ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-12 22:53:22    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກ່າວ​ວ່າ​ຈະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ຂອງ​ຈີນ,​ຍຶດ​ໝັ້ນ​ການ​ປ່ຽນ​ແປງ​ໃໝ່​ແລະ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ

cri Author: min hua
ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ​ນີ້, ​ເວລາ​ວຽງ​ຈັນ, ຄະນະນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ແລະ​ໂທ​ລະ​ພາບ​ທີ່​ເດີນທາງ​ໄປ​ສຳພາດການ​ຮ່ວມ​ມື​ຈີນອາຊຽນ" ​ໄດ້​ເຂົ້າ​ສຳພາດ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະ ມົນ​ຕີ​ລາວ​ຢູ່​ວຽງ​ຈັນ. ທ່ານ​​ເວົ້າ​ວ່າ, ລາວ​ຈະ​ຖອດ​ຖອນ​ເອົາ​ບົດຮຽນ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໃນ 30 ປີມາ​ນີ້, ຍຶດໝັ້ນ​ເສັ້ນທາງການ​ປ່ຽນ​ແປງ​ໃໝ່​ແລະ​ໄຂປະຕູ​ສູ່​ພາຍ​ນອກຂອງ​ລາວ​ເອງ.

ການ​ສຳພາດ​ທ່ານ​ບົວ​ສອນ​ແມ່ນ​ດຳ​ເນີນ​ຢູ່​ທີ່​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ​ວຽງ​ຈັນ. ປະ​ຕູ​ໄຊ​ທີ່​ຢູ່​ຕໍ່ໜ້າ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແມ່ນ​ສັນຍາ​ລັກ​ແຫ່ງ​ຄວາມ​ເປັນ​ເອກະລາດ​ແລະ​ການ​ປົດ​ປ່ອຍ​ຂອງ​ລາວ, ​ເພື່ອ​ຄວາມ​ເປັນ​ເອກະລາດ​ແລະ​ການ​ປົດ​ປ່ອຍຂອງ​ລາວ, ມີ​ນັກ​ຮົບ​ຈີນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເສຍ​ສະ​ຫຼະ​ຢູ່​ເທິງ​ດິນ​ແດນ​ລາວ. ສະ​ນັ້ນການ​ສຳພາດ​ກໍ່​ໄດ້​ເລີ່​ມຕົ້ນຈາກມິດຕະພາບ​ລະຫວ່າງ​ຈີນ​ກັບ​ລາວ​ທີ່​ສ້າງ​ຂຶ້ນ​ໃນ​​ແປວ​ໄຟ​ແຫ່ງ​ສົງຄາມ.

ທ່ານ​ບົວ​ສອນ​ເວົ້າ​ວ່າ, ລາວ​ແລະ​ຈີນ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ອຸດົມ​ກັນ​ທາງ​ການ​ເມືອງ, ຄື​ກັນ, ​ແລະ​ຍັງ​ເປັນສອງ​ປະ​ເທດທີ່​ມີ​ສາຍ​ແດນ​ຕິດ​ຈອດ​ກັນທັງ​ເປັນ​ສາຍພູ​ແລະ​ສາຍ​ນ້ຳ, ສອງ​ປະ​ເທດ​ພວກ​ເຮົາ​​ເປັນສອງ​ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ແລະ​ຊ່ອຍ​ເຫຼືອກັນ​ເປັນ​ເວລາ​ດົນ​ນານ​ແລ້ວ, ລັດຖະບານ​ແລະ​ປະຊາຊົນ​ລາວພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ລະນຶກ​ເຖິງ​ບຸນຄຸນ​ຂອງ​ພັກ​ລັດ​ແລະ​ປະຊາຊົນ​ຈີນທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ອຍ​ເຫຼືອ​ໃນ​ພາລະກິດ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດກໍ​ຄື​ພາລະກິດ​ສ້າງສາ​ປະ​ເທດ​ຊາດ

​ເມື່ອ​ເວົ້າ​ເຖິງການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃໝ່, ທ່ານ​ບົວ​ສອນ​ໄດ້​ສະ​ແດງ​ຄວາມ​ນັບຖື​ຕໍ່​ຈີນ​ທີ່​ໄດ້​ຮັບ​ໝາກ​ຜົນ​ໃນການ​ປະ​ຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ 30 ປີມາ​ນີ້, ​ແລະ​ເວົ້າ​ວ່າ, ການ​ປ່ຽນ​ແປງ​ໃໝ່​ແລະ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງລາວ​ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​ຈາກ​ຈີນ​ໃນຫຼາຍດ້ານ​.

ທ່ານ​ເວົ້າ​ວ່າ, ຜົນ​ສຳ​ເລັດ​ຂອງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ຢູ່​ຈີນບໍ່ພ​ຽງ​ແຕ່ໃຫ້​ບົດຮຽນ​ອັນ​ລ້ຳ​ຄ່າ​ແກ່​ພວກ​ຂ້າພ​ະ​ເຈົ້າ, ​ແລະ​ຍັງ​ເປັນ​ການປຸກລະດົມ​ແລະ​ໃຫ້​ກຳລັງ​ໃຈ​ແກ່​ພວກ​ຂ້າພ​ະ​ເຈົ້າໃນ​ການ​ຍຶດໝັ້ນຈຸດໝາຍ​ປາຍທາງຂອງ​ຕົນ, ພວກ​ຂ້າພ​ະ​ເຈົ້າ​ເຫັນ​ວ່າ, ຜົນສຳ​ເລັດ​​ຂອງການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ຢູ່​ລາວຂອງ​ພວກ​​ຂ້າພ​ະ​ເຈົ້າມີ​ສ່ວນ​ປະກອບ​ອັນ​ແຂງ​ແຮງ​ແລະ​ບົດຮຽນ​ອັນ​ລ້ຳ​ຄ່າ​ຈາກ​ສ.ປຈີນ.

1 2