ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-19 17:30:48    
ເກາະ​ແຂນ​ກັນ​ສ້າງ​ສາ​ລະ​ບົບ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ​ຂອງ​ຈີນ​ສຳ​ພາດ​ທ່ານ​ວາງ​ເກີ່ງ​ນຽນ ຫົວ​ໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ

cri Author: shuo

ທ່ານວາງເກິ່ງນຽນ: "ການ​ສ້າງ​ສາລະບົບ​ກະຈາຍສຽງ​ສາກົນ​ທີ່​ທັນ​ສະ​ໄໝ​ແມ່ນ​ວຽກ​ງານ​ທີ່​ມີ​ລັກ​ສະ​ນະ​ກວມ​ລວມ​ແລະ​ຍຸດ​ທະ​ສາດ​ອັນ​ໜຶ່ງໃນ​ວຽກ​ງານ​ວິ​ທະ​ຍຸ ໂທ​ລະ​ພາບ​ແລະ​ຮູບ​ເງົາ,​ແມ່ນ​ວຽກ​ງານ​ທີ່​ຫຍຸ້ງ​ຍາກ​ສັບ​ສົນ.ຕ້ອງ​ການ​ພະ​ນັກ​ງານ​ກະ​ຈາຍ​ສຽງ​ສາກົນ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​ຫຼາຍ​ເຊັ່ນ​ຄົນ.​ໜ້າ​ທີ່​ສຳ​ຄັນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ປັດ​ຈຸ​ບັນ​ແມ່ນ​ຕ້ອງ​ເລັ່ງ​ລັດ​ກໍ່​ສ້າງ​ຂອບ​ລວມ​ຂອງ​ລະ​ບົບ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ,​ນັ້ນ​ກໍ​ຄື,​ພວກ​ຂ້າ​ພະ​ເຈົ້າ​ສ້າງ​ສາ​ລະ​ບົບ​ກະ​ຈາຍ​ສຽງ​ສາ​ກົນ​ທີ່​ທັນ​ສະ​ໄໝ​ຄວນ​ມີ​ລັກ​ສະ​ນະ​ສັງ​ລວມ,​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ຕໍ່​ເນື່ອງ​ໄດ້.​ຈຸດ​ພິ​ເສດ​ພື້ນ​ຖານ​ຂອງ​ລະ​ບົບ​ນີ້​ແມ່ນ​ໃນ​ໄລ​ຍະ​ທີ່​ຄາດ​ຄະ​ເນ​ໄດ້​ພະ​ຍາ​ຍາມ​ຫັນ​ຈາກ​ສື່​ມວນ​ຊົນ​ແບບ​ເກົ່າ​ໄປ​ເປັນ​ສື່​ມວນ​ຊົນ​ທີ່​ທັນ​ສະ​ໄໝ,​ຫັນ​ຈາກ​ສື່​ມວນ​ຊົນ​ພຽງ​ຢ່າງ​ດຽວ​ໄປ​ເປັນ​ສື່​ມວນ​ຊົນ​ຫຼາຍ​ດ້ານ,​ຫັນ​ຈາກ​ການ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ໄປ​ເປັນ​ການ​ເຜີຍ​ແຜ່​ຕໍ່​ສາ​ກົນ,​ສ້າງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໃຫ້​ເປັນ​ສື່​ມວນ​ຊົນ​ຫຼາຍ​ດ້ານ​ແບບ​ໃໝ່​ທີ່​ທັນ​ສະ​ໄໝ​ທີ່​ປະ​ກອບ​ເປັນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ວິ​ທະ​ຍຸ​ທາງ​ອິນ​ເທີ​ເນັດ ​ແລະ​ສາ​ລະ​ພັດ​ສື່ ແລະ​ມີ​ອິດ​ທິ​ພົນ​ແລະ​ກຳ​ລັງ​ແຂ່ງ​ຂັນ​ໃນ​ສາ​ກົນ."

ຜູ່ດຳເນີນລາຍການ:"ແມ່ນ​ແທ້,ຂ້າພະເຈົ້າກັບ​ໝູ່​ຮ່ວມ​ງານ​ຂອງ​ຂ້າພະເຈົ້າ​ລ້ວນ​ແຕ່​ໄດ້​ສຳ​ຜັດ​ຮູ້​ດ້ວຍ​ຕົນ​ເອງ​ວ່າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນCRIພວມ​ພັດທະນາ​ຢູ່,​ທັດ​ສະ​ນະ​ຄະ​ຕິ​ກໍ​ພວມ​ປ່ຽນ​ແປງ​ຢູ່.​ເຄີຍ​ມີ​ພະນັກງານ​ໃໝ່ສົມ​ທຽບCRI​ເປັນ​ວົງ​ຄະ​ນະ​ຍາດ​ທີ່​ບັນ​ຈຸ​ຄວາມ​ໄຝ່​ຝັນ.​ຜູ່​ຟັງ​ຕ່າງ​ປະ​ເທດ​ຫຼວງ​ຫຼາຍ​ກໍ​ນຳ​ເອົາ​ຂອງ​ລະ​ລຶກ​ເຊັ່ນ​ປຶ້ມ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ ​ຮູບ​ຖ່າຍ​ຂອງ​ຕົນ​ແລະ​ອື່ນໆ​ສົ່ງ​ໃຫ້​CRI,​ໃນ​ຖານະ​ເປັນ​ຫົວ​ໜ້າ​ວົງ​ຄະ​ນະ​ຍາດ​CRI,​ທ່ານ​ຈະ​ແນະ​ນຳ​ປະ​ສົບ​ການ​ເຕີບ​ໂຕ​ຂອງ​ຕົນ​ໃນ​CRI ​ໄດ້​ບໍ່?ທ່ານ​ຫວັງ​ຢາກ​ເຮັດ​ໃຫ້​CRI​ເປັນ​ວົງ​ຄະ​ນະ​ຍາດ​ຄື​ແນວ​ໃດ​ສຳ​ລັບ​ຜູ່​ຟັງ​ຕ່າງ​ປະ​ເທດ​ແລະ​ພະ​ນັກ​ງານ​ຈີນ​ທັງ​ຫຼາຍ"

ທ່ານວາງເກິ່ງນຽນ: "​ເວົ້າ​ສຳລັບ​ຜູ່​ຟັງ​ແລ້ວ,ວົງຄະ​ນະ​ຍາດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຈະ​ກໍ່ສ້າງ​ນັ້ນ​ກໍ​ແມ່ນ​ຜ່ານ​ຈາກ​ຄື້ນ​ວິ​ທະ​ຍຸ​ພວກ​ເຮົາ,​ສົ່ງ​ສຽງ​ຂອງ​ຈີນ​ໄປ​ເຖິງ​5​ທະ​ວີບ​ໃຫຍ່​ໃນ​ໂລກ,​ກ່າຍ​ຂົວ​ທາງ​ມິດ​ຕະ​ພາບ,​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ ຈີນ​ຫຼາຍ​ຍິ່ງ​ຂຶ້ນ,​ສຳ​ຜັດ​ຮູ້​ມິດ​ຕະ​ພາບ​ທີ່​ສົ່ງ​ມາ​ຈາກ​ທາງ​ໄກ​ແສນ​ໄກ.ທັງ​ນີ້​ກໍ​ຮຽກ​ຮ້ອງ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໃນ​ເວລາ​ເຮັດ​ລາຍ​ການ,​ຕ້ອງ​ຍຶດ​ໝັ້ນ​ການ​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ,​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ່​ຟັງ​ທີ່​ຢາກ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ​ຈີນ,​ສອດ​ຄ່ອງ​ກັບ​ຄວາມ​ຊິນ​ເຄີຍ​ນຶກ​ຄິດ​ຂອງ​ຜູ່​ຟັງ​ຕ່າງ​ປະ​ເທດ,​ເຮັດ​ໃຫ້​ຜູ່​ຟັງ​ຢາກ​ຟັງ​ແລະ​ມັກ​ຟັງ​ລາຍ​ການ​ພວກ​ຂ້າ​ພະ​ເຈົ້າ.​ໃນ​ຮູບ​ການ​ເຜີຍ​ແຜ່,​ຕ້ອງ​ສອດ​ຄ່ອງ​ກັບ​ຄວາມ​ຊິນ​ເຄີຍ​ຂອງ​ຜູ່​ຟັງ​ແລະ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ເຂດ​ແຄວ້ນ​ເປົ້າ​ໝາຍ​ຂອງ​ວິ​ທະ​ຍຸ,​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ,​ຮັບ​ປະ​ກັນ​ຜູ່​ຟັງ​ທີ່​ຕ່າງ​ກັນ​ໄດ້​ຮັບ​ຟັງ​ລາຍ​ການ​ພວກ​ຂ້າ​ພະ​ເຈົ້າ.​ໃນ​ດ້ານ​ພາສາ​ຂອງ​ລາຍ​ການ​ແລະ​ຮູບ​ການ​ລາຍ​ການ,​ຕ້ອງ​ໃຊ້​ຮູບ​ການ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ມັກ​ຂອງ​ຜູ່​ຟັງ,​ກຳ​ຈັດ​ອຸ​ປະ​ສັກ​ດ້ານ​ພາ​ສາ,​ຫຍັບ​ມໍ່​ເຂົ້າ​ກັບ​ຜູ່​ຟັງ,​ໃນ​ດ້ານ​ເນື້ອ​ໃນ​ລາຍ​ການ,​ຕ້ອງ​ແນ​ໃສ່​ບັນ​ຫາ​ທີ່​ຜູ່​ຟັງ​ແລະ​ຫາງ​ສຽງ​ທີ່​ຢູ່​ຂອງ​ຜູ່​ຟັງ​ທີ່​ສົນ​ໃຈ​ນຳ,​ແລະ​ເຮັດ​ໃຫ້​ການ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ​ໃຫ້​ທັນ​ເຫດ​ການ,​ໃຫ້​ຜູ່​ຟັງ​ສາ​ມາດ​ເລືອກ​ຟັງ​ລາຍ​ການ​ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຫຼາຍ​ຂຶ້ນ."

"ເວົ້າ​ສຳ​ລັບ​ພະ​ນັກ​ງານ​ຂອງ​CRI​ແລ້ວ,​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ສ້າງ​ວົງ​ຄະ​ນະ​ຍາດ​ໃຫ້​ມີ​ຈຸດ​ພິ​ເສດ​ສາມ​ຂໍ້​ຄື, ໜຶ່ງ​​ເປັນ​ວົງ​ຄະນະ​ຍາດ​ທີ່​ມີ​ຄວາມ​ສຸກ,​ສອງ​ເປັນ​ວົງ​ຄະ​ນະ​ຍາດ​ທີ່​ມີ​ຜົນ​ສຳ​ເລັດ,​ສາມ​ເປັນ​ວົງ​ຄະນະ​ຍາດທີ່​ອົບ​ອຸ່ນ. ​ເຮັດ​ໃຫ້​CRI​ກາຍ​ເປັນວົງ​ຄະນະ​ຍາດ​ອົບ​ອຸ່ນ​ດ້ານ​ຈິນ​ໃຈ​ຂອງ​ພະ​ນັກ​ງານ​ທັງຫຼາຍ,​ເຮັດ​ໃຫ້​ ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ອົບ​ອຸ່ນ​ທີ່​ເໝືອນ​ດັ່ງ​ຢູ່​ໃນ​ວົງ​ຄະ​ນະ​ຍາດ.​ເວົ້າ​ສຳ​ລັບ​ຂ້າພະ​ເຈົ້າ​ເອງ,​CRI​ແມ່ນ​ສະຖານ​ທີ່​ເຕີບ​ໃຫຍ່​ຂອງ​ຕົນ,​ແລະ​ກໍ​ແມ່ນ​ສະຖານ​ທີ່​ທີ່​ຂ້າພະ​ເຈົ້າ​ຍິນ​ດີ​ປະກອບສ່ວນ​ຂອງ​ຕົນ​ເອງ."

ຜູ່ດຳເນີນລາຍການ: "ກະ​ແສ​ຄື້ນ​ວິ​ທະ​ຍຸ​ກໍ​ເໝືອນ​ດັ່ງ​ສາຍ​ພານ​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ກັບ​ຜູ່​ຟັງ​ທີ່​ຢູ່​ທາງ​ໄກ​ແສນ​ໄກນັ້ນ​ຕິດ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ,​ແລ້ວ​ໄດ້​ປະ​ກອບ​ເປັນ​ວົງ​ຄະ​ນະ​ຍາດ.​ທ່ານ​ຫົວ​ໜ້າ​ວາງ​ເກີ່ງ​ນຽນ,​ຕອນ​ທ່ານ​ຫາ​ກໍ່​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ​ກໍ​ມາ​ເປັນ​ນັກ​ຂ່າວ​ເຮັດ​ວຽກ​ຢູ່​CRI,ກາຍ​ເປັນ​ສະມາຊິກ​ຜູ່​ໜຶ່ງ​ຂອງ​ວົງ​ຄະ​ນະ​ຍາດ​CRI.​ທ້າວ​ອະ​ນຸ​ພອນ ໝູ່​ຮ່ວມ​ງານ​ຂອງ​ເຮົາ​ກໍ​ຫາ​ກໍ່​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ດົນ,​ລາວ​ແມ່ນ​ພະ​ນັກ​ງານ​ທີ່​ໜຸ່ມ​ກວ່າ​ໝູ່​ໃນ​ພະ​ແນກ​ພາ​ສາ​ລາວ​CRI,​ໄດ້​ຍິນ​ວ່າ​ພວກ​ເຮົາ​ໄດ້​ສຳ​ພາດ​ທ່ານ,​ລາວ​ກໍ​ຢາກ​ຂໍ​ຖາມ​ບັນ​ຫາ​ໜຶ່ງ​ນຳ​ທ່ານ."

ພະນັກງານຜູ່ໜຸ່ມ: "ສະບາຍດີ, ທ່ານຫົວໜ້າ​ວາງ​ເກິ່ງ​ນຽນ ການ​ເປັນ​ນັກ​ຂ່າວ​ແມ່ນ​ຄວາມ​ໄຝ່​ຝັນ​ຂອງ​ເຮົາ​ແຕ່​ຍາມ​ຍັງ​ນ້ອຍ,​ພາຍ​ຫຼັງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ,​ເຮົາ​ກໍ​ໄດ້​ເຂົ້າ​ມາ​ເຮັດ​ວຽກ​ຢູ່​CRI.​ຕາມ​ນ້ອງ​ຮູ້​ວ່າ,​ນັກ​ຂ່າວ​CRI​ກໍ​ແມ່ນ​ອາ​ຊີບ​ທຳ​ອິດ​ຂອງ​ທ່ານ,ຂໍ​ຖາມ​ວ່າ,​CRI​ແມ່ນ​ສະ​ຖານ​ທີ່​ສຳ​ລັບ​ທ່ານ​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ​ບໍ່?

"ພາຍຫຼັງ​ຮຽນ​ຈົບ​ມະຫາວິທະຍາ​ໄລ​ແລ້ວ,ສະຖານ​ທີ່ເຮັດ​ວຽກ​ແຫ່ງ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ກໍ​ແມ່ນ​ວິ​ທະ​ຍຸ​CRI,​ພາຍ​ລຸນ​ມາ​ເຖິງ​ວ່າ​ອອກ​ຈາກCRI​ໄປ​ເຮັດ​ວຽກ​ຮູບ​ເງົາ,​ໂທ​ລະ​ພາບ​ແລະ​ວຽກ​ອື່ນໆ​10ກວ່າ​ປີ,​ແຕ່​ຂ້າພະ​ເຈົ້າ​ໄດ້​ຖື​CRI​ເປັນ​ວົງ​ຄະ​ນະ​ຍາດ​ຕົນ​ໂດຍ​ຕະ​ຫຼອດ,​ໃນ​ດ້ານ​ນີ້,​ຂ້າ​ພະ​ເຈົ້າ​ຢາກ​ເວົ້າວ່າ,CRI​ແມ່ນ​ບ່ອນ​ເລິ່ມ​ຕົ້ນ​ແຫ່ງ​ຄວາມ​ຝັນ​,ທັງ​ແມ່ນ​ເສັ້ນ​ທາງ​ທີ່​ບັນ​ລຸ​ຄວາມ​ຝັນ.​ໃນ​ໄລ​ຍະ​65​ປີ​ມາ​ນີ້,​CRI​ໄດ້​ຈາກ​ບໍ່​ມີ​ຫາ​ມີ,ຈາກ​ນ້ອຍ​ຫາ​ໃຫຍ່,ຈາກ​ອ່ອນ​ນ້ອຍ​ຫາ​ເຕີບ​ໂຕ,​ໄດ້​ເຕີບ​ໃຫຍ່​ຂຶ້ນ​ເລື້ອຍໆ.​65ປີ​ມາ​ນີ້,​CRI​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ການ​ກະ​ຈາ​ຍສຽງ​ພຽງ​ພາ​ສາ​ດຽວ​ຂະ​ຫາຍ​ເປັນ​ສື່​ມວນ​ຊົນ​ຫຼາຍ​ດ້ານ​ທີ່​ມີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ດ້ວຍ​43​ພາ​ສາ,​ກະ​ຈາຍ​ສຽງ​ທາງ​ອິນ​ເທີ​ເນັດ​ດ້ວຍ​48​ພາສາ​ເຊິ່ງ​ມີ​ທັງ​ສຽງ​ທັງ​ພາບ ອິນ​ເທີ​ເນັດ​ແລະ​ໜັງ​ສື​ພິມ.​ແນ່ນອນ​ແລ້ວ,​ພວກ​ຂ້າ​ພະ​ເຈົ້າ​ກໍ​ຄວນ​ເຫັນ​ໄດ້​ຢ່າ​ວຈະ​ແຈ້ງ​ວ່າ,​ພວກ​ຂ້າ​ພະ​ເຈົ້າຍັງ​ມີ​ຄວາມ​ຜິດ​ໂຕນ​ກັນ​ກັບ​ສື່​ມວນ​ຊົນ​ກະ​ຈາຍ​ສຽງ​ສາ​ກົນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ໃນ​ໂລກ,​ເມື່ອ​ທຽບ​ໃສ່​ກັບ​ຖາ​ນະ​ຂອງ​ປະ​ເທດ​ຈີນ​ເຮົາ​ໃນ​ສາ​ກົນ ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ​ນັ້ນ,​ພາ​ລະ​ກິດ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ພວກ​​ຂ້າພະ​ເຈົ້າ​ຍັງ​ບໍ່​ເໝາະ​ສົມ​ກັນ​ປານ​ໃດ.​ການ​ກໍ່​ສ້າງ​ວຽກ​ງານ​ກະ​ຈາຍ​ສຽງ​ສາ​ກົນ​ຂອງ​ຈີນ​ໃຫ້​ທັນ​ສະ​ໄໝ​ແລະ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ,​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ແລະ​ປະຊາ​ຊາດ​ພວກ​ຂ້າ​ພະ​ເຈົ້າ,​ແລະ​ກໍ​ແມ່ນ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ່​ຮັກ​ຫອມ​ສັນ​ຕິ​າບ​ໃນ​ໂລກ.​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ,​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເຮັດ​ສຳ​ເລັດ​ພາລະ​ກຳ​ອັນ​ສັກ​ສິດ​ແລະ​ມີ​ກຽດ​ຂອງ​ການ​ກະ​ຈາຍ​ສຽງ​ສາ​ກົນ.​ສະ​ນັ້ນ,​ເວົ້າ​ສຳ​ລັບ​ພະ​ນັກ​ງານ​ກະ​ຈາຍ​ສຽງ​ສາ​ກົນ​ຄື​ພວກ​ຂ້າ​ພະ​ເຈົ້າ​ແລ້ວ,​ຄວນ​ມີ​ການ​ປະ​ກອບ​ສ່ວນ,ຄວນມີ​ອຸດົມ​ການ,​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ແມ່ນ​ຄວນ​ສ້າງ​ນ້ຳ​ໃຈ​ທີ່​ຮັກ​ໜ້າ​ທີ່​ວຽກ​ງານ​ແລະ​ໂຄ​ລົບ​ໜ້າ​ທີ່​ວຽກ​ງານ.ພວກ​ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ຖື​ການ​ກະຈາຍ​ສຽງ​ສາ​ກົນ​ເປັນ​ອາຊີບ​ໜຶ່ງ​ເທົ່າ​ນັ້ນ,​ຫາກ​ຍັງ​ຕ້ອງ​ຖື​ມັນ​ເປັນ​ພາ​ລະ​ກິດ​ອັນ​ໜຶ່ງ​ເປັນ​ອຸ​ດົມ​ການ​ຈົນ​ກະ​ທັ້ງ​ເປັນ​ຄວາມ​ຝັນ.​ໃນ​ທີ່​ສຸດ,​ຂ້າ​ພະ​ເຈົ້າ​ຂໍ​ຍົກ​ເອົາ​ຄຳ​ເວົ້າ​ປະ​ໂຫຍ​ດໜຶ່ງ​ເພື່ອ​ລະດົມ​ໃຈ​ພວກ​ເຮົາ​ນຳ​ກັນ ຄື ​ກະ​ແຈ​ໄຂ​ຄວາມ​ຝັນ​ອັນ​ດີ​ງາມ​ກໍ​ຢູ່​ໃນ​ການ​ຊອກ​ຫາ​ຄວາມ​ມ່ວນ​ຊື່ນ​ໃນ​ວຽກ​ງານ."

ຂໍ​ຂອບ​ໃຈ​ນຳ​ທ່ານ​ຫົວ​ໜ້າ​ວາງ​ເກິ່ງ​ນຽນ​ໃຫ້​ສຳ​ພາດ​ຕໍ່ພວກ​ເຮົາ,​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ​ຈາກ​ວຽກ​ງານ.​ລາຍ​ການ​ພິ​ເສດ​ກ່ຽວ​ກັບ​ການ​ສະ​ຫຼອງ​ວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຄົບ​ຮອບ​65​ປີ​ສຳ​ພາດ​ທ່ານ​ວາງ​ເກິ່ງ​ນຽນ ຫົວ​ໜ້າ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ.​ຂໍ​ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​ຊອກ​ໄດ້​ຄວາມ​ມ່ວນ​ຊື່ນ​ໃນ​ວຽກ​ງານ​ຂອງ​ຕົນ​ເໝືອນ​ດັ່ງ​ພະ​ນັກ​ງານ​CRI​ທຸກ​ທ່ານ,​ກໍ​ອວຍ​ພອນ​ໃຫ້​ລາຍ​ການ​ຕ່າງໆ​ຂອງ​ພວກ​ເຮົາ​ເປັນ​ເພື່ອນ​ເປັນ​ມິດ​ຂອງ​ທ່ານ​ໃນ​ທຸກ​ເວັນ​ທຸກ​ຄືນ.


1 2