ຢູ່ລາຊາ ເທສະບານເຂດປົກຄອງຕົນເອງຕິເບດຂອງຈີນມີໂຮງຮຽນພິເສດສະຫວັດດີການສາຍສວນ.ນີ້ແມ່ນໂຮງຮຽນທີ່ຮັບເອົາຄົນພິການແລະລູກກຳພອຍໂດຍສະເພາະແຫ່ງໜຶ່ງ,ຜູ່ອຳນວຍການຂອງໂຮງຮຽນຊື່ວ່າ ຊາມປາຊົນເຈ,ທ່ານຍັງແມ່ນຜູ່ອຳນວຍການຂອງໂຮງງານຜະລິດເຄື່ອງຫັດຖະກຳຊົນເຜົ່າແຫ່ງໜຶ່ງຂອງນະຄອນລາຊາອີກ.ທ່ານ ຊາມປາຊົນເຈທີ່ ຮ່າງສູງ ເຈົ້າຊູ້, ໄດ້ສ້າງພາບປະທັບໃຈໃຫ້ນັກຂ່າວຮູ້ສຶກວ່າທ່ານເປັນຄົນກະຕືລືລົ້ນແລະລ່າເລີງເບີກບານໃຈ.ກໍຄືກັນກັບເດັກນ້ອຍທີ່ເຕີບໃຫຍ່ຂຶ້ນໃນຄອບຄົວທຸກຍາກໃນເຂດຕິເບດເກົ່າໂດຍທົ່ວໄປ,ທ່ານ ຊາມປາຊົນເຈ ບໍ່ເຄີຍເຂົ້າໂຮງຮຽນທາງການ,ພຽງແຕ່ຮຽນໜັງສືຄຳພີບໍ່ເທົ່າໃດປີເທົ່ານັ້ນ.ເມື່ອໃຫຍ່ຂຶ້ນແລ້ວ,ທ່ານເຄີຍປະກອບອາຊີບເປັນຊ່າງໄມ້,ຊ່າງເຮັດເກີບ,ນັກສະແດງ,ມີປະສົບການຊີວິດທີ່ອຸດົມສົມບູນຫຼາຍ.
ເມື່ອໄດ້ຜ່ານການຫຼໍ່ຫຼອມຈາກຊີວິດທີ່ທຸກຍາກລຳບາກເປັນເວລາຫຼາຍປີ,ປີ1986,ທ່ານ ຊາມປາຊົນເຈໄດ້ກາຍເປັນຜູ່ອຳນວຍການຂອງໂຮງງານຜະລິດເກີບແຫ່ງໜຶ່ງຂອງນະຄອນລາຊາ.ໃນໄລຍະນັ້ນ,ທ່ານໄດ້ເຫັນວ່າ,ໃນສັງຄົມມີລູກກຳພ້າກຳພອຍແລະເດັກນ້ອຍພິການຈຳນວນໜຶ່ງບໍ່ໄດ້ເຂົ້າໂຮງຮຽນ,ຊາວໜຸ່ມພິການຈຳນວນໜຶ່ງບໍ່ມີວຽກເຮັດ,ຊີວິດການເປັນຢູ່ບໍ່ມີການຮັບປະກັນ,ຈຶ່ງພະເນຈອນຢູ່ຕາມທ້ອງຖະໜົນ.ເມື່ອໄດ້ພິຈາລະນາຫຼາຍຫຼົບຫຼາຍຕ່າວແລ້ວ,ທ່ານໄດ້ຕັດສິນໃຈສ້າງໂອກາດຮ່ຳຮຽນແລະປະກອບອາຊີບໃຫ້ແກ່ລູກກຳພ້າກຳພອຍແລະຄົນພິການເຫຼົ່ານີ້.
ປີ1993,ທ່ານ ຊາມປາຊົນເຈໄດ້ໃຊ້ເງິນ4ແສນກວ່າຢວນທີ່ສະສົມໄດ້ຈາກການເຮັດທຸລະກິດຢ່າງລຳບາກແລະການປະຢັດມັດທະຍັດ,ສ້າງໂຮງຮຽນພິເສດສະຫວັດດີການສາຍສວນເພື່ອຮັບລ້ຽງເດັກກຳພ້າກຳພອຍແລະເດັກນ້ອຍພິການທີ່ທຸກຍາກໂດຍສະເພາະຢູ່ນະຄອນລາຊາ,ເປັນອັນວ່າທ່ານໄດ້ເລີ່ມຕົ້ນອາຊີບທີສອງຂອງຕົນຄືເປັນຜູ່ອຳນວຍການໂຮງຮຽນ.
ຕໍ່ເດັກກຳພອຍ ເດັກພິການແລະເດັກນ້ອຍທຸກຍາກເຫຼົ່ານີ້,ທ່ານຊາມປາຊົນເຈໄດ້ສະໜອງຄ່າໃຊ້ຈ່າຍດ້ານການກິນຢູ່ແລະການສຶກສາທັງໝົດແກ່ພວກເຂົາເຈົ້າ,ພ້ອມທັງສອນພວກເຂົາເຈົ້າແຕ້ມຮູບຕິເບດແລະເຕັກນິກເຮັດເຄື່ອງຫັດຖະກຳດັ້ງເດີມຕ່າງໆເຊັ່ນເຄື່ອງນຸ່ງຂອງຊົນເຜົ່າ,ເຈັ້ຍຕິເບດ,ທູບຕິເບດແລະສິລະປະແກະສະຫຼັກໄມ້ເປັນຕົ້ນ.ທ່ານຊາມປາຊົນເຈບອກວ່າ,ທ່ານຢາກພະຍາຍາມສຸດຂີດເພື່ອສ້າງໃຫ້ເດັກນ້ອຍເຫຼົ່ານີ້ກາຍເປັນຜູ່ທີ່ສາມາດກຸ້ມຕົນເອງແລະມີຄຸນປະໂຫຍດຕໍ່ສັງຄົມ.ທ່ານເວົ້າວ່າ:
"ແຕ່ລະວັນອາທິດ,ຂ້າພະເຈົ້າຕ້ອງໄດ້ຍາດເວລາ2ຊົ່ວໂມງ,ເລົ່າເລື່ອງກ່ຽວກັບເດັກກຳພອຍແລະເດັກນ້ອຍພິການຂອງຕິເບດໃນສະໄໝເກົ່າທີ່ບໍ່ມີຜູ່ເບິ່ງແຍງເອົາໃຈໃສ່,ຊີວິດຈຶ່ງທຸກຍາກລຳບາກສູ່ພວກເດັກນ້ອຍຟັງ.ຊູ່ມື້ນີ້,ພວກເຮົາໄດ້ມີຊີວິດການເປັນຢູ່ອັນຜາສຸກ,ຄວນຂອບໃຈນຳສັງຄົມໃໝ່,ຮ່ຳຮຽນເພື່ອສ້າງປະເທດຊາດໃຫ້ຈະເລີ່ນຮຸ່ງເຮືອງ.ຈາກການສິດສອນຂອງຂ້າພະເຈົ້າ,ພວກເດັກນ້ອຍມີຄວາມຫ້າວຫັນຫຼາຍໃນການຮ່ຳຮຽນ,ເດັກນ້ອຍຫຼາຍຄົນຂອງໂຮງຮຽນສາຍສວນສາມາດເສັ້ງເຂົ້າໂຮງຮຽນທີ່ດີ,ຜົນການຮຽນກໍດີຫຼາຍ,ເຊິ່ງໄດ້ຮັບຄວາມຮັບຮອງໂດຍທົ່ວໄປຈາກສັງຄົມ.
ປັດຈຸບັນ,ໂຮງຮຽນພິເສດສະຫວັດດີການສາຍສວນມີນັກຮຽນ145ຄົນ.ທ່ານຊາມປາຊົນເຈໄດ້ຮັກແພງນັກຮຽນເຫຼົ່ານີ້ເໝືອນດັ່ງລູກຄີງໆຂອງຕົນ.ພວກນັກຮຽນບໍ່ເອີ້ນເພິ່ນເປັນຜູ່ອຳນວຍການ,ແຕ່ເອີ້ນເພິ່ນເປັນ"ພໍ່".ທ້າວໂຈເຈ ເຊເທັນ ແມ່ນນັກຮຽນຜູ່ໜຶ່ງຂອງທ່ານ.ພໍ່ລາວເສຍຊີວິດແຕ່ຍາມຍັງນ້ອຍ,ໃນເວລາລາວອາຍຸ6ປີ,ແມ່ກໍເສຍຊີວິດໄປຢ່າງກະທັນຫັນອີກ,ສະນັ້ນ,ລາວໄດ້ກາຍເປັນເດັກກຳພອຍ.ທ້າວໂດເຈໄຊຕັນໄດ້ໄປຮອດໂຮງຮຽນພິເສດສະຫວັດດີການສາຍສວນໂດຍບັງເອີນ.ລາວເລົ່າຄືນສູ່ຟັງວ່າ:
"ຍ່າງເຂົ້າໂຮງຮຽນພິເສດສະຫວັດດີການສາຍສວນ,ຂ້ອຍໄດ້ມີຄອບຄົວໃຫຍ່ ເປັນເທື່ອທຳອິດ,ມີອ້າຍເອື້ອຍນ້ອງຫຼາຍເປັນເທື່ອທຳອິດ,ໄດ້ກິນເຂົ້າຢ່າງອີ່ມໜຳສຳລານເປັນເທື່ອທຳອິດ,ຍ່າງເຂົ້າຫ້ອງຮຽນ,ພົບໜ້າອາຈານ,ມີປຶ້ມຮຽນໃໝ່,ຮູ້ວ່າປະເທດຊາດເຮົາຊື່ວ່າຈີນ,ທັງໝົດເຫຼົ່ານີ້ລ້ວນແຕ່ແມ່ນເທື່ອທຳອິດ,ແລະໄດ້ເລີ່ມຕົ້ນຂຶ້ນຢູ່ໂຮງຮຽນສາຍສວນ.ປັດຈຸບັນ,ຂ້ອຍ ດຳລົງຊີວິດຢູ່ໂຮງຮຽນສາຍສວນເປັນເວລາ6ປີແລ້ວ.ຂ້ອຍກັບໝູ່ຮຽນຢູ່ໂຮງຮຽນນີ້ມີຄວາມສຸກຫຼາຍ,ໄດ້ຮຽນຄວາມຮູ້ຫຼາຍຢ່າງ,ແລະຮຽນຮູ້ຄຸນສົມບັດດີຫຼາຍຢ່າງ."
1 2
|