ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 17:28:58    
ຊີມ​ອາ​ຫານ​ຫວຽດ​ນາມຢູ່​​ປັກ​ກິ່ງ(ສຽງ)

cri Author: lm


ໃນ​ຫຼາຍ​ປີ​ມາ​ນີ້,​ນະຄອນຫຼວງ​ປັກ​ກິ່ງ​ນັບ​ມື້​ນັບພັດທະນາ​​ເປັນ​ນະຄອນ​ສາກົນ,​ໃນ​ດ້ານ​ອາຫານ​ການ​ກິນ,ນັກ​ທ່ອງ​ທ່ຽວ​ນອກຈາກ​ຈະ​ໄດ້​ກິນ​ອາຫານ​ປັກ​ກິ່ງ​​ເຊັ່ນ​ເປັດ​ປັກ​ກິ່ງ​ແລະ​ຊີ້ນ​​ແກະ​ຈຸ່ມ​ແລ້ວ,ຈະຊອກ​ກິນ​​ອາຫານ​ລົດ​ຊາດປະ​ເທດ​ຕ່າງໆ​ກໍ​ມີ.ໃນ​ລາຍການພາກ​ນີ້,ດາລາ​ວັນ​ຈະ​ແນະນຳ​ຮ້ານ​ອາຫານ​ຫວຽດນາມ​ສອງ​ຮ້ານຢູ່​ປັກ​ກິ່ງ​ສູ່​ທ່ານ​ຟັງ.

ເມື່ອ​ເວົ້າ​ເຖິງ​ສະຖານ​ທີ່​ທີ່​ຄົນ​ຕ່າງປະ​ເທດ​ຢູ່​ປັກ​ກິ່ງມັກ​ໄປ​ນັ້ນ,ຜູ້ທີ່​ຮູ້ຈັກ​ປັກ​ກິ່ງ​ອາດ​ຈະບອກ​ທ່ານ​ວ່າ,​ແມ່ນຖະໜົນ​ຊ່ານ​ຫຼີ​ທຸນ.ຖະໜົນ​ຊ່ານ​ຫຼີ​ທຸນ​ ​ຕັ້ງຢູ່​ຄຸ້ມສະຖານ​ທູດທີ່ຢູ່ພາກ​ຕ​າ​ເວັນ​ອອກຂອງ​ນະຄອນ​ປັກ​ກິ່ງ,​ຕາມ​ຖະໜົນ​ສາຍ​ນີ້ມີ​ບາ​ເຫຼົ້າ​ແລະ​ຮ້ານ​ອາຫານ​ຝ່າຍ​ຕາ​ເວັນ​ຕົກ​ຫຼາຍ​ກວ່າ​ເພິ່ນ,ຮ້ານຂາຍຍົກ​ແລະ​ຂາຍຍ່ອຍ​ເຄື່ອງ​ນຸ່ງ​ທີ່ສົ່ງ​ໄປ​ຕ່າງປະ​ເທດ​ນັ້ນກໍ​ຂາຍ​ດິບ​ຂາຍ​ດີ​.


ຢູ່ຖະໜົນ​ຊ່ານ​ຫຼີ​ທຸນ,ມີ​​ເຮືອນ​ສອງ​ຊັ້ນຫຼັງ​ໜຶ່ງທີ່​ບໍ່​ປະຈັກ​ຕາປາ​ນ​ໃດ,ນີ້​ກໍ່​ແມ່ນຮ້ານ​ອາຫານ​ຫວຽດນາມ,ຊື່​ວ່າ"ນ່າມ​ນ່າມ".

ໜ້າຮ້ານນ່າມນ່າມກໍ​ທຳ​ມະ​ດາທຳ​ມະ​ດາ,​ແຕ່​ເມື່ອ​ຍ່າງ​ເຂົ້າ​ໄປ​ໃນຮ້ານ ພັດຮູ້ສຶກ​ວ່າ​ໂອ້​ໂຖງ​ດີ ທັງ​ແຈ້ງ​ສະຫວ່າງ,ມີ​ພັດ​ລົມ​​ແບບ​ເກົ່າ​​ແຂວນ​ຢູ່​ເທິງ​ເພດານ, ປ່ອງຢ້ຽມ​​ແມ່ນ​ເຮັດ​ດ້ວຍໄມ້​ຍາວໆ,ມີ​ຕູ້​​ໂຊເຫຼົ້າສີ​ແດງ,ມີ​ເກົ້າອີ້​ຫວາຍ​ແລະ​ພືດ​ແຖບ​ຮ້ອນ​ສູງ​ໆຕ່ຳ​ໆ​ສະຫຼັບ​ກັນຢູ່​ໃນ​ຫ້ອງ,​ມີ​ບັນຍາກາດ​ແຖບ​ຮ້ອນ​​ແບບອາຊີ​ອາຄະ​ເນ.ຕາມ​ເວົ້າວ່າ,​ເຄື່ອງ​ເອ້​ຫຼາຍ​ຢ່າງ​ໃນ​ຮ້ານ,​ແມ່ນ​ເຈົ້າຂອງ​ຮ້ານ​ເອົາ​ມາ​ແຕ່ຫວຽດນາມ​ຄື​ເມືອງ​ໂຮ​ຈິ​ມິນ​ເປັນຕົ້ນ.


ເມື່ອ​ເວົ້າ​ເຖິງ​ຊື່​ຮ້ານ​ນີ້,ຈະ​ເຮັດ​ໃຫ້​ຄົນຮູ້​ສຶກ​ແປກ​ປະຫຼາດ​ຫຼາຍ.ທ່ານ​ຫຼີອີ້​ທີ່​ເຮັດ​ວຽກ​ໃນ​ຮ້ານ​ນີ້​ອະທິບາຍ​ວ່າ:

"ນ່າມນ່າມ​ແມ່ນ​ໂຕ​ສຸດ​ທ້າຍ​ຂອງ​ຊື່​ຫວຽດນາມ,ທັງ​​ເປັນ​ສຽງນ່ຳໆ​ທີ່​ສົ່ງ​ສຽງ​ອອກ​ມາ​ໃນ​ເວລາ​ໄດ້​ກິນ​ຂອງ​ແຊບຮູ້ສຶກພໍ​ອົກ​ພໍ​ໃຈ​,​ໃຊ້​ນ່າມນ່າມ​ມາ​ເປັນຊື່ຮ້ານ​,​ແມ່ນ​ຢາກບອກ​ໃຫ້​ຮູ້ວ່າ ລົດ​ຊາດອາຫານ​ຮ້ານພວກ​ເຮົາ​ແຊບ​ຫຼາຍ."

ພໍ່ຄົວ​ຮ້ານ​ອາຫານ​ນ່າມນ່າມ​ແມ່ນ​ມາ​ຈາກ​ພາກ​ຕາ​ເວັນ​ອອກ ພາກ​ເໜືອ​ແລະ​ພາກ​ໃຕ້​ຂອງ​ຫວຽດນາມ,ສະນັ້ນ ​ແຂກ​ມາ​ກິນ​​ເຂົ້າຢູ່​ນີ້​ຈະ​ໄດ້​ຊີມ​ລົດ​ອາຫານແຫ່ງຕ່າງໆ​ຂອງ​ຫວຽດນາມ.ວິທີ​ປຸງ​ແຕ່ງອາຫານ​ຫວຽດນາມ​ຂອງ​ຮ້ານ​ນີ້ ສ່ວນ​ຫຼາຍແມ່ນ​ໜຶ້ງ ຕົ້ມ ປີ້ງ​ແລະຍຳ,​ລົດ​ບໍ່​ຈັດ,ບໍ່​ອືດ,ຖ້າ​ເປັນອາຫານ​ຈືນ​ຫຼືປີ້ງກໍ​ຕ້ອງມີ​ຜັກ​ສະຫຼັດ​ ​ຜັກ​ເສີມ​​ແລະ​ນ້ຳຈີ້ມ​ທີ່​ສົ້ມໆ​ຫວານໆ,ສຳລັບ​ພັນ​ກິນ ມີ​ລົດ​ຊາດ​ພິ​ເສດ​ຫຼາຍ.ນອກຈາກແບບ​ຫວຽດນາມ​ແລ້ວ,ພໍ່ຄົວ​ຮ້ານ​ນີ້​ຍັງ​ຊ່າງ​ແຕ່ງ​ອາຫານ​ຈີນ ​ໄທ ມາ​ເລ​ເຊຍ​ແລະ​ຝຣັ່ງ​ເປັນຕົ້ນ.


ນາງບິ​ກທ່ວນ​ໂງ້ ຄົນ​ຫວຽດນາມ​ທີ່​ເຮັດ​ວຽກ​ຢູ່​ປັກ​ກິ່ງ​ແມ່ນ​ຂາ​ປະຈຳ​ຮ້ານ​ອາຫານນ່າມນ່າມ,ນາງ​ເວົ້າວ່າ:

"​ເຝີ​ຊີ້ນ​ງົວຂອງ​ຮ້ານ​ນີ້​​ມີ​ລົດ​ຊາດ​ແບບ​ຫວຽດນາມ​ອ້ອຍຕ້ອຍ​.ນີ້​ແມ່ນ​ຍ້ອນ​ວ່າ ​ມີເຄື່ອງປຸງ​ແຕ່ງ​ທີ່​ເອົາ​ມາ​ແຕ່ຫວຽດນາມ,​ເພາະຢູ່​ປັກ​ກິ່ງບໍ່​ມີ."
1  2