ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 18:03:39    
ເດັກ​ນ້ອຍ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ເລີ່ມ​ເຂົ້າ​ຮຽນ​ຄືນ​ໃໝ່

cri

ນາງ​ວາງ​ປີ້​ເຟິ້ງ ນັກຮຽນ​ຜູ້​ລອດ​ຊີວິດ​ຂອງ​ໂຮງຮຽນ​ມັດ​ທະຍົມ​ຊວນ​ຂົງ​ໄດ້​ຮັບ​ການ​ເບິ່ງ​ແຍງ​ເປັນ​ຢ່າງ​ດີຢູ່​ແຫ່ງ​ນີ້,​ເຖິງ​ວ່າ​ນາງຕິດ​ຕໍ່ກັບຍາດ​ພີ່ ນ້ອງ​ຂອງຕົນ​ເອງຍັງ​ບໍ່​ໄດ້​ກໍ​ຕາມ,​ແຕ່​ຈິດ​ໃຈ​ທີ່​ສັບ​ສົນ​ວຸ້ນ​ວາຍ​ກໍ​ໄດ້​ຮັບ​ການ ຟຶ້ນຟູເທື່ອລະຫນ້ອຍ​ຢູ່​ແຫ່ງ​ນີ້.

ນັກ​ຂ່າວ​ຖາມວ່າ:​ເຈົ້າ​, ຊິນ​ເຄີຍກັບ​ບ່ອນ​ນີ້​ບໍ່?​ນາງ​ວາງ​ຕອບ​ວ່າ:​ຮູ້​ສຶກ​ດີ​ຫຼາຍ,​ຢູ່​ນີ້,​ຄູ​ແລະ​ນັກ​ຮຽນ​ເອົາ​ໃຈ​ໃສ່​ນຳ​ພວກ​ຂ້ອຍ​ຫຼາຍ.

ໃນ​ຈຳນວນອາສາ​ສະຫມັກທີ່​ໃຫ້​ການ​ບໍ​ລິ​ການ​ແກ່​ນັກ​ຮຽນ​ຜູ່​ລອດ​ຊີວິດ ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຊວນ​ຄົງ,​ຍັງ​ມີ​ພະນັກງານ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ໃນ​ສະ​ຖາ​ບັນ​ການ ແພດ​ຂອງ​ເມືອງ​ເສີນ​ຕູ່.ນາງ​ໄຮ​ເຊີຣ໌ ​ກໍ່​ແມ່ນຄູ​ສອນ​ຜູ່​ຫນຶ່ງ​ຂອງ​ເຂົາ​ເຈົ້າ.ຫຼັງ​ຈາກ​ນາງ​ໄດ້​ຮັບ​ຟັງ​ເລື່ອງ​ຈິງ​ຂອງ​ນັກ​ຮຽນ​ທັງ​ຫມົດ​ແລ້ວ,​ນາງ​ກໍ​ສະຫມັກຂໍ​ເປັນ​ອາສາ​ສະຫມັກມາ​ເບິ່ງ​ແຍງ​ເຂົາ​ເຈົ້າຢູ່​ແຫ່ງ​ນີ້.ນາງ​ບໍ່​ພຽງ​​ແຕ່​ນຳ​ເອົາຂອງຂວັນ​ມາໃຫ້ເດັກນ້ອຍເທົ່າ​ນັ້ນ,ຍັງ​ສອນ​​ເດັກນ້ອຍ​ຫຼິ້ນ​ເກມ​​ໃຫ້​ມ່ວນ​ຊື່​ນອີກ.

ນາງໄຮ​ເຊິ​ນສ໌ຖາມວ່າ:​ຢູ່​ໂຮງ​ຮຽນນີ້ ​ເຈົ້າ​ຮູ້ສຶກ​ສະບາຍດີ​ບໍ່? ນ້ອງນັກຮຽນ​ຕອບວ່າ:​ສະບາຍດີ.ນາງໄຮ​ເຊິ​ນສ໌​ເວົ້າ​ວ່າ:ຂ້ອຍ​​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​​ເຫັນ​​ເດັກນ້ອຍທີ່ກ້າຫານ​ເຫຼົ່າ​ນີ້.

ເມື່ອ​ກ່າວ​ເຖິງ​ສາ​ເຫດ​ທີ່​ນາງ​ມາເປັນ​ອາສາ​ສະຫມັກ,ນາງ​ໄຮ​ເຊີ​ສ໌​ເວົ້າ​ວ່າ,ນາງ​ຮູ້​ສຶກສະ​ເທືອ​ນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ປະສົບ​ການຊີວິດ​ຂອງ​ເດັກ​ນ້ອຍ​ເຫຼົ່າ​ນີ້.

ຂ້ອຍ​ຮູ້ສຶກ​ພູມ​ໃຈ​ຕໍ່​ເພື່ອນ​ມິດ​ຈີນ​ຂອງ​ຂ້ອຍ,ຂອບ​ໃຈ​ທີ່​ສຸດ​ນຳ​ການ​ກະ​ທຳ​ຕ່າງໆ​ຂອງ​ຈີນ​ທີ່​ໄດ້​ເຮັດ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້,​ໂດຍ​ສະ​ເພາະ​ແມ່ນພາຍ​ໃຕ້​ເງື່ອນ​ໄຂ​ອັນ​ຫຍຸ້ງຍາກ​ແນວ​ນີ້,​ເຂົາ​ເຈົ້າ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ,ຂ້ອຍ ກໍຢາກເປັນສະມາຊິກ​ຜູ່​ຫນຶ່ງ​ຂອງ​ເຂົາ​ເຈົ້າ.

ການ​ຊ່ວຍ​ແນະນຳ​ນັກຮຽນ​ຜູ່​ລອດ​ຕາຍ​ດ້ານ​ຈິດ​ໃຈ​ຫຼັງ​ໄພ​ນັ້ນ ​ແມ່ນ​ບັນຫາ​ສຳຄັນ​ທີ່​ວົງ​ການ​ຕ່າງໆ​​ເອົາ​ໃຈ​ໃສ່ນຳ​ຫຼາຍ. ວັນທີ21​ພຶດສະພາ​ນີ້, ນັກ​ກິລາ​ຈີນ​ທີ່​ເຄີຍໄດ້​ຮັບ​ຫຼຽນ​ຄຳງານ​ກິລາ​ໂອ​ລິ​ມປິກ​ຫຼາຍ​ຄົນ​ໄດ້​ເດີນທາງ​ໄປ​ບ່ອນ​ພັກ​ຊົ່ວຄາວ​ຂອງປະຊາຊົນ​ຜູ່ປະສົບ​ໄພ ຢູ່​ເມືອງ​ມຽນຢາງ ​ແຂວງ​ເສ​ສວນ, ອັນໄດ້​ເຮັດ​ໃຫ້ນັກຮຽນ​ຢູ່​ບ່ອນ​ນັ້ນ​ດີ​ອົກ​ດີ​ໃຈ​ຫຼາຍ​, ​ເຮັດ​ໃຫ້​ຮອຍ​ຍິ້ມ​​ທີ່​ຂາດ​​ໄປດົນ​​​ສົມຄວນ​ນັ້ນ​ກັບ​ຄືນ​ມາ​ສູ່ເຂົາ​ເຈົ້າ. ນາງ​ກ່າວ​ໝິນ ​ແມ່ນ​ອະດີດນັກ​ກິລາ​​ຍິງ​​ໂດດ​ນ້ຳຂອງ​ຈີນ, ນາງ​ເວົ້າ​ວ່າ,ພວກ​ເຂົາ​ເຈົ້າ​ຫວັງ​ຜ່ານ​ຈາກ​ວິທີ​ຂອງ​ຕົນ​​​ເພື່ອໃຫ້​ກຳລັງ​ໃຈ​ແກ່​ນັກຮຽນ​ ຜູ່​ລອດ​ຕາຍ​ໃນ​ໄພ​ແຜ່ນດິນ​ໄຫວ.

ກ(ກ່າວ​ໝິນ):​ແຕ່​ກ່ອນ,​​ໃນ​ຖານະ​ທີ່​ເປັນແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ ພວກ​ເຮົາ​ໄດ້​ຮັບການສະໜັບສະ​ໜູນ​ຈາກ​ພວກ​ນ້ອງ,​ແມ່ນ​ບໍ່?

ດ(​ພວກ​ເດັກນ້ອຍ):​ເຈົ້າ.

ກ:ຂ້ອຍ​ຫວັງ​ວ່າພວ​ກ​ນ້ອງ​ຈະ​​ໄປໃຫ້​ກຳ​ລັງ​ໃຈ​​ແກ່​ນັກ​ກິລາ​ຈີນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ​ນີ້ ​ໄດ້​ບໍ່?

ດ:​ໄດ້​ແທ້.

ກ:ປັດຈຸບັນ, ພວກ​ນ້ອງເຮັດ​ໃຫ້​​ເອື້ອຍຮູ້ສຶກ​​ພາກພູມ​ໃຈ​ຫຼາຍທີ່​ເປັນ​ຄົນ​ເສ​ສວນ. ພວກ​ເຮົາ​ມາ​ຮ້ອງຄຳ​ວ່າ:"​ເອົາ​ຊະນະ​ຕົນ​​ເອງ"ຮ່ວມ​ກັນ ​ໄດ້ບໍ່?

ດ:​ໄດ້

ກ:​ພວກ​ນ້ອງ​ຄອ້ງ​ພະຍາ​ມ ​ທຸກ​ມື້, ​ເອົາ​ຊະນະຕົນ​ເອງ, ບັນລຸຄວາມ​ຝັນ​ຂອງ​ຕົນ, ດີ​ບໍ່?ດ:ດີກ​:​ເອົາ ພວກ​ເຮົາ​ມາ​ຮ້ອງ"​ເອາ​ຊະນະ​ຕົນ​ເອງ" 3​ເທື່ອ,ດີ​ບໍ່?​ເອົາ​ຊະນະ​ຕົນ​ເອງ.​1,2,3…​ດ:​ເອົາ​ຊະ​ນະ​ຕົນ​ເອງ,​ເອົາ​ຊະນະຕົນ​ເອງ,​ເອົາ​ຊະນະ​ຕົນ​ເອງ!ກ:ພວກ​ນ້ອງ​ເວົ້າ​ແລ້ວ ຕ້ອງ​ເຮັດ​ໃຫ້​ໄດ້​ແທ້​ເດີ!

ດ:​ໄດ້​ແທ້.

ພວກ​ເຮົາ​ມາ​ພ້ອມ​ກັນ​ອວຍ​ພອນ​ນັກ​ຮຽນ​ທີ່​ໝັ້ນ​ແກ່ນ​ເຫຼົ່າ​ນີ້ ຂໍ​ໃຫ້​ພວກ​ເຂົາ​ເຈົ້າ​ຈົ່ງ​ສາ​ມາດ​ຫຼຸດພົ້ນ​ອອກ​ຈາກຄວາມ​ເສົ້າ​ສະ​ຫຼົດ​ໃຈ​ທີ່​ເສຍ​ຍາດ​ພີ່ນ້ອງ​ແລະ ຟື້ນ​ຟູ​ປົກ​ກະ​ຕິ​ໂດຍ​ໄວ,​ເລິ່ມ​ດຳ​ລົງ​ຊີວິດ​ໃໝ່​ທີ່​ດີງາມ​ກວ່າ​ເກົ່າ. ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ສະບາຍດີ.


 


1 2