ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-26 18:28:47    
ແຊນ​ສາມາດ​ຕອບຄຳ​ຖາມ​ທີ່​ວ່າ​ພວກ​ເຮົາ​ມາ​ຈາກ​ໃສ​ບໍ

cri

ຈາກ​ນັ້ນຈິ່ງ​ມີ​ຄຳ​ສົມມຸດ​ວ່າ​ຄົນ​ແມ່ນວິວັດທະນາ​ການ​ມາ​ຈາກ​ປາ​ໂລມາ,ພ້ອມ​ກັນນັ້ນຄົນ​ກໍ​ແມ່ນ​ມາ​ຈາກ​ນ້ຳ​ແລ້ວ​,ຄ່ອຍໆ​ຂຶ້ນບົກ​ມາ​ເທື່ອ​ລະກ້າວ,​ເນື່ອງ​ຈາກການຂະຫຍາຍຕົວ​ຂອງ​ການຍ້າຍ​ອະ​ໄວ​ຍະ​ວະ,​ໃນ​ເວລາ​ຊອກ​ຫາ​ອະ​ໄວ​ຍະ​ວະ​ຂອງ​ສັດ​ມາ​ໃຊ້​ຕາງ​ນັ້ນຈິ່ງ​ປະກົດ​​ເຫັນ​ອີກ​ວ່າ​ແຊນ​ຂອງ​ຫນູ​ກໍ​ຄ້າຍຄື​ກັນຫຼາຍກັບ​ຂອງ​ຄົນ,ຈາກ​ນັ້ນຈິ່ງ​ຕັດສິນ​ເອົາ​ຫນູ​ທີ່​ຫັນ​ແຊນ​ມາ​ເປັນ​ແຫຼ່ງອະ​ໄວ​ຍະ​ວະ​ສຳລັບ​ສະຫນອງຄົນ,ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຫນູ​ອາດ​ຈະ​ແມ່ນ​ບັນພະ​ບູລຸດຂອງ​ຄົນ​ກໍ​ວ່າ​ໄດ້.

​ແຕ່​ວ່າ​ຢູ່​ໃນ​ແຜນການ​ຈຸ​ແຊນ​ມະນຸດ​ທີ່​ຫຼ້າສຸດ​ນັ້ນ,ນັກວິທະຍາສາດ​ອັງກິດ​ກໍ​ໄດ້​ປະກົດ​ເຫັນ​ອີກ​ວ່າ​ໃນ​ໄລຍະ​ວິວັດທະນາ​ການ​ໃດ​ຫນຶ່ງ,ຄົນ​ກັບຫນູແລະ​ໄກ່​ແມ່ນ​ຄ້າຍຄື​ກັນ​ທີ່​ສຸດ,​ເຫດຜົນ​ຂອງ​ມັນ​ກໍ​ແມ່ນ​ຢູ່ນຳ​ຄວາມ​ຄ້າຍຄື​ກັນ​ຂອງ​ແຊນ​ນັ້ນ​ເອງ,ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າກ່ອນ 300 ລ້ານ​ປີ​ພຸ້ນ,ຄົນ​,​ໄກ່​ແລະ​ຫນູ​ແມ່ນ​ມີ​ບັນພະ​ບູລຸດທີ່​ວິວັດທະນາ​ການ​ອັນ​ດຽວ​ກັນ.​ແຕ່​ວ່າ​ໃນ​ຂະ​ບວນວິວັດທະນາ​ການ​ອັນ​ຍືດຍາວ​ຕໍ່​ມາອົງ​ປະກອບ​ຈຸ​ແຊນ​ຂອງ​ຫນູ​ໄດ້​ຜ່ານ​ການ​ປ່ຽນ​ແປງ​ໄວ​ກວ່າ​ຄົນ​ແລະ​ໄກ່​ອີກ​ຊ້ຳ, ຈາກ​ນັ້ນຈິ່ງ​ເຮັດ​ໃຫ້​ຈຸ​ແຊນ​ຂອງ​ຄົນ​ແລະ​ໄກ່​ມີ​ລັກສະນະ​ຄ້າຍຄື​ກັນ​ແລະ​ມີ​ລັກສະນະ​ຫມັ້ນທ່ຽງ​ຫຼາຍກວ່າ.

​ເມື່ອ​ເປັນ​ແນວ​ນີ້,ກໍ​ເປັນ​ທຳ​ມະ​ດາ​ເລີຍ​ມີ​ບັນຫາ​ຫນຶ່ງ​ເກີດ​ຂຶ້ນຄື:ກ່ອນ​ລິງ​ນັ້ນ,ການ​ວິວັດທະນາ​ຂອງ​ມະນຸດ​ລ້ວນ​ແຕ່​ມີ​ການ​ພົວພັນ​ກັບ​ໄກ່​ແລະ​ຫນູ,​ເພາະວ່າ​ພວກ​ມັນລ້ວນ​ແຕ່​ມີ​ຄວາມຄ້າຍຄື​ກັນ​ກັບ​ແຊນ​ຂອງ​ລິງ,ຄັນຊັ້ນຄົນ​ແມ່ນ​ວິວັດທະນາ​ການ​ມາ​ຈາກ​ສັດ​ແນ​ວ​ໃດ​ແທ້? ​ເປັນອັນ​ຈະ​ແຈ້​ງວ່າ,​ໃນ​ປະ​ຈຸ​ບັນ,ການ​ອີງ​ໃສ່​ແຊນ​ກໍ​ຍັງ​ບໍ່​ສາມາດ​ພິສູດ​ບັນຫາ​ນີ້​ໄດ້​ເທື່ອ,​ແຕ່​ວ່າ,ການຄົ້ນຄວ້າ​ວິຊາ​ການ​ອື່ນໆ​ພັດ​ໄດ້​ຕັ້ງທັດສະນະ​ແນວ​ຫນຶ່ງອີກ,ນີ້​ກໍ​ແມ່ນ​ທິດ​ສະ​ດີ​ຈາກ​ການຄົ້ນຄວ້າ​ບູຮານ​ນະ​ຄະດີ​ສາດ​ແລະ​ມະນຸດ​ບູຮານ​ນະ​ສາດ​ທີ່​ຕັ້ງຂຶ້ນຕໍ່​ວິວັດທະນາ​ການ​ຂອງ​ຄົນ​ຄື:ບັນ​ພະບູລຸດຮ່ວມ​ຂອງ​ຄົນ​ນັ້ນ​ແມ່ນ​ປາ,ທັງ​ນີ້​ແມ່ນ​ມີ​ບ່ອນ​ຄ້າຍຄື​ກັນ​ກັບ​ທິດ​ສະ​ດີ​ທີ່​ວ່າ​ຄົນ​ແມ່ນ​ຜັນ​ແປ​ມາ​ຈາກ​ປາ​ໂລມາ.

​ໃນ​ປະຈຸ​ບັນ,ຢູ່​ລາ​ໂຕ​ນີ​ແລະ​ແອ​ສ​ໂຕ​ນີ,ນັກ​ບູຮານ​ນະ​ຄະດີ​ໄດ້​ຄົ້ນພົບ​ຊາກ​ທີ່​ກັບ
ກາຍ​ເປັນ​ຫີນ​ສອງ​ກ້ອນ​ຢູ່​ໃນ​ຫຼືບຫີນ​ທີ່​ມີ​ປະຫວັດສາດ 370 ລ້ານ​ປີ,​ແລ້ວ​ຖື​ເປັນ​ຊີວະ​ຊາດ​ຊະນິດ​ຫນຶ່ງ​ຢູ່​ລະຫວ່າງ​ກາງ​ຈຳນວນ​ປາ​ກັບ​ສັດ​ສີ່​ຕີນ​ດຶກ​ດຳ​ບັນ​ທີ່ຢູ່​ໃນ​ນ້ຳ​ແລະ​ຢູ່​ເທິງ​ບົກ,ສັດ​ນຳ​ພວກ​ນີ້​ແມ່ນ​ສັດ​ກິນ​ຊີ້ນ​ຊະນິດ​ຫນຶ່ງ,ຮູບ​ຮ່າງ​ຄື​ແຂ້ ຄີ​ສັນ  ຫລັງ,​ໄດ້​ຊຸດ​ໂຊ​ມ​ໄປ​ແລ້ວ,​ແຕ່​ຄີ​ຢູ່​ຫາງ​ຍັງ​ມີ​ຢູ່,​ແຕ່​ກ່ອນ​ວົງ​ການ​ວິທະຍາສາດ​ພາກັນ​ມີ​ທັດສະນະ​ແນວ​ຫນຶ່ງ​ຄື:ຖື​ວ່າ​ສັດ​ຈຳພວກ​ມີ​ກະດູກ​ສັນຫລັງ​ທີ່​ເກີດ​ຢູ່​ເທິງ​ບົກ​ທັງ​ຫມົດ​ເຊິ່ງລວມທັງ​ມະນຸດ​ນັ້ນລ້ວນ​ແຕ່​ແມ່ນ​ວິວັດທະນາ​ການ​ມາ​ຈາກ​ສາຂາ​ພິ​ເສດ​ສາຂາ​ຫນຶ່ງ​ຂອງ​ຈຳພວກ​ປາ​ເມື່ອ​ປະມານ 365 ລ້ານ​ປີ​ກ່ອນ,​ແຕ່​ວ່າ​ໄລຍະ​ຫ່າງ​ກັນ​ລະຫວ່າງ​ຈຳພວກ​ປາຊັ້ນສູງ​ທີ່​ສຸດ​ກັບ​ສັດ​ສີ່​ຕີນ​ຢູ່​ເທິງ​ບົກ​ທີ່​ດຶກ​ດຳ​ບັນ​ກວ່າ​ຫມູ່​ນັ້ນ​ແມ່ນ​ຜິດ​ໂຕນ​ກັນຫຼາຍ,​ແລະ​ຂາດ​ຜູ່​ເຊື່ອມ​ຕໍ່,ສະນັ້ນ,ຊາກ​ທີ່​ກັບກາຍ​ເປັນ​ຫີນ​ສອງກ້ອນ​ດັ່ງກ່າວ​ທີ່​ຄົ້ນພົບ​ໃນ​ປະຈຸ​ບັນ​ຈິ່ງ​ຖືກ​ຖື​ເປັນ​ສິ່ງ​ຕາບ​ຕື່ມ​ຊ່ອງ​ຫວ່າງ​ລະຫວ່າງ​ສອງ​ອັນ​ນີ້.

ທັງ​ຫມົດ​ເຫຼົ່ານີ້​ລ້ວນ​ແຕ່​ສະ​ແດງ​​ໃຫ້​ເຫັນ​ວ່າ​ເມື່ອ​ທົບ​ທວນຄືນ​ຫລັງ​ເຖິງ​ການ​ວິວັດທະນາ​ຂອງ​ຄົນ​ໄປ​ຮອດ​ສັດ​ກ່ອນ​ມະນຸດ​ທະນີ​ນັ້ນກໍ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນຫຼາຍທີ່​ສຸດ,ລາງ​ເທື່ອ​ອາດ​ຈະ​ແມ່ນ​ຄຽງ​ຄູ່​ກັບ​ຫຼັງການຄົ້ນຄວ້າ​ຍຸກ​ສະ​ໄຫມ​ຈຸ​ແຊນ​ຍິ່ງ​ເລິກ​ເຊິ່ງກວ່າ​ເກົ່າ​ແລ້ວ,ກໍ​ຈະ​ໄຂ​ຄວາມ​ລັບ​ດັ່ງກ່າວ​ນີ້​ຝ່າຍ​ເຖິງ​ຖອງ.
1  2