ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-14 15:16:32    
ການ​ກູ້​ໄພ​ຂະ​ຫນາດ​ໃຫຍ່​ຢູ່​ເຂດ​ປະ​ສົບ​ໄພ​ຂອງ​ແຂວງ​ເຊ​ສວນ​ຈີນ

cri

ທ່ານ​ລີ​ຢຸນ ນັກ​ຂ່າວ​ຂ່າວສານ​ຊີ​ນຮວາ​ທີ່​ໄປ​ເອົາ​ຂ່າວ​ຢູ່​ຫ້ອງການ​ສຸກ​ເສີນ​ຂອງ​ກອງ​ເສນາ​ທິການ​ໃຫຍ່​ກອງທັບຈີນ​ກ່າວ​ວ່າ, ປັດຈຸບັນ, ຍັງ​ມີ​ທະຫານ​ຈີນ​ຊຸດ​ໃຫຍ່ພວມຂ້ຽວ​ເດີນທາງ​ໄປ​ເຂດ​ປະສົບ​ໄພ​ຂອງ​ແຂວງ​ເຊ​ສວນ.ທ່ານ​ກ່າວ​ວ່າ:

ຕາມ​ຂໍ້​ມູນຂອງ​ພວກ​ເຮົາ, ທະຫານ​ທີ່​ໄດ້​ໄປ​ຮອດ​ເຂດ​ປະສົບ​ໄພ​ນັ້ນມີ​ປະມານ 1 ຫມື່ນ 6 ພັນ​ກວ່າ​ຄົນ, ທະຫານ​ທີ່ພວມ​ຢູ່​ກາງ​ທາງ​ມີ​ປະມານ 3 ຫມື່ນ 4 ພັນ​ກວ່າ​ຄົນ, ​ໃນ​ນັ້ນ ມີ 2 ຫມື່ນຄົນ​ຈະ​ໄປ​ຮອດ​ບ່ອນ​ນັ້ນ​ໃນ​ວັນ​ທີ 13. ຂ່າວ​ແຈ້ງ​ອີກ​ວ່າ, ນີ້​ແມ່ນ​ການ​​ຂົນ​ສົ່ງທາງ​ອາກາດ​ທີ່​ໃຊ້ຍົນ​ຫລາຍ​ກວ່າ​ຫມູ່ ຖ້ຽວ​ບິນ​ຫລາຍ​ກວ່າ​ຫມູ່​ແລະ​ຈຳນວນ​ທະຫານ​ທີ່​ສົ່ງ​ນັ້ນຫລາຍ​ກວ່າ​ຫມູ່​ໃນມື້​ດຽວ​ໃນ​ປະຫວັດ​ສາດ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ປະຫວັດ​ການ​ບິນ​ຂອງ​ຈີນ.

ພາກສ່ວນ​ສາທາລະນະ​ສຸກ​ຂອງ​ຈີນ​ພວມ​ສົ່ງ​ຫນ່ວຍ​ແພດໄປ​ສູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຂອງ​ແຂວງ​ເຊ​ສວນຈາກ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​.​ເຄື່ອງ​ກູ້​ໄພ​ຈາກ​ແຫ່ງ​ຕ່າງໆ​ກໍ່​ພວມ​ຖືກ​ສົ່ງ​ເຂົ້າ​ເຂດ​ປະສົບ​ໄພ​ຢ່າງ​ບໍ່​ຂາດ​ສາຍ.

​ໃນ​ຂະນະ​ດຽວ​ກັນ​ນີ້, ຫລາຍ​ປະ​ເທດ​ແລະ​ຫລາຍ​ອົງການ​ຈັດຕັ້ງສາກົນ​​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລັດຖະບານ​ແລະ​ປະຊາຊົນ​ຈີນ​.​ເຈົ້າຫນ້າ​ທີ່​ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ​ປະຊາ​ຄົມ​ໂລກ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ເຂດ​ປະສົບ​ໄພ​,​ແລະ​ຈະ​ສົ່ງ​ເງິນ​ແລະ​​ເຄື່ອງ​ບໍລິ​ຈາກ​ທີ່​ໄດ້​ຮັບ​ນັ້ນ​ໄປ​ສູ່​ເຂດ​ປະສົບ​ໄພ​ຢ່າງ​ທັນ​ການ.
1 2