ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-14 15:16:32    
ການ​ກູ້​ໄພ​ຂະ​ຫນາດ​ໃຫຍ່​ຢູ່​ເຂດ​ປະ​ສົບ​ໄພ​ຂອງ​ແຂວງ​ເຊ​ສວນ​ຈີນ

cri
ນັບ​ມາ​ຮອດ​ວັນ​ທີ 13 ພຶດສະພາ​ນີ້ ຜູ່​ເສຍ​ຊີວິດ​ໃນ​ແຜນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ເຊ​ສວນ​ຂອງ​ຈີນ​ນັ້ນ​ໄດ້​ມີ​ຫລາຍ​ກວ່າ 1 ຫມື່ນ 2 ພັນ​ກວ່າ​ຄົນ​ແລ້ວ, ຈີນ​ພວມ​ນຳ​ໃຊ້​ກຳລັງ​ແຮງ​ທັງ​ຫມົດຂອງ​ຊາດ,​ເພື່ອ​​ດຳ​ເນີນ​ການ​ກູ້​ໄພຂະຫນາດ​ໃຫຍ່​ຢູ່​ເຂດ​ປະສົບ​ໄພ.ຫນ່ວຍ​ກູ້​ໄພໄດ້​ເຂົ້າສູ່​ເຂດ​ສູນກາງ​ຂອງແຜ່ນດິນ​ໄຫວ​ແລ້ວ.

​ເຖິງ​ວ່າ​ເມືອງ​ເວີ້​ນຊວນ​ທີ່​ເປັນ​ສູນກາງ​​ແຜ່ນດິນ​ໄຫວ​ ຫ່າງ​ຈາກ​ເມືອງ​ເຊິ​ງຕູ ​ເທດສະບານ​ແຂວງ​ເຊ​ສວນ​ພຽງແຕ່​ 100 ກວ່າກິ​ໂລ​​ແມັດ​ທໍ່​ນັ້ນ, ​ແຕ່​ຍ້ອນ​ວ່າ​ແຜ່ນດິນ​ໄຫວ​ເຮັດ​ໃຫ້​ພູ​ເຈື່ອນ,ຕັນ​ທາງ​ເຂົ້າ​ໄປ​ເມືອງ​ເວີ້​ນຊວນ,ບວກ​ກັບ​ອາກາດ​ບໍ່​ດີ​ແລະ​ເກີດ​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາ​ອີກ​ຫລາຍ​ເທື່ອ,​ໄດ້​ສ້າງ​ຄວາມ​ຫຍ້ງຸຍາກ​ຫລາຍ​ໃຫ້​ແກ່​ການ​ກູ້​ໄພ.ທ່ານ​ລິວ​ທ່າວ ນັກ​ຂ່າວ​ວິທະຍຸ cri ​ໄດ້​ສົ່ງ​ຂ່າວ​ຈາກ​ເມືອງ​ຕູ່​ຈ່ຽງອ້ຽນທີ່​ໃກ້​ກັບ​ເວີ້​ນຊ່ວນວ່າ:

ຈາກ​ເມືອງ​ເຊີນ​ຕູ່​ໄປ​ເມືອງ​ເວີ້​ນຊວນ​ຕ້ອງ​ຜ່ານ​ເມືອງ​ຕູ່​ຈ່ຽງອ້ຽນ,ຍ້ອນ​ວ່າ​ພູ​ເຈື່ອນ, ​ເຄື່ອງ​ຊ່ວຍ​ເຫລືອຈຳນວນ​ຫນຶ່ງ​ທີ່​ແຂວງ​ເຊ​ສວນ​ແລະ​ທົ່ວ​ປະ​ເທດ​ສົ່ງ​ໄປ​​ໃຫ້​ເມືອງ​ເວີ້​ນຊວນ​ນັ້ນກໍ່​ຍາກ​ທີ່​ສຸດ​ທີ່​ຈະ​ສົ່ງ​ເຂົ້າ​ເມືອງ​ເວີ້​ນຊ່ວນ.​ແຕ່​​ເດີ​ມຢາກ​ຈະ​ໃຊ້​ຍົນ​ເຮ​ລິ​ກົບຂົນ​ສົ່ງ​ໄປ,​ແຕ່​ຍ້ອນ​ວ່າ​ເມືອງ​ຕູ່​ຈ່ຽງອ້ຽນ ​ເມືອງ​ເຊີງ​ຕູ່​ແລະ​ເມືອງ​ເວີ້​ນຊວນ​ມີ​ຝົນຕົກ​ຕະຫລອດ,ອາກາດ​ຂີ້ຮ້າຍ​ຫລາຍ, ຍົນ​ເຮ​ລິ​ກົບຈິ່ງ​ບໍ່​ສາມາດ​ຂົນ​ສົ່ງ​ເຄື່ອງເຫລົ່າ​ນີ້​​ໄດ້.

ຕອນ​ທ່ຽງ​ວັນ​ທີ 13 ພຶດສະພາ​ນີ້ ທະຫານ​ຊຸດ​ທຳ​ອິດ​ໄດ້​​ໄປ​ຮອດເມືອງ​ນ້ອຍອິງ​ຊິ້ວ ຂອງ​ເມືອງ​ເວີ້​ນຊວນ​ແລະ​ໄດ້​ກອບ​ກູ້​ປະຊາ​ຊົນ​ທີ່​ຕິດ​ຄ້າງຢູ່​ໃນ​ຊາກ​ຕຶກ​ອາຄານທີ່​ເພພັງ.ຫລັງ​ຈາກ​ນັ້ນ, ມີນາ​ຍ​ແລະ​ພົນ​ຕຳຫລວດ​ປະກອບ​ອາວຸດ 800 ກວ່າ​ຄົນ​ໄດ້​ໄປ​ເຖິງ​​ເມືອງ​ເວີ້​ນຊ່ວນ​ເພື່ອ​ດຳ​ເນີນການ​ກູ້​ໄພ.ຈາກ​ລາຍ​ງານ​ຂ່າວ,​ມາ​ຮອດ​ປັດຈຸບັນ, ​ເຮືອນ​ຢູ່​ຂອງ​ເມືອງ​ເວີ້​ນຊວນ​ຖືກ​ທຳລາຍ​ຢ່າງ​ຫນັກຫນ່ວງ,​ໄດ້​ຢືນຢັນ​ວ່າ​ມີ 500 ຄົນ​ເສຍ​ຊີວິດ,ສ່ວນ​ຕາ​ແສງ​ຫລົງ​ຊີ ​ເມືອງ​ນ້ອຍອິ້ງຊິ້ວທີ່​ຢູ່​ບ່ອນ​ໃກ້​ນັ້ນຍິ່ງ​ມີ​ສະພາບ​ຫນັກຫນ່ວງ​ກວ່າ.ທະຫານ​ຈີນ​ຢ່າງ​ຫລວງຫລາຍ​ພວມ​ຂ້ຽວ​ເດີນທາງ​ໄປ​ເມືອງ​ເວີ້​ນຊວນ.ທ່ານ​ເວີ່​ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ຮຽກຮ້ອງ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ບຸກ​ເບີກທາງ​ທີ່​​ເຂົ້າ​ໄປ​ສູ່​ເມືອງ​ເວີ້​ນຊ່ວນ​ໂດຍ​ດ່ວນ.ທ່ານ​ກ່າວ​ວ່າ:

ແຜ່ນດິນ​ໄຫວ​ເທື່ອ​ນີ້​ຮ້າຍແຮງ​ຫລາຍ,ສູນກາງ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊວນ,ດຽວ​ນີ້​ທາງ​ຍັງ​ບໍ່​ລຸ​ລ່ວງ, ກອງທັບ​ປົດ​ປ່ອຍ​ພວມ​ສົ່ງ​ຄົນ​ໄປບຸກ​ເບີກທາງ​ດ້ວຍ​ຫລາຍໆ​ວິທີ,​ເພື່ອ​ກອບ​ກູ້​ປະຊາຊົນ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ໃນ​ຊາກ​ເຮືອນອາຄານທີ່​ເພພັງ.ກອງ​ທະຫານ​ປົດ​ປ່ອຍ​ຕ້ອງການ​ຄົນ​ຫລາຍ​ປານ​ໃດກໍ່​ຕ້ອງ​ຕອບ​ສະຫນອງ​ໃຫ້.

1 2