|
![](/images/spacer.gif) |
(GMT+08:00)
2008-05-14 15:17:25
|
![](/images/shim.gif) |
ການກູ້ໄພຂະຫນາດໃຫຍ່ຢູ່ເຂດປະສົບໄພຂອງແຂວງເຊສວນຈີນ
cri
ທ່ານລີຢຸນ ນັກຂ່າວຂ່າວສານຊີນຮວາທີ່ໄປເອົາຂ່າວຢູ່ຫ້ອງການສຸກເສີນຂອງກອງເສນາທິການໃຫຍ່ກອງທັບຈີນກ່າວວ່າ, ປັດຈຸບັນ, ຍັງມີທະຫານຈີນຊຸດໃຫຍ່ພວມຂ້ຽວເດີນທາງໄປເຂດປະສົບໄພຂອງແຂວງເຊສວນ.ທ່ານກ່າວວ່າ:
ຕາມຂໍ້ມູນຂອງພວກເຮົາ, ທະຫານທີ່ໄດ້ໄປຮອດເຂດປະສົບໄພນັ້ນມີປະມານ 1 ຫມື່ນ 6 ພັນກວ່າຄົນ, ທະຫານທີ່ພວມຢູ່ກາງທາງມີປະມານ 3 ຫມື່ນ 4 ພັນກວ່າຄົນ, ໃນນັ້ນ ມີ 2 ຫມື່ນຄົນຈະໄປຮອດບ່ອນນັ້ນໃນວັນທີ 13. ຂ່າວແຈ້ງອີກວ່າ, ນີ້ແມ່ນການຂົນສົ່ງທາງອາກາດທີ່ໃຊ້ຍົນຫລາຍກວ່າຫມູ່ ຖ້ຽວບິນຫລາຍກວ່າຫມູ່ແລະຈຳນວນທະຫານທີ່ສົ່ງນັ້ນຫລາຍກວ່າຫມູ່ໃນມື້ດຽວໃນປະຫວັດສາດຂອງກອງທັບປົດປ່ອຍປະຊາຊົນຈີນແລະປະຫວັດການບິນຂອງຈີນ.
ພາກສ່ວນສາທາລະນະສຸກຂອງຈີນພວມສົ່ງຫນ່ວຍແພດໄປສູ່ເຂດປະສົບໄພແຜ່ນດິນໄຫວຂອງແຂວງເຊສວນຈາກແຫ່ງຕ່າງໆທົ່ວປະເທດຈີນ.ເຄື່ອງກູ້ໄພຈາກແຫ່ງຕ່າງໆກໍ່ພວມຖືກສົ່ງເຂົ້າເຂດປະສົບໄພຢ່າງບໍ່ຂາດສາຍ.
ໃນຂະນະດຽວກັນນີ້, ຫລາຍປະເທດແລະຫລາຍອົງການຈັດຕັ້ງສາກົນໄດ້ສະແດງຄວາມຍິນດີໃຫ້ການຊ່ວຍເຫລືອແກ່ລັດຖະບານແລະປະຊາຊົນຈີນ.ເຈົ້າຫນ້າທີ່ກະຊວງການປົກຄອງແລະປະຊາສົງເຄາະຈີນກ່າວວ່າ, ຈີນຍິນດີຕ້ອນຮັບປະຊາຄົມໂລກໃຫ້ການຊ່ວຍເຫລືອແກ່ເຂດປະສົບໄພ,ແລະຈະສົ່ງເງິນແລະເຄື່ອງບໍລິຈາກທີ່ໄດ້ຮັບນັ້ນໄປສູ່ເຂດປະສົບໄພຢ່າງທັນການ. 1 2
|
|
|