ມາ,ກໍ​ມີ​ນັກ​ວິທະຍາ​ສາດ​ຈຳນວນ​ຫນຶ່ງ​ເຫັນ​ວ່າ,​ໃນ​ສະຕິ​ປັນຍາ​ແລະ​ດ້ານ​ນອກ​ຮ່າງຄີງ​ນັ້ນ,ປາ​ໂລ​ມາ​ກັບ​ຄົນ​ແມ່ນ​ຄ້າຍຄື​ກັນ​ທີ່​ສຸດ,

1  2