ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-27 17:28:58    
ຊີມ​ອາ​ຫານ​ຫວຽດ​ນາມຢູ່​​ປັກ​ກິ່ງ(ສຽງ)

cri Author: lm


ຢູ່​ປັກ​ກິ່ງ,ຮ້ານ​ອາຫານ​ຫວຽດນາມ​ບໍ່​ຫຼາຍ,ສ່ວນ​ໃນ​ຮ້ານ​​ດຽວມີ​ທັງ​ອາຫານ​ຫວຽດນາມ​ແລະ​ອາຫານໄທ​,​ກໍ​ແຮ່ງ​ຫາ​ຍາກ.ຢູ່​ມໍ່​​ໂຮງ​ແຮມ​ຈ້ຽນ​ໂກ​ຖະໜົນ​ຊາງ​ອ່ານ,ມີ​ຮ້ານ​ອາຫານ​ຮ້ານໜຶ່ງ​ຊື່ວ່າ"ທ້າຍ​ເຫີ​ກຸ່ງ"​,ຮ້ານ​ນີ້​ເຮັດ​ທັງ​ອາຫານຫວຽດນາມ​ແລະ​ອາຫານໄທ​.ຢູ່​ໜ້າ​ຮ້ານ​​ໄດ້​ຕັ້ງກະຕ່າດ​ອກ​ກ້ວຍ​ໄມ້ຂອງ​ໄທ​ທີ່​ສົ່ງ​ມາ​ທາງ​ຍົນ​ສູ່​ມື້.​ພໍຍ່າງ​ເຂົ້າຮ້ານ,ຫ້ອງໃຫຍ່​ແບ່ງ​ເປັນ​ສອງ​​ເຂດ​ຄື:​ເຂດ​ອາຫານ​ຫວຽດນາມ​ແລະ​ເຂດ​ອາຫານ​ໄທ.​ເຂດ​ອາຫານ​ໄທ​ຕົກ​ແຕ່ງ​ຢ່າງ​ຫຼູຫຼາ​ປານ​ວັງ;ສ່ວນ​ເຂດ​ອາຫານ​ຫວຽດນາມ​ພັດ​ຕົກ​ແຕ່ງ​​ແບບ​ງ່າຍໆ​ດ້ວຍກຸບ​ຫວຽດແລະ​ແພ​ຕ່ຳ​ດ້ວຍ​ມື​ໄປ​ທາງລັກສະນະ​ຊົນນະບົດ​ຢ່າງເຂັ້ມຂຸ້ນ.

ຜູ້​ມາ​ກິນ​​ເຂົ້າຢູ່​ຮ້ານ​ທ້າຍ​ເຫີ​ກົ່ງ,ສ່ວນ​ຫຼາຍ​ແມ່ນ​ຄົນຫວຽດນາມ​ແລະ​ຄົນໄທ​ທີ່​ມາຢູ່​ປັກ​ກິ່ງດົນ​ແດ່.​ເຖົ້າ​ແກ່ຮ້ານແມ່ນຄົນ​ຈີນທີ່​ມາ​ແຕ່​ຫວຽດນາມ,ຊ່າງ​ແຕ່ງອາຫານ​ຫວຽດນາມຢ່າງ​ຊຳນິ​ຊຳນານ,ຢໍ່ຈືນ(ຫງ້ອຍກ໋ວງ)​ຢໍ່ດິບ ແລະ​​ເຝີ​ຕ໋າຍ,ມີ​ລົດ​ຊາດ​ແບບ​ຫວຽດ​ອ້ອຍຕ້ອຍ​,​ໄດ້​ດູດ​ດຶງ​ແຂກ​ຈີນຫຼວງ​ຫຼາຍ​ເຂົ້າ​ໄປ​ກິນ.ນາງ​ທ່າ​ງຫຼິງ​ຫຼິງ​ ຄົນ​ຈີນ​ທີ່​ມັກ​ມາ​ກິນ​ຢູ່​ຮ້ານ​ນີ້​​ເລື້ອຍໆເວົ້າວ່າ:

"ຂ້ອຍ​ຮູ້ສຶກ​ວ່າ ລົດ​ຊາດອາຫານ​ຫວຽດນາມ​ກັບ​ອາຫານ​ຈີນ​ຕ່າງ​ກັນ​ຫຼາຍກວ່າ​ໝູ່ ແມ່ນ​ອາຫານ​ຫວຽດນາມ​ບໍ່​ມັນ,ຈະ​ເປັນອາຫານ​ຫວານ ​ອາຫານເຄັມ​ແລະອາຫານ​ເຜັດກໍ​ໃສ່​ນ້ຳມັນ​ບໍ່​ຫຼາຍ.ນອກ​ນີ້,ນ້ຳປາ​​ກໍ​ມີ​ຈຸດ​ພິ​ເສດ​ຄື​ກັນ,​ຄື​ກັບ​ນ້ຳສະອິວ​ຂອງ​ຈີນ. ​ແຕ່​ວ່າ ນ້ຳປາ​ແມ່ນ​ເຮັດ​ດ້ວຍປາ​,ອາຫານ​ຫຼາຍ​ຢ່າງຕ້ອງ​ຈ້ຳນ້ຳປາ,ຮູ້ສຶກ​ວ່າແຊບດີ,ທັງ​ບໍ່​ຕ້ອງ​ຢ້ານ ກິນ​ແລ້ວ​ຈະຕຸ້ຍ​."


1  2