ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-27 18:09:10    
ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ຜູ່​ຍິ່ງ​ໃຫຍ່

cri

"ປະຊາຊົນ​ຈີນ​ແມ່ນ​ຜູ່ຍິ່ງ​ໃຫຍ່. ພວກ​ເຈົ້າ​ມີ​ກຳລັງ​ແຮງ, ມີ​ຄວາມ​ກ້າຫານ ​ແລະ ໝັ້ນໜຽວ​, ​ຮູ້ຈັກ​ຊ່ວຍ​ຕົນ​ເອງ ​ແລະ ຮ່ວມ​ມື​ກັນ. ຂ້າພະ​ເຈົ້າ​ໄດ້​ເຫັນ​ຫຼາຍໆ​ຄົນ​​ເຫັນ, ນັກ​ລົບ ​ແລະ ອາສາ​ສະໝັກ​ຫຼາຍໆ​ຄົນ, ​ເຂົາ​ເຈົ້າຍອມສະຫຼະ​ຕົນ​ເອງ​​ໄປ​ຊ່ວຍ​ເຫຼືອ​ຄົນ​ອື່ນທີ່​ຢູ່​ອ້ອມ​ຂ້າງ. ​ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່ແມ່ນ​ຜູ່​ຍິ່ງ​ໃຫຍ່!"

ຄຳ​ເວົ້າ​ດັ່ງ​ກ່າວ ​ແມ່ນທ່ານ​ບານ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ເວົ້າ​ໃນ​ເວລາທ່ານ​ໄປສຳ​ຫຼວດສະພາບ​ໄພ​ແຜ່ນ​ດິນ​ໄຫວ​ຢູ່​ອີ້​ງຊີ້​ວ ​ເມືອງ​ເວີ້​ນຊວນ ​ແຂວງ​ເສ​ສວນ ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ24​ພຶດສະພາ​ນີ້, ທ່ານ​ໄດ້​ຕີ​ລາຄາ​ຢ່າງສູງ​ຕໍ່ການ​ກະທຳ​ຂອງ​ປະຊາຊົນ​ຈີນ​ໃນ​​ກູ້​ໄພ​ເທື່ອ​ນີ້.

ຫຼັງ​ຈາກ​​ເກີດ​ແຜ່ນດິນ​ໄຫວຢູ່​ເມືອງ​ເວີ້​ນຊວນ ​ແຂວງ​ເສ​ສວນ​ແລ້ວ, ກອງທັບຈີນ​ໄດ້​ສົ່ງ​ທະຫານ, ຕຳຫຼວດປະກອບ​ອາວຸດ ​ແລະ ທະຫານ​ລາດ​ທະຫານ​ກອງ​ໝູນ​ໜຶ່ງສິບ​ແສນ​ກວ່າ​ຄົນ​ໄປ​ຊ່ວຍ​ເຫຼືອ. ພວກ​ເຂົາ​ເຈົ້າ​ກ້າຫານ​ທີ່​ສຸດການ​ກະທຳ​ພິລະ​ອາດ​ຫານ​ຂອງ​ເຂົາ​ເຈົ້າ,​ໄດ້​​ເຮັດ​ໃຫ້​ຄົນ​ທັງຫຼາຍສະທ້ອນ​ໃຈ. ບ່ອນ​ໃດມີ​ຄວາມ​ອັນຕະລາຍ, ກໍ່​ເຫັນ​ພວກ​ເຂົາ​ເຈົ້າ​ໄປ​ຊ່ອຍ​ຢູ່​ບ່ອນ​ຫັ້ນ. ພວກ​ເຂົາ​ເຈົ້າ​ກໍ່​ແມ່ນ​ຜູ່​ຍິ່ງ​ໃຫຍ່ຄື​ທີ່​ທ່ານ​ບານ​ກິ​ມູນ​ເວົ້າ​ມານັ້ນ.

ທ່ານ​ເຊີນ​ອຽນ ​ແມ່ນ​ອາສາ​ສະໝັກ​ຜູ່​ໜຶ່ງ​ທີ່ມາ​ຈາກ​ແຂວງ​ກວາງ​ຕຸ້ງຂອງ​ຈີນ, ລາວ​ແມ່ນ​​ເຈົ້າ​ຂອງ​ໂຮງງານ​ເອກະ​ຊົນ​ແຫ່ງ​ໜຶ່ງ. ​ໃນ​ມື້​ລຸນ​ມາທີ2​ທີ່​ເກີດແຜ່ນດິນ​ໄຫວ​,ລາວ ກັບ ​ເມຍ​ຂອງ​ລາວ​ກໍ່​ເອົາ​ລົດ​ແກ​ເອົາ​ເຄື່ອງ​ໄປ​ຊ່ອຍ​ເມືອງ​ມຽນຈູ ​ແຂວງ​ເສ​ສວນ. ອາສາ​ສະໝັກ​ຄື​ທ່ານ​ເຊີນອຽນ​ມີຫຼາຍ​ຈົນ​ນັບ​ບໍ່​ຖ້ວນ. ​ ​ເຂົ​າ​ເຈົ້າ​ຊອກ​ຫາ​ຜູ່​ທີ່​ຍັງ​ມີຊີວິດ​ໃນ​ຊາກ​ສະຫຼັກ​ຫັກພັງ, ​ແຈກ​ຢາຍ​ເຄື່ອງ​ນຸ່ງຫົ່ມ​ທີ່​ມວນ​ຊົນ​ບໍລິຈາກ​ນັ້ນໃຫ້​ປະຊາຊົນ​ເຂດ​ປະສົບ​ໄພ, ​​ແຈກ​ຢາຍ​ອາຫານ ​ແລະ ນ້ຳ​ກິນ​ໃຫ້​ແກ່​ຄົນ​ທັງຫຼາຍ.

ພວກ​ເຮົາບໍ່​ສາມາດ​ບອກຊື່​ຂອງ​ພວ​ກ​ເຂົາ​ເຈົ້າ​ແຕ່ລະຄົນ​, ​ແຕ່​ພວກ​ເຮົາ​ຮູ້​ດີວ່າ, ເຂົາ​ເຈົ້າ​ກໍ່ແມ່ນ​ຜູ່​ຍິ່ງ​ໃຫຍ່​ທີ່​ທ່ານ​ບານ​ກີ​ມູນ​ເວົ້າ​ມາ​ນັ້ນ.

ຫຼັງ​ຈາກ​ແຜ່ນດິນ​ໄຫວ​, ​ແພດ​ໝໍ, ທະຫານ​ຕຳຫຼວດ​ທີ່ຊອກ​ກອບ​ກູ້​ຄົນ ​ແລະ ຜູ່​ຂົນ​ສົ່ງ​​ເຄື່ອງ​ຢູ່​ຂອງ​ກິນ​ຈາກ​ແຫ່ງ​ຕ່າງໆມາ​ໃຫ້, ​ລວມທັງ​ຮົງ​ກົງ, ມາວ​ກາວ ​ແລະ ​ໄຕ້​ຫວັນລ້ວນ​ແຕ່​​ມາ​​ໂຮມ​ກັນ​ຢູ່​ເຂດ​ປະສົບ​ໄພ. ພວກ​ເຂົາ​ເຈົ້າ​ປິ່ນປົວ​ເອົາ​ຜູ່​ບາດ​ເຈັບ, ສ້ອມ​ແປງ​ຫົນ​ທາງ, ຂົນ​ສົ່ງ​​ເຄື່ອງ​ກູ້​ໄພ ​ແລະ ​ແຈກ​ຢາຍເຄື່ອງ​ຂອງ. ຢູ່​ເຂດ​ປະສົບ​​ໄພ, ​ ​ມື້​​ໃດກໍ່​ເຫັນ​ພວກ​ເຂົາ​ເຈົ້າຂຸ້ນ​ເຮັດ​ວຽກ​ຢູ່. ນອກ​ນີ້, ຊາວ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ກໍ່​ທະຍອຍ​ກັນ​ບໍລິຈາກເງິນ ​ແລະ ສິ່ງ​ຂອງ​ໃຫ້​ແກ່​ປະຊາຊົນ​ຜູ່​ປະສົບ​ໄພ. ພວກ​ເຂົາ​ເຈົ້າ​ກໍ່​ແມ່ນ​ຜູ່​ຍິ່ງ​ໃຫຍ່ທີ່​ທ່ານ​ບານ​ກີ​ມູນ​ເວົ້າ​ເຖິງ.

1 2