ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 17:25:12    
ທ່ານ​ລໍ​ນ້ຽນ​ອີ ນັກ​​ແຕ່ງ​ເພງ​ເຜົ່າ​ຮ້ານ​ຢູ່​ພູ​ພຽງ​ຕີ​ເບດ(ສຽງ)

cri

ຕິເບ​ດ​ມີ​ຂົງ​ເຂດກວ້າງ​ໃຫຍ່,ປະຊາຊົນ​ຕິ​ເບ​ດ​ຊື່ສັດຫ້າວຫັນ,ຊ່າງ​ຟ້ອນ​ຊ່າງ​ລຳ,​ນີ້​ໄດ້​ເຮັດ​ໃຫ້​ທ່ານລໍ​ນ້ຽນອີ່​ມີ​ຄວາມ​ກະ​ຕືລື​ລົ້ນ​ທີ່​ຢາກ​ແຕ່ງ​ເພງ,​ທ່ານໄດ້​​ແຕ່ງ​ເພງ​ມ່ວນໆ​ຫລາຍ​ເພງ​ທີ່​ຄົນ​ທັງຫລາຍ​ນິຍົມ​ກັນ​ຮ້ອງ.ຕໍ່​​ໄປ​,​ເຊີນ​ຟັງ​ເພງ"ຊັກ​ເສື້ອ" ​ຊຶ່ງ​ເປັນ​ເພ​ງດີ​ເດັ່ນ​ເພງ​ຫນຶ່ງ​ຂອງ​ທ່ານ.​ເພງ​ນີ້​​ບັນ​ລະ​ຍາຍ​ສະ​ພາບ​ຜູ້​ສາວ​ເຜົ່າ​ຕິ​ເບ​ດ ຊັກ​ເສື້ອ​ໃຫ້​ນັກລົບກອງທັບປົດ​ປ່ອຍ,ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ທີ່​ຮັກ​ແພງ​ກັນ​ປານ​ປາ​ກັບ​ນ້ຳ​ລະຫວ່າງ​ປະຊາຊົນ​ເຜົ່າ​ຕິ​ເບດ​ກັບ​ນັກ​ລົບ​ກອງ​ທັບ​ປົດ​ປ່ອຍ​ປະ ຊາ​ຊົນ​ຈີນ.

ທ່ານ​ລໍ​ນ້ຽນອີ​ຢູ່​ຕິເບ​ດມາ​ເປັນ​ເວລາຍາວ​ນານ,ມີ​ຄວາມ​ຮູ້ສຶກ​ຕໍ່ການ​ປ່ຽນ​ແປງ​ອັນໃຫຍ່​ຫລວງ​ຂອງ​ຕີ​ເບ​ດຄື​ກັນ​ກັບພີ່​ນ້ອງ​ຮ່ວມ​ຊາດ​ຕິ​ເບ​ດ.ສະ​ນັ້ນ,​ທ່ານ​ຈຶ່ງ​ໄດ້​​ແຕ່​ງ​ເພງ​ຫລາຍ​ເພງ​ທີ່​ສັນລະ​ເສີນ​ຕິເບ​ດທີ່ສວຍ​ງາມ​ແລະ​ຊີວິດ​​ໃຫມ່​ຂອງ​ປະຊາ ຊົນ​​ເຜົ່າ​ຕິເບ​ດ, ເພງ​ເກັບ​ກ່ຽວ​ໄດ້​ອຸ​ດົມ​ສົມບູນ​ໃນ​ອັນ​ດັບ​ຕໍ່​ໄປ​ກໍ່​ແມ່ນ​ເພງຫນຶ່ງ​.​ເພງ​ນີ້ພັນ​ລະນາສະພາບມ່ວນ​ຊື່ນຟົດ​ຟື້ນ​ທີ່ປະຊາຊົນ​ຕິ​ເບ​ດສະ​ຫລອງ​ເກັບ​ກ່ຽວ​ໄດ້​ອຸ ດົມສົມບູນ​ໃນ​ລະດູ​ເກັບ​ກ່ຽວ.

ທ່ານ​ລໍນ້ຽນອີຍຶດຫມັ້ນ​ລົງ​ເລິກຊີວິດ​ຂັ້ນ​ພື້ນຖານ​ແລະ​ໄດ້​ມີ​ຄວາມ​ເຂົ້າ​ໃຈຢ່າງ​ລະ ອຽດເລິກ​ເຊິ່ງ​ຕໍ່ຕິ​ເບ​ດ,​ພ້ອນກັນ​ນັ້ນ,​ທ່ານ​ກໍ​ຮັກ​ຫອມ​ຕິເບ​ດ​ຢ່າງ​ເລິກ​ເຊິ່ງ,​ທ່ານ​ຖື​ຕິ​ເບ​ດ​​​ເປັນບ້ານ​ເກີດ​ເມືອງ​ນອນ​​ແຫ່ງທີ່​ສອງ​ຂອງ​ຕົນ,​ໃນເພງ​ຕິ​ເບ​ດ ບ້ານ​ເກີດ​​ແຫ່ງ​ທີ​ສອງ​ຂອງ​ຂ້ອຍ​ກໍ່​​ໄດ້ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮັກ​​ອັນ​ຈິງ​ໃຈ​ຂອງ​ທ່ານ​ລໍ​ນ້ຽນອີຕໍ່ຕິ​ເບ​ດ.

"ຕິ​ເບ​ດ,ບ້ານ​ເກີດທີ່​ສອງ​ຂອງຂ້ອຍ,​ເຈົ້າ​ແມ່ນ​​ດິນ​​ແດນທີ່​ຂ້ອຍຮັກ​ຫອມ,​ຂ້ອຍ​ຮັກ ພູຫິມະ​ທີ່​ເຈຶອລະ​ເນືອ​ຂອງ​ເຈົ້າ,ກໍ່​ຄື​ກັບຮັກ​​​ແມ່​ນ້ຳ​ເຫລືອງ​ແລະ​ແມ່​ນ້ຳ​ຢາງ​ເຊ​ທີ່​​ໄຫຼ​ຜາດໆ​​,ຂ້ອຍ​ຮັກປະຊາຊົນ​ຜູ້ຊື່​ສັດ​​ແລະ​ໃຈ​ບຸນຂອງ​ເຈົ້າ,ກໍ່​ຄືຮັກ​ພໍ່​ແມ່​ຜູ້ເມດ​ຕາຂອງ​ຂ້ອຍ.​ໂອ້ ຕິເບ​ດ,ບ້ານ​ເກີດ​​ທີ​ສອງ​ຂອງ​ຂ້ອຍ."

ມ້ວນທ້າ​ຍລາຍ​ການ​ມື້​ນີ້,​​ເຊີນ​ຟັງ​ເພງ​ທີ່ຊື່ວ່າ "​ເມກ​​ສິລິ​ມຸງຄຸນ"ທີ່​​ແຕ່ງ​ໂດຍທ່າ​ນລໍ​ນ້ຽນອີ​​,ນິ້​ແມ່ນ​​ເພງ​ທີ່​ທ່າ​ນລໍ​ນ້ຽນອີ​ແຕ່ງ​ເພື່ອ​ສະຫລັບ​ໃນ​ໂທລະພາບ​ເລື່ອງ"ພາ​ຍຸຕິ​ເບ​ດ."
​​ເນື້ອ​ຮ້ອງ​ມີ​ຄວາມ​ຫມາຍວ່າ:"​ໃນສະ​ໄຫມ​ທີ່ກວາງ​​ໄກ,ຖູ​ປໍ່ທີ່​ກວ້າງ​ໃຫຍ່​ແມ່ນ​ມະຫາ​ສະຫມຸດອັນ​ໄພສານ,ຈອມ​ພູ​​ຂອງ​ດວງ​ດາວ​ເກົ່າ​ແກ່​ໂປ​ໂລ​ຂຶ້ນ​ຈາກ​ແຫ່ງນີ້,​ຫິມະ​ເຍືອງຜ້າ​ຮາ​ຕາຂາວ​ປອດສັກກາລະ​ບູຊາ."

​ທ່ານຜູ້​ຟັງ,​ທີ່​ຟັງ​ມາ​ນັ້ນ​ແມ່ນ​ເພງ​ປະມວນຫນຶ່ງ​ທີ່​​ແຕ່ງ​ໂດຍທ່ານ​ລໍນ້ຽນອີ່ ນັກ​​ແຕ່ງ​​ເພງທີ່​ມີ​ຊື່​ສຽງ​ຂອງຈີນ​,ລາຍການນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ສິ້ນ​ສຸດ​ລົງ​ພຽງ​ທໍ່​ນີ້.
1  2