ການກະທຳແບບມີໃຈກຸສົນຂອງທ່ານຊາມປາຊົນເຈຍັງໄດ້ຮັບຄວາມສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ.ເພື່ອຮັບປະກັນຊີວິດການເປັນຢູ່ຂອງພວກເດັກນ້ອຍ,ອຳນາດການປົກຄອງທ້ອງຖິ່ນໄດ້ເບີກເງິນອຸດໜູນ200ຢວນຕໍ່ເດືອນໃຫ້ເດັກນ້ອຍແຕ່ລະຄົນ.ຖ້າວ່າມີເດັກນ້ອຍເຈັບເປັນ,ພາກສ່ວນທີ່ກ່ຽວຂ້ອງກໍຈະປິ່ນປົວໃຫ້ຢ່າງທັນການ.
ເລື່ອງລາວທີ່ກ່ຽວກັບຄວາມເອື້ອອາລີຂອງທ່ານຊາມປາຊົນເຈກໍໄດ້ດຶງດູດໃຈຄູສອນບໍ່ໜ້ອຍ. ຫຼາຍຄົນໄດ້ໄປສອນໜັງສືຢູ່ໂຮງຮຽນສາຍສວນດ້ວຍຄວາມອາສາສະໝັກ.ຫວັງຢາກນຳເອົາຄວາມຮູ້ແລະຄວາມອົບອຸ່ນໄປໃຫ້ເດັກກຳພອຍແລະເດັກນ້ອຍພິການຫຼາຍກວ່າເກົ່າ.ນາງເດຊີ ໂຈນມາ ກໍແມ່ນຄູສອນຜູ່ໜຶ່ງ,ນາງຫາກໍ່ມາເຮັດວຽກຢູ່ໂຮງຮຽນນີ້1ປີ,ແລະຮັກວຽກຂອງຕົນຫຼາຍ.ນາງເວົ້າວ່າ:
"ຂ້ອຍເຮັດວຽກການສິດສອນມາໄດ້10ປີແລ້ວ,ມາເຮັດວຽກຢູ່ໂຮງຮຽນສາຍສວນມີ1ປີກວ່າ.ການສອນໜັງສືຢູ່ແຫ່ງນີ້ຕ່າງ ກັບໂຮງຮຽນອື່ນຫຼາຍ,ນັກຮຽນຂອງໂຮງຮຽນນີ້,ບາງຄົນຫູໜວກ,ບາງຄົນຕາບອດ,ບາງຄົນແມ່ນເດັກກຳພອຍ,ເດັກນ້ອຍບາງຄົນອາຍຸ10ປີແລ້ວແຕ່ບໍ່ເຄີຍໄດ້ເຂົ້າໂຮງຮຽນຈັກເທື່ອ.ແຕ່ວ່າພວກເດັກນ້ອຍເຫຼົ່ານີ້ຮ່ຳຮຽນຢ່າງດຸໝັ່ນຂະຫຍັນພຽນທີ່ສຸດ.ເມື່ອຂ້ອຍໄດ້ເຫັນສາຍຕາທີ່ເຕັມໄປດ້ວຍຄວາມເດັດດ່ຽວແລະເອື້ອອາທອນຂອງຜູ່ອຳນວຍການໂຮງຮຽນ,ໄດ້ເຫັນເພິ່ນເຮັດວຽກຢ່າງລື່ມຕົວເທື່ອໃດ,ຂ້ອຍກໍຮູ້ສຶກຕື້ນຕັນໃຈທີ່ສຸດ.ຂ້ອຍຮູ້ສຶກວ່າການເປັນຄູສອນຢູ່ໂຮງຮຽນສາຍສວນແມ່ນກຽດຕິຍົດແລະຄວາມພາກພູມໃຈຂອງຂ້ອຍໃນຕະຫຼອດຊີວິດ.ຂ້ອຍຈະພະຍາຍາມເຮັດວຽກໃຫ້ຫຼາຍກວ່າເກົ່າ,ສ້າງໂຮງຮຽນພິເສດສະຫວັດດີການສາຍສວນພວກເຮົາໃຫ້ດີກວ່າເກົ່າ."
ຄົນພິການແລະລູກກຳພ້າກຳພອຍແມ່ນກຸ່ມຄົນພິເສດ,ໃນເວລາສຶກສາ,ທ່ານຊາມປາຊົນເຈໄດ້ຖອດຖອນເອົາວິທີການສິດສອນແລະບົດຮຽນທີ່ກ້າວໜ້າຂອງໂຮງຮຽນຄົນພິການຢູ່ແຂວງອື່ນໆຂອງຈີນຢ່າງເປັນປະຈຳ,ແລະປັບປຸງໃຫ້ເໝາະສົມກັບສະພາບຕົວຈິງຂອງເຂດຕິເບດ,ແລ້ວສ້າງວິທີ ສິດສອນແບບໃໝ່ຂອງຕົນ.ໂດຍອີງຕາມລະດັບສະຕິປັນຍາຂອງນັກຮຽນ,ເພິ່ນກັບຄູສອນໄດ້ວາງແຜນການແລະເປົ້າໝາຍການສິດສອນທີ່ຕ່າງກັນ.ຕໍ່ນັກຮຽນເກັ່ງ,ທາງໂຮງຮຽນກໍເນັ້ນໜັກສ້າງຄວາມສາມາດຮຽນດ້ວຍຕົນເອງຂອງເຂົາເຈົ້າ,ຕໍ່ນັກຮຽນຄົນພິການ,ແມ່ນເນັ້ນໜັກການສຶກສາພື້ນຖານຫຼາຍກວ່າ.ຜ່ານການສິດສອນໂດຍແບ່ງເປັນລະດັບ,ພວກເດັກນ້ອຍຮຽນຄວາມກໍ່ຮຽນໄດ້ງ່າຍ,ແລະກໍມີຄວາມສົນໃຈຫຼາຍ,ອັນໄດ້ຍົກສູງຄຸນນະພາບການສິດສອນຂຶ້ນຢ່າງຫຼວງຫຼາຍ.
ປັດຈຸບັນ,ໂຮງຮຽນພິເສດສະຫວັດດີການສາຍສວນລາຊາໄດ້ສ້າງຕັ້ງຂຶ້ນມາເປັນເວລາ10ກວ່າປີແລ້ວ.ນັກຮຽນຫຼາຍໆຄົນຂອງໂຮງຮຽນນີ້ໄດ້ເສັງເຂົ້າໂຮງຮຽນມັດທະຍົມປາຍແລະມະຫາວິທະຍາໄລຂອງແຂວງອື່ນ,ເມື່ອໄດ້ເຫັນວ່າຄວາມພະຍາຍາມຂອງຕົນບໍ່ໄດ້ເສຍໄປລ້າໆ,ທ່ານຊາມປາຊົນເຈຮູ້ສຶກພູມໃຈທີ່ສຸດ. 1 2
|