ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-19 17:30:48    
ເກາະ​ແຂນ​ກັນ​ສ້າງ​ສາ​ລະ​ບົບ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ​ສຳ​ພາດ​ທ່ານ​ວາງ​ເກີ່ງ​ນຽນ ຫົວ​ໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ

cri Author: shuo

ທ່ານວາງເກິ່ງນຽນ ຫົວໜ້າວິທະຍຸCRI ກ່າວຄຳປາໄສໃນກອງປະຊຸມລະລຶກ
ວັນສ້າງຕັ້ງວິທະຍຸສາກົນແຫ່ງປະເທດຈີນຄົບຮອບ65ປີທີ່ຈັດຂຶ້ນຢູ່ທີ່ປັກກິ່ງ

ວັນ​ທີ​3​ທັນ​ວາ​ນີ້,​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ທີ່​ຢູ່​ຄຽງ​ຂ້າງ​ທ່ານ​ທຸກ​ມື້​ທຸກ​ຄືນ​ຫາ​ກໍ​ຜ່ານ​ວັນ​ສະ​ຖາ​ປະ​ນາ​65​ປີ.​ທຳ​ອິດ,​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ ຫຼື​CRI​ແມ່ນ​ວິ​ທະ​ຍຸ​ທີ່​ກະ​ຈາຍ​ສຽງ​ດ້ວຍ​ພາ​ສາ​ດຽວ​ໃນ​ເຮືອນ​ຖ້ຳ​ດິນ​ທີ່​ເມືອງ​ຢຽນ​ອ່ານ​ຂອງ​ຈີນ,​ປະ​ຈຸ​ບັນ​ນີ້​ໄດ້​ກາຍ​ເປັນ​ວິ​ທະ​ຍຸ ທີ່​ກະ​ຈາຍ​ສຽງ​ໄປ​ທົ່ວ​ໂລກ​ດ້ວຍ​43​ພາ​ສາ,​ແມ່ນ​ສື່​ມວນ​ຊົນ​ທັນ​ສະ​ໄໝ​ແບບ​ສັງ​ລວມ​ທີ່ປະ ກອບ​ດ້ວຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ໂທ​ລະ​ພາບ ອິນ​ເຕີ​ເນັດ​ແລະ​ໜັງ​ສື​ພິມ.​ມື້​ນີ້,​ພວກ​ເຮົາ​ຂໍ​ເຊີນ​ທ່ານ​ວາງ​ເກີ່ງ​ນຽນ ຫົວ​ໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ມາ​​ສະ​ເໜີ​ກ່ຽວ​ກັບ​ແຜນ​ສ້າງ​ສາ​ລະ​ບົບ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ​ສູ່​ທ່ານ​ຟັງ,​ພ້ອມ​ກັນ​ນັ້ນ,​ກໍ​ຂໍ​ໃຫ້​ທ່ານ​ວາງ​ເກີ່ງ​ນຽນ​ທີ່​ເຄີຍ​ເປັນ​ນັກ​ຂ່າວ ດຽວ​ນີ້​​ເປັນ​ຫົວ​ໜ້າ​ສະ​ຖາ​ນີ​ນັ້ນ​ມາ​​ເລົ່າ​ປະ​ຫວັດ​ການ​ເຕີບ​ໂຕ​ຂອງ​CRI ​ສູ່​ທ່ານ​ຟັງ.

ທ່ານ​ວາງ​ເກີ່ງ​ນຽນກ່າວ​ວ່າ:"​ໃນ​ໂອກາດ​​ວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຄົບ​ຮອບ​65​ປີ,​ຕາງ​ໜ້າ​ພະ​ນັກ​ງານ​CRI​ໝົດ​ທຸກ​ຄົນ​ແລະ​ໃນ​ນາມ​ສ່ວນ​ຕົວ,​ຂ້າ​ພະ​ເຈົ້າ​ຂໍ​ຖາມ​ສະ​ບາຍ​ດີ​ຕໍ່​ຜູ້​ຟັງ​ທັງ​ຫຼາຍ,​ຂໍ​ຂອບ​ໃຈ​ທ່ານ​ທີ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ນຳ​ວິ​ທະ​ຍຸ​ພວກ​ຂ້າ​ພະ​ເຈົ້າ,​ຮັບ​ຟັງ​ການ​ກະ​ຈາຍ​ສຽງ​ຂອງ​ພວກ​ຂ້າ​ພະ​ເຈົ້າ,​ຂໍ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ທີ່​ໄດ້​​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ພວກ​ຂ້າ​ພະ​ເຈົ້າ​​​ໃນ​ເວ​ລາ​ດົນ​ນານ​ມາ​ນີ້,​ແລະ​ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ ສຸກ​ຂະ​ພາບ​ເຂັ້ມ​ແຂງ​ແລະ​ມີ​ຄວາມ​ຜາ​ສຸກ​ໝົດ​ຄອບ​ຄົວ."

ຜູ້​ດຳ​ເນີນ​ລາຍ​ການ:ສະ​ບາຍ​ດີ​ທ່ານ​ວາງ​ເກີ່ງ​ນຽນ.ທ່ານ​ແມ່ນ​ເລີ່ມ​ດຳ​ລົງ​ຕ່ຳ​ແໜ່ງ​ເປັນ​ຫົວ ໜ້າ​CRI​ໃນ​ທ້າຍ​ປີ​2004.​ຂ້າ​ພະ​ເຈົ້າ​ຍັງ​ຈື່​ຢູ່​ວ່າ,​ໃນ​ເວລາ​ທ່ານ​ຫາ​ກໍ່​ເປັນ​ຫົວ​ໜ້າ​ສະ​ຖາ​ນີ ພຽງ​25​ມື້​ທໍ່​ນັ້ນ,​ກໍ​ໄດ້​ຍ່າງ​ເຂົ້າ​ຫ້ອງ​ອອກ​ອາ​ກາດ​ຖາມ​ສະ​ບາຍ​ດີ​ບຸນ​ປີ​ໃໝ່​ຕໍ່​ຜູ້​ຟັງ​ຕ່າງ​ປະ​ເທດ​ຂອງ​CRI.​ຂ້າ​ພະ​ເຈົ້າ​ຍັງ​ຈື່​ຄຳ​ອວຍ​ຕອນ​ໜຶ່ງ​ຂອງ​ທ່ານ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​CRI​ກັບ​ທ່ານ​ຜູ້​ຟັງ.​ກ່ອນ​ອື່ນ,​ຂໍ​ຟັງ​ຄືນ​ການ​ອັດ​ສຽງ​ຂອງ​ຄຳ​ອວຍ​ພອນ​ຂອງ​ທ່ານ​ບາງ​ຕອນ​ໃນ​ເວ​ລາ​ນັ້ນ.

"ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້ຟັງ​ແມ່ນ​ສິ່ງ​ສະ​ແຫວງ​ຫາ​ຂອງ​ພວກ​ຂ້າພະ​ເຈົ້າ.​ມີ​ແຕ່​ຖະ​ໜຸ​ຖະ​ໜອມ ຮັກ​ຫອມ​ແລະ​ໃກ້​ຊິດ​ກັບ​ຜູ້​ຟັງ,​ລາຍ​ການ​ກະ​ຈາຍ​ສຽງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ຊີ​ວິດ​ຊີ​ວາ​ອັນ​ອຸ​ດົມ​ສົມບູນ​ກວ່າ​ເກົ່າ."

ຜູ້​ດຳ​ເນີນ​ລາຍການ:​ພະ​ນັກ​ງານ​CRI​ຫຼາຍ​ຄົນ​ເຫັນ​ວ່າ,ຄຳ​ເວົ້າດັ່ງກ່າວ​ຂອງ​ທ່ານ​ພາ​ໃຫ້​ຄົນ ຕື່ນ​ຕັນ​ໃຈ​ທີ່​ສຸດ.​ຍ້ອນ​ຫຍັງ​ທ່ານ​ຈຶ່ງ​ກ່າວ​ຄວາມ​ດັ່ງ​ກ່າວ?​ແຕ່​ລະ​ປີ,​CRI​ພວກ​ຂ້າ​ພະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຈົດ​ໝາຍ​2​ລ້ານ​ກວ່າ​ກ້ານ​ຈາກ​ຜູ້​ຟັງ​ໃນ​ແຫ່ງ​ຕ່າງໆ​ທົ່ວ​ໂລກ,​ຂໍ​ຖາມ​ວ່າ,​ຜູ້​ຟັງ​ມີ​ຖາ​ນະ​ຫຍັງ​ໃນ​ໃຈ​ຂອງ​ທ່ານ?

ທ່າ​ນວາງ​ເກີ່ງ​ນຽນ:"ສາ​ເຫດ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ວ່າ "ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ຟັງ​ແມ່ນ​ສິ່ງ​ສະ​ແຫວງ​ຫາ​ຂອງ​ພວກ​ຂ້າ​ພະ​ເຈົ້າ",​ແມ່ນ​ຍ້ອນ​ຄວາມ​ສຳ​ຄັນ​ຂອງ​ຜູ້​ຟັງ​ທີ່​ມີ​ຕໍ່​ສື່​ມວນ​ຊົນ.​ຄວນ​​ຮັບ​ຮູ້​ວ່າ,ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ຟັງ​ແມ່ນ​ມາດ​ຖານ​ທີ່​ສ່ອງ​ແສງ​ຄຸນ​ຄ່າ​ຄົງ​ຕົວ​ຂອງ​ສື່​ມວນ​ຊົນ.​ສຽງ​ຕອບ​ຮັບ​ແລະ​ຄວາມ​ຮັບ​ຮອງ​ຂອງ​ຜູ້​ຟັງ​ແມ່ນ​ການ​ທົດ​ແທນ​ຕໍ່​ວຽກ​ງານ​ພວກ​ຂ້າ​ພະ​ເຈົ້າ,​​ເປັນ​ການ​ສ່ອງ​ແສງ​ໝາກ​ຜົນ​ຂອງ​ວຽກ​ງານ​ພວກ​ຂ້າ​ພະ​ເຈົ້າ​ໂດຍ​ກົງ​ທີ່​ສຸດ.​ເວົ້າ​ໃນ​ດ້ານ​ນີ້,​ຄວາມ​ໝາຍ​ຂອງ​ຈົດ​ໝາຍ​ກ້ານ​ໜຶ່ງ​ທີ່​ສົ່ງ​ມາ​ຈາກ​ຜູ້​ຟັງ,​ສູງ​ກວ່າ​ລາຍ​ການ​ໜຶ່ງ​ທີ່​ເຮັດ​ລະ​ອຽດ​ແລະ​ສູງ​ກວ່າ​ການ​ກະ​ຈາຍ​ສຽງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ເຂດ​ບໍລິ​ການ​ໜຶ່ງ.​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ,​ຕ້ອງ​ຖະ​ໜຸ​ຖະ​ໜອມ​ຜູ້​ຟັງ ຮັກ​ຫອມ​ຜູ້​ຟັງ ​ໃກ້​ຊິດ​ກັບ​ຜູ້​ຟັງ​ນີ້​ແມ່ນ​ຍ້ອນ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ແລະ​ເອົາ​ໃຈ​ໃສ່ຜູ້​ຟັງ​ຍັງ​ຕ້ອງ​ການ​ຮັບ​ການ​ເສີມ​ສ້າງ.​CRI​ພວກ​ຂ້າພະ​ເຈົ້າ​ມີ​ຜູ້​ຟັງ​ຕັ້ງ​ຮ້ອຍ​ລ້ານ​ກວ່າ​ຄົນໃນ​​ທົ່ວ​ໂລກ,​ພວກ​ເພີ່ນ​ຕັ້ງ​ໃຈ​​ຟັງ​ການ​ກະ​ຈາຍ​ສຽງ​ຂອງ​ວິ​ທະ​ຍຸ​ພວກ​ຂ້າ​ພະ​ເຈົ້າ ​ເຂົ້າ​ເບິ່ງ​​ເວັບ​ໄຊ​CRI​ໃນ​ເວ​ລາ​ດົນ​ນານ​​ເພື່ອ​ຊອກ​ຮູ້​ຈີນ​ແລະ​ດຳ​ເນີນ​ກິດ​ຈະ​ກຳ​ໄມ​ຕີ​ຈິດ​ຕໍ່​ຈີນ.​ສະ​ນັ້ນ,​ພວກ​ຂ້າ​ພະ​ເຈົ້າ​ອາດ​ເວົ້າ​ໄດ້​ວ່າ,​ບໍ່​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ຟັງ,​CRI​ພວກ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ມີ​ການ​ພັດ​ທະ​ນາ."

ຜູ້​ດຳ​ເນີນ​ລາຍການ:ການ​ພັດ​ທະ​ນາ​ຂອງ​CRIກໍ​ແມ່ນ​ຖື​ການ​ຫຼຸດ​ຊ່ອງ​ຫວ່າງ​ຄວາມ​ຫ່າງ​ກັນ​ລະ​ຫວ່າງ​ຜູ້​ຟັງ​ກັບ​CRI​ເປັນ​ເປົ້າ​ໝາຍ.​ເວົ້າ​ສຳ​ລັບ​CRI​ແລ້ວ,​ປີ​2006​ແມ່ນ​ປີ​ບໍ່​ທຳ​ມະ​ດາ​ປີ​ໜຶ່ງ.

ຜູ້​ດຳ​ເນີນ​ລາຍການ:"ທ່ານຜູ້​ຟັງ​ທັງຫຼາຍ​ໄດ້​ຮູ້​ໂດຍ​ທົ່ວ​ໄປ​ວ່າ,​ແຕ່​ກ່ອນ,ຜູ້​ຟັງ​ຕ່າງ​ປະ​ເທດ​ຖ້າ​ຢາກ​ຟັງ​ລາຍ​ການ​ກະ​ຈາຍ​ສຽງ​ຂອງCRI​ແມ່ນ​ຟັງ​ຄື້ນ​ສັ້ນ​ທໍ່​ນັ້ນ,​ແຕ່​ໃນ​ປີ​ນີ້,​CRI​ໄດ້​ສ້າງ​ລະ​ບົບ​FM​ຢູ່​ນະ​ຄອນ​ຫຼວງ​ໄນ​ໂລ​ບີຂອງ​ເຄັນ​ຢາ​ແລະ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​​ແຫ່ງ​ສປປ ລາວ,​ຜູ້​ຟັງ​ທັງ​ຫຼາຍ​ຂອງ​ເຄັນ​ຢາ​ແລະ​ລາວ​ຈະ​ໄດ້​ຮູ້​ຈັກ​ກັບ​ຈີນ​ແລະ​ຮູ້​ຈັກ​ກັບ​ໂລກ​ຢ່າງ​ຊັດ​ເຈນ​ແລະ​ວ່ອງ​ໄວ​ກວ່າ​ເກົ່າ​ພາຍ​ຫຼັງ​ໄດ້​ຮັບ​ຟັງການ​ກະ​ຈາຍ​ສຽງ​FM​ຂອງ​CRI."

ຜູ້​ດຳ​ເນີນ​ລາຍ​ການ:ບໍ່​ພຽງ​ແຕ່​ທໍ່​ນີ້​ດອກ,​CRI ONLINE ​ເວັບ​ໄຊ​ຂອງCRIກໍ​​ໄດ້ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ວິ​ທະ​ຍຸ​ທາງ​ອິນ​ເຕີ​ເນັດ​ຂອງ​CRI​ໄດ້​​ເປັນ​ທີ​ໜຶ່ງ​ໃນ​ຈຳ​ນວນ​ວິ​ທະ​ຍຸ​ທາງ​ອິນ​ເຕີ​​ເນັດ​ຕົ້ນຕໍ​ຂອງ​ໂລກ.​ທ່ານ​ວາງ​ເກີ່ງ​ນຽນ,​ຂໍ​ຖາມ​ວ່າ​,​ໃນ​ຊູ່​ມື້​ນີ້​ສື່​ມວນ​ຊົນ​​ແບບໃໝ່​ໄດ້ມີ​ການ​ພັດທະນາ​ນັບ​ມື້​ນັບ​​ໄວ,​ໃນ​ຖາ​ນະ​ເປັນ​ຜູ້​ອາ​ວຸ​ໂສ​ຂອງ​ການ​ກະ​ຈາຍ​ສຽງ​ສາ​ກົນ,​ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ອະນາຄົດ​ຂອງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ກະ​ຈາຍ​ສຽງ?​ຂໍ​ໃຫ້​ທ່ານ​​ເວົ້າສູ່​ຟັງ​ວ່າ,​ທ່ານ​ຄິດ​ວ່າ​ ລະບົບ​ການ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ​ຈະ​ສ້າງ​ສາ​ແນວ​ໃດ?

ທ່ານ​ວາງ​ເກີ່ງ​ນຽນ: "ຂ້າພະ​ເຈົ້າ​ເຫັນວ່າ,ພາລະກິດ​ກະຈາຍສຽງ​ມີ​ອະ​ນາຄົດ​ຢ່າງ​ກວ້າງ ຂວາງ.​ການ​ກະ​ຈາຍ​ສຽງ​ມີ​ທ່າ​ແຮງ​ພິ​ເສດ​ຫຼາຍຢ່າງ ຄື ລາ​ຄາ​ຖືກ ​ໃຊ້ງ່າຍ​ ວິ​ທະ​ຍຸ​ຖືກ​ເອົາ​ສະ​ດວກ ລາຍ​ງານ​ຂ່າວ​ທັນ​ເຫດ​ການ​​ ​ລາຍ​ການ​ໃຊ້​ພາ​ສາ​ເວົ້າ​ເຂົ້າ​ໃຈ​ງ່າຍ ​ຜູ້​ມີ​ເຄື່ອງ​ວິ​ທະ​ຍຸ​ມີ​ຫຼາຍ​ແລະ​ຄື້ນ​ວິ​ທະ​ຍຸ​ບໍ​ລິ​ການ​ກວ້າງ​ຂວາງ​ເປັນ​ຕົ້ນ,​ພ້ອມ​ກັນ​ນັ້ນ,​ການ​ກະ​ຈາຍ​ສຽງ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຜູ້​ບໍລິ​ໂພກ,​ແມ່ນ​ສື່​ມວນ​ຊົນ​ທີ່​​ສາມັນ​ຊົນ​ນິ​ຍົມ​ຊົມ​ຊອບ ກວ່າ​ໝູ່​ໃນ​ສື່​ມວນ​ຊົນ​ເອ​ເລັກ​ໂຕຼ​ນິກ​ຕ່າງໆ.​ນີ້​ແມ່ນ​ແຫຼ່ງ​ກຳ​ເນີດ​ແຫ່ງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ກະ​ຈາຍ​ສຽງ.​ໃນ​ອະ​ນາ​ຄົດ​ບໍ່​ວ່າ​ເຕັກ​ນິກ​ຈະ​ພັດ​ທະ​ນາ​​ໄປ​ທາງ​ໃດ,​ການ​ກະ​ຈາຍ ສຽງ​ຈະ​ມີ​ທ່າ​ແຮງ​ພິ​ເສດ​ດັ່ງ​ກ່າວ​ໂດຍ​ຕະ​ຫຼອດ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ.​ແລະ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ແລະ​ເຕັກ​ນິກ,​ໃນ​ຂະ​ນະ​ທີ່​ໄດ້​ຮັບ​ການ​ທ້າ​ທາຍ,​ການ​ກະ​ຈາຍ​ສຽງ​ພວມ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຕົນ.​ພວກ​ຂ້າ​ພະ​ເຈົ້າ​ຮູ້​ວ່າ,​ການ​ກະ​ຈາຍ​ສຽງ​ຍັງ​ມີ​ທ່າ​ແຮງ​​ໃນ​ການ​ໃຊ້​ເຕັກ​ນິກ​ໃໝ່.​ຊູ່​ມື້​ນີ້​ສື່​ມວນ​ຊົນ​ແບບ​ໃໝ່​ ຄື​ອິນ​ເຕີ​ເນັດ ​ໂທ​ລະ​ສັບ​ມື​ຖື​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ທະ​ແນມ​ແຕ່​ການ​ກະ​ຈາຍ​ສຽງ​ບໍ່​ຢູ່​ບ່ອນ​ເກົ່າ,​ນຳ​ໃຊ້​ທ່າ​ແຮງ​ຂອງ​ສື່​ມວນ​ຊົນ​​ແບບ​ໃໝ່,​ແນະ​ນຳ​ຈະ​ສົ່ງ​ເສີມ​ຊີ​ວິດ​​ທີ່​ເຂັ້ມ​ແຂງ​ໄປ​ນຳ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກ​ນິກ."

1 2