ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 14:44:19    
ໄປ​ຊົມ​ນົກຂຽນ​ໃນ​ລະດູ​ໜາວ​ຢູ່​ສ້າວ​ໄຮ

cri


ທ່ານ​ວາງ​ລ້ຽງ ຜຸູ້ຮັບຜິດຊອບ​ພາກສ່ວນ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ເມືອງ​ເວ່ນິງ​ເວົ້າ​ວ່າ:

ໃນ​​ເວລາ​ນັ້ນ, ພວກ​ເຮົາ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ອັນ, ​ເຊັ່ນ​ວ່າ: ​ເຮັດ​ໃຫ້​ປະຊາຊົນ​ທີ່ຢູ່​ອ້ອມ​ຂ້າງ​ຮູ້​ຄວາມ​ສຳຄັນ​ຂອງສ້າວ​ໄຮ​ແລະ​ຄວາມ​ໝາຍ​ແຫ່ງ​ການ​ປົກ​ປ້ອງ​ນົກຂຽນ​ຄຳ​ດຳ; ອົງການ​ປົກຄອງ​ກໍ່​ໃຊ້​ງົບປະມານ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ເບິ່ງ​ແຍງ​ນົກຂຽນ​ຄໍ​ດຳ, ພ້ອມ​ກັນ​ນັ້ນ​ກໍ່​ເພື່ມການ​ລົງ​ໂທດ​ຕໍ່​ພວກ​ລ່າ​ເນື້ອ​ທີ່​ຜິດ​ກົດໝາຍ. ສາມາດ​ເວົ້າ​ໄດ້ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ບໍ່​ມີ​ປະກົດ​ການ​ລ່າ​ເນື້ອ​ແລະ​ຂ້າ​ນົກຂຽນ​ຄໍ​ດຳ​ຢ່າງ​ທົ່ວທີບ, ຮັບປະກັນ​ໃຫ້​ນົກຂຽນ​ຄໍ​ດຳ​ມີ​ເງື່ອນ​ໄຂ​ດຳລົງ​ຊີວິດ​ທີ່​ດີ.

ພ້ອມ​ກັນ​ນັ້ນ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ເພີ່ມ​ການ​ໂຄສະ​ນາ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃຫ້​ຫຼາຍ​ຂຶ້ນ, ປູກ​ຈິດ​ສຳນຶກ​ທີ່​ມະນຸດ​ກັບ​ທຳ​ມະ​ຊາດ​ແລະ​ມະນຸດ​ກັບ​ນົກ​ຢູ່​ຮ່ວມ​ກັນ​ຢ່າງ​ຜາ​ສຸກ. ​ເມື່ອ​ຜ່ານ​ການ​ໂຄສະນາ​ຢ່າງ​ຕັ້ງໜ້າ​ຂອງ​ອົງການ​ປົກຄອງ, ຊາວ​ກະສິກອນ​ຢູ່​ແຫ່ງ​ນັ້ນ​ກໍ​ຄອຍໆ​ປ່ຽນ​ແປງ​ທັດສະນະ, ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ການ​ປົກ​ປ້ອງ​ນົກ​ເຫຼົ່າ​ນີ້, ບາງ​ຄົນ​ຍັງ​ເປັນ​ຜູ້​ລ້ຽງ​ນົກ​ດ້ວຍ​ຄວາມ​ສະໝັກ​ໃຈ, ທ້າວ​ຈ່ຽງ​ໄຟ້​ໄຮ ຊາວບ້ານ​ເວົ້າ​ວ່າ:

ກ່ອນ​ນີ້​ຫຼາຍ​ປີ, ​ເມື່ອ​ພວກ​ເຣົາ​ເຫັນ​ນົກ​ເຫຼົ່າ​ນີ້​ມາ​ກິນ​ເຂົ້າ​ກໍ​ຮູ້ສຶກ​ຊັງ​ມັນ​ທີ່​ສຸດ. ​ແຕ່່າ, ຜ່ານ​ໂຄສະນາ​ມາ​ຫຼາຍ​ປີ​ຂອງ​ອົງການ​ປົກຄອງ, ພວກ​ເຮົາ​ຈິ່ງ​ຮູ້​ວ່າ​ນົກ​ປະ​ເພດ​ນີ້​ແມ່ນ​ນົກ​ຊະນິດ​ໜຶ່ງ​ທີ່​ມີ​ໜ້ອຍ​ທີ່​ສຸດ. ພວກ​ເຮົາ​ຈິ່ງ​ຍອມ​ໃຫ້​ມັນ​ກິນ​ເຂົ້າ​ແລະ​ບໍ່​​ໄລ່​ພວກ​ມັນ​ອີກ. ​ໃນ​ຕົ້ນ​ປີ​ນີ້, ອາກາດ​ໜາວ​ທີ່​ສຸດ, ນົກຂຽນ​ຄໍ​ດຳ​ຊອກ​ຫາ​ອາຫານ​ບໍ່​ໄດ້, ກໍ​ບິນ​ມາ​ສວນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ກໍ​ເອົາ​ເຂົ້າ​ເບຼ​ເກືອ​ມັນ​ແລະ​ເອົາ​ນ້ຳ​ສະອາດ​ໃຫ້​ພວກ​ມັນ​ກິນ.

ໃນ​ເວລາ​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​ປະສົບ​ໄພ​ຫິມະ​ແລະ​ນ້ຳກ້າມ​ອັນ​ຮ້າຍ​ແຮງ​ໃນ​ລະດູ​ໜາວ​ຂອງ​ປີ​ນີ້, ​ແຕ່​ລະ​ມື້​ປະຊາຊົນ​ທ້ອງ​ຖິ່ນ​ໄດ້​ເອົາ​ເຂົ້າ​ເບຼ 1500 ກວ່າ​ກິ​ໂລມາ​ເກືອ​ນົກຂຽນ​ຄໍ​ດຳ, ລວມທັງ​ໝົດ​ມີ​ຮອດ 30 ກວ່າ​ໂຕນ, ຍ້ອນ​ຊາວບ້ານ​ຢູ່​ແຫ່ງ​ນັ້ນ​ໄດ້​ເບິ່ງ​ແຍງ​ຢ່າງ​ດີ​ຈິ່ງ​ເຮັດ​ໃຫ້​ຈຳນວນ​ນົກຂຽນ​ຄໍ​ດຳ​ເພີ່ມ​ຂຶ້ນ​ເກືອ​ບ 4% ຕໍ່​ປີ.

ຢູ່​ໂຮງຮຽນ​ປະຖົມ​ແລະ​ມັດ​ຖະຍົມ​ຂອງ​ເມືອງ​ເວ່ນິງ, ຫົວ​ຂໍ້​ອະນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ເຂົ້າ​ໃນ​ຫຼັກສູດ​ຮຽນ. ນາງ​ທາງ​ຈິ່ວ ນັກຮຽນ​ຂອງ​​ໂຮງຮຽນ​ປະຖົມ​ເມືອງ​ເວ່ນິງ​ເວົ້າ​ວ່າ, ການ​ອະນຸ​ລັກ​ນົກ​ທີ່​ຫາ​ຍາກ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ນາງ​ກັບ​ຄອບຄົວ.

"​ໃນ​ກິດຈະກຳ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ໂຮງຮຽນ​ຈັດ​ຂຶ້ນ, ຫຼານ​ຮູ້ສຶກ​ວ່າ, ມະນຸດ​ຕ້ອງ​ອະນຸລັກ​ສິ່ງ​ແວດ​ລ້ອມ, ປົກ​ປ້ອງ​ພວກ​ນົກ, ​ເຖິງ​ວ່າ​ມັນ​ບໍ່​ແມ່ນ​ສັດ​ອະນຸລັກ​ລະດັບ​ຊາດ​ກໍ​ຕາມ, ​ແຕ່​ພວກ​ເຣົາກໍ​ຕ້ອງ​ປົກ​ປ້ອງ. ​ໃນ​ຫຼາຍ​ປີ​ມາ​ນີ້, ພໍ່​ບໍ່​ຈົ່ມ​ວ່າ​ອີກ​ແລ້ວ, ຍັງ​ໄດ້​ປະຊຸມ​ກັບ​ລຸງ​ໃນ​ບ້ານ​ແລະ​ຜູ້​ທີ່​ມາ​ຈາກ​ເຂດ​ສະຫງວນ, ຫຼານ​ຄິດ​ວ່າ​ເຂົາ​ເຈົ້າ​ແມ່ນ​ຊອກ​ຫາ​ວິທີ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສ້າວ​ໄຮ​ນັບ​ມື້​ນັບ​ດີ​ຂຶ້ນ, ​ແລະ​ເຮັດ​ໃຫ້​ນົກຂຽນ​ຄໍ​ດຳ​ດຳລົງ​ຊີວິດ​ຢ່າງ​ສະບາຍ.

ປະຈຸ​ບັນ, ​ແຂວງ​ກຸ້ຍ​ໂຈ່​ວພວມ​ເພີ່​ມທະວີ​ປົກ​ປ້ອງ​ສ້າວ​ໄຮ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ປິດ​ປ່າ​ປູກ​ຕົ້ນ​ໄມ້​ເປັນ​ຕົ້ນ, ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ສ້າວ​ໄຮ​ໄດ້​ມີ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ປະຈຸ​ບັນ, ຈຳພວກ​ນົກ​ຊະນິດ​ຕ່າງໆ​ທີ່​ມາ​ດຳລົງ​ຊີວິດ​ໃນ​ລະດູ​ໜາວ​ແຕ່ລະ​ປີ​ໄດ້​ມີ​ເຖິງ 1 ​ແສນ​ກວ່າ​ໂຕ, ປະຈຸ​ບັນ, ຢູ່​ສ້າວ​ໄຮ​ບ່ອນ​ໃດ​ກໍ​ມີ​ພາບ​ທີ່​ສວຍ​ງາມ​ຄື​ມະນຸດ​ກັບ​ນົກ​ຢູ່​ຮ໋ວມກັນ​ຢ່າງ​ກົມກຽວ.


1 2