ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-16 17:25:20    
ການ​ສຶກສາ​ທາງ​ໄກ​ຊ່ອຍ​ຊາວ​ກະສິກອນ​ຈີນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ

cri

ຄື​ບ້ານ​ຊາວ​ຊ່ານ,ຕົວ​ຢ່າງ​ທີ່​ອິນ​ເຕີ​ເນັດ​ການ​ສຶກ​ສາ​ທາງ​ໄກ​ຊ່ວຍ​ຊາວ​ກະ​ສິ​ກອນ​ສ້າງ​ລາຍ​ຮັບ​ນັ້ນ​ມີ​ຫຼາຍ​ຈົນ​ນັບ​ບໍ່​ຖ້ວນ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ. ຕາມ​ສະ​ຖິ​ຕິ,ປັດ​ຈຸ​ບັນ,ສະ​ຖາ​ນີ​ອິນ​ເຕີ​ເນັດ​ການ​ສຶກ​ສາ​ທາງ​ໄກ​ໄດ້​ມີ​ຢູ່​ໃນ 12 ​ແຂວງ​ໃຫຍ່​ດ້ານ​ກະ​ສິ​ກຳ​ເຊັ່ນ​ແຂວງ​ເຮີ​ນານ​ແລະ​ແຂວງ​ເຈີ້​ຈ່ຽງ​ເປັນ​ຕົ້ນ,ຊາວ​ກະ​ສິ​ກອນ​ນັບ​ເປັນ​ໝື່ນ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ພຽງ​ແຕ່​ຢູ່​ແຂວງ​ກຸ້ຍ​ໂຈ່​ວ,ກໍ​ມີ​ສະຖານີ​ອິນ​ເຕີ​ເນັດ​ແບບ​ນີ້ 1 ໝື່ນ 7 ພັນ​ກວ່າ​ບ່ອນ​ຢູ່​ໃນ​ບ້ານ 70% ຂຶ້ນ​ໄປ​ຂອງ​ທົ່ວ​ແຂວງ.

ຄອບຄົວ​ຂອງ​ທ່ານ​ເສີ​ນຢົງ​ຄ່າງ ຊາວ​ກະ​ສິ​ກອນ​ຂອງ​ແຂວງ​ເຈີ້​ຈ່ຽງ ພາກ​ຕາວ​ເວັນ​ອອກ​ຂອງ​ຈີນ​ໄດ້​ປູກ​ໝາກ​ອະ​ຫງຸ່ນ​ໂດຍ​ຕະ​ຫຼອດ,​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ບັນ​ຫາ​ທີ່​ປ້ອງ​ກັນ​ແລະ​ປາບ​ປາມ​ສັດ​ຕູ​ພືດ​ນັ້ນ​ໄດ້​​ເຮັດ​ໃຫ້​ທ່ານ​ພົບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ເວົ້າ​ວ່າ,​ຫຼັງ​ຈາກ​ອິນ​ເຕີ​ເນັດ​ການ​ສຶກ​ສາ​ທາງ​ໄກ​ຕິດ​ຕັ້ງ​ຢູ່​ໃນ​ບ້ານ​ແລ້ວ,​ທ່ານ​ໄດ້​ຮຽນ​ຮູ້​ວິທີ​ປ້ອງ​ກັນ​ແລະ​ປາບ​ປາມ​ສັດຕູ​ພືດ​ທີ່​ບັງ​ເກີດ​ຜົນ. ລາວ​ເວົ້າວ່າ:

​ແຕ່​ກ່ອນ ຜົນ​ຜະລິດ​ມີ 1500 ກິ​ໂລ​ຕໍ່​ໄຮ່​ຈີນ,ປັດຈຸ​ບັນ ສູງ​ເຖິງ 1750 ກິ​ໂລ,ບໍ່​ພຽງ​ແຕ່ສ​ະ​ມັດ​ຕະ​ພາບ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ,ຄຸນ​ນະ​ພາ​ບກໍ​ດີ​ຂຶ້ນ​ອີກ​ດ້ວຍ."

ຕາ​ໜ່າງ​ການ​ສຶກ​ສາ​ທາງ​ໄກ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ບໍ່​ຕ້ອງ​ອອກ​ໄປ ກໍ​ສາມາດ​ເຊີນ​ຜູ່​ຊ່ຽວ​ຊານ ສາດ​ສະ​ດາ​ຈານ​ມາ​ເປັນ​ຜູ່​ຊີ້​ນຳ​ດ້ານ​ເຕັກ​ນິກ. ອີກ​ດ້ານ​ໜຶ່ງ,ຜູ່​ຊ່ຽວຊານ​ກະ​ສິ​ກຳ​ຫຼາຍ​ຄົນ ຊຶ່ງ​ລວມ​ທັງ​ທ່ານ​ຢວນ​ຫຼົງ​ພິງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ກໍ​ຍິນ​ດີ​ຜ່ານ​ຕາ​ໜ່າງ​ການ​ສຶກ​ສາ​ທາງ​ໄກ​ສະ​ໜອງ​ການ​ບໍລິການ​​ໃຫ້​ຊາວ​ກະ​ສິກ​ອນ​ຢ່າງ​ທັນ​ການ.

"ນັກວິຊາ​ການ​ຖາມ​ວ່າ: ຊາວ​ກະສິກອນ​ຢູ່​ເຂດ​ພວກ​ເຮົາມີ​ບັນຫາ​ຈຳນວນ​ໜຶ່ງ,ຂ້ອຍ​ຕາງໜ້າ​ເຂົາ​ເຈົ້າຂໍ​ຖາມ​ວ່າ,​ເຂົ້າປະສົມ​ພັນ​ຊູ​ເປີມີ​ຈຸດ​ພິ​ເສດ​ຫຍັງ?ທ່ານ​ຢວນຫຼົງ​ພິງ​ຕອບ​ວ່າ:​ເຂົ້າປະສົມ​ພັນ​ຊູ​ເປີໄດ້​ຜົນຜະລິດ 800 ກິ​ໂລຕໍ່ 1 ​ໄຮ​ຈີນ( 1 ​ເຮັກຕາ​ທໍ່​ກັບ 15 ​ໄຮ​ຈິນ),ພາ​ຍ​ໃນ​ເຂດທົດ​ລອງ​,ບໍ່​ພຽງ​ແຕ່​ໄດ້ສະມັດ​ຕະພາບສູງ​ທໍ່​ນັ້ນ,ທັງ​ມີ​ຄຸນ​ພາບ​ດີອີກ."

ນອກ​ຈາກ​​ໄຂ​ຊຸດ​ສຳ​ມະ​ນາ​ຜູ່​ຊ່ຽວ​ຊານ​​ແລ້ວ,ອົງ​ການ​ຄົ້ນ​ຄວ້າ​ແລະ​ຜູ່​ຊ່ຽວ​ຊານ​ດ້ານ​ກະ​ສິ​ກຳ​ຈຳນວນ​ຫຼວງ​ຫຼາຍ​ຍັງ​ຕັ້ງ​ຫຼັກ​ສູດມີ​ເດຍ,​ເຊິ່ງ​ລວມ​ທັງ​ຜັກ ໝາກ​ໄມ້ ການ​ລ້ຽງສັດ ຜະ​ລິດ​ຕະພັນ​ໃນ​ນ້ຳ ການ​ປຸງ​ແຕ່ງ​ຜະ​ລິດ​ຕະພັນ​ກະ​ສິ​ກຳ  ​ປ້ອງ​ກັນ​​ແມງ​ໄມ້,ຊາວ​ກະ​ສິກ​ອນ​ສາມາດ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕົນ,ຮຽນ​ນຳ​ຕາ​ໜ່າງ​ສຶກ​ສາ​ທາງ​ໄກ.

ເຕັກນິກ​ແລະ​ຂໍ້​ມູນ​ຂ່າວສານ​ທີ່​ນຳ​ມາ​ຈາກ​ຕາໜ່າງສຶກສາ​ທາງ​ໄກ ​ເຮັດ​ໃຫ້​ຊາວ​ກະສິກອນ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ ບໍ່​ພຽງ​ແຕ່" ​ໄຮ່ນາ ຕັດ​ຫຍ້າ ​ເຂົ້າສາລີ​ແລະ​ປູກ​ເຂົ້າຈ້າວ​ໃຫ້​ດີກ​ວ່າ​ເກົ່າ​ທໍ່​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ນັບ​ມື້​ນັບ​ຫຼາຍ​ຮູ້​ຈັ​ກ​ຊອກ​ຫາ​ຕະ​ຫຼາດ​ແນວ​ໃດ​ອີກ. ຕາ​ໜ່າງ​ສຶກ​ສາ​ທາງ​ໄກ​ເຮັດ​ໃຫ້​​ເຂົາ​ເຈົ້າຮູ້​ຂໍ້​ມູນ​ຂ່າວ​ສານ​ຈຳ​ນວນ​ຫຼວງ​ຫຼາຍ​ຈາກ​ພາຍ​ນອກ,ປູກ​ຫຍັງ ລ້ຽງ​ຫຍັງ,ລ້ວນ​ແຕ່​ມີ​ສິ່ງ​ທີ່​ມີ​ປະ​ໂຫຍ​ດ. ທ່ານ​ໝ້າ​ຈິ້ນ ປະ​ທານ​ສະ​ມາ​ຄົມ​ຝ້າຍ​ບ້ານ​ຮ່ວາ​ຊຽວ​ແຂວງ​ຫູ​ໜານ​ພາກ​ກາງ​ຈີນ​ກໍ່​ມີ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້.ທ່ານ​ເວົ້າວ່າ:

"​ຫຼັງ​ຈາກ​ຊົນ​ນະ​ບົດ​ສ້າງ​ຕາ​ໜ່າງ​ສຶກ​ສາ​ທາງ​ໄກ​ແບບ​ທັນ​ສະ​ໄໝ​ແລ້ວ,ພວກ​ເຮົາ​ສາມາດ​ຮູ້​ສະ​ພາບ​ການ​ຈຳ​ໜ່າຍ​ຂອງ​ແຫ່ງ​ຕ່າງ​ໆ ຈົນ​ກະ​ທັ້ງ​ທົ່ວ​ໂລກ​ຢ່າງ​ທັນ​ການ,​ໃນ​ໄລຍະ​ເລີ່​ມຕົ້ນ ສະມາຄົມ​ພວກ​ເຮົາມີ​​ຊາວ​ກະ​ສິ​ກອນ​ພຽງແຕ່ 50 ຄອບ​ຄົວ,ມີ​ທີ່​ດິນປະມານ 2,4 ​ເຮັກຕາ,​ເມື່ອ​ມາ​ຮອດ​ປະຈຸ​ບັນມີ​ປະມານ 133 ກວ່າ​ເຮັກ​ຕາ​ແລ້ວ,ຊາວ​ກະ​ສິ​ກອນ 5 ພັນ​ກວ່າ​ຄອບ​ຄົວ​ເຂົ້າ​ຮ່ວມ."

ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊາວ​ກະສິ​ກອນ​ຮູ້​ຈັກ​ໂລກ​ພາຍ​ນອກທໍ່​ນັ້ນ,ຫາກ​ຍັງ​ເຮັດ​ໃຫ້ຄົນ​ຢູ່​ນອກ​ຮູ້ຈັກ​ບ້ານ​ທີ່ຢູ່​ຫ່າງ​ໄກ​ແຫ່ງ​ນີ້ອີກ. ທ່ານ​ເຈີ້​ງ​​ເສຍ​ທ່ຽນ​ທີ່​ເຮືອນ​ຢູ່​ປັກ​ກິ່ງ ກໍ​ແມ່ນ​ຍ້ອນ​ວ່າ ຜ່ານ​ຕາໜ່າງສຶກສາ​ທາງ​ໄກ​ຖືກ​ໃຈ​ຕໍ່​ຊັບພະຍາກອນ​ນ້ຳທີ່​ພິ​ເສດ​ຂອງ​ບ້ານຮ່ວາ​ສຽວ,ຈິ່ງ​ໄດ້​ສ້າງ​ຟາ​ມລ້ຽງ​ປາອ່ຽນ.ລາວ​ເວົ້າວ່າ,ຢູ່​ບ້ານ​ຮ່ວາ​ສຽວ ມີ​ຊາວ​ກະສິກອນ 20 ກວ່າ​ຄອບຄົວ​ຢາກຮ່ວມ​ມື​ທຸລະ​ກິດ​ກັບ​ລາວ​.

​ແຕ່​ເວລາ​ດົນ​ນານ​ມາ​ນີ້,ການ​ຜະລິດ​ທາງ​ກະ​ສິ​ກຳ​ຂອງ​ຈີນ ຕົ້ນ​ຕໍ​ແມ່ນ​ດຳ​ເນີນ​ການ​ທຸລະ​ກິດ​​ຂະ​ໜາດ​ນ້ອຍ​ທີ່​ຖື​ຄອບ​ຄົວ​ເປັນຫົວ​ໜ່ວຍ​ການ​ຜະ​ລິດ​ໂດຍ​ພື້ນ​ຖານ,ວິທີ​ເຜີຍ​ແຜ່​ເຕັກ​ນິກ​ວິທະຍາ​ສາດ​ດ້ານ​ກະສິກຳ​ໃນ​ເມື່ອ​ກ່ອນ ບໍ່​ສາມາດ​ສະ​ໜອງ​ການ​ບໍ​ລິການ​ໃຫ້​ແກ່​ຊາວ​ກະສິກອນ​​ໄດ້​ຢ່າງ​ກວ້າງ​ຂວາງ. ປະຈຸ​ບັນ,ຄຽງ​ຄູ່​ກັບ​ການ​ເຜີຍ​ແຜ່​ຂອບ​ເຂດ​ນຳໃຊ້​ຕາ​ໜ່າງ​ການ​ສຶກ​ສາ​ທາງ​ໄກ,ສະພາບ​ດັ່ງກ່າວ​ພວມ​ປ່ຽນ​ແປງ,​ໃນ​ເວລາ​ຜະລິດ​ແລະ​ຈຳ​ໜ່າຍ​ຜະລິດ​ຕະ​ພັນ ຊາວ​ກະສິກອນ​ນັບ​ມື້​ນັບ​ຫຼາຍ​ບໍ່​ຕ້ອງ​ອາ​ໄສ​ບົດຮຽນ ຫາກ​ແມ່ນ​ອາ​ໄສ​ເຕັກ​ນິກ​ວິທ​ະຍາ​ສາດ​​ແລ້ວ, ຈິ່ງ​ໄດ້​ເດີນ​ຕາມ​ເສັ້ນທາງ​ສ້າງ​ລາຍ​ໄດ້​ນັບ​ມື້​ນັບ​ສູງ​ຂຶ້ນ.


1 2