ນາຍົກລັດຖະມົນຕີລາວກ່າວວ່າຈະຖອດຖອນເອົາບົດຮຽນຂອງຈີນ,ຍຶດໝັ້ນການປ່ຽນແປງໃໝ່ແລະການໄຂປະຕູສູ່ພາຍນອກ
cri
Author: min hua
ລາວເລີ່ມດຳເນີນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກໃນປີ 1986. ນັບມາຮອດປະຈຸບັນ, 20 ປີໄດ້ຜ່ານໄປແລ້ວ, ເສດຖະກິດແຫ່ງຊາດຂອງລາວໄດ້ມີການພັດທະນາຢ່າງຫຼວງຫຼາຍ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ດີຂຶ້ນຫຼາຍ. ລາວກັບຈີນມີບ່ອນທີ່ຄືກັນຫຼາຍບ່ອນໃນຂະບວນການປະຕິຮູບໄຂປະຕູສູ່ພາຍນອກນັ້ນ, ຈີນໄດ້ສະເໜີອອກໃຫ້ສ້າງສັງຄົມພໍຢູ່ພໍກິນແລະມີສ່ວນເຫຼືອຢ່າງຮອບດ້ານ, ຈຸດໝາຍໜຶ່ງກໍ່ແມ່ນເຮັດໃຫ້ GDP ສະເລ່ຍຕາມຫົວຄົນຂອງທົ່ວປະເທດບັນລຸ 1000 ໂດລາ. ດຽວນີ້, ລາວກໍ່ໄດ້ສະເໜີເປົ້າໝາຍອັນດຽວກັນ. ທ່ານບົວສອນກ່າວວ່າ, ກອງປະຊຸມຄັ້ງທີ 8 ຂອງພັກປະຊາຊົນປະຕິວັດລາວໄດ້ວາງແຜນການພັດທະນາຂອງປະເທດໃນໄລຍະໃໝ່, ຍາດແຍ່ງໃຫ້ພົ້ນອອກຈາກການເປັນປະເທດທີ່ດ້ອຍພັດທະນາກວ່າໝູ່ໃນປີ 2020.
ທ່ານເວົ້າວ່າ, ຮອດປີ 2010 ທາງລັດໄດ້ສະເໜີໃຫ້ບັນລຸ 1000 ໂດລາຕໍ່ຫົວຄົນ, ເພື່ອແກ້ໄຂຄວາມທຸກຍາກ, ຄື ໃນປີ 2010, ພວກຂ້າພະເຈົ້າເຮັດໃຫ້ຄອບຄົວທຸກຍາກສາມາດລົບລ້າງຄວາມທຸກຍາກບັນລຸໄດ້ປະມານ 75%, ຫຼືວ່າຍັງເຫຼືອຄວາມທຸກຍາກປະມານ 15%.
ທ່ານບົວສອນກ່າວວ່າ, ການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກແມ່ນການຄັດເລືອກທາງຍຸດທະສາດຂອງລາວ, ສ່ວນການເພີ່ມທະວີການພົວພັນກັບປະເທດຕ່າງໆ, ແມ່ນເນື້ອໃນສຳຄັນອັນໜຶ່ງໃນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກ.
ທ່ານເວົ້າວ່າ,ການເປີດກວ້າງປະຕູໄປສູ່ພາຍນອກກໍ່ເປັນນະໂຍບາຍໃຫຍ່ອັນໜຶ່ງຂອງລັດຖະບານລາວ, ໃນພາລະກິດຍິ່ງໃຫຍ່ແຫ່ງການສ້າງສາປະເທດຊາດຂອງພວກຂ້າພະເຈົ້າ, ເຊິ່ງພວກຂ້າພະເຈົ້າເຫັນວ່າ, ກ່ອນອື່ນ, ຕ້ອງໄດ້ເຮັດໃຫ້ຄວາມບໍ່ພໍໃຈ, ຄືການຮ່ວມໄມ້ຮ່ວມມືລະຫວ່າງລາວກັບປະເທດຕ່າງໆໄດ້ນັບມື້ນັບເລິກເຊິ່ງໜັກແໜ້ນ.ແລະການເຮັດໃຫ້ລາວກັບບັນດາປະເທດເພື່ອນມິດຕ່າງໆມີການພົບປະຫາລື ມີການແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນຕ່າງໆ, ໄປມາຫາສູ່ກັນທາງການ ນັບທັງລະດັບສູນກາງ, ລະດັບທ້ອງຖິ່ນພ້ອມທັງພັກ ລັດແລະເອກະຊົນ.
ໃນການສຳພາດ, ທ່ານບົວສອນຍັງໄດ້ຕອບຄຳຖາມກ່ຽວກັບການຮ່ວມມືລະຫວ່າງຈີນກັບອາຊຽນ. ທ່ານເວົ້າວ່າ, ຈີນກັບອາຊຽນພວມສ້າງເຂດການຄ້າເສລີ, ດຽວນີ້, ຈີນໄດ້ຍົກເວັ້ນພາສີສິນຄ້າ 309 ຊະນິດຂອງລາວ,ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ລາວທາງດ້ານເສດຖະກິດ. ນອກນີ້, ງານວາງສະແດງຈີນກັບອາຊຽນທີ່ຈັດຂຶ້ນຢູ່ເມືອງນານນິງໃນແຕ່ລະປີກໍ່ໄດ້ກາຍເປັນເວທີສຳຄັນໃນການແລກປ່ຽນລະຫວ່າງຈີນກັບອາຊຽນ.
ສຸດທ້າຍ, ທ່ານບົວສອນເວົ້າວ່າ, ງານກິລາໂອລິມປິກແມ່ນງານກີລາອັນມະໂຫລານສຳລັບປະຊາຊົນປະເທດຕ່າງໆເພີ່ມທະວີມິດຕະພາບຊຶ່ງກັນແລະກັນ, ປັກກິ່ງໄດ້ຮັບສິດຈັດງານໂອລິມປິກບໍ່ພຽງແຕ່ເປັນກຽດຂອງຈີນທໍ່ນັ້ນ, ພ້ອມກັນນັ້ນ, ກໍ່ແມ່ນເລື່ອງທີ່ເປັນໜ້າຊົມເຊີຍຂອງມິດປະເທດທີ່ຢູ່ອ້ອມຂ້າງ, ເຊັ່ນລາວເປັນຕົ້ນ. ທ່ານເວົ້າວ່າ, ທ່ານຈະຮູ້ສຶກດີໃຈທີ່ສຸດຖ້າໄດ້ມາຊົມງານກິລາໂອລິມປິກຢູ່ປັກກິ່ງ. 1 2
|
|