ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-17 17:35:13    
ຮ້ານ​ຄ້າເກົ່າ​ຂອງ​ນະຄອນ​ປັກ​ກິ່ງ

cri Author: da


ປັກ​ກິ່ງ​ແມ່ນ​​ເມືອງ​ທີ່​ມີ​ປະຫວັດສາດ​ຍາວ​ນານ.ນອກຈາກ​ມີ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີຊື່​ສຽງ​ຈຳນວນ​ໜຶ່ງ​ແລ້ວ,ຢູ່​ໃນ​ເມືອງ​ຍັງ​ໄດ້​ຮັກສາ​​ຮ້ານ​ຄ້າ​ເກົ່າ​ຫຼາຍ​ແຫ່ງ​ໄວ້.​ໃນ​ລາຍການ​ພາກ​ນີ້,ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ເລາະ​ທ່ຽວ​ຮ້າ​ນຄ້າ​ເກົ່າ​ທີ່​ມີ​ປະ​ຫວັດ​ສາດ​ຮ້ອຍ​ປີ​ຈັກ​ສອງ​ແຫ່ງ,ປ້າຍ​ຮ້ານ​ທີ່​ຂຽນ​ໜັງສື​ສີຄຳ​ຈະ​ເລົ່າ​ປະຫວັດສາດ​ແລະ​ນິທານ​ຂອງ​ນະຄອນ​ປັກ​ກິ່ງ​ສູ່​ທ່ານ​ຟັງ.

​ ໃນ​ຮ້ານ​ຄ້າ​ເກົ່າ​ໃນ​ເມືອງ​ປັກ​ກິ່ງ,ຮ້ານ​ທີ່​ມີ​ປະ​ຫວັດ​ອັນ​ຍາວ​ນານ​ກວ່າ​ໝູ່​ແມ່ນ​ຮ້ານ​ຢາ​ໂຖງ​ເຢິນຖາງທີ່ສ້າງ​ຂຶ້ນ​ເມື່ອປີ1669,​ເກືອບ​ກາຍ​ເປັນ​ຕົວ​ແທນຂອງ​ຮ້ານ​ຄ້າ​ເກົ່າ​ຢູ່​ປັກ​ກິ່ງ.

ຜູ້​ລິ​ເລີ່​ມສ້າງຮ້ານ​ຢາ​ໂຖງ​ເຢິນຖາງ​ ​ແມ່ນ​ທ່ານ​ເຢ້ສຽນ​ຢາງ,​ແມ່ນ​ເຈົ້າໜ້າ​ທີ່​ແພດ​ໝໍ​ຊັ້ນສູງ​ຂອງ​ເຈົ້າຊີວິດ​ໃນ​ເມື່ອ​ກ່ອນ.ຍ້ອນ​ມີ​ສາຍສຳພັນ​ອັນ​ແໜ້ນ​​ແຟ້ນກັບ​ພະ​ລາຊະ​ວັງ,ບວກ​ກັບ​ທ່ານພິຖີ​ພິຖັນ​ໃນ​ການ​ເລືອກວັດຖຸຢາ​ແລະ​ຜະລິດ​ຢາ,ພາຍຫຼັງ​ມາ ຮ້ານ​ຢາ​ໂຖງ​ເຢິນຖາງ​ໄດ້ກາຍ​ເປັນ​ພໍ່ຄ້າ​ທຸລະ​ກິດ​ຢາຮັບ​ໃຊ້ສະ​ເພາະ​ໃຫ້​ພະ​ລາຊະ​ວັງ​ພຽງ​ຮ້ານ​ດຽວ.ລຸງຈິ່ນ​ຢົງ​ນຽນທີ່​ເຮັດ​ວຽກ​ຫຼາຍ​ປີ​ຢູ່​ຮ້ານ​ໂຖງ​ເຢິນຖາງ​ແນະນຳ​ວ່າ,​ຕຳລາຢາຂອງ​ຮ້ານ​ໂຖງ​ເຢິນຖາງ​ສ່ວນ​ຫຼາຍ​ແມ່ນ​ເຜີຍ​​ແຜ່​ອອກມາ​ຈາກ​ພະ​ລາຊະ​ວັງ. ລຸງ​ເວົ້າວ່າ:

"​ເຊັ່ນ​ເຫຼົ້າ​ໂກ​ກົ່ງ​ຂອງ​ຮ້ານ​​ໂຖງ​ເຢິນຖາງ,​ໃນ​ລາຊະວົງ​ມິ​ງ​ເມື່ອປີ 1400 ​ແມ່ນ​ຕຳ​ແໜ່​ງ​ເຈົ້າໜ້າ​ທີ່ຜູ້​ໜຶ່ງ,ລາວ​ເກັບ​ເອົາ​ຕຳລາຢາຈາກປະຊາຊົນ​ທຳ​ມະ​ດາ​ທີ່​ຕົ້ມ​ເຫຼົ້າຢູ່​ໃນ​ເຮືອນ​​ເອງ,ມີ​ຄຸນ​ນະພາ​ບດີ​ຫຼາຍ.​ພາຍຫຼັງ​ມາ,​ຕຳລາ​ຢາ​ນີ້​ໄດ້ສົ່ງ​ເຂົ້າໂຮງ​ໝໍຂອງ​ລາຊະ​ວັງ.ຮ້ານ​ໂຖງ​ເຢິນຖາງທີ່​ສະໜອງ​ຢາ​ໃຫ້​​ໂຮງໝໍ​ລາຊະ​ວັງໄດ້​ປັບປຸງຕຳລາ​ດັ່ງກ່າວ​ຫຼາຍ​ເທື່ອ,ຈິ່ງ​ໄດ້ຜົນ​ດີກ​ວ່າ​ເກົ່າ. ​ໃນ​ລາຊະວົງ​ຊິ່ງ ພະ​ລາຊະ​ຊົນນີຈືຊີ​ກໍ​ໃຊ້​ເຫຼົ້າດັ່ງກ່າວ,ດຽວ​ນີ້ ​ເຫຼົ້າ​ໂກ​ກົ່ງຍັງ​ແມ່ນ​ຢາ​ທີ່​ມີ​ຊື່​ສຽງ​ແລະ​​ເກົ່າ​ແກ່​ຫຼາຍ​ໃນ​ຮ້ານ​ຢາ​ໂຖງ​ເຢິນຖາງ."

ລຸງ​ຈິ່ນຢົງ​ນຽນ​ເວົ້າວ່າ,ຮ້ານ​​ໂຖງ​ເຢິນຖາງ​ມີ​ຫຼັກການ​ຜະລິດ​ຢາ​ທີ່​ສຸຂຸມ​ຮອບ​ຄອບ​ທີ່​ສຸດ,ນັ້ນກໍ​ແມ່ນ ​ເຖິງ​ວ່າ​ວິທີ​ການ​ຜະລິດ​ຢາ ​ແມ່ນ​ຄົນ​ນອກ​ຮ້ານ​ບໍ່​ຮູ້​ກໍ​ຕາມ,​ແຕ່​ຜູ້​ຜະລິດ​ຢາ​ພັດຍຶດໝັ້ນຫຼັກວິຊາຊີບ​ຢ່າງ​​ແໜ້ນ​ໜຽວ. ລຸງ​ຈິ່ນຢົງ​ນຽນ​ແນະ​ນຳ​ວ່າ,​ໃນ 300 ກວ່າ​ປີ​ມາ​ນີ້,ຮ້ານ​ໂຖງ​ເຢິນຖາງ​ໄດ້​ໂຄລົບ​ຄວາມມູນ​ເຊື້ອ​ດັ່ງກ່າວ​ໂດຍ​ຕະຫຼອດ,ຜະລິດ​ຢາ​ປະ​ເພດ​ຕ່າງໆ​​ໃຫ້​ດີ​ຍິ່ງ​ຂຶ້ນ​ເລື້ອຍໆ.

"​ເຊັ່ນຢາ​ຈື​ເສຍ​ສັນ,ດຽວ​ນີ້ມັນ​ແມ່ນ​ຢາ​ທີ່​ມີ​ຊື່​ສຽງ​ໃນ​ການ​ແກ້​ຄີ​ງຮ້ອນ​ບໍ່​ລົງ​ຂອງ​ເດັກນ້ອຍ,​ໃນ​ສະ​ໄໝ​ບູຮານ​ແມ່ນ​ກຳນົດ​ວ່າ​ຕ້ອງ​​ປຸງແຕ່ງ​ດ້ວຍ​ໝໍ້​ຄຳ​ແລະ​ຊວ້ານ​ເງິນ.ຮ້ານ​ໂຖງ​ເຢິນຖາງ​ເຫັນ​ວ່າ ​ຕຳລາຢາ​ເກົ່າ​ກຳນົດ​ໃຊ້​ໝໍ້​ຄຳ​ແລະ​ຊວ້ານ​ເງິນ,ກໍ​ໝາຍ​ຄວາມ​ວ່າ ທອງຄຳ​​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ການປຸງ​ແຕ່ງ​.ສະນັ້ນ,ຮ້ານ​ໂຖງ​ເຢິນຖາງ​ກໍ​ໄປ​ຊອກ​ຫາ​ເຄື່ອງ​ເອ້​ຄຳ 100 ຕຳ​ລື​ງ,​ເພື່ອ​ຕົ້ມ​ໃສ່​ຢາ​ຈື​ເສຍ​ສັນ,​ມູນ​​ເຊື້ອ​ອັນ​ນີ້​ໄດ້​ສືບທອດ​ກັນ​ມາ​ເປັນ​ເວລາ​ຫຼາຍ​ຮ້ອຍ​ປີ."


ປະຈຸ​ບັນ,ຮ້ານ​ໂຖງ​ເຢິນຖາງ​ບໍ່​ພຽງ​ແຕ່​ແມ່ນ​ຮ້ານ​ຢາ​ທໍ່​ນັ້ນ,ຫາກ​ຍັງ​ກາຍ​ເປັນຕົວ​ແທນດ້ານ​ວັດທະນະທຳ​ຢາ​ພື້ນເມືອງ​​ທີ່​​ເປັນ​ມູນ​ເຊື້ອ​ຂອງ​ຈີນ.ຫວ່າງ​ມໍ່ໆ​ນີ້,​ຕຳລາ​ຢາ​ແລະ​ເຕັກນິກ​ການ​ຜະລິດ​ຢາ​ຂອງ​ຮ້ານ​ໂຖງ​ເຢິນຖາງ ຖືກ​ຈັດ​ເຂົ້າ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ເປັນ​ວັດຖຸ​ອັນ​ທຳ​ອິດ​ຂອງ​ຈີນ. ຖ້າ​ທ່ານ​ມີ​ໂອກາດ​​ໄປຮ້ານ​ໂຖງ​ເຢິນຖາງຢູ່​ປັກ​ກິ່ງ,ຈະ​ສາມາດ​ເລືອກ​ຊື້​ຢາ​ເຂົາ​ກວາງ​ອ່ອນ​ ຊຶ່ງ​ເປັນ​ຢາ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ຮ້ານ​​ໂຖງ​ເຢິນຖາງ,ຫຼື​ຊື້​ຢາພື້ນ​ເມືອງ​ຈີນ​ທີ່​ມີ​ບົດບາດ​ຮັກສາ​ສຸຂະພາບ​ເຊັ່ນ​ຢາ​ກ້ອນ​ນີວຮວງ​ຊິ່ງຊິນ​ຫວັນ​ທີ່​ສາມາດ​ເຮັດ​ໃຫ້​ເກີດ​ຄວາມ​ສະບາ​ຍ​ໃຈ,ຫຼື​ຢາ​ກ້ອນ​ວູ່​ຈີ່​ປາຍ​ເຟີ້​ງຫວັນ​ທີ່​ສາມາດ​ຮັກສາ​ສຸຂະພາບ​ແມ່ຍິງ. ຖ້າ​ທ່ານ​ສົນ​ໃຈ,ຍັງ​ສາມາດ​ໃຫ້​​ແພດ​ໝໍ​​ອາວຸ​ໂສໃນ​ຮ້ານຄຳ​ເບິ່ງ​ຊີບ​ຈອນ,​ໃຫ້​ເພິ່ນ​​ແນະນຳ​ວິທີ​ຮັກສາ​ສຸຂະພາບ.
1  2  3