ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 18:03:39    
ເດັກ​ນ້ອຍ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ເລີ່ມ​ເຂົ້າ​ຮຽນ​ຄືນ​ໃໝ່

cri

CRI​ລາຍ​ງານ​ວ່າ:​ປັດ​ຈຸ​ບັນ,ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເມືອງ​ເວິ້ນ​ຊ່ວນ​ແຂວງ​ເສ​ສວນ​ຈີນ,​ພາກ​ສ່ວນ​ການ​ປົກ​ຄອງ​ແລະ​ປະ​ຊາ​ສົ​ງ​ເຄາະ​ຈີນ​ພວມ​ອອກ​ແຮງ​ຈັດ​ວາງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ມວນ​ຊົນ​ຜູ່​ປະ​ສົບ​ໄພ.​ເດັກ​ນ້ອຍ​ ແມ່ນ​ກຸ່ມ​ຄົນ​ທີ່​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ຫ່ວງ​ກວ່າ​ໝູ່​ໃນ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ເທື່ອ​ນີ້.​ສຳ​ລັບ​ເດັກ​ນ້ອຍ​ທີ່​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ,​ອົງ​ການ​ປົກຄອງ​ຂອງ​ຈີນ​ໄດ້​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເດັກ​ນ້ອຍ​ຢ່າງ​ເໝາະ​ສົມ,​ຊ່ວຍ​ເຂົາ​ເຈົ້າ​ຊອກ​ຫາ​ຄົນ​ໃນ​ຄອບ​ຄົວ​ທີ່​ພັດ​ພາກ​ຈາ​ກັນ.​ອີກ​ດ້ານ​ໜຶ່ງ​ກໍ່​ໄດ້​ລົງມື​ກໍ່​ສ້າງ​ໂຮງ​ຮຽນ​ຊົ່ວ​ຄາວ,​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ສູ່​ຫ້ອງ​ຮຽນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນທີ21ພຶດສະພານີ້,ນັກຮຽນປະຖົມສອງຄົນພວມນັ່ງຖ້າການເລີ່ມຮຽນ
ໜັງສືໃນໂຮງຮຽນປະຖົມຄວາມຫວັງຕ້ານໄພແຜ່ນດິນໄຫວເມືອງມຽນຈູ

ວັນ​ທີ21​ພຶດສະພາ​ນີ້,​ໂຮງຮຽນ​ປະຖົມຄວາມ​ຫວັງ​ຕ້ານ​ໄພ​ແຜ່ນດິນ​ໄຫວ​ແຫ່ງ​ທຳ​ອິດ​ຂອງ​ເຂດ​ປະສົບ​ໄພ​ເມືອງ​ມຽນຈູ​ໄດ້​ເປີດ​ຮຽນ​ແລ້ວ.​ໂຮງ​ຮຽນ​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ​ແຫ່ງ​ນີ້​ແມ່ນ​ມູນ​ນິ​ທິ​ພັດ​ທະ​ນາ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ​ລະ​ດົມ​ກຳ​ລັງ​ໃນ​ສັງຄົມ​ແລະ​ກໍ່​ສ້າງ​ຂຶ້ນ​ໂດຍ​ຢູ່​ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ອາສາ​ສະ​ໝັກ.​ໃນ​ໂຮງ​ຮຽນ​ຊົ່ວ​ຄາວ​ທີ່​ມີ​ຫ້ອງ​ຮຽນ​12​ຫ້ອງ​ແຫ່ງ​ນີ້,​ສາ​ມາດ​ບັນຈຸ​ນັກ​ຮຽນ​ປະ​ມານ​600​ຄົນ.​ເມື່ອ​ໄດ້​ຍິນ​ວ່າ​ໂຮງ​ຮຽນ​ເປີດ​ຮຽນ​ຄືນ​ໃໝ່​ແລ້ວ,​ຫຼານ​ ເຊ້ຍຊື່​ຢູ ທີ່​ຢູ່​ໃນ​ຕູບ​ຜ້າ​ເຕັ້ນ​ກູ້​ໄພ​ມໍ່​ໂຮງ​ຮຽນ​ນັ້ນ​ກໍ່​ຟ້າວ​ໄປ​ໂຮງ​ຮຽນ​ຊົ່ວ​ຄາວ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ເພື່ອ​ເຂົ້າ​ໄປ​ໃນ​ຫ້ອງ​ຮຽນ​ໃໝ່.ນັກ​ຂ່າວ​ຖາມ​ວ່າ:

"ເຂົ້າ​ຮຽນ​ໃນ​ໂຮງ​ຮຽນ​ໃໝ່​ໄດ້​ແລ້ວ,​ຫຼານ​ດີ​ໃຈ​ບໍ່?​ຫຼານ​ເຊ້ຍ​ຊື່​ຢູ​ບອກ​ວ່າ:​ຫຼານ​ດີ​ໃຈ​ຫຼາຍ​ເພາະ​ເຂົ້າ​ຮຽນ​ຄືນ​ໃໝ່​ໄດ້​ແລ້ວ. "

ທ່າ​ນທູ​ເໝີ້ງ ​ເລຂາ​ມູນ​ນິທິ​ພັດ​ທະ​ນາ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ​ທີ່​ຕັ້ງ​ໃຈ​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ການ​ຟື້ນ​ຟູ​ການ​ຮຽນ​ຂອງ​ໂຮງຮຽນ​ເຂດ​ປະສົບ​ໄພ ບອກ​ວ່າ:

"ຫ້ອງ​ຮຽນ​ແຕ່​ລະ​ຫ້ອງ​ສາ​ມາດ​ບັນ​ຈຸ​ນັກ​ຮຽນ​ໄດ້​54​ຄົນ,​ຍັງ​ມີ​ຫ້ອງ​ໜຶ່ງ​ເປັນ​ຫ້ອງ​ການ​ຂອງ​ຄູ​ສອນ,​ສາ​ມາດ​ຮັບ​ເອົາ​ນັກ​ຮຽນ​ປະ​ຖົມ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ຂອງ​ເຂດ​ນີ້​ມາ​ເຂົ້າ​ຮຽນ​ໄດ້."

ວັນທີ19ພຶດສະພານີ້,ນັກຮຽນຂອງໂຮງຮຽນມັດທະຍົມຊວນໂຂລົມກັນໃນ
ຫ້ອງພັກຊົ່ວຄາວທີ່ຢູ່ໃນສະຖາບັນແພດສາດເສິງຕູ່

ຢູ່​ເມືອງ​ເວີ້​ນຊ່ວນ​ທີ່​ຢູ່​ສູນ​ກາງ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້, ມີ​ໂຮງ​ຮຽນ​ມັດ​ທະ​ຍົມ​ແ​ຫ່ງ​ໜຶ່ງ​ຊື່​ວ່າ​ໂຮ​ງຮຽນ​​ຊວນ​​ໂຂ, ຕຶກ​ຂອງ​ໂຮງຮຽນ​ນີ້​ພັງ​ທະລາ​ຍໝົດ​ໃນ​ແຜ່ນ​ດິນ​ໄຫວ, ທົ່ວ​ໂຮງ​ຮຽນ​ມີ​ແຕ່​ປະ​ມານ 150 ຄົນ​ລອດ​ຕາຍ. ດຽວ​ນີ້, ນັກຮຽນ​ທີ່​ລອດ​ຕາຍ​ເຫຼົ່ານີ້​ຖືກ​ສົ່ງ​ໄປ​ສະ​ຖາ​ບັນ​ແພດ​ສາດ​ນະ​ຄອນ​ເຊິ​ງຕູ່, ສະ​ຖາ​ບັນ​ແພດສາດ​ໄດ້​ຕັ້ງ​ໂຮງ​ຮຽນ​ຄວາມ​ຮັກ​ໃຫ້​ນັກ​ຮຽນ​ເຫຼົ່າ​ນີ້​ເພື່ອ​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່​ຮຽນ​.

ວັນທີ19ພຶດສະພານີ້,ນັກຮຽນໂຮງຮຽນຊວນໂຂພວມກິນເຂົ້າຢູ່ໃນຫ້ອງອາຫານ
ສະຖາບັນແພດສາດເສິງຕູ່

ຢູ່​ສະໜາມກິລາ​ຂອງ​ສະ​ຖາ​ບັນ​ແພດສາດ​​ເຊິ​ງຕູ່, ນັກຮຽນ​ທີ່​ໃສ່​ເສື້ອ​ແຂນ​ສັ້ນ​ສີ​ແດງ​ຈຳ​ນວນ​ໜຶ່ງ​ກຳລັງຫຼິ້ນບານບ້ວງ, ​ເຂົາ​ເຈົ້າ​ກໍ່​ແມ່ນ​ນັກຮຽນ​ຂອງ​​ໂຮງຮຽນ​ມັດທະຍົມ​ຊວນ​ໂຂ, ​ເສື້ອ​ສີ​ແດງ​ຂອງ​ເຂົາ​ເຈົ້າ​ກໍ່​ແມ່ນ​​ເຄື່ອງ​ແບບ​ນັກຮຽນທີ່​ສະ​ຖາ​ບັນ​ແພດສາດ​ເຊິງຕູ່ຂ້ຽວກຽມ​ໃຫ້​ເຂົາ​ເຈົ້າ. ​

ໂຮງຮຽນຄວາມ​ຮັກ​ແມ່ນ​ດັດແປງ​ໂຮງ​ອາ​ຫານ​ຂອງ​ສະ​ຖາ​ບັນ​ແພດ​ສາດ​ເຊີງ​ຕູ່​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ, ຢູ່​ໜ້າ​ປະ​ຕູ​ຕຶກ​ມີ​ປ້າຍ​ແຜ່ນ​ໜຶ່ງ, ຂຽນ​ວ່າ: ຄອບຄົວ​ຮັກ​ແພງ​ກັນ. ຕຶກ​ຂອງ​ໂຮງຮຽນ​ຄວາມ​ຮັກ​ແບ່ງ​ເປັນ​ຫຼາຍ​ພາກ​ສ່ວນ, ຫໍ​ພັກ, ​ໂຮງ​ອາ​ຫານ​ແລະ​ຫ້ອງ​ຮຽນ​ຂອງ​ນັກ​ຮຽນ​ລ້ວນ​ແຕ່​ຢູ່​ໃນ​ນີ້. ​ໂຮງ​ຮຽນ​ໄດ້​ຊື້​ເຄື່ອງ​ຂີດ​ຂຽນ, ຕຽງ​ນອນ,​ໂທລະພາບ​ພັດ​ລົມ​ແລະ​ອື່ນໆ​ໃຫ້​ພວກ​ນັກ​ຮຽນ. ດຽວ​ນີ້,​ນັກ​ຮຽນ​ນອກ​ຈາກ​ຈະ​ຮຽນ​ວິ​ຊາ​ຕ່າງໆ​ໃນ​ຫຼັກ​ສູດ​ແລ້ວ,​ຍັງ​ມີ​ການ​ຮຽນ​ກິລາ​ແລະ​ການ​ຊ່ອຍ​​ແນະ​ນຳ​ດ້ານ​ຈິດ​ໃຈ. ອາຈານ​ກັບ​ອາ​ສາ​ສະ​ໝັກ​ກໍ່​ມາ​ເວົ້າ​ລົມ​ກັນ​ກັບ​ເດັກ​ນ້ອຍ​ເລື້ອຍໆ,​ເພື່ອ​ໃຫ້​ເຂົາ​ເຈົ້າ​ຜ່ອນ​ຄາຍ​ຈາກ​ຄວາມ​ເສົ້າ​ສະຫຼົດໃຈ​ໂດຍ​ໄວ. ອາສາ​ສະ​ໝັກ​ຜູ້ຍິງ​ທີ່​ມາ​ຈາກ​ສະ​ຖາ​ບັນ​ແພດ​ສາດ​ເສີງ​ຕູ​ເວົ້າ​ວ່າ:

"ລະຫວ່າງ​ພັກການ​ຮຽນ, ຂ້ອຍ​​ເວົ້າລົມ​ກັບ​ເຂົາ​ເຈົ້າ, ດຽວ​ນີ້, ອາລົມ​ຈິດ​ໃຈຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ​ຫຼາຍ​ແລ້ວ, ຍັງນັກຮຽນ​ໜ້ອຍ​ດຽວ​ນີ້​ອາລົມຍັງ​ບໍ່​ສະຫງົບດີ."

ເພື່ອ​ໃຫ້​ນັກຮຽນທີ່​ລອດ​ຕາຍ​ລືມ​ຄວາມ​​ເຈັບ​ປວດ​ໂດຍ​ໄວ, ​ໂຮງ​ຮຽນ​ລະ​ດົມ​ໃຫ້​ນັກ​ຮຽນ​ລະບາຍອາລົມ​ຂອງ​ຕົນອອກ​ມາ​ດ້ວຍ​ການ​​ແຕ້ມຮູບ, ຢູ່​ບ່ອນ​ລ້ຽວຂອງ​ຂັ້ນ​ໃດ​ໂຮງ​ຮຽນ,​ໄດ້​ຕິດ​ຮູບ​ແຕ້ມຂອງ​ນັກຮຽນ, ບາງ​ຄົນ​​ໄດ້​​ແຕ້ມ​ໃບ​ໜ້າ​ຍີ້ມ​ແຍ້ມ, ບາງ​ຄົນ​ຂຽນ​ວ່າ "ພວກ​ເຮົາ​ຢູ່​ນຳ​ກັນ".

1 2