ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 20:32:29    
ຄວາມ​ປອດ​ໄພ​ໃນ​ເວ​ລາ​ໃຊ້​ຢາ​ຢູ່​ເຮືອນ

cri


ຄົນ​ທົ່ວ​ໄປມັກ​ກຽມ​ຢາ​ປົກກະຕິ​ໃນ​ເຮືອນ​ຂອງ​ຕົນ,​ຖ້າ​ເປັນ​ພະ​ຍາດ​ທຳ​ມະ​ດາ​ເຊັ່ນ​ເປັນ​ຫວັດ​ແລະ​ອື່ນໆ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ໂຮງ​ໝໍ.​ແຕ່​ວ່າ,​ລາງ​ຄົນ​ຍ້ອນ​ໃຊ້​ຢາ​ບໍ່​ຖືກ​ຕ້ອງ,​ນອກ​ຈາກ​ປົວ​ພະ​ຍາດ​ບໍ່​ໄດ້​ແລ້ວ,​ຍັງ​ສົ່ງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ຮ່າງ​ກາຍ​ອີກ.​ລາງ​ເທື່ອ​ມີ​ອາ​ການ​ໜັກ​ຈົນ​ມີ​ຄວາມ​ອັນ​ຕະ​ລາຍ​ເຖິງ​ແກ່​ຊີ​ວິດ.​ຄັນ​ຊັ້ນ,​ໃນ​ເຮືອນ​ຄວນ​ກຽມ​ຢາ​ປະ​ເພດ​ໃດ​,ຄວນ​ຮັກ​ສາ​ຢາ​ເຫຼົ່າ​ນີ້​ແນວ​ໃດ? ​

ທຳ​ມະ​ດາ​ແລ້ວ,​ທຸກໆ​ຄອບ​ຄົວ​ມັກ​ມີ​ຕູ້​ຢາ​ນ້ອຍ​ປະ​ຈຳ​ເຮືອນ,​ໃນ​ຕູ້​ຢາ​ສ່ວນ​ຫຼາຍ​ໃສ່​ຢາ​ຫຍັງ​ແດ່?​ນັກ​ຂ່າວ​ພວກ​ເຮົາ​ໄດ້​ສຳ​ພາດ​ຄວາມ​ເຫັນ​ຂອງ​ຜູ່​ສັນ​ຈອນ​ໄປ​ມາ​ຕາມ​ທ້ອງ​ຖະ​ໜົນ​.

ຜູ່​ທຳ​ອິດ​ເວົ້າ​ວ່າ:​ຢາ​ພື້ນຖານ​ຂອງ​ຂ້ອຍ​ມີ​ຢາ​ບັນ​ເທົາ​ອາ​ການ​ເຈັບ,​ແລະ​ແກ້​ຄີງ​ຮ້ອນ​ຍັງ​ມີ​ຢາ​ປົວ​ພະ​ຍາດ​ຫົວ​ໃຈ​ແລະ​ເສັ້ນ​ເລືອດ,​ຢາ​ຕ້ານ​ອາ​ການ​ແພ້.

ຜູ່​ທີ​ສອງບອກ​ວ່າ,​ໃນ​ເຮືອນ​ຂອງ​ຂ້ອຍ,​ທຳ​ມະ​ດາ​ແລ້ວ,​ສ່ວນ​ຫຼາຍ​ແມ່ນ​ກຽມ​ຢາ​ແກ້​ໄຂ້​ຫວັດ.

ຈາກ​ການ​ສຳພາດ​ດັ່ງ​ກ່າວ,​ພວກ​ເຮົາ​ໄດ້​ພົບ​ເຫັນ​ວ່າ,​ຊາວ​ເມືອງ​ມັກ​ກຽມ​ຢາ​ແກ້​ໄຂ້​ຫວັດ​ໃນ​ເຮືອນ​ຫຼາຍ​ກວ່າ​ໝູ່,​ຖັດ​ມາ​ແມ່ນ​ປະ​ເພດ​ຢາ​ຕ້ານ​ເຊື້ອ,​ສ່ວນ​ຢາ​ຊະ​ນິດ​ອື່ນໆ​ມີຢູ່​ຫຼາຍ​ຢ່າງ​ຫຼາຍ​ແນວ.ຄັນ​ຊັ້ນ,​ຄວນ​ກຽມ​ຢາ​ຊະ​ນິດ​ໃດ​ໃນ​ເຮືອນ​ເປັນ​ປົກ​ກະ​ຕິ?​ທ່ານ​ລິວ​ຕວນ​ສີ ນາຍ​ໝໍ​ຂອງ​ໂຮງ​ໝໍ​ໃຫຍ່​ທະ​ຫານ​ເຂດ​ປັກ​ກິ່ງ​ແນະ​ນຳ​ວ່າ:

"​ເມື່ອ​ເວົ້າ​ເຖິງຕູ້ຢາ​ປະ​ຈຳ​ເຮືອນ​ແລ້ວ,​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຄວນ​ມີ​ຫຼັກ​ການ​ດັ່ງ​ນີ້,​ກ່ອນ​ອື່ນ​ຕ້ອງ​ຖື​ຫຼັກການ​"ໜ້ອຍ​ແຕ່​ດີ",​ເພາະ​ວ່າ​ໃນ​ຍາມ​ທຳ​ມະ​ດາ,​ພວກ​ເຮົາ​ຕ້ອງ​ການ​ຢາ​ບໍ່​ຫຼາຍ,​ແຕ່​ລະ​ຊະ​ນິດ​ໃຫ້​ກຽມ​ປະ​ລິ​ມານ​ທີ່​ພໍ​ກິນ​ໄດ້​2,3​ມື້​. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຕ້ອງ​ກຽມ​ຢາ​ໃຫ້​ຖືກ​ຕາມ​ກາ​ລະ​ເທ​ສະ​ແລະ​ຕາມ​ກໍ​ລະ​ນີ​ຂອງ​ແຕ່​ລະ​ຄົນ.​ອັນ​ທີ່​ວ່າ​ຕາມ​ກາ​ລະ​ເທ​ສະ​ນັ້ນ,​ຕົວ​ຢ່າງ​ຄື,​ໃນ​ລະ​ດູ​ຮ້ອນ,​ຄວນ​ກຽມ​ຢາ​ກັນ​ຍູງ,​ຮອດ​ລະ​ດູ​ໜາວ​ຄວນ​ກຽມ​ຢາ​ແກ້​ໄອ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບໍ່​ຈຳ​ເປັນ​ຕ້ອງ​ກຽມ​ຢາ​ຫຼາຍໆ.​ກຽມ​ຢາ​ຕາມ​ກໍ​ລະ​ນີ​ຕ່າງ​ກັນ​ຂອງ​ຄົນ​ແມ່ນ​ໃຫ້​ກຽມ​ຢາ​ຕາມ​ສະ​ພາບ​ຕົວ​ຈິງ​ໃນ​ຄອບ​ຄົວ."

1  2