ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 14:44:19    
ໄປ​ຊົມ​ນົກຂຽນ​ໃນ​ລະດູ​ໜາວ​ຢູ່​ສ້າວ​ໄຮ

cri


ຢູ່​ແຂວງ​ກຸ້ຍ​ໂຈ່​ວທີ່​ພາກ​ຕາ​ເວັນ​ຕົກສ​ສຽງ​ໃຕ້​ຂອງ​ຈີນ, ມີ​ດິນ​ທາມ​ພູ​ພຽງ​ທີ່​ຊື່ວ່າ​ສ້າວ​ໄຮ. ​ເມື່ອ​ຮອດ​ລະດູ​ໜາວ, ນົກ​ຍ້າຍ​ຖິ່ນ​ຕາມ​ລະດູ​ການ 1 ​ແສນ​ກວ່າ​ໂຕ​ຈາກ​ພາກ​​ເໜືອບິນ​ໄປ​ແຫ່ງ​ນີ້, ​ໃນ​ລະດູ​ໜາວ​ທີ່​ເປັນ​ເວລາ​ຍາວ​ນານ​ແລະ​ໜາວ​ຈັດ​ເພື່ອ​ຊອກ​ຫາ​ບ້ານ​ທີ່​ອົບ​ອຸ່ນ, ​ໃນ​ນັ້ນ​ກໍ່​ມີ​ນົກຂຽນ​ຄໍ​ດຳ​ທີ່​ເປັນ​ສັດ​ອະນຸລັກ​ລະດັບ​ຊາດ​ຂອງ​ຈີນ. ​ໃນ​ລາຍການ​ທ່ຽ​ວ​ເມືອງ​ຈີນ​ພາກ​ນີ້, ພວກ​ເຮົາ​ກໍ​ຈະ​ພາ​ທ່ານ​ສຳ​ຜັດ​ກັບ​ທິວ​ທັດ​ທີ່​ແຕກ​ຕ່າງ​ຂອງ​ສ້າວ​ໄຮ​ໃນ​ລະດູ​ໜາວ, ​ເພື່ອ​ຊົມ​ນົກ​ຍ້າຍ​ຖິ່ນ​ຕາມ​ລະດູ​ການ​ອັດ​ດີງາມ​ຢູ່​ແຫ່ງ​ນີ້.

ສ້າວ​ໄຮ​ຕັ້ງ​ຢູ່​ໃນ​ເມືອງ​ປົກຄອງ​ເຜົ່າ​ມົ້ງ​ເຜົ່າ​ຮຸຍ​ເຜົ່າ​ອີ​ເວ່ນິງ​ແຂວງ​ກຸ້ຍ​ໂຈ​ວພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຈີນ, ຂຶ້ນ​ກັບ​ລະບົບ​ຊີວະ​ພາບ​ດີ​ນທາມ​ພູ​ພຽງ​ແບບຢ່າງ​ອັນ​ດີງາມ, ​ແມ່ນ​ໜຶ່ງ​ໃນ 3 ໜອງ​ນ້ຳ​ຈືດ​ພູ​ພຽງ​ໃຫຍ່​ຂອງ​ຈີນ. ຍ້ອນ​ວ່າ​ພືດ​ແລະ​ສັດ​ທີ່​ມີ​ຊີວິດ​ຢູ່​ໃນ​ນ້ຳ​ອຸດົມສົມບູນ, ​ແສງຕາ​ເວັນ​ພຽງພໍ, ມີ​ນົກ​ຍ້າຍ​ຖິ່ນ​ຕາມ​ລະດູ​ການ​ດຳລົງ​ຊີວິດ​ຢູ່​ແຫ່ງ​ນີ້​ໃນ​ລະດູ​ໜາວ. ຕາມ​ສະຖິຕິ, ປະ​ເພດ​ນົກ​ທີ່​ດຳລົງ​ຊີວິດ​ຢູ່​ສ້າວ​ໄຮ​ໃນ​ລະດູ​ໜາວ​ມີ 203 ປະ​ເພດ, ຫຼາຍ​ກວ່າ 1 ​ແສນ​ໂຕ, ສ້າວ​ໄຮ​ໄດ້​ສົມ​ຍາ​ນາມ​ວ່າ, ທະ​ເລ​ຫຍ້າ​ແລະສະ​ຫວັນ​ນົກ.

ໃນ​ຕົ້ນ​ປີ​ນີ້, ທ່ານ​ເສີນ​ຈ້ຽນ ຜູ້​ຮັກ​ສັດ​ໄດ້​ໄປ​ຮອດ​ສ້າວ​ໄຮ, ຈຸດປະສົງ​ກໍ​ແມ່ນ​ເພື່ອ​ຊົມ​ນົກ​ຍ້າຍ​ຖິ່ນ​ຕາມ​ລະດູ​ການ​ອັນ​ສວຍ​ງາມ​ຊະນິດ​ຕາງໆ. ທ່າ​ເວົ້າ​ວ່າ:

ສ້າວ​ໄຮ​ແມ່ນ​ໜອງ​ນ້ຳ​ຈືດ​ທີ່​ມີ​ເນື້ອ​ທີ່ 2 ​ແສນ 5 ໝື່ນ​ກິ​ໂລ​​ແມັດ​ຕາ, ​ເຖິງ​ວ່າ​ແຫ່ງ​ນີ້​ບໍ່​ມີ​ຟອງ​ໃຫຍ່​ຄື​ທະ​ເລ​ກໍ​ຕາມ, ​ແຕ່​ວ່າ​ພາບ​ທີ່​ຂ້າພະ​ເຈົ້າ​ເຫັນ​ມັນ​ແມ່ນ​ໜອງ​ນ້ຳ​ທີ່​ກວ້າງ​ໃຫຍ່​ຫຼາຍ​ແລະ​ສວຍ​ງາມ​ທີ່​ສຸດ.

ທ່ານ​ເສີນ​ຈ້ຽນມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພາບ​ທິວ​ທັດ​ອັນ​ສວຍ​ງາມ​ຫຼາຍ, ​ແຕ່​ທ່ານ​ກໍ​ບໍ່​ໄດ້​ລືມ​ຈຸດປະສົງ​ອັນ​ສຳຄັນ​ທີ່​ສຸດ, ນັ້ນ​ກໍ​ຄື​ນົກຂຽນ​ຄໍ​ດຳ. ທ່ານ​ເສີນ​ຈ້ຽນ​ແນະນຳ​ວ່າ, ນົກຂຽນ​ຄຳ​ດຳ​ແມ່ນ​ປະ​ເພດ​ນົກຂຽນ​ພຽງ​ອັນ​ດຽວ​ວທີ່​ມີ​ໜ້ອຍ​ທີ່​ສຸດ​ທີ່​ຍັງ​ມີ​ຊີວິດ​ຢູ່​ພູ​ພຽງ, ມັນ​ແມ່ນ​ປະ​ເພດ​ນົກ​ລ້ຳ​ຄ່າ​ທີ່​ມີ​ໜ້ອຍ​ທີ່​ສຸດ​ຂອງ​ຈີນ. ປະຈຸ​ບັນ, ນົກຂຽນ​ຄໍ​ດຳ​ທີ່​ຍັງ​ມີ​ຊີວິ​ດຢູ່​ໃນ​ໂລກ​ສ່ວນ​ຫຼາຍ​ແຜ່ພັນ​ແລະ​ດຳລົງ​ຊີວິດ​ຢູ່​ພູ​ພຽງ​ຊີ​ນ​ໄຮ​ຕິ​ເບ​ດ ພູ​ພຽງ​ຢຸນນານ​ກຸ້ຍ​ໂຈ່​ວ​ແລະ​ເຂດ​ພາກ​ເໜືອ​​ແຂວງ​ເສ​ສວນ.

ໃນ​ເວລາ​ພວມ​ລົງ​ກັນ​ຢູ່​ນັ້ນ, ສຽງ​ນົກ​ຈາກ​ໜ້າ​ໜອງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທ່ານ​ເສີນ​ຈ້ຽນ.
ທ່ານ​ເສີນ​ຈ້ຽນ​ເວົ້າ​ວ່າ, ນີ້​ກໍ່​ແມ່ນ​ສຽງ​ຮ້ອງ​ຂອງ​ນົກຂຽນ​ຄໍ​ດຳ​ແນມ​ຕາມ​ສຽງ​ຮ້ອງ​ຂອງ​ນົກ. ກໍ​ໄດ້​ເຫັນ​ນົກຂຽນ​ຄໍ​ດຳ​ຫຼາຍ​ໂຕ​ທີ່​ມີ​ທ່າ​ທາງ​ອ່ອນ​ຊ້ອຍ​ແລະ​ສວຍ​ງາມ​ພວມ​ຍ່າງ​ຊ້າໆ​ຢູ່​ໃກ້ໆ, ກົ້ມ​ຊອກ​ຫາ​ອາຫານ​ຢູ່​ໃນ​ນ້ຳ​ຫຼື​ທົ່ງ​ຫຍ້າ​ຂອງ​ໜອງ.

ຂ່າວ​ແຈ້ງວ່າ, ​ແຕ່​​ເດືອນ​ມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ນົກຂຽນ​ຄໍ​ດຳ​ທີ່​ຈາກ​ພູ​ພຽງ​ຊິນ​ໄຮ​ຕິ​ເບ​ດບິນ​ໄປຣອດສ້າວ​ໄຮ​ແຂວງ​ກຸ້​ຍ​ໂຈ່​ວ​ເພື່ອ​ຜ່ານ​ລະດູ​ໜາວ​ມີ​ຫຼາຍ​ກວ່າ 1200 ກວ່າ​ໂຕ​ເປັນ​ເທື່ອ​ທຳ​ອິດ, ສ້າວ​ໄຮ​ໄດ້​ກາຍ​ເປັນ​ບ່ອນ​ສຳຄັນ​ທີ່​ສຸດ​ທີ່​ນົກຂຽນ​ພັກ​ພາ​ອາ​ໄສ, ​ເລື່ອງ​ນີ້​ກໍ່​ແຍກ​ອອກ​ຈາກ​ມາດ​ຕະການ​ປົກ​ປ້ອງ​ຕ່າງໆ​ທີ່​ທ້ອງ​ຖິ່ນ​ປະຕິບັດ​ນັ້ນ​ບໍ່​ໄດ້

1 2