ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-17 17:35:13    
ຮ້ານ​ຄ້າເກົ່າ​ຂອງ​ນະຄອນ​ປັກ​ກິ່ງ

cri Author: da



ສຸດ​ທ້າຍ​ຈະຂໍ​ແນະນຳ​ຮ້ານ​ຢຸ້ຍຝູຊຽງ ຊຶ່ງ​ເປັນຮ້ານ​ຂາຍ​ຜ້າ​ໄໝ​ທີ່​ເກົ່າ​ແກ່​ທີ່​ສຸດ​ທີ່​ຖືກ​ຮັກສາ​ໄວ້​ຢູ່​ປັກ​ກິ່ງ​ໃນ​ປະຈຸ​ບັນ. ຮ້ານ​ຢຸ້ຍຝູຊຽງ​ແມ່ນ​ພໍ່ຄ້າ​ນາມ​ສະກຸນ​ເມີ້​ງ​ໃນທ້າຍ​ຊຸມປີ 1900 ລົງທຶນ 8 ໝື່ນ​ຕຳ​ລື​ງ​​ເປີດ​ໄວ້. ອາຄານ​ຮ້ານ​ນີ້​ພິຖີ​ພິຖັນ​ຫຼາຍ,ມີ​ລັກສະນະ​ບາ​ຣົກ​ເອີ​ລົບ,ປະສົມປະສານ​ກັບ​ຮູບຄວັດ​ໃສ່​ແກ້ວ​ຢົກສີຂາວ ຊຶ່ງ​ເປັນເຄື່ອງ​ເອ້ທີ່​​ເປັນມູນ​ເຊື້ອ​ຂອງ​ຈີນ,ປະຈຸ​ບັນ​ໄດ້​ຖືກ​ຈັດ​ເປັນ​ຫົວໜ່ວຍ​ອະນຸລັກ​ວັດຖຸບູຮານ​ຂອງ​ນະຄອນ​ຫຼວງ​ປັກ​ກິ່ງ. ຕາມ​ເລົ່າ​ກັນ​ວ່າ,​ໃນ​ປີ 1900,ຖະໜົນ​ການ​ຄ້າ​ຕ້າ​ສື​ລ້າ​ເຄີຍ​ເກີດ​ໄຟ​ໄໝ້​ແຮງ​​ເທື່ອ​ໜຶ່ງ,ຫຼາຍຮ້ານ​ຄ້າ​ຖືກ​ທຳລາຍ​ເພພັງ​ລົງ,​ແຕ່​ຍ້ອນ​ວ່າ​​ໂຄງ​ປະກອບກໍ່ສ້າງ​ຮ້ານ​ຢຸ້ຍຝູຊຽງ​ໝັ້ນຄົງ​ຫຼາຍ,ຈິ່ງບໍ່​​​ຖືກ​ທຳລາຍ​​ແມ່ນ​ແຕ່ໜ້ອຍດຽວ.


ຮ້ານ​ຢຸ້ຍຝູຊຽງ​ໃນ​ປະຈຸ​ບັນ,​ແມ່ນ​ຮ້ານ​ຫຼັງ​ທຳ​ອິດ​ທີ່​ປະຊາຊົນເລືອກ​ຊື້ຜ້າ​ໄໝ​ຕ່າງໆ​ແລ​ະສັ່ງຈອງ​ຕັດ​ເປັນຊຸດ​ຈີນ.ຕາມ​ເລົ່າ​ກັນ​ວ່າ,ທຸງຊາດ​ຜືນ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ໃໝ່,ກໍ​ແມ່ນ​ຕັດຫຍິບ​ດ້ວຍ​ຜ້າ​ໄໝຂອງ​ຮ້ານ​ນີ້. ຮ້ານ​ຢຸ້ຍຝູຊຽງ​ກໍ​ມີ​ຊື່​ລື​ນາມຫຼາຍ.ພະນັກງານ​ໃນ​ຮ້ານ​ເວົ້າວ່າ,ພັນ​ລະ​ຍາ​ຜູ້ນຳ​ຂອງ​ຫຼາຍ​ປະ​ເທດ​ລ້ວນ​ແຕ່​ມັກ​ມາ​ຊື້​ຜ້າ​ໄໝ​ໃນ​ເວລາ​ຢ້ຽມຢາມ​ຈີນ.​ໃນ​ໄລຍະ​ຢ້ຽມຢາມ​ຈີນ,ທ່ານ​ນາງ​ແມັນ​ເດີ​ລິນ ອານໄບຣທ໌​ ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກໍ​​ໃຊ້​ເວລາ​ເຖິງ​ເຄິ່ງມື້​ມາ​ຊື້​ຜ້າ​ໄໝຫຼາຍ​ພັນ​ຢວນຢູ່​ຮ້ານ​ນີ້.


ນາງ​ເຊັດ​ຊູ​ໂກ ​ແຊມ​ເບີ​ສ໌ ທີ່​ມາ​ຈາກ​ອາ​ເມ​ລິ​ກາ​ເວົ້າວ່າ,​ໃນ​ເວລາ​ຢູ່​ອາ​ເມ​ລິກາ ​ເພິ່ນ​ກໍ​​ຮູ້​ຮ້ານ​ນີ້​ແລ້ວ.

"ຂ້ອຍ​ເຄີຍ​ອ່ານ​ປຶ້ມ​ກ່ຽວ​ກັບ​ຮ້ານ​ນີ້,​ໃນ​ປຶ້ມ​ໃຫ້​ຮູ້​ວ່າ​ ຜ້າ​ໄໝຂອງ​ຮ້ານ​ນີ້​ພິ​ເສດ​ຫຼາຍ,ຂ້ອຍ​ກໍ​ມາ​ຊື້​ຜ້າ​ໄໝທີ່​ດີ​ພິ​ເສດ​ຢູ່​ຮ້ານ​ນີ້​ໂລດ.​ເວົ້າສຳລັບ​ຄົນ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ​ແລ້ວ,​ຮ້ານ​ນີ້ແມ່ນ​ເຮັດ​ໃຫ້​​ເຂົາ​ເຈົ້າປະ​ທັບ​ໃຈ​ຫຼາຍ."​
1  2  3