ຍ້ອນມີນ້ຳໃຈອັນສູງສົ່ງທີ່ບໍ່ຢ້ານເສຍຊີວິດດັ່ງກ່າວ, ຄູຖ່າງຫົງທີ່ຍັງໜຸ່ມກໍ່ໄດ້ໃຊ້ແຂນຂອງຕົນສ້າງຊ່ອງຫວ່າງແຫ່ງຊີວິດໃຫ້ແກ່ນັກຮຽນ. ຖ່າງຫົງປີນີ້ ອາຍຸ 20 ປີ, ແມ່ນຄູສອນການຟ້ອນ. ໃນເວລາເກີດແຜ່ນດິນໄຫວ, ນາງພວມຝຶກຊ້ອມລາຍການຟ້ອນໃຫ້ນັກຮຽນເພື່ອສະແດງໃນວັນເດັກນ້ອຍສາກົນ. ພາຍຫຼັງເກີດໄພແລ້ວ, ນາງໄດ້ຍູ້ນັກຮຽນ 3 ຄົນໄປສູ່ແຈຝາ, ແລ້ວອຸ້ມເຂົາເຈົ້າຢູ່ໃນຊ່ວງເອິກຂອງຕົນຈາກທາງຫຼັງ, ອາຄານທີ່ພັງລົງໄດ້ຕົກໃສ່ຮ່າງກາຍຂອງນາງ…. ເມື່ອສົບຂອງນາງຖືກຂຸດເຫັນ, ໃນແຈຝາຫ້ອງທີ່ປອດໄພທີ່ນາງກ່າຍຂຶ້ນດ້ວຍຊີວິດ, ໃນຊ່ວງເອິກຂອງນາງ, ເດັກຍິງສາມຄົນໄດ້ມີຊີວິດຄືນ.
ກໍ່ແມ່ນຊີວິດທີ່ໜຸ່ມນ້ອຍເຊັ່ນດຽວກັນ, ມີຊ່ວງເອິກທີ່ກ້າຫານບໍ່ຢ້ານກົວເຊັ່ນດຽວກັນ. ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ໂຮງຮຽນອະນຸບານຮວນຮວນຂອງເມືອງນ້ອຍຈຸ່ນຕ້າວເມືອງມຽນຈູໄດ້ລົ້ມລົງທັງໝົດ. ເດັກນ້ອຍ 80 ກວ່າຄົນແລະຄູ 5 ຄົນເຊິ່ງລວມທັງນາງສູວ້ານຢົງຖືກຝັງຢູ່ໃນຊາກອາຄານ… ກອງກອບກູ້ມາແລ້ວ, ໄດ້ຂຸດເຫັນໝອນນ້ອຍ, ຜ້າຫົ່ມ, ແລະເກີບນ້ອຍທັງຫຼາຍໃນຊາກອາຄານ, ຍັງມີນາງສູວ້ານຢົງທີ່ອາຍຸ 21 ປີແລະເດັກນ້ອຍໃນຊ່ວງເອິກຂອງນາງ. ນາງລີຈ່ວນ ຫົວໜ້າໂຮງຮຽນອະນຸບານເວົ້າເຖິງສະພາບທີ່ຄູສູວ້ານຢົງຖືກກອງກອບກູ້ຂຸດເຫັນນັ້ນ, ນາງໄຫ້ຈົນເວົ້າບໍ່ເປັນຄວາມ: "ເວລານັ້ນ ຄູສູໝູບລົງຢູ່ພື້ນ, ໃຊ້ຫຼັງກັ້ງແປ້ນຊີມັງທີ່ລົ້ມລົງ, ແລະອຸ້ມເດັກນ້ອຍຢ່າງແໜ້ນໆ." ແມ່ຂອງເດັກນ້ອຍທີ່ຮັບກູ້ໄດ້ຄຸເຂົ່າຢູ່ເທິງຊາກອາຄານ, ຮ້ອງໄຫ້ວ່າ: "ຄູສູ, ເຈົ້າຍິນໄດ້ບໍ່? ຂ້ອຍກັບລູກສົ່ງພອນໃຫ້ເຈົ້າ, ຂໍໃຫ້ເຈົ້າເດີນທາງໄປສະຫວັນຢ່າງສະດວກເດີ."
10 ໂມງຂອງວັນທີ 14 ພຶດສະພານີ້, ໃນເວລາທະຫານກູ້ໄພຣື້ອອກຄານຊີມັງເສັ້ນໜຶ່ງຂອງໂຮງຮຽນປະຖົມນານປ້າເມືອງພິງອູຂອງນະຄອນມຽນຢາງທີ່ພັງລົງຍ້ອນແຜ່ນດິນໄຫວນັ້ນ, ສະພາບຢູ່ຕໍ່ໜ້າໄດ້ສະເທືອນໃຈໝົດທຸກຄົນ: ຄູເພດຍິງຜູ້ໜຶ່ງທີ່ເສຍຊີວິດດົນແລ້ວ ໝູບລົງຢູ່ໃນຂີ້ຫີນ, ຫົວໄປສູ່ທິດປະຕູ, ສອງມືເບື້ອງລະຈັບເດັກນ້ອຍຜູ້ໜຶ່ງ, ໃນໜ້າເອິກຍັງມີເດັກນ້ອຍ 3 ຄົນ, ສັງເກດໄດ້ວ່າ, ນາງຢາກພາເດັກນ້ອຍເຫຼົ່ານີ້ອອກຈາກຕຶກອາຄານທີ່ຈະເພພັງ. ຄູຜູ້ນີ້ຊື່ຕູ້ເຈິ້ງຊ່ຽງ, ແມ່ນຄູສອນແທ່ນຂອງຫ້ອງເດັກນ້ອຍກ່ອນເຂົ້າປະຖົມຂອງໂຮງຮຽນປະຖົມນານປ້າ, ປີນີ້ອາຍຸ 48 ປີ. ຜູ້ຮ່ວມງານຂອງນາງເວົ້າວ່າ, "ຖ້າບໍ່ແມ່ນຢາກກູ້ນັກຮຽນ, ຄູຕູ້ຈະສາມາດແລ່ນອອກໄປໄດ້ແນ່ນອນ.""ແຕ່ເຮົາຮູ້ວ່າ, ເພີ່ນຈະບໍ່ປະນັກຮຽນແນ່ນອນ." ຕອນບ່າຍວັນທີ 14ພຶດສະພານີ້, ຊາວບ້ານທີ່ຍັງມີຊີວິດໃນເມືອງນ້ອຍນີ້ໄດ້ສົ່ງສະການໃຫ້ຕູ້ເຈີ້ງຊ່ຽງ, ຖັນແຖວສົ່ງສະການຈາກເທິງພູລຽບມາຕີນພູ, ເຂົ້າເຈົ້າລ້ວນແຕ່ມາສົ່ງຄູດີຜູ້ນີ້.
ເມືອງພິງອູແມ່ນເຂດທີ່ປະສົບໄພໜັກໜ່ວງກວ່າໝູ່ອີກສອງແຫ່ງຂອງມຽນຢາງນອກຈາກເມືອງເປີຍຊວນ. ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ໂຮງຮຽນປະຖົມນານປ້າຂອງເມືອງພິງອູໄດ້ມີຄູແລະນັກຮຽນຢ່າງຫຼວງຫຼາຍຖືກຝັງຢູ່ໃນຊາກອາຄານ. ເມື່ອຄູທີ່ລອດຕາຍຮູ້ເລື້ອງຄືນ, ພວກເພີ່ນບໍ່ມີຜູ້ໃດອອກຈາກໂຮງຮຽນໄປຊອກຫາຄອບຄົວຂອງຕົນ, ພັດໄດ້ແລ່ນໄປຫາຊາກອາຄານທີ່ຂີ້ຝຸ່ນບໍ່ທັນຫາຍໄປ, ໃຊ້ສອງມືຂຸດດິນຈີ່, ຢາກກູ້ນັກຮຽນອອກມາ, ຄູທຸກຄົນລ້ວນແຕ່ມີເລືອດອອກເຕັມມື.
ເລື້ອງທີ່ສະເທືອນໃຈຄົນແນວນີ້ມີຫຼາຍບໍ່ຢອກ. ຄູຂອງເມືອງນ້ອຍຈູ້ຢວນຕູ່ຈ່ຽງຢ້ຽນໄດ້ປະໂອກາດລອດຕາຍເພື່ອຊີ້ທາງໃຫ້ນັກຮຽນ; ຄູຜູ້ໜຶ່ງຂອງເມືອງກວາງອ່ານໄດ້ເສຍຊີວິດເພື່ອກູ້ເດັກນ້ອຍທີ່ຖືກລົ້ມລົງ; ໃນເວລາເກີດເຫດ, ທ່ານສຽວກວາງພິງ ຄູສອນວິຊາເຄມີຂອງໂຮງຮຽນມັດທະຍົມໄດ້ຮ້ອງໃຫ້ໝົດທຸກຄົນແລ່ນໜີ, ຕົນເອງພັດແລ່ນເປັນຜູ້ສຸດທ້າຍ ມີຄົນເວົ້າວ່າ, ຕໍ່ໜ້າຄວາມອັນຕະລາຍອັນມະຫາສານນີ້, ແລ່ນໜີໄວແມ່ນປະຕິກິລິຍາອັນດັບໜຶ່ງຂອງຄົນ, ຍ້ອນວ່າ ຢາກລອດຕາຍແມ່ນສັນຊາດຍານຂອງມະນຸດ. ແຕ່ວ່າ, ໃນໄພທຳມະຊາດເທື່ອນີ້, ການຄັດເລືອກຂອງຄູໝົດທຸກຄົນໃນເວລາທີ່ຕໍ່ໜ້າຄວາມອັນຕະລາຍ, ພັດໄດ້ປີ້ນຄວາມຮັບຮູ້ຂອງພວກເຮົາທີ່ມີຕໍ່ສັນຊາດຍານຂອງມະນຸດ. ໃນຈິດໃຈເຂົາເຈົ້າ, ຮັກນັກຮຽນປານລູກ, ຮັກສານັກຮຽນ ຈິ່ງແມ່ນສັນຊາດຍານຂອງເຂົາເຈົ້າ. ເຂົາເຈົ້າໄດ້ໃຊ້ການກະທຳຂອງຕົນ ຈົນກະທັ້ງຊີວິດຂອງຕົນ ມາຂຽນ"ຈັນຍາທຳຂອງຄູ", ແມ່ນຄວາມຮັກຂອງເຂົາເຈົ້າກັ້ງທົ່ວໂລກຂຶ້ນ.
ສິ່ງທີ່ໄພພິບັດນຳມາໃຫ້ເຮົານັ້ນ ບໍ່ພຽງແຕ່ແມ່ນບາດເຈັບຢ່າງເດັດຂາດ. ຄຸນສົມບັດຂອງຄູແມ່ນຫຼັກພື້ນຖານຂອງການສຶກສາ, ຄູເຫຼົ່ານີ້ໄດ້ໃຊ້ຊີວິດຂອງຕົນມາສອນໂມງຮຽນສຸດທ້າຍເຊິ່ງກໍ່ແມ່ນໂມງຮຽນທີ່ດີທີ່ສຸດໃຫ້ນັກຮຽນ, ເມື່ອເດັກນ້ອຍທີ່ຖືກເຂົາເຈົ້າກູ້ອອກມານັ້ນເຕີບໃຫຍ່ແລ້ວ, ເຂົາເຈົ້າຈະຮູ້ຈັກຫຼາຍກວ່າຜູ້ອື່ນວ່າ ຄວາມກ້າຫານແມ່ນຫຍັງ? ຄວາມບໍ່ເຫັນແກ່ຕົນເອງແມ່ນຫຍັງ? ໜ້າທີ່ຮັບຜິດຊອບແມ່ນຫຍັງ? 1 2
|