ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 20:32:29    
ຄວາມ​ປອດ​ໄພ​ໃນ​ເວ​ລາ​ໃຊ້​ຢາ​ຢູ່​ເຮືອນ

cri


ນອກຈາກ​ບັນຫາ​ຕ້ອງ​ກຽມ​ຢາ​ຊະນິດ​ໃດ​ແລ້ວ,ຍັງ​ມີ​ຫຍັງ​ແດ່​ທີ່ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່?

ກ່ອນ​ອື່ນ,ຕ້ອງ​ເອົາ​ໃຈ​ໃສ່​ການ​ປ່ຽນ​ຢາ​ໃນ​ຕູ້,​ຕາມ​ປົກ​ກະ​ຕິ​,​ທຸກໆ​3​ເດືອນ​ຮອດ​6​ເດືອນ​ຄວນ​ກວດ​ຕູ້​ຢາ​ເທື່ອ​ໜຶ່ງ,​ດີກ​ວ່າ​ນັ້ນ​ຄວນ​ກວດ​ເລື້ອຍໆ,​ຢາ​ບາງ​ຊະ​ນິດ​ທີ່​ໝົດ​ກຳ​ນົດ​ຫຼື​ເສຍ​ຄຸນ​ແລ້ວ​ຕ້ອງ​ເອົາ​ອອກ,​ແລ້ວ​ປ່ຽນ​ອັນ​ໃໝ່.

ສຳລັບ​ບ່ອນ​ມ້ຽນຢາ​ກໍ​ຕ້ອງ​​ເບິ່ງໃຫ້​ດີ.​ໄວ້​ໃນ​ກັບ​ເຈ້ຍ​ຫຼື​ລີ້ນ​ຊັກ​ບໍ່​ເໝາະ​ສົມ​ປານ​ໃດ,​ໄວ້​ໃນ​ກັບ​ເຈ້ຍ​ມັກ​ຖືກ​ອາ​ກາດ​ຊຸ່ມ,​ສ່ວນ​ລີ້ນ​ຊັກ​ອັດ​ບໍ່​ແຈບ,​ມັກ​ຖຶກ​ຂີ້​ຟຸ່ນ​ຈັບ, ​ເຮັດ​ໃຫ້​ຢາ​ຖືກ​ເປັນ​ພິດ.​ເຄື່ອງ​ບັນ​ຈຸ​ທີ່​ດີ​ຕ້ອງ​ອັດ​ແຈບ,​ຕົວ ຢ່າງ​ຄື​ເຄື່ອງ​ສະ​ແຕັນ​ເຫຼດ​ຫຼື​ເຄື່ອງ​ບັນຈຸ​ປຼາສ​ຕິກ​ກໍ​ໄດ້.ບ່ອນ​ວາງ​ຕູ້​ຢາ​ຄວນ​ນ້ອຍ​ແລະ​ມີ​ອາ​ກາດ​ລ່ວງ​ ດີ,​ຫຼີກ​ລ່ຽງ​ບໍ່​ໃຫ້​ຖືກ​​ແດດ.​ຢາ​ພິ​ເສດ​ຈຳ​ນວນ​ໜຶ່ງ​ຕ້ອງ​ແຊ່​ເຢັນ,​ນອກ​ນີ້,​ຖ້າ​ແມ່ນ​ຢາ​ບໍ່​ມີ​ການ​ຫຸ້ມ​ຫໍ່,​ຄວນ​ວາງ​ໄວ້​ໃນ​ແກ້ວ​ອັດ​ແຈບ​ສີ​ນ້ຳ​ຕານ.​ສຳ​ຄັນ​ກວ່າ​ນັ້ນ​ຕ້ອງ​ເອົາ​ໄວ້​ຢູ່​ບ່ອນ​ສູງ​ທີ່​ເດັກ​ນ້ອຍ​ຢື້​ບໍ່​ເຖິງ.

ນອກນີ້,ໃນເວລາຮັກສາຢາ,​ບາງ​ຄົນ​ເພື່ອ​ປະ​ຢັດ​ຊ່ອງ​ຫວ່າງ​ໃນ​ຕູ້​ຢາ,​ມັກ​ເອົາ​ເຈັ້ຍ​ຫຸ້ມ​ຫໍ່​ແລະ​ໃບ​ກຳ​ກັບ​ຢາ​ຖິ້ມ,​ທີ່​ຈິງ​ແລ້ວ,​ເຮັດ​ແນວ​ນີ້​ແມ່ນ​ບໍ່​ຖືກ.​ມັນ​ບໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ປອດ​ໄພ​ໃນ​ເວ​ລາ​ໃຊ້​ຢາ.​ໃບ​ກຳ​ກັບ​ຢາ​ມີ​ບົດ​ບາດ​ສຳ​ຄັນ ໃນ​ການ​ແນະ​ນຳ​ການ​ໃຊ້​ຢາ​ຂອງ​ຄົນ​ເຈັບ.​ພ້ອມ​ກັນ​ນັ້ນ,​ມັນ​ຍັງ​ມີ​ລັກ​ສະ​ນະ​ກົດ​ໝາຍ​ອັນ​ແນ່​ນອນ,​ສະ​ນັ້ນ,ເວ​ລາ​ກິນ​ຢາ​ຕ້ອງ​ກິນ​ຕາມ​ໃບ​ກຳ​ກັບ​ຢາ.​ໂດຍ​ສະ​ເພາະ​ແມ່ນ​ຢາ​ຕາມ​ແພດ​ສັ່ງ​ບາງ​ຊະ​ນິດ,​ໃບ​ກຳ​ກັບ​ຢາ​ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ການ​ໃຊ້​ຢ່າງ​ລະ​ອຽດ​ທີ່​ສຸດ.ນາງ​ໂຈ່​ວຊູ​ມິ​ງ ນາຍ​ໝໍ​ຂອງ​ໂຮງ​ໝໍ​ໃຫຍ່​ທະ​ຫານ​ເຂດ​ປັກ​ກິ່ງ​ເວົ້າ​ວ່າ:ຄົນ​ເຮົາ​ຄວນ​ສ້າງ​ຄວາມ​ຊິນ​ເຄີຍ​ທີ່​ອ່ານ​ໃບ​ກຳກັບ​ຢາ​ໃຫ້​ຄັກ​ແນ່​ກ່ອນ​ກິນ​ຢາ.​
 
"ຄວນ​ສ້າງ​ໃຫ້​ມີ​ຄວາມ​ຊິນ​ເຄີຍ​ທີ່​ກິນ​ຢາ​ຕາມ​ໃບ​ກຳກັບ​ຢາ.ຄົນ​ເຮົາ​ໃຜໆ​ກໍ​ຮູ້​ວ່າ,​ປັດ​ຈຸ​ບັນ,​ຢາ​ມີ​ຫຼາຍ​ຊື່.ຢາ​ຊະນິດ​ໜຶ່ງ​ມັກ​ມີ​ຫຼາຍ​ຊື່,​ຖ້າ​ທ່ານ​ຮູ້​ແຕ່​ຊື່​ອັນ​ໃດ​ອັນ​ໜຶ່ງ,​ບໍ່​ຮູ້​ວ່າ​ຢາ​ນີ້​ມີ​ສ່ວນ​ປະ​ກອບ​ຫຍັງ,​ກໍ​ມັກ​ກິນ​ຢາ​ຊ້ຳ​ເກົ່າ​ຫຼື​ກິນ​ຢ່າງ​ຜິດ​ພາດ."

ເຄີຍ​ມີ​ຄົນຜູ່​ໜຶ່ງ​ເຈັບ​ແຂ້ວ,​ໄດ້​ກິນ​ຢາ4-5ຊະນິດ​ທີ່​ມີ​ຊື່​ຕ່າງ​ກັນ​ພາຍ​ໃນ​ຊົ່ວ​ໂມງ​ດຽວ.​ແຕ່​ຍ້ອນ​ບໍ່​ໄດ້​ອ່ານ​ໃບ​ກຳກັບ​ຢາ,ຈິ່ງ​ບໍ່​ຮູ້​ວ່າ​ຢາ​ເຫຼົ່ານີ້​ມີ​ສ່ວນ​ປະ​ກອບ​ສຳ​ຄັນ​ອັນ​ດຽວ​ກັນ​ຄື​ຢາ​ບັນ​ເທົາອາການ​ເຈັບ.​ໃນ​ທີ່​ສຸດ,ຄົນ​ເຈັບ​ຜູ່​ນີ້​​ໄດ້​ເປັນ​ພະ​ຍາດ​ໝາກ​ໄຂ່​ຫຼັງ​ຫຼົ້ມ​ແຫຼວ​ກະ​ທັນ​ຫັນ​ຍ້ອນ​ກິນ​ຢາ​ບັນ​ເທົາ​ອາການ​ເຈັບ​ເກີນ​ກຳ​ນົດ.

ນອກຈາກ​ຄວາມ​ຮູ້​ດ້ານ​ການ​ຮັກສາ​ຢາ​ແລ້ວ,​ໃນ​ເວລາ​ໃຊ້​ຢາ,​ຄົນ​ເຮົາ​ຍັງ​ມີ​ຫຼາຍ​ສິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ນຳ.​ກ່ອນ​ອື່ນ,​ກ່ອນຈະ​ກິນ​ຢາ,ຕ້ອງ​ສັງ​ເກດ​ໃຫ້​ຄັກ​ແນ່.​ຢາ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ກາຍ ​ກຳ​ນົດ,ແຕ່​ວ່າ​ລົດ​ແລະ​ສີ​ປ່ຽນ​ແລ້ວ,​ຢາ​ແບບ​ນີ້​ແມ່ນ​ກິນ​ບໍ່​ໄດ້.

ເວລາໝົດ​ອາຍຸຂອງຢາແມ່ນ​ເວ​ລາ​ຈຳ​ກັດ​ທີ່​ທາງ​ໂຮງ​ງານ​ຜະ​ລິດ​ຢາ​ກຳ​ນົດ​ໄວ້,​ເມື່ອ​ກາຍ​ເວລາ​ກຳນົດ​ແລ້ວ​ຈະ​ກິນ​ບໍ່​ໄດ້​ເດັດ​ຂາດ.​ຄັນ​ຊັ້ນ,​ພາຍ​ໃນ​ເວລາ​ກຳນົດ​ມັນ​ຈະ​ກິນ​ໄດ້​ແນ່​ນອນ​ຫຼື​ບໍ່?ມັນກໍ່​ບໍ່​ແນ່ນອນຄືກັນ.​ເພາະວ່າຢາ​ນີ້​ ຮອດ​ມື້ທີ່​ທ່ານ​ກິນ​ນັ້ນ,ອາດ​ຈະ​ເສຍ​ຄຸນ​ແລ້ວ​ຍ້ອນ​ຮັກ​ສາ​ບໍ່​ດີ,​ຂົນ​ສົ່ງ​ບໍ່​ເໝາະ​ສົມ.ສະ​ນັ້ນ,ພວກ​ເຮົາ​ກໍ​ຕ້ອງ​ຮຽນ​ຮູ້​ປ້ອງ​ກັນ​ຕົນ​ເອງ.​ຕົວ​ຢ່າງ​ຄື,​ໃບ​ໝາຍ​ເຫດ​ຕິດ​ແກ້ວ​ຢາ​ໄດ້​ມາດ​ຖານ​ຫຼື​ບໍ່?​ແກ້ວ​ຢາ​ອັດ​ແຈບ​ດີ​ຫຼື​ບໍ່​?,ສີ​ຂອງ​ເມັດ​ຢາໄດ້​ຕົກ​ຫຼື​ເປື່ອຍ​ຊຶມ​ຫຼື​ຕົກ​ໂໝກ​ຫຼື​ບໍ່?​ເມື່ອ​ປະ​ກົດ​ມີ​ກໍ​ລະ​ນີ​ແນວ​ນີ້,​ເຖິງ​ວ່າ​ຍັງ​ບໍ່​ທັນ​ຮອດ​ເວ​ລາ​ກຳ​ນົດ​ກໍ​ບໍ່​ຄວນ​ກິນ.

ນອກ​ນີ້,​​ເມື່ອ​ກິນ​ຢາ​ແລ້ວ​ບໍ່​ຄວນ​ດື່ມ​ເຫຼົ້າ​ຫຼື​ສູບຢາ,​ເພາະວ່າ​ຢາ​ມີ​ບົດບາດ​ຕໍ່​ກ່າງ​ຮາຍ​ຕົ້ນ​ຕໍ​ແມ່ນຜ່ານ​ຈາກ​ວັດຖຸ​ຊະນິດ​ໜຶ່ງ​ທີ່​ຊື່ວ່າ​ເຊື້ອ​ແຟັກ​ມັງ​(Ferment), ​ທາດ​ແອນ​ກໍ​ຮໍ​ແລະ​ນິ​ໂກ​ຕີນ​ມັກ​ປ່ຽນ​ລັກສະ​ນະ​ຂອງ​ເຊື້ອ​ແຟັກ​ມັງ,ມັນ​ຈະ​ພາ​ໃຫ້​ຢາ​ເສຍ​ຄຸນ​ຫຼື​ເປັນ​ພິດ,​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ກິນ​ຢາ​ນອນ​ຫຼັບ​ແລ້ວ​ຫ້າມ​ບໍ່​ໃຫ້​ດື່ມ​ເຫຼົ້າ​ເດັດຂາດ.​ດີ​ທີ່​ສຸດ​ແມ່ນ​ໃຫ້​ກິນ​ຢາ​ດ້ວຍ​ນ້ຳ​ຕົ້ມ,ຢ່າກິນ​ດ້ວຍ​ນ້ຳຫ​ວານ,​ນ້ຳ​ຊາ​ຫຼື​ນົມ.​ເພາະ​ວ່າ​ທາດ​ເທຍ​ຟີ​ລິນ​Theophylline​ໃນ​ນ້ຳ​ຊາ,​ທາດ​ໂປຼ​ຕິນ​ຂອງ​ນົມ,​ແລະ​ທາດ​ສົ້ມ​ໃນ​ນ້ຳຫວານ​ລ້ວນ​ແຕ່​ຈະ​ເກີດ​ປະ​ຕິ​ກິ​ລິ​ຍາ​ກັບ​ຢາ,​ແລ້ວ​ເຮັດ​ໃຫ້​ປະ​ສິດ​ທິ​ຜົນ​ຂອງ​ຢາ​ເກີດ​ມີ​ການ​ປ່ຽນ​ແປງ.


1  2