ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-18 13:23:12    
ວົງ​ການ​ຕ່າງໆ​ຂອງ​ໄທ​ຄອງ​ຄອຍ​ການ​ສົ່ງ​ຕໍ່​ທວນ​ໄຟ​ສັກ​ສິດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢູ່​ບາງ​ກອກ

cri
ວັນ​ທີ19​ເມສາ​ນີ້,ຈະ​ມີ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ​ຢູ່​ບາງກອກ.ປັດຈຸ​ບັນ,ຢູ່​ນະຄອນຫຼວງ​ບາງກອກ,ວຽກ​ງານ​ກະກຽມ​ທຸກ​ດ້ານ​ໄດ້​ກຽ​ມພ້ອມ​ແລ້ວ,ວົງ​ການ​ຕ່າງໆ​ຂອງ​ໄທ​ຄອງ​ຄອຍ​ການ​ມາ​ເຖິງ​ຂອງ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຢ່າງ​ເຕັມ​ປ່ຽມ.

ພິທີ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຢູ່​ທີ່​ບາງກອກ​ຈະ​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ​ປະມານ15​ໂມງ​ຂອງ​ວັນ​ທີ19​ເມ​ສາ​ນີ້,ລວມມີ​ຜູ່​ສົ່ງ​ຕໍ່​ທວນ​ໄຟ80​ຄົນ​ເຂົ້າ​ຮ່ວມ.​ທ່ານ​ຈ່ານ​ຊື້​ຊ່າງ ກຳມະການ​ຄະນະ​ກຳມະການ​ໂອ​ລິ​ມປິກ​ໄທ​ແຈ້ງ​ໃຫ້​ຊາບ​ວ່າ:

ໃນ​ຜູ່​ສົ່ງ​ຕໍ່​ທວນ​ໄຟ80​ຄົນ​ນັ້ນ,ນອກຈາກ​ນັກ​ກິ​ລາ​ແລ້ວ,ທີ່​ຍັງ​ເຫຼືອ​ລ້ວນ​ແຕ່​ແມ່ນ​ຜູ່ອາຍຸ​ສູງ​ສົມຄວນ,​ແຕ່​ວ່າ,​ເຂົາ​ເຈົ້າ​ໄດ້​ມີ​ການ​ກະກຽມດ້ານ​ຈິດ​ໃຈແລ້ວ,ກ່ອນ​ຈະ​ແລ່ນ​ສົ່ງ​ຕໍ່​ທວນ​ໄຟ,​ເຂົາ​ເຈົ້າ​ຈະ​ມີ​ການ​ຝຶກ​ຫັດ​ແບບ​ລວມໝູ່.

ທ່ານ​ສຽນ​ເຟິງ ນັກ​ປະພັນ​ສຳຄັນ​ອັນ​ດັບ​ໜຶ່ງ​ທັງ​ເປັນ​ຫົວໜ້າ​ສຳນັກ​ໜັງສືພິມ​ຊື້​ເຈ​ຢື້​ປ້າວ​ສະ​ບັບ​ພາສາ​ຈີນ​ຂອງ​ໄທ​ແມ່ນ​ນັກ​ສົ່ງ​ຕໍ່​ທວນ​ໄຟ​ຜູ່​ໜຶ່ງ​ທີ່​ສະ​ເໜີ​ຊື່​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,​ທ່ານ​ກ່າວ​ວ່າ,​ຄວາມ​ໄຝ່​ຝັນ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ໃນ​100​ປີ​ທີ່​ຜ່ານ​ມາ​ຂອງ​ປະ​ຊາ​ຊາດ​ຈີນ​ໄດ້​ບັນ​ລຸ​ເປັນ​ຈິງ​ແລ້ວ,​ທ່ານ​ຮູ້​ສຶກ​ພາກ​ພູມ​ໃຈ​ເພື່ອ​ປະ​ເທດ​ຊາດ.​ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເອງ​ມີ​ກຽດ​ທີ່​ໄດ້​ຮັບ​ການສະ​ເໜີ​ຊື່​ຈາກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ,​ຈິ່ງ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຜູ້​ສົ່ງ​ຕໍ່​ທວນ​ໄຟ80​ຄົນ.ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ກຽດ​ຫຼາຍ,​ນີ້​ກໍ່​ເປັນ​ກຽດ​ສັກ​ສິ​ທີ່​ປະ​ເທດ​ຊາດ​ມອບ​ໃຫ້​ແກ່​ຊາວ​ຈີນ​ຕ່າງ​ດ້າວ​ຄື​ພວກ​ຂ້າພະ​ເຈົ້າ."

ລັດຖະບານ​ໄທ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ບາງ​ກອກ,​ທ່ານ​ສະໝັກ​ສຸນ​ທໍລະ​ເວດ ນາຍົກ​ລັດ​ຖະ​ມົນ​ຕີ​ໄທ​ບອກ​ວ່າ,​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເພື່ອ​ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ທີ່​ບາງ​ກອກ​ໂດຍ​ມີ​ທ່ານ​ສະ​ໜັ່ນ​ຂະ​ຈອນ​ປະ​ສາດ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ໄທ​ເປັນ​ປະທານ,​ທ່ານ​ວີລະ​ສັກ​ໂຄ​ວະ​ສຸ​ລັດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ທ່ອງ​ທ່ຽວ​ແລະ​ການ​ກິລາ​ໄທ​ເປັນ​ຮອງ​ປະທານ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ຫວ່າງ​ມໍ່ໆນີ້,ທ່ານ​ສະໜັ່ນ ຂະຈອນ​ປະ​ສາດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ,ການ​ສົ່ງ​ຕໍ່​ທວນ​ໄຟງານ​ກິລາ​ໂອ​ລິມ​ປິກ​ແມ່ນ​ກິດ​ຈະ​ກຳ​ສຳ​ຄັນ​ທີ່​ສຸດ,​ໃນ​ຖານະ​ເປັນ​ປະ​ເທດ​ໜຶ່ງ​ທີ່​ຈັດການ​ສົ່ງ​ຕໍ່​ທວນ​ໄຟ,​ປະ​ຊາ​ຊົນ​ໄທ​ຮູ້​ສຶກ​ທະ​ນົງ​ໃຈ​ທີ່​ສຸດ.​ທ່ານ​ກ່າວ​ວ່າ,​ຝ່າຍ​ຕ່າງໆ​ຂອງ​ປະ​ເທດ​ໄທ​ພວມ​ເພີ່ມ​ທະວີ​ການ​ປະ​ສານ​ງານ​ກັນ,​ອອກ​ແຮງ​ສຸດ​ຂີດ​ເພື່ອ​ຈັດ​ກິດຈະກຳ​ສົ່ງ​ຕໍ່​ທວນ​ໄຟ​ໃຫ້ສຳ​ເລັດ​ຜົນ.ທ່ານ​ກ່າວ​ວ່າ:

"​ໂດຍ​ຕາງ​ໜ້າ​ໃຫ້ຄົນ​ໄທ,ຂ້າພະ​ເຈົ້າ​ສາ​ມາດາສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ການ​ສົ່ງ​ຕໍ່​ທວນ​ໄຟ​ແລະ​ຕໍ່​ປັກ​ກິ່ງ​ຈັດ​ງານ​ກິລາ​ໂອ​ລິມ​ປິກ.​ບາງ​ຄົນ​ມີ​ຄວາມ​ເຫັນ​ຕ່າງ​ກັນ,ນີ້​ແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ​ອັນ​ໜຶ່ງ.​ໃນ​ຖານະ​ເປັນ​ຜູ່​ຈັດ​ຕັ້ງ​ການ​ສົ່ງ​ຕໍ່​ທວນ​ໄຟ,ພວກ​ຂ້າພະ​ເຈົ້າ​ຮຽກ​ຮ້ອງ​ວ່າ​ບໍ່​ຄວນ​ໃຫ້​ເກີດ​ມີ​ຄວາມ​ບໍ່​ສະ​ດວກ​ແນວ​ນີ້,​ໃນ​ເວລາ​ສົ່ງ​ຕໍ່​ທວນ​ໄຟ​ຢູ່​ໄທ,​ພວກ​ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ​ບໍ່ຢາກ​ໃຫ້​ເກີດ​ເຫດ​ການ​ໃດໆ.​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ,​ປະ​ຊາ​ຊົນ​ໄທ​ສະ​ໜັບ​ສະ​ໜູນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ.ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ກຽມ​ພ້ອມ​ແລ້ວ."
1 2