ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 17:25:12    
ທ່ານ​ລໍ​ນ້ຽນ​ອີ ນັກ​​ແຕ່ງ​ເພງ​ເຜົ່າ​ຮ້ານ​ຢູ່​ພູ​ພຽງ​ຕີ​ເບດ(ສຽງ)

cri



ທີ່ນີ້​​ເປັນ​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະ​ບາຍ​ດີ,​ທ່ານ​ຜູ່​ຟັງ​ທີ່​​ໂຄ​ລົບ, ຊົມ​ເຊີຍ​ທ່ານ​ຟັງ​ລາຍ​ການ​ນັດ​ພົບ​ໃນ​ວັນ​ອາ​ທິດ.​ໃນ​ລາຍ​ການ​ມື້​ນີ້,​ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ນັກ​​ແຕ່ງ​ເພງ​​ຜູ້​ຫນຶ່ງ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຕີ​ເບດ​ປົກ​ຄອງ​ຕົນ​ເອງມາ​ໄດ້​50ກວ່າ​ປີ​ແລ້ວ,​ເພິ່ນ​ກໍ​ຄື​ທ່ານ​ລໍ​ນ້ຽນ​ອີ​ເຜົ່າ​ຮ້ານ.

ທ່ານ​ຜູ້​ຟັງ,​ເພງ​ທີ່​​ທ່ານພວມ​ຟັງ​ຢູ່​ນີ້​ຊື່ວ່າ ຕີ​ເບ​ດທີ່ສວຍ​ງາມ​ຊຶ່ງ​ແຕ່ງ​ໂດຍ​ທ່ານ​ລໍ ນ້ຽນອີ.​ເພງ​ນີ້​ໄດ້​ສັນ​ລະ​ເສີນ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ຕີ​ເບ​ດ​ແລ​ະຄວາມ​ຮັກ​ແພງ​ຂອງ​ປະ​ຊາ​ຊົນ​ຕີ​ເບດ​ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​.​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ:"​​ຕາ​ເວັນ​​ໂພ່​ຂຶ້ນ​​ເທິງ​ພູ​ພຽງ,​ພູ​ຫິ​ມະ​ແລະ​ທົ່ງ​ຫຍ້າ​ເປັ່ງ​​ແສງ​​ແວວ​ວາວ, ງົວ​ແລະ​​ແບ້​​ມຸກ​ພີ​ດີ​ງາມ​​ເຂົ້າ​ຊີງ​ໂກ​ສົ່ງ​ກິ່ນ​ຫອມ​ຫວນ​ເຕັມ​ທົ່ງ​ນາ,​ປະ​ຊາ​ຊົນ​ຕີ​ເບ​ດ ຊື່ນ​ອຸ​ລາ."

ປີ1933,ທ່ານລໍ​ນ້ຽນອີ​ເກີດ​ຢູ່​ເມືອງ​ຊື​ສຸຍ ​ແຂວງ​ກຸ້ຍ​ໂຈ່ວ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ຈີນ.​ທ່ານ​ມັກ​ດົນ​ຕີ​ພື້ນ​ເມືອງ​ມາ​ແຕ່​​ນ້ອຍ,​​ໃນ​ເວ​ລາ​ຮຽນ​ຊັ້ນ​ມັດ​ທະ​ຍົມ, ທ່ານ ໄດ້​ຮຽນ​ສີ​ຊໍອູ້ ​​ເຊິ່ງ​ເປັນ​ມະ​ໂຫ​ລີ​ພື້ນ​ເມືອງ​ຊະນິດ​ຫນຶ່ງຂອງ​ຈີນ​ປີ1949.ຫລັງຈາກ ສ້າງ​ຕັ້ງປະ​ເທດຈີນ​ໃຫມ່​​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ,​ທ່ານ​ລໍ​ນ້ຽນອີ​ໄດ້​ເສັງ​ເຂົ້າ​ຄະ​ນະ​ສີ​ລະ​ປາ​ກອນ​ເມືອງ​ຊື​ສຸຍ.ພາຍ​ຫລັງ​ມາ,​ທ່ານ​​ໄດ້​ເຂົ້າ​ຮ່ວມ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ,ກາຍ​ເປັນ​ນັກລົບສີ​ລະ​ປາ​ກອນຜູ້​ຫນຶ່ງ. ​ປີ1950,ທ່ານ​ລໍ​ນ້ຽນ​ອີ​​ໄດ້​ຕິດ​ຕາມ​ກອງ ທັບ​​ໄປ​ຕີ​ເບ​ດ,​ເລີ່ມ​ຜ່ານ​ຊີ​ວິດ​ທະຫານ​ເປັນ​ເວລາ​ຍາວ​ນານ.

​ໃນ​ເວລາ​ນັ້ນ,ທ່ານ​ລໍນ້ຽນອີ​ໄດ້​ໄປຢູ່ເຂດ​ພູ​ພຽງ​ຫິມະ.​ທ່ານ​ໄດ້​ເຫັນ​ມວນ​ຊົນ​​ເຜົ່າຕິ​ເບດ​ອັນ​ໄພ​ສານ​ເປ້​ຖົງ​ທັນຍາ​ຫານ,ຫລື​ເອົາມ້າຕ່າງ​ສົ່ງ​ໄປ​ຊ່ອຍ​ເຫລື​ອກ​ອງທັບທີ່​ເຄື່ອນ​ພົມ​ເຂົ້າ​ສູ່​ຕິ​ເບ​ດ,​​ໄດ້​ເຫັນ​ນັກ​ລົບ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ສ້າງສາ​ເຂດ​ຕິ​ເບດ​ດ້ວຍ​ຄວາມ​ລຳ​ບາກ​ກາກ​ກຳ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ທ່ານ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ທ່ານ​ແຕ່ງ​ເພງ​ຫລາຍ​ເພງທີ່​ສ່ອງ​ແສງ​ການ​ສ້າງ​ສາ​ເຂດ​ຕິ​ເບ​ດ,​​ເຊັ່ນ​ເພງ​"ບົນ​ເສັ້ນ ທາງ​ລຳລຽງ​ຂົນ​ສົ່ງ,​ເພງ​ຈັ່ງ​ໃດ​ຊິ​ບໍ່​ໃຫ້​ພວກ​ເຮົາ​ສັນ​ລະ​ເສີນ​ແລະ​ເພງ​ທາງ​ແຫ່ງ​ຄວາມ​ສຸກ​ເປັນ​ຕົ້ນ.ຕໍ່​​ໄປ,​ເຊີນຟັງ​ເພງ ​ຈັ່ງ​ໃດ​ຊິ​ບໍ່​ໃຫ້​ພວກ​ເຮົາ​ສັນ​ລະ​ເສີນ,​ນີ້​ແມ່ນ​ເພງ​ທີ່​ທ່ານ​ລໍ​ນ້ຽນ​ອີ​ແຕ່ງ​ໃນ​ໄລຍະ​ຕົ້ນ,​ແລະ​ກໍ່​ແມ່ນ​ເພງ​ທີ່​ພາ​ໃຫ້​ທ່ານ​ມີ​ຊື່​ສຽງ.

ໃນ​ເພງ​ນີ້​ມີ​ເນື້ອຮ້ອງ​ວ່າ:"ທ້ອງຟ້າ​ສີ​ຄາມ​ກວ້າງ​ໃຫຍ່,​ຮຸ້ງ​ບິນ​​ເວີ່ນ​ຢູ່​ກາງຫາວ,ຢູ່​ໃຕ້​ພູ​ຫິມະ​ມີ​ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ​ອຸດົມສົມບູນດອກ​​ໄມ້​ບານ​ເຕັມ​ທົ່ງ,​ແຫ່ງ​ນັ້ນມີ​ບ້ານ ນາ​ທີ່​ສວຍ​ງາມ​,ຍັງມີງົວ​ແລະ​​ແກະ​ທີ່ຫນ້າ​ຮັກ.​ເທິງ​ພູ​ຫິມະ​ທີ່​ບໍ່​ເຄີຍ​ມີ​ຄົນ​ທ່ຽວ,​ດຽວ​ນີ້, ໄດ້​ຕັດ​ທາງ​ໃສ່​​ແລ້ວ,ຢູ່ບ່ອນທີ່​ເຄີ​ຍກາງ​ຕູບ​ຜ້າ​ເຕັນ​ໃສ່​ນັ້ນ,ດຽວ​ນີ້​ໄດ້​ປຸກ​ຕຶກ​ໃສ່​ແລ້ວ.​ໂອ້,ຕິ​ເບ​ດ,​ບ້ານ​ເກີດ​ຂອງ​ພວກ​ເຮົາ,​ຈັ່ງ​ໃດ​ຊິ​ບໍ່​ໃຫ້​ພວກ​ເຮົາ​ສັນລະ​ເສີນ​ເຈົ້າ."

1  2